ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ລູກສາວ ອະດີດ ປ. Bill Clinton ຢ້ຽມຢາມ ມຽນມາ (ວີດີໂອ)


burma clinton
please wait
Embed

No media source currently available

0:00 0:00:39 0:00

ເບິ່ງວີດິໂອ ກ່ຽວກັບຂ່າວນີ້.

ລູກ​ສາວ​ຂອງ ທ່ານ Bill ​ແລະ ທ່ານ​ນາງ Hillary Clinton ​ໄດ້​
ເດີນທາງ​ໄປ​ຢ້ຽມຢາມ​ມຽນມາ ຕາງໜ້າມູນ​ນິທິການ​ກຸສົນ​ຂອງ​
ບິດາ​ນາງ.

ນາງ Chelsea Clinton ໄດ້ຕາງໜ້າອົງການລິ​ເລີ້ມລະດັບ​ໂລກ
ຂອງ​ທ່ານ​ຄລິນ​ຕັນ ຫລື Clinton Global Initiative ເຂົ້າ​ຮ່ວມ​ພິທີ ໃນ​ວັນ​ຈັນ​ວານ​ນີ້ ​ນໍາ​ເອົາ​ໂຄງການ​ນໍ້າ​ສະອາດ​ສໍາລັບ​ພວກເດັກນ້ອຍ​ ໄປຍັງມຽນມາ.

​ໂຄ​ງການ​ດັ່ງກ່າວ​ສະໜອງ ຊອງບັນຈຸສານເຮັດໃຫ້ນໍ້າສະອາດ ໄປມອບໃຫ້​ເຂດຕ່າງໆ
ທີ່ບໍ່​ມີ​ນໍ້າສະອາດ​ດື່ມ. ບັນດາ​ຜູ້​ຈັດ​ຕັ້ງ​ໂຄງການ​ກ່າວ​ວ່າ ​ການ​ມີແຫ​ລ່ງນໍ້າ​ດື່ມ​ທີ່​ປອດ​ໄພແມ່ນ​ມີ​ໜ້ອຍ ຢູ່ໃນ​ເຂດ​ຊົນນະບົດຂອງ​ມຽນມາ ​ເນື່ອງ​ຈາກ​ສະພາບ​ແວດ​ລ້ອມ​ທີ່​ເປື້ອນ​ເປິ.

ນາງ Clinton ກ່າວວ່າ ນໍ້າ​ສະອາດ ​ເປັນ​ສິ່ງ​ສໍາຄັນ​ທີ່​ສຸດ ​ໃນ​ການ​ສ້າງ​ສາ​ມຽນມາ ໃຫ້ປະ
ສົບ​ຜົນ​ສໍາ​ເລັດ​ໃນ​ອະນາ​ຄົດ​ ຊຶ່ງ​ນາງ​ກ່າວຢໍ້າ​ຕື່ມວ່າ:

“​ແລະ ຂ້າພະ​ເຈົ້າ​ລໍຖ້າ​ບໍ່​ໄດ້​ທີ່​ຢາກ​ຈະ​ກັບ​ຄືນ​ມາ​ອີກ​ໃນ​ບໍ່​ເທົ່າໃດ​ປີ ​ແລະ​ມາ​ເບິ່ງ​ຊາວບ້ານ​ພາກັນ​ມີ​ນໍ້າດື່ມ​ທີ່​ສະ​ອາດ ​ແລະ​ພວກ​ເດັກນ້ອຍ​ທັງໝົດ​ພາກັນ​ເຕີບ​ໂຕ ດ້ວຍ​ສຸຂະພາບ​ດີ ​ເພາ​ະສາ​ເຫດ​ດັ່ງກ່າວ.”

ມຽນມາ ອາດຖືກປະຕິ​ເສດ​ ຕໍ່ການ​ຊ່ວຍ​ເຫລືອໃນ​ທຳນອງ​ນີ້​ ​ເມື່ອສອງ​ສາມ​ປີ​ກ່ອນເພາະ​
ຖືກ​ລົງ​ໂທດ​ຈາກສະຫະລັດ ຍ້ອນ​ບໍ່ມີປະຊາທິປະ​ໄຕ ພາຍ​ໃຕ້​ການ​ປົກຄອງ​ຂອງທະຫານ. ​
ແຕ່ວ່າ ​ໃນ​ຂະນະ​ທີ່ ລັດຖະມົນຕີ​ຕ່າງປະ​ເທດ ທ່ານ​ນາງ Hillary Rodham Clinton ​ໄດ້​ຊ່ວຍ​ຊຸກ​ຍູ້ ໃຫ້ລັດຖະບານມຽນມາ ທີ່ໄດ້​ຮັບ​ເລືອກ​ຕັ້ງໃໝ່ ກ້າວ​ໄປ​ສູ່​ການ​ປະຕິ​ຮູບປະຊາ
ທິປະ​ໄຕ ​ໂດຍ​ການ​ວາງ​ພື້ນຖານ ​ໃຫ້​ແກ່​ຢ້ຽມຢາມທີ່​ສຳຄັນ ​ໃນ​ປີ 2011 ນັ້ນ.

ຊອງບັນຈຸສານເຮັດໃຫ້ນໍ້າສະອາດນີ້ ແມ່ນເອົາຖອກລົງໃສ່ນໍ້າເປື້ອນ ຄົນໃຫ້ທົ່ວແລ້ວປະ ໄວ້ 5 ນາທີ ແລ້ວຈຶ່ງກອງເອົານໍ້າທີ່ສະອາດນັ້ນ ມາດື່ມໄດ້, ເບິ່ງວິທີສາທິດການໃຊ້ຊອງ ດັ່ງກ່າວ ຢູ່ໜ້າລິ້ງຂ້າງລຸ່ມນີ້:
http://www.pg.com/pur_packet.shtml


The daughter of Bill and Hillary Clinton has visited Burma on behalf of her father's charitable foundation.

Chelsea Clinton represented the Clinton Global Initiative at a Monday ceremony bringing its Children's Safe Drinking Water initiative to the Southeast Asian nation.

The program provides water purification packets to areas with unsafe water supplies. The project's organizers say access to safe drinking water is poor in rural Burma due to pollution.

Clinton said clean water is essential to building a successful future Burma.

"And I can't wait to come back in a few years and see all the villagers that have clean drinking water and all the kids who will grow up healthy because of it.''

Burma would have been denied such help a few years ago because it was shunned by the United States for its undemocratic military rule. But as secretary of state, Hillary Rodham Clinton helped nudge elected Burmese government toward democratic reforms, making a groundbreaking visit in 2011.


XS
SM
MD
LG