ລິ້ງ ສຳຫລັບເຂົ້າຫາ

ເມື່ອກາງເດືອນເມສາຜ່ານມານີ້ ຢູ່ໃນພາກຕາເວັນຕົກຂອງ
ມຽນມາ ພວກຊາວບ້ານ ນັກເຄື່ອນໄຫວ ແລະຄົນງານຫຼາຍ
ຮ້ອຍຄົນ ໄດ້ພາກັນປະທ້ວງຕໍ່ຕ້ານໂຄງການສ້າງທໍ່ນໍ້າມັນ
ແລະແກັສທໍາມະຊາດທີ່ໜຸນຫຼັງໂດຍຈີນ. ການປະທ້ວງທໍາ
ນອງດຽວກັນນີ້ ໄດ້ລະເບີດຂຶ້ນຫຼາຍບັ້ນຕໍ່ຕ້ານໂຄງການພະ
ລັງງານແລະການກໍ່ສ້າງຕ່າງໆ​ໃນທົ່ວມຽນມາ ທີ່ໜຸນຫຼັງ
ໂດຍຈີນ ຊຶ່ງໄດ້ບັງຄັບໃຫ້ ຈີນຕ້ອງໄດ້ຄິດທົບທວນຄືນໃໝ່
ກ່ຽວກັບຍຸທະສາດການພັດທະນາຂອງຕົນຢູ່ໃນມຽນມາ.
Daniel Schearf ຜູ້ສື່ຂ່າວວີໂອເອ ລາຍງານຈາກບາງ
ກອກ ຊຶ່ງທອງປານຈະນໍາມາສະເໜີທ່ານ.

ເບິ່ງວີດິໂອລາຍງານນີ້ເປັນພາສາລາວ:


ການປະທ້ວງໃນລັດຣາຄາຍ ທາງພາກຕາເວັນຕົກຂອງມຽນມາເປັນການປະທ້ວງຂອງ ມະຫາຊົນທີ່ໃຫຍ່ທີ່ສຸດ ແລະມີການຈັດຕັ້ງດີທີ່ສຸດທີ່ຄັດຄ້ານຕໍ່ໂຄງການທໍ່ສົ່ງນໍ້າມັນ ແລະ
ແກັສທໍາມະຊາດລະຫວ່າງມຽນມາແລະຈີນ. ບັນດານັກເຄຶ່ອນໄຫວຖືກທາງການມຽນມາ
ປະຕິເສດສອງຄັ້ງບໍ່ອະນຸຍາດໃຫ້ໂຮມຊຸມນຸມກັນ ແຕ່ກໍຍັງພາກັນປະທ້ວງຈົນໄດ້ ແລະ
ຫຼາຍໆຄົນກໍ​ໄດ້ຖືກຈັບກຸມ.

ນັກເຄື່ອນໄຫວ Wong Aung ເວົ້າຜ່ານສະໄກ້ວ່າ ມັນ​ເປັນການເດີມພັນສູງເກີນໄປ ທີ່ ຈະບໍ່ເວົ້າບໍ່ວ່າຫຍັງ.

ທ່ານ ອ່ອງເວົ້າວ່າ: “ເປັນຕົ້ນວ່າ ເນາະ ບ່ອນຫາກຸ້ງຫາປາ. ພວກເຮົາຖືກວາງຂໍ້ ຈໍາກັດຮັດແຄບ. ປະຊາຊົນທ້ອງຖິ່ນບໍ່ໄດ້ຄ່າຊົດເຊີຍຢ່າງໄວ ຫຼືບໍ່ຢາກສູນເສຍ ວິຖີຊີວິດການເປັນຢູ່. ແລະປະຊາຊົນທ້ອງຖິ່ນບໍ່ມີໂອກາດ ໄດ້ວຽກໄດ້ງານດີ ແລະຄົນສ່ວນຫຼາຍ ກໍຖືກສວຍໃຊ້ ຕັກ​ຕວງ​ເອົາ​ຜົນປະໂຫຍດ ເວລາພວກເຂົາ
ເຈົ້າຈະ​ເຂົ້າເຮັດວຽກຢູ່ໃນບໍລິສັດຈີນ.”


ເຖິງແມ່ນບໍລິສັດອິນເດຍ ແລະເກົາຫຼີ ກໍມີສ່ວນພົວພັນໃນ ໃນໂຄງການທໍ່ແຝດນໍ້າມັນ ແລະແກັສທໍາມະຊາດກໍຕາມ ແຕ່ສ່ວນໃຫຍ່ແມ່ນໜຸນຫຼັງໂດຍຈີນ.

ເວລາການກໍ່ສ້າງສໍາເລັດລົງ ປະມານ​ໃນເດືອນພຶດສະພານີ້ ທໍ່ດັ່ງກ່າວຈະສົ່ງນໍ້າມັນເຊື້ອ
ໄຟ ທີ່ມີ​ຄວາມ​ຈຳ​ເປັນນັ້ນ ​ໄປ​ສະໜອງຄວາມຕ້ອງການດ້ານພະລັງງານຂອງຈີນທີ່ກໍາລັງ
​ເພີ້ມທະວີຫຼາບຂຶ້ນນັບມື້.

ນັກເຄຶ່ອນໄຫວ Ko Tun Lwin ກ່າວຕໍ່ວີໂອເອເມື່ອປີຜ່ານມາ ເວລາມີການຮ້ອງທຸກ ກ່ຽວ
ກັບໂຄງການທໍ່ສົ່ງດັ່ງກ່າວຂອງຈີນ ຊຶ່ງ​ທ່ານເວົ້າວ່າ ບັນຫາກໍຄືວ່າ ພວກຊາວບ້ານຊາວ
ເມືອງບໍ່ໄດ້ຖືກແຈ້ງໃຫ້ຊາບວ່າ ອັນໃດເປັນອັນໃດ ໃນຂະນະທີ່ການກໍ່ສ້າງ​ເລີ້ມຂຶ້ນ.

ທ່ານ ທູນ ລວິນ ເວົ້າວ່າ: “ບໍ່ມີຄວາມໂປ່ງໃສຫຍັງເລີຍ ເຖິງແມ່ນໂຄງ ການກໍ່ສ້າງ ຕ່າງໆໄດ້ເລີ່ມລົງມືຢູ່ໃນດິນຂອງພວກເຮົາໃນເວລານີ້ແລ້ວກໍຕາມ. ດິນເຮັດນາ ເຮັດສວນຖືກຍຶດ ພູຜາປ່າໄມ້ຖືກທໍາລາຍ ຍ້ອນໂຄງການກໍ່ສ້າງນີ້.”

ເລຶ່ອງທີ່ກ່າວມານີ້ ກໍຄ້າຍຄືກັນກັບໂຄງການອື່ນໆທີ່ໜຸນຫຼັງໂດຍຈີນ ເຊັ່ນ ໂຄງການຂະ ຫຍາຍບໍ່ທອງແດງແຫ່ງນຶ່ງ ທີ່ການປະທ້ວງ ໄດ້ກາຍເປັນເຫດການຮຸນແຮງ ເມື່ອເດືອນ
ພະຈິກ ປີຜ່ານມາ.

ໂຄງການເຂື່ອນໄຟຟ້າພະລັງນໍ້າ Myitsone ມູນຄ່າ 3600 ລ້ານໂດລາ ກໍເປັນອີກໂຄງ
ການນຶ່ງທີ່ມີການໂຕ້ແຍ້ງກັນຢ່າງໃຫຍ່ ທີ່​ເຮັດໃຫ້ລັດຖະບານຕ້ອງໄດ້ໂຈະໂຄງການນີ້ໃນ
ປີ 2011 ທ່າມກາງຄວາມເປັນຫ່ວງຜົນກະທົບຕໍ່ສະພາບແວດລ້ອມຈາກເຂື່ອນດັ່ງກ່າວ.

ບັນດານັກວິເຄາະ ເຊັ່ນທ່ານ Ralph Cossa ທີ່ເວົ້າຜ່ານ skype ວ່າ ບັນດາເຈົ້າໜ້າທີ່ ມຽນມາກໍາລັງຮຽນຮູ້ວ່າພວກເຂົາເຈົ້າຈະເມີນເສີຍຕໍ່ການປະທ້ວງເຫຼົ່ານີ້ບໍ່ໄດ້.

ນັກວິເຄາະ ຄອສຊາ ເວົ້າວ່າ: “ມັນເປັນຂໍ້ຄວາມໃຫ້ຮູ້ ມັນເປັນການເຕືອນສະຕິ ສໍາລັບທັງລັດຖະບານມຽນມາ ແລະສໍາລັບຈີນ ວ່າພວກເຂົາເຈົ້າຈະຕ້ອງ ແບບ ວ່າຍອມຮັບຟັງ​ຄວາມ​ຄິດ​ຄວາມເຫັນຂອງທ້ອງຖິ່ນຕື່ມຂຶ້ນອີກ, ພວກເຂົາເຈົ້າ
ຈະຕ້ອງມີປະສິດທິພາບຫຼາຍຂຶ້ນໃນການຜູກຄວາມສໍາພັນດ້ານຕ່າງໆກັບມະ
ຫາຊົນ ຊຶ່ງຂ້າພະເຈົ້າໝັ້ນໃຈວ່າ ພວກເຂົາເຈົ້າຈະເຮັດໄດ້. ອີກຄັ້ງນຶ່ງ ພວກ ເຮົາກໍໄດ້ເຫັນວ່າຈີນເລີ່ມມີການ​ເອົາທ່າທີໃນທາງບວກບາງປະການແລ້ວ
ກ່ຽວ​ກັບເລຶ່ອງນີ້ ແລະຂ້າພະເຈົ້າກໍຫວັງວ່າ ມັນຈະດໍາເນີນສືບຕໍ່ໄປ.”


ວີໂອເອໄດ້ຕິດຕໍ່ໄປຍັງສະຖານທູດຈີນໃນມຽນມາ ກ່ຽວກັບຂໍ້ໂຕ້ແຍ້ງກັນດັ່ງກ່າວ. ໃນການ
ຕອບຜ່ານທາງອີເມລນັ້ນ ບັນດາເຈົ້າໜ້າຈີນທີ່ຮັບຮູ້ສິດທິ​ໃນການປະທ້ວງ ແຕ່ກໍຍັງກ່າວ​
ປ້ອງ​ກັນວ່າ ໂຄງການທໍ່ສົ່ງນໍ້າມັນແລະແກັສນີ້ ແມ່ນເປັນການຊຸກຍູ້ສົ່ງເສີມການພັດທະນາ
ແລະການເປັນຢູ່ຂອງ ປະຊາຊົນໃຫ້ດີຂຶ້ນ.

ອີ​ເມລຂອງ​ສະຖານທູດ​ຈີນເວົ້າວ່າ ບໍລິສັດນໍ້າມັນລັດຂອງຈີນ ໄດ້ໃຊ້ຈ່າຍເງິນ 14 ລ້ານ ໂດລາໄປແລ້ວເພື່ອສ້າງສາໂຄງລ່າງພື້ນຖານ ໂຮງຮຽນ ໂຮງໝໍ ຢູ່ຕາມບໍລິເວນທໍ່ສົ່ງແກັສ
ດັ່ງກ່າວ ແລະຈະໃຊ້ເງິນເພີ່ມອີກ 2 ລ້ານ ໂດລາຕໍ່ປີ.

ເວລານີ້ ກໍຍັງເປັນຄໍາຖາມທີ່ຄ້າງຄາຢູ່ວ່າ ຄ່າຊົດເຊີຍຈະສ້າງ​ຄວາມ​ພໍ​ໃຈ​ຫຼາຍສໍ່າ​ໃດ ໃຫ້
​ແກ່ຊາວມຽນມາ​ໃນ​ເຂດທ້ອງຖິ່ນທີ່ພາກັນຊົມໃຊ້ສິດເສລີ ພາບດ້ານການເມືອງໃໝ່ຂອງ ພວກເຂົາ​ເຈົ້າຫຼາຍຂຶ້ນ​ນັ້ນ.

ເບິ່ງວີດິໂອ ພາສາອັງກິດ:

ຄວາມເຫັນຂອງທ່ານ

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG