ບໍລິສັດສ້າງຮູບເງົາຢັກໃຫຍ່ຂອງຮອລລີວູດ 20th Century Fox ຂອງສະຫະລັດ ໄດ້ປະກາດຊື່ຮູບເງົາເລື່ອງທໍາອິດທີ່ຕົນຈະນໍາສະເໜີຢ່າງເປັນທາງການຢູ່ໃນມຽນມາ ນັບຕັ້ງແຕ່ໄດ້ຖອນຕົວອອກຈາກປະເທດນັ້ນມາໃນຊຸມປີ 1960. 20th Century Fox ເປັນນຶ່ງໃນຈໍານວນຫລາຍໆບໍລິສັດ ລ່າສຸດຂອງສະຫະລັດ ທີ່ກັບຄືນເຂົ້າພົວພັນຄືນໃໝ່ຢູ່ໃນມຽນມາ ຫຼັງຈາກສະຫະລັດໄດ້ໂຍະຍານການລົງໂທດຂອງຕົນ. ເລື່ອງນີ້ຈະມີຄວາມໝາຍ ສໍາລັບພວກຜູ້ຊົມຮູບເງົາທັງຫຼາຍ ແລະວົງການອຸດສາຫະກໍາຮູບເງົາທ້ອງຖິ່ນ ຢ່າງໃດນັ້ນ ຜູ້ສື່ຂ່າວວີໂອເອ ແດນິເອິລ ເບີນສະຕີນ ມີລາຍງານມາ ຈາກບາງກອກ ຊຶ່ງທອງປານຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.
ປະສົບປະການດ້ານການເບິ່ງຮູບເງົາ ຫຼືຊິເນ ແມ່ນເປັນນຶ່ງໃນຫຼາຍໆສິ່ງ ທີ່ກໍາລັງມີການປ່ຽນແປງໄປຢູ່ໃນມຽນມາ. ຄື ບໍລິສັດສ້າງຊິເນມາຍັກໃຫຍ່ຂອງຮອລລີວູດ 20th Century Fox ໄດ້ອະນຸມັດຢ່າງເປັນທາງການ ໃຫ້ນໍາອອກສາຍຢູ່ໃນມຽນມາເປັນເທື່ອທໍາອິດ ຮູບເງົາເລຶ່ອງນຶ່ງໃນຫຼາຍໆເລຶ່ອງຂອງຕົນ ຄືເລຶ່ອງເຮືອ Titanic ລະບົບ 3 ມິຕິ ຊຶ່ງຜູ້ໄດ້ຮັບການອະນຸມັດນີ້ ໄດ້ແກ່ ບໍລິສັດ Mingalar ຊຶ່ງເປັນບໍລິສັດສາຍຮູບເງົາເອກກະຊົນທີ່ໃຫຍ່ທີ່ສຸດຂອງມຽນມາ ທີ່ຄວບຄຸມຕະຫຼາດຮູບເງົາພາຍໃນປະເທດເຖິງ 80% ໂດຍມີໂຮງສາຍຮູບເງົາ ແປດແຫ່ງ.
ທ່ານ Sunder Kimatrai ຮອງປະທານອາວຸໂສຂອງບໍລິສັດ 20th Century Fox International ກ່າວວ່າ ບໍລິສັດຟ໊ອກຊ໌ໄດ້ຖອນອອກຈາກ ມຽນມາ ຫຼັງຈາກການກໍ່ລັດຖະປະມານໃນປີ 1962.
ໃນໄລຍະຫຼາຍໆປີຕໍ່ມານັ້ນ ແມ່ນໄດ້ມີການລັກລອບນໍາເອົາຮູບເງົາຫຼາຍໆເລຶ່ອງຂອງຮອລລີວູດ ເຂົ້າໄປຍັງມຽນມາຢູ່ເລື້ອຍໆຈາກປະເທດໄທ ແລະ ກໍນໍາອອກສາຍຢູ່ຕາມໂຮງຊິເນທົ່ວໄປ ໂຮມທັງໂຮງຊິເນຂອງບໍລິສັດ Mingalar ນໍາ. ທ່ານ Kimatrail ກ່າວວ່າ ທາງບໍລິສັດຫວັງວ່າ ຈະຕ່າວ ປິ້ນທ່າອຽງນັ້ນ.
ທ່ານ Kimatrail ເວົ້າວ່າ “ພວກເຮົາມີຜົນປະໂຫຍດໃນການພິທັກປົກປ້ອງຊັບສິນທາງປັນຍາຂອງເຮົາເອົາໄວ້ ເພາະວ່າມັນເປັນຊັບສິນທີ່ມີຄ່າທີ່ສຸດຂອງພວກເຮົາ. ກໍຄືກັນກັບຢູ່ແຫ່ງອື່ນໆຫັ້ນແຫລະ ພວກເຮົາແມ່ນເຮັດທຸກສິ່ງທີ່ສາມາດເຮັດໄດ້ ເພື່ອບັງຄັບໃຫ້ມີການເຄົາລົບນັບຖືສິດທິທາງຊັບສິນຂອງພວກເຮົາ ແລະກໍແນ່ນອນວ່າ ໃນໄລຍະຕໍ່ໄປ ນັ້ນແມ່ນສິ່ງທີ່ພວກເຮົາຈະຕ້ອງພິດຈາລະນາເຮັດຢູ່ໃນມຽນມາ. ການສາຍຮູບເງົາທີ່ບໍ່ໄດ້ຮັບອະນຸ ຍາດຢູ່ຕາມອິນເທີເນັດ ຫຼືຢູ່ຕາມໂຮງຊິເນນັ້ນ ນັບວ່າເປັນບັນຫານຶ່ງທີ່ພວກເຮົາປະເຊີນຢູ່ໃນທົ່ວໂລກໃນຂະນະນີ້ ແລະໃນມຽນມາກໍເຊັ່ນດຽວກັນ ບໍ່ມີຂໍ້ຍົກເວັ້ນເລີຍ.”
ເມື່ອບໍ່ດົນມານີ້ ບໍລິສັດຟ໊ອກຊ໌ໄດ້ເຂົ້າໄປຕີຕະຫຼາດຮູບເງົາໃໝ່ຫຼາຍແຫ່ງ ເຊັ່ນໃນຫວຽດນາມ ກໍາປູເຈຍ ແລະປາປົວ ນີວກິນີ. ທ່ານ Kimatrai ກ່າວອີກວ່າ ການຜ່ອນຜັນການລົງໂທດຕ່າງໆໃນມຽນມາ ເຮັດໃຫ້ເບີ່ງຄືວ່າມັນເປັນຊ່ວງເວລາອັນດີທີ່ຄວນຈະສວຍໂອກາດຕອນທີ່ມີການປ່ຽນແປງໃນມຽນມານີ້. ປີ້ເຂົ້າເບິ່ງຊິເນຈະຂາຍໃນລາຄາສູງເຖິງສາມໂດລາເຄິ່ງ ຫຼືປະມານ ສາມພັນກ໊ຽດ ເງິນຕາຂອງມຽນມາ ຊຶ່ງແມ່ນສູງກວ່າລາຄາປົກກະ ຕິເຖິງຫົກເທົ່າຕົວ ແຕ່ທ່ານ Kimatrai ກ່າວວ່າ ທ່ານເຊື່ອວ່າພວກໄປເບິ່ງ ຊິເນທັງຫຼາຍຈະເຕັມໃຈຈ່າຍຄ່າປີ້ແພງ ຂໍໃຫ້ແຕ່ໄດ້ເບິ່ງຊິເນເລຶ່ອງດີມີຄຸນນະພາບກໍພໍ.
ເມື່ອບໍ່ດົນມານີ້ເຊັ່ນກັນ ບໍລິສັດ Mingalar ກໍໄດ້ລົງທຶນຕື່ມອີກ 300,000 ໂດລາ ເພື່ອຊື້ເຄຶ່ອງອຸບປະກອນສາຍຊິເນລຸ້ນໃໝ່ລະບົບດິຈິເຕິລ ຊຶ່ງທ່ານ Kamatrai ກ່າວວ່າ ມັນເປັນການງ່າຍຂຶ້ນຫຼາຍເພື່ອຄວບຄຸມຄວາມໝັ້ນຄົງ ຂອງວັດຖຸທີ່ໄດ້ສະຫງວນລິຂະສິດແລ້ວ.
ການປັບປຸງອຸບປະກອນສາຍຊິເນເກົ່າໆ ຢູ່ຕາມໂຮງສາຍຊິເນຂອງມຽນມາ ໃຫ້ທັນສະໄໝຂຶ້ນນັ້ນ ອາດສາມາດມີຜົນກະທົບຢ່າງສໍາຄັນຕໍ່ວົງການອຸດສາ ຫະກໍາດັ່ງກ່າວ. ທ່ານ William Bowling ແຫ່ງເຄືອຂ່າຍກໍາມະທິການສ້າງຮູບເງົາເອເຊຍ ກ່າວວ່າ ຄັ້ງນຶ່ງມຽນມາເຄີຍມີອຸດສາຫະກໍາສ້າງຮູບເງົາ ທີ່ແຂງແຮງທີ່ສຸດຢູ່ໃນຂົງເຂດ ແຕ່ບັນດາຜູ້ສ້າງຮູບເງົາລະດັບທ້ອງຖິ່ນໄດ້ຖືກປ່ອຍປະໃຫ້ລ່າຫຼັງຢູ່ ໃນດ້ານເທັກໂນໂລຈີ.
ທ່ານ Bowling ກ່າວວ່າ “ພວກເຂົາເຈົ້າກະຫາຍຢາກຮໍ່າຮຽນ ຫຼາຍທີ່ສຸດເພື່ອສ້າງອຸດສາຫະກໍາໃໝ່ຂຶ້ນມາ. ຄືພວກເຂົາເຈົ້າເບິ່ງເຫັນຕົນເອງວ່າ ກໍາລັງກ້າວອອກມາຈາກຍຸກແຫ່ງຄວາມມືດມົນ ແລະພວກເຂົາຕ້ອງການການຊ່ວຍເຫຼືອຫຼາຍທີ່ສຸດ. ແນ່ນອນວ່າ ມີຜູ້ສົນໃຈຈະເຮັດໃນສິ່ງນີ້. ແທ້ໆແລ້ວ ຮູບເງົາຂອງເຂົາເຈົ້າເປັນຮູບເງົາທີ່ຂ້ອນຂ້າງຈະໃຊ້ງົບປະມານຕໍ່າ ແຕ່ວ່າ ພວກເຂົາເຈົ້າສາມາດທີ່ຈະເພິ່ມຄຸນຄ່າທາງການຜະລິດຮູບເງົາໃຫ້ດີຂຶ້ນກວ່າເກົ່າໄດ້ຫຼາຍ ຖ້າຫາກວ່າພວກເຂົາເຈົ້າຫັນມາໃຊ້ລະບົບດິຈິເຕິລ ຊຶ່ງພວກເຂົາເຈົ້າຍັງບໍ່ໄດ້ລົງມືເຮັດເລີຍ.”
ໃນອະດີດຜ່ານມາ ມຽນມາເຄີຍສ້າງຮູບເງົາຫຼາຍກວ່າ 100 ເລຶ່ອງຕໍ່ປີ. ງົບປະມານສະເລ່ຍໃນການສ້າງຮູບເງົາເລື່ອງນຶ່ງໃນມຽນມາ ຕົກຢູ່ປະມານ ນຶ່ງແສນໂດລາ ແລະກໍສ້າງສໍາເລັດລົງພາຍໃນບໍ່ເທົ່າໃດອາທິດ ຫລືຮອດ ບໍ່ເທົ່າໃດມື້ຊໍ້າ. ທ່ານ Bowling ກ່າວຕໍ່ໄປວ່າ ຄຸນນະພາບຂອງຮູບເງົາປາກົດວ່າດີຂຶ້ນຫຼາຍດຽວນີ້ ດັ່ງທີ່ມີຫຼັກຖານໃຫ້ເຫັນຈາກໂຄງການສ້າງຮູບເງົາທີ່ກໍາລັງດໍາເນີນໄປຢູ່ໃນຂະນະນີ້ ທີ່ມີຄົນລໍຖ້າເບິ່ງຫຼາຍເປັນພິເສດນັ້ນ ກໍຄືຮູບເງົາເລຶ່ອງຊີວະປະວັດຂອງມື້ລາງນາຍພົນອອງຊານ ບິດາຂອງທ່ານນາງ ອອງ ຊານ ຊູຈີ.
ໃນຍ່ານກາງເມືອງຢ່າງກຸ້ງ ຊຶ່ງເປັນຄຸ້ມທີ່ມີໂຮງຊິເນຕັ້ງຢູ່ຫຼາຍທີ່ສຸດຂອງປະເທດນັ້ນ ຍັງມີໂຮງສາຍຮູບເງົາຕັ້ງຢູ່ລຽນກັນເປັນແຖວ. ບາງໂຮງກໍສ້າງຕັ້ງແຕ່ຊຸມປີ 1920 ແຕ່ Phillip Jablon ຜູ້ຂຽນຄວາມເຫັນລົງທາງອິນເຕີແນັທ ກ່ຽວກັບຮູບເງົາຢູ່ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ ກ່າວວ່າ ໂຮງສາຍຮູບເງົາທີ່ມີເອກລັກສະນະພິເສດເຫລົ່ານັ້ນ ບັດນີ້ແມ່ນໄດ້ຖືກຂົ່ມຂູ່ ໂດຍໂຮງສາຍຮູບເງົາທັນສະໄໝທີ່ມີຫລາຍຈໍຫລາຍຫ້ອງໃຫ້ເລືອກຊື້ເບິ່ງໄດ້ ຢູ່ໃນໂຮງດຽວນັ້ນ ໃນສູນການຄ້າແຫ່ງໃໝ່ໆຂອງປະເທດ.
ທ່ານ Phillip Jablon ກ່າວວ່າ “ພວກເຮົາກໍາລັງສູນເສຍວັດທະນະທໍາທ້ອງຖະໜົນທີ່ເຄີຍມີນັ້ນໄປ ຄືຕະຫຼອດໄລຍະສັດຕະວັດທີ່ 20 ນັ້ນ ມັນເປັນບ່ອນທີ່ຜູ້ຄົນມັກອອກໄປໃຊ້ເວລາພັກຜ່ອຍຍ່ອນໃຈ ແລະພວກເຂົາເຈົ້າກໍດໍາລົງຊີວິດໃນລະດັບທ້ອງຖະໜົນ ບ່ອນທີ່ມີປະຊາຄົມ ທີ່ຜູ້ຄົນສາມາດເຂົ້າຫາເຂົ້າເຖິງໄດ້ ບໍ່ຄືບາງກອກໃນປັດຈຸບັນນີ້ ຕົວຢ່າງ ຈະມີແຕ່ໂຮງສາຍຮູບເງົາປະເພດ multiplexes ທີ່ມີຫຼາຍຫ້ອງສາຍຮູບເງົາໄດ້ ຫຼາຍເລຶ່ອງພ້ອມກັນ ຕັ້ງເດຍລະດາດຢູ່ໃນສູນການຄ້າທົ່ວໄປ.
ທ່ານ Jablon ກ່າວວ່າ ໃນສະໄໝທີ່ຮຸ່ງເຮືອງຂອງເຂົາເຈົ້ານັ້ນ ບັນດາໂຮງມະຫໍລະສົບ
ທັງຫຼາຍໃນຍ່ານກາງເມືອງຢ່າງກຸ້ງໃນເວລານັ້ນ ຖືວ່າຢູ່ໃນຂັ້ນລະດັບໂລກກໍວ່າໄດ້ ແລະຈະສາຍຮູບເງົາລະດັບນາໆຊາດຈາກທົ່ວໂລກ ພ້ອມທັງມີການສະແດງສົດຕ່າງໆອີກ ແຕ່ເວລານີ້ ມີແຜນການທີ່ຈະທັ ມ້າງໂຮງມະຫໍລະສົບເຫຼົ່ານັ້ນ ສ່ວນຫຼາຍຖິ້ມແລ້ວ.