ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດາຜູ້ນໍາສາສະໜາ ຫາທາງແກ້ໄຂ ບັນຫາ ການກ່າວຄໍາເຫັນ ທີ່ຍຸຍົງ ໃຫ້ຊັງກັນ ໃນມຽນມາ (ວີດິໂອ)


ພະອາຈານ Wirathu (ກາງ), ຜູ້ນໍາຂະບວນການ 969 ກ່າວສະບາຍດີຕໍ່ພະອົງອື່ນໆ ໃນຂະນະທີ່ເຂົ້າຮ່ວມກອງປະຊຸມ ດ້ານກົດໝາຍປົກປ້ອງຊາດ ທີ່ວັດຢູ່ນອກນະຄອນຢ່າງກຸ້ງ ໃນວັນທີ 27 ມິຖຸນາ 2013.
ພະອາຈານ Wirathu (ກາງ), ຜູ້ນໍາຂະບວນການ 969 ກ່າວສະບາຍດີຕໍ່ພະອົງອື່ນໆ ໃນຂະນະທີ່ເຂົ້າຮ່ວມກອງປະຊຸມ ດ້ານກົດໝາຍປົກປ້ອງຊາດ ທີ່ວັດຢູ່ນອກນະຄອນຢ່າງກຸ້ງ ໃນວັນທີ 27 ມິຖຸນາ 2013.
ວາລະສານ Time ສະບັບອອກໃນອາທິດແລ້ວນີ້ ຊຶ່ງ​ໄດ້ລົງ
ຂ່າວໜ້າປົກ ທີ່ມີຮູບຂອງພະອາຈານ Wirathu, ຄູບາທີ່ກໍາ
ລັງຢູ່ໃນການພິຈາລະນາຂອງນາໆຊາດວ່າ ​ເປັນ​ຜູ້ເຜີຍແຜ່​ປຸກລະດົມທີ່ຍຸແຍ່ໃຫ້ກຽດຊັງພວກມຸສລິມນັ້ນ ໄດ້ຖືກຫ້າມບໍ່​
ໃຫ້ຈໍາໜ່າຍຢູ່ໃນມຽນມາ.

ຄໍາເວົ້າທີ່ພາໃຫ້ກຽດຊັງກັນທີ່ເຜີຍແຜ່ຢູ່ໃນອິນເຕີແນັດ ແລະ
ໃນຄໍາເທດສະໜາຂອງຄູບາອົງ​ນີ້ ພາໃຫ້ເກີດການກໍ່ຄວາມ
ຮຸນແຮງທາງສາສະໜາ ແລະລັດຖະບານ ໄດ້ເຮັດໜ້າທີ່ຮັບ
ຜິດຊອບຂອງຕົນ ຢ່າງເຕັມສ່ວນໃນການຮັບມື ກັບການເຜີຍ
ແຜ່ຄໍາເວົ້າທີ່ພາໃຫ້ເກີດຄວາມກຽດຊັງກັນ​ເຫຼົ່ານີ້ ບໍ່? ນັກຂ່າວ
ວີໂອເອມີລາຍງານເລື້ອງນີ້ມາຈາກນະຄອນຢ້າງກຸ້ງ ຊຶ່ງບົວສະ
ຫວັນ ຈະ​ນຳ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.


ມຽນມາຫາກໍ່ຍຸຕິການກວດກາການພິມຂ່າວຕ່າງໆ ຂອງສື່ມວນຊົນ ເມື່ອໝໍ່ໆມານີ້ ແຕ່ເມື່ອ
ວາລະສານ Time ທີ່ລົງຂ່າວໜ້າປົກກ່ຽວ​ກັບລາຍລະ ອຽດ​ໃນ​ການ​ປຸກລະດົມ​ໃຫ້​ກຽດຊັງ
ຊາວມຸສລິມຂອງພະອາຈານ Wirathu ທີ່ມີອິດທິພົນສູງນັ້ນ ວາລະສານສະບັບດັ່ງກ່າວ
ກໍໄດ້ຖືກເກືອດຫ້າມເພາະວ່າກະຊວງຖະແຫລງຂ່າວຂອງມຽນມາຢ້ານວ່າ ມັນອາດ​ຍຸຍົງ
ໃຫ້ມີການກໍ່ຄວາມຮຸນແຮງເພີ້ມຂຶ້ນ.

ນັບແຕ່ເດືອນມິຖຸນາປີກາຍນີ້​ເປັນຕົ້ນມາ ເຫດການກໍ່ຄວາມຮຸນແຮງຕໍ່ຕ້ານຊາວ​ມຸສລິ​ມ
ຫ້າ​ຄັ້ງ​ໃນ​ທົ່ວ​ປະ​ເທດ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຈຳນວນນຶ່ງ ແລະຫລາຍ​ກວ່າ 1 ແສນ 5 ໝື່ນ
ຄົນຕ້ອງ​ໄດ້ອົບພະຍົບຫລົບໜີ ຈາກເຮືອນຊານບ້ານ​ຊ່ອງຂອງຕົນ.

ຢູ່ໃນການຝຶກອົບຮົມທີ່ປ້ອງກັນບໍ່ໃຫ້ມີການເວົ້າຍຸແຍ່ໃຫ້ກຽດຊັງກັນ ຢູ່ໃນມຽນມາ ​ເມື່ອ
ວັນສຸກຜ່ານມານັ້ນ ເອກອັກຄະລັດຖະທູດສະຫະລັດ ທ່ານ Derek Mitchell ກ່າວໃນ
ຄໍາປາໄສ ໃນພິທີເປີດການຝຶກອົບຮົມ ທີ່ທ່ານ ເວົ້າວ່າ ຄວາມສາມາດຂອງລັດຖະບານ ໃນການຮັບມືກັບການປຸກລະດົມ ຫຼືໃຊ້ຄໍາເວົ້າຍຸແຍ່ໃຫ້ກຽດຊັງກັນ ຈະເປັນການກຳນົດ
ອະນາຄົດຂອງປະເທດແລະໄດ້ເຕືອນກ່ຽວ​ກັບການໃຊ້ຄໍາເວົ້າ​ເພື່ອຍຸແຍ່ໃຫ້ກຽດຊັງ
ກັນເກີນຄວາມສາມາດຄວບຄຸມໄດ້ ຈະຍຸຍົງໃຫ້ເກີດຄວາມຮຸນແຮງ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:




ທ່ານ Mitchell ​ເວົ້າວ່າ “ປະເທດນີ້ ມີສົງຄາມກັບຕົນເອງ. ໄດ້ຫລາຍທົດສະ
ວັດມາແລ້ວ ການເວົ້າລົມກັນໄດ້ກາຍເປັນນຶ່ງ ໃນສັດຕູ ຢູ່ພາຍໃນຕົວ. ນິໄສ
ອັນນີ້ ​ແມ່ນເປັນສາເຫດອັນ​ສຳຄັນ ທີ່ພາໃຫ້ປະ​ເທດ​ນີ້ ບໍ່​ໄດ້​ຮັບການພັດ
ທະນາ. ໃນນາມທີ່ເປັນຜູ້ສັງເກດການທີ່ໃກ້ຊິດທີ່ມີຄວາມເປັນຫ່ວງຢ່າງ
ເລິກເຊິ່ງຕໍ່ອະນາຄົດຂອງປະເທດພວກທ່ານ ມັນເປັນເລື້ອງ ທີ່ໜ້າເສົ້າໃຈ
ຫລາຍ ທີ່ເຫັນວ່າ ການໂອ້ລົມ​ແບບ​ນີ້ ຍັງສືບຕໍ່ມີຢູ່ ແລະມີມາ​ໃນຮູບໃໝ່.”


ສຳນວ​ນ​ຄຳ​ເວົ້າຂອງພະອາຈານ Wirathu ​ແມ່ນ​ລວມທັງການຮຽກຮ້ອງໃຫ້ເອົາເລືອດ
ຂອງຊາວມຸສລິມມາ ຢູ່ໃນຄໍາເທດສະໜາຕໍ່ຊຸມຊົນທົ່ວໄປ ບ່ອນທີ່ພວກໄປຟັງເທດມີ
ຫລາຍພັນຄົນ.

ທ່ານ Ye Htut ຮອງລັດຖະມົນຕີກະຊວງຖະແຫລງຂ່າວເຊື່ອວ່າ ມີຄວາມຈໍາເປັນ ທີ່ຕ້ອງ
ໄດ້ເກືອດຫ້າມບໍ່ໃຫ້ຂາຍວາລະສານດັ່ງກ່າວ ແລະຕໍາໜິສື່ສັງຄົມ ເຊັ່ນ Facebook ວ່າ ນໍາເອົາຄໍາເວົ້າ ທີ່ພາໃຫ້ກຽດຊັງກັນໄປເຜີຍແຜ່. ທ່ານໄດ້ຖິ້ມໂທດໃສ່ການຄວບຄຸມສື່
ມວນຊົນຢ່າງເຂັ້ມງວດຂອງມຽນມາໃນອະດີດຜ່ານມາ ທີ່​ມີ​ສ່ວນ​ເຮັດ​ໃຫ້ປະຊາຊົນບໍ່​
ສາມາດທີ່ຈະຮັບມືຢ່າງມີປະສິດທິຜົນກັບເສລີພາບທີ່ໄດ້ມາໃໝ່ໆ ແລະເວົ້າວ່າ ທ່ານບໍ່
ເຊື່​ອວ່າ ຄໍາເວົ້າຂອງອາຈານ Wirathu ຖືກຈັດ ເປັນຄໍາເວົ້າທີ່ຍຸແຍ່ໃຫ້ກຽດຊັງກັນ.

ທ່ານ Htut ໃຫ້ຄໍາເຫັນວ່າ: “ພວກເຮົາຕ້ອງໄຈ້ແຍກໃຫ້ໄດ້ ລະຫວ່າງຄໍາຄິດ
ເຫັນຢ່າງແຮງ ແລະຄໍາເວົ້າຍຸແຍ່ໃຫ້ກຽດຊັງກັນ. ພວກເຮົາຕ້ອງ ອະນຸຍາດ
ໃຫ້ມີເສລີພາບໃນການປາກເວົ້າ ແລະພ້ອມກັນນັ້ນ ພວກເຮົາຕ້ອງໃຫ້ມີຄໍາ
ແນະນໍາອັນຈະແຈ້ງວ່າ ຄໍາເວົ້າຍຸແຍ່ໃຫ້ກຽດຊັງກັນແມ່ນ ຫຍັງ. ສະນັ້ນ ຄູບາ
ອົງນຶ່ງ ຈຶ່ງໄດ້ເຕືອນໃຫ້ອາຈານ U Wirathu ໃຫ້ ຄວບຄຸມອາລົມຂອງເພິ່ນ.”

ອາຈານ Wirathu ໄດ້ຖືກຈໍາຄຸກໃນປີ 2003 ຍ້ອນວ່າໄດ້ຍຸຍົງໃຫ້ມີການກໍ່ຄວາມຮຸນແຮງ
ແລະກໍໄດ້ຖືກປ່ອຍຕົວໃນປີ 2011. ເພິ່ນຍັງສືບຕໍ່ທໍາການເຜີຍແຜ່ຄໍາເວົ້າແບບນັ້ນຢູ່ ໂດຍ
ທີ່ບໍ່ມີການແຊກແຊງຈາກລັດຖະບານແຕ່ຢ່າງໃດ.

ໃນຈໍານວນເຫດຜົນຫລາຍໆຢ່າງນັ້ນ ປະຊາຊົນຫລາຍຄົນ ບໍ່ພໍໃຈຕໍ່ການຮັບມືຂອງລັດ
ຖະບາກ່ຽວ​ກັບການຄວບຄຸມຄວາມຄິດຕໍ່ຕ້ານຊາວມຸສລິມ ເພາະສານຂອງມຽນມາໄດ້
ຕັດສິນວ່າ ພວກມຸສລິມເປັນຜູ້ຜິດ ລຸນຫລັງທີ່ ມີເຫດການກໍ່ຄວາມຮຸນແຮງທາງ​ສາສະ
ໜາ ແຕ່ທີ່ຍັງບໍ່ທັນມີຊາວພຸດຜູ້ໃດ ຖືກຕັດສິນວ່າກະທໍາຜິດເທື່ອ ໃນການຍຸຍົງສົ່ງເສີມ
ໃຫ້ມີການກຽດຊັງຊາວ ມຸສລິມນັ້ນ.

ທ້າວ Thet Ko Ko ​ເປັນຊາວມຸສລິມ ຈາກເມືອງ Moulmein ຊຶ່ງເປັນ ບ່ອນຕັ້ງວັດທີ່
ຂະບວນການຕໍ່ຕ້ານຊາວມຸສລິມ “969” ໄດ້ກໍ່ຮ່າງສ້າງຕົວຂຶ້ນນັ້ນ ໄດ້ເດີນທາງໄປຍັງ
ນະຄອນຢ່າງກຸ້ງ ເພື່ອເຂົ້າຮ່ວມການຝຶກອົບຮົມ ແລະວ່າ ລາວມີຄວາມຜິດຫວັງຫລາຍ ຕໍ່ສິ່ງທີ່ເວົ້າກັນ ຢູ່ໃນການຝຶກອົບຮົມນັ້ນ.

ທ້າວ Thet Ko Ko ເວົ້າວ່າ: “ສາສະໜາຂອງຂ້ອຍ ຖືກຈໍາແນກກີດ​ກັນຈາກ
ລັດແລະຊຸມຊົນສ່ວນໃຫຍ່ ໂດຍສະເພາະແມ່ນ ຄູບາບາງອົງ. ຂ້ອຍບໍ່ພໍໃຈ
ຕໍ່ເລື້ອງນີ້. ພວກເຮົາຕ້ອງການໃຫ້ລັດຖະບານປ້ອງກັນ ບໍ່ໃຫ້ມີການໃຊ້ຄໍາ
ເວົ້າທີ່ຍຸແຍ່ໃຫ້ກຽດຊັງກັນຢູ່ໃນມຽນມາ ໂດຍສະເພາະ ແລ້ວ ແມ່ນຢູ່​ໃນ
ກົດໝາຍ. ຂ້ອຍໝາຍເຖິງການ​ເທດ​ສະໜາ​ຕໍ່​ຊຸມ​ຊົນທົ່ວໄປ ແມ່ນມີຂໍ້ມູນ
ຫລາຍອັນຢູ່ໃນໝູ່ບ້ານຕ່າງໆ ທີ່ພວກເຂົາເຈົ້າ ໄດ້ແຈກຢາຍຂໍ້ມູນດັ່ງກ່າວ.
ເປັນຫຍັງພວກເຂົາເຈົ້າຈຶ່ງບໍ່ປ້ອງກັນ ບໍ່ໃຫ້ມີ ກິດຈະກໍາແບບນີ້ ແມ່ນເປັນ
ຈຸດສຳຄັນ ທີ່ຂ້ອຍຢາກເວົ້າ.”


ໃນອາທິດນີ້ ຄາດກັນວ່າກະຊວງຮັບຜິດຊອບວຽກງານສາສະໜາ ຈະປະກາດກ່ຽວກັບ ການຮ່າງກົດໝາຍໃໝ່ທີ່ເປັນຂໍ້ໂຕ້ແຍ້ງກັນ ຊຶ່ງຈະຂັດຂວາງ ບໍ່ໃຫ້ມີການແຕ່ງງານກັນ
ລະຫວ່າງຜູ້ຍິງທີ່ເປັນຊາວພຸດ ແລະຜູ້ຊາຍທີ່ເປັນຊາວມຸສລິມ.
XS
SM
MD
LG