ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບຣັສເຊີລສ໌ ຮຽກຮ້ອງ ໃຫ້ເຈລະຈາ ໃນທັນທີ ຫຼັງຈາກ ‘Brexit’ ເພື່ອຈຳກັດ ຜົນກະທົບ


ປະທານສະພາ ປະເທດໃນຢູໂຣບ ທ່ານ Donald Tusk ກ່າວຖະແຫລງໂດຍຫຍໍ້ໆ ຕໍ່ສື່ມວນຊົນ ຫຼັງຈາກຊາວອັງກິດ ໄດ້ລົງຄະແນນສຽງ ເພື່ອຖອນໂຕອອກຈາກ ກຸ່ມ ສະຫະພາບຢູໂຣບ, ໃນນະຄອນຫຼວງບຣັສເຊີລສ໌ ຂອງແບລຈຽມ, ວັນທີ 24 ມິຖຸນາ 2016.
ປະທານສະພາ ປະເທດໃນຢູໂຣບ ທ່ານ Donald Tusk ກ່າວຖະແຫລງໂດຍຫຍໍ້ໆ ຕໍ່ສື່ມວນຊົນ ຫຼັງຈາກຊາວອັງກິດ ໄດ້ລົງຄະແນນສຽງ ເພື່ອຖອນໂຕອອກຈາກ ກຸ່ມ ສະຫະພາບຢູໂຣບ, ໃນນະຄອນຫຼວງບຣັສເຊີລສ໌ ຂອງແບລຈຽມ, ວັນທີ 24 ມິຖຸນາ 2016.

ຫຼັງຈາກທີ່ໂລກໄດ້ປະສົບກັບຄື້ນສັ່ນຊະເທືອນ ຍ້ອນການລົງຄະແນນສຽງ ເພື່ອຖອນໂຕອອກຈາກສະຫະພາບຢູໂຣບ ຫຼື ອີຢູ ແລ້ວ ຊຶ່ງ ບັນດາເຈົ້າໜ້າທີ່ ອີຢູ ໃນນະຄອນຫຼວງ ບຣັສເຊີລສ໌ ກໍພາກັນເລັ່ງລັດເພື່ອທີ່ຈະຄວບຄຸມ ຄວາມ ເສຍຫາຍດ້ານ ເສດຖະກິດ ແລະ ການເມືອງ. ເຈົ້າໜ້າທີ່ບາງສ່ວນ ໄດ້ຕັ້ງຄຳ ຖາມຂຶ້ນ ກ່ຽວກັບອະນາຄົດ ຂອງອີຢູແຕ່ພວກຜູ້ນຳ ໃນນະຄອນຫຼວງ ບຣັສເຊີລສ໌ ໄດ້ໃຫ້ ຄຳຕອບທີ່ຮອບຄອບ ຊຶ່ງ Henry Ridgwell ລາຍງານ ກ່ຽວກັບເລື່ອງນີ້ ຈາກ ສະພາປະເທດໃນທະວີບຢູໂຣບ. ໄຊຈະເລີນສຸກ ຈະນຳເອົາລາຍລະອຽດ ເລື້ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.


ຢູ່ໃນນະຄອນຫຼວງ ບຣັສເຊີລສ໌ ຫຼາຍໆຄົນ ໄດ້ຢູ່ເດິກ ໃນວັນພະຫັດຜ່ານມາ ເພື່ອຕິດຕາມເບິ່ງ ຜົນການລົງປະຊາມະຕິ ທີ່ກຳລັງເຂົ້າມາ. ບັດນີ້ ອາການ ຕົກຄ້າງຈາກການລົງປະຊາມະຕິ Brexit ແມ່ນກຳລັງເລີ່ມຕົ້ນຂຶ້ນ ແລະ ມີ ການຕື່ນຕົກໃຈ ຕໍ່ຜົນທີ່ປາກົດອອກມາ.

ຜູ້ຕິດຕາມຜົນ ຄົນໜຶ່ງ ໄດ້ເວົ້າອອກມາວ່າ “ພວກຊາວອັງກິດ ໄດ້ຕັດສິນໃຈ ຖອນໂຕອອກຈາກຫ້ອງ ເພື່ອເຊົາຫລິ້ນເກມ. ຂ້າພະເຈົ້າ ຄິດວ່າ ມັນບໍ່ ແມ່ນການຕັດສິນໃຈທີ່ສະຫຼາດ.”

ສ່ວນຊາຍຄົນໜຶ່ງເວົ້າວ່າ ຂ້າພະເຈົ້າຫວັງວ່າ ອັນນີ້ ຈະເປັນເຫດຜົນ ທີ່ຈະເຮັດໃຫ້ ແຂງແກ່ນຂຶ້ນກວ່າເກົ່າ.”

ພວກປະທານຂອງສະຖາບັນຕ່າງໆຂອງ ອີຢູ ໄດ້ສະທ້ອນສຽງ ການຮຽກຮ້ອງ ອອກມາ ແລະ ອັງກິດ ແມ່ນໄດ້ຖືກປະຕິບັດຕໍ່ ດັ່ງປະເທດພາຍນອກ ຈາກ 28 ປະເທດ ຈະກາຍມາເປັນ 27.

ປະທານ ສະພາ ອີຢູ ທ່ານ Donald Tusk ກ່າວວ່າ “ມືນີ້ ໃນນາມຂອງຜູ້ນຳ 27 ປະເທດ ຂ້າພະເຈົ້າ ສາມາດກ່າວໄດ້ວ່າ ພວກເຮົາແມ່ນມີຄວາມຕັ້ງໃຈ ເພື່ອຈະຮັກສາໄວ້ ຄວາມສາມັກຄີ ໃນ 27 ປະເທດຂອງພວກເຮົາ. ສຳລັບ ພວກເຮົາທັງໝົດ ສະຫະພາບ ເປັນໂຄງປະກອບ ເພື່ອອະນາຄົດ ຂອງ ພວກເຮົາ ຮ່ວມກັນ.”

ຄູ່ຕຳແໜ່ງຂອງທ່ານ Tusk ຢູ່ທີ່ສະພາຂອງອີຢູ ໄດ້ຮຽກຮ້ອງ ໃຫ້ເລີ້ມຕົ້ນ ການເຈລະຈາ ກ່ຽວກັບ ການຖອນໂຕຂອງອັງກິດ.

ທ່ານ Martin Schulz ປະທານຂອງສະພາອີຢູ ກ່າວຖະແຫລງ ຫຼັງຈາກກອງປະຊຸມ ບັນດາປະທານຂອງສະຖາບັນຕ່າງໆ ຢູ່ສະພາຢູໂຣບ ໃນນະຄອນຫຼວງບຣັສເຊີລສ໌ ຂອງປະເທດແບລຈຽມ, ວັນທີ 24 ມິຖຸນາ 2016.
ທ່ານ Martin Schulz ປະທານຂອງສະພາອີຢູ ກ່າວຖະແຫລງ ຫຼັງຈາກກອງປະຊຸມ ບັນດາປະທານຂອງສະຖາບັນຕ່າງໆ ຢູ່ສະພາຢູໂຣບ ໃນນະຄອນຫຼວງບຣັສເຊີລສ໌ ຂອງປະເທດແບລຈຽມ, ວັນທີ 24 ມິຖຸນາ 2016.

ທ່ານ Martin Schulz ປະທານຂອງສະພາອີຢູ ກ່າວວ່າ “ພວກສະມາຊິກ ຂອງປະເທດ ຜູ້ທີ່ຍັງເປັນສະມາຊິກ ໃນອີຢູ ຈະຕ້ອງປຶກສາຫາລືກັນ ເພື່ອ ຫາທາງປັບປຸງ ອີຢູ ແລະ ຫາວິທີການປົກປ້ອງ ໂດຍພິເສດ ບັນດາເຂດທີ່ ໃຊ້ເງິນຢູໂຣ, ເຮົາຈະເຮັດວິທີໃດໃນການປົກປ້ອງເຂດໃຊ້ເງິນຢູໂຣ ໃນ ສອງສາມເດືອນຂ້າງໜ້ານີ້.”

ທະນາຄານກາງ ຂອງຢູໂຣບ ແລະ ທະນາຄານຂອງອັງກິດ ໄດ້ກ່າວວ່າ ພວກ ເຂົາເຈົ້າຈະເຮັດທຸກສິ່ງທຸກຢ່າງ ໃນອຳນາດ ຂອງພວກເຂົາເຈົ້າ ເພື່ອຈະສ້າງ ສະຖຽນລະພາບຄືນໃໝ່ອີກ.

ທ່ານ Gregory Claeys ຈາກສະຖາບັນ ນັກເສດຖະສາດ Bruegel ກ່າວວ່າ “ພ້ອມພຽງກັນ ໃນຄວາມເປັນຈິງແລ້ວ ພວກເຂົາເຈົ້າຄວນສາມາດ ຮັບມືກັບ ສະຖານະການໄດ້. ສະຖານະການດັ່ງກ່າວ ແມ່ນບໍ່ຮ້າຍແຮງປານໃດ ຍົກ ຕົວຢ່າງອັນໜຶ່ງ ທີ່ພວກເຮົາ ໄດ້ຮັບໃນປີ 2008 ແລະ 2009 ຍ້ອນພາກ ສ່ວນຂອງສະຖາບັນການເງິນ ແມ່ນຢູ່ໃນສະພາບການທີ່ດີກວ່ານີ້ອີກ.”

ແຕ່ມັນເປັນໄລຍະຍາວນານ ຂອງຄວາມເສຍຫາຍດ້ານການເມືອງ ຕໍ່ສະຫະ ພາບຢູໂຣບ ທີ່ພວກຄົນບາງສ່ວນ ຢ້ານວ່າ ອາດເປັນການພິສູດ ທີ່ເປັນ ອັນຕະລາຍ.

ນັກຂ່າວ Henry Ridgwell ກ່າວວ່າ “ພວກຜູ້ນຳຂອງອີຢູ ຢູ່ໃນນະຄອນຫຼວງ ບຣັສເຊີລສ໌ ນີ້ ກ່າວວ່າ ພວກເຂົາເຈົ້າຢາກໃຫ້ອັງກິດອອກ ຢ່າງໄວເທົ່າທີ່ ຈະເປັນໄປໄດ້. ອັງກິດກ່າວວ່າ ຕົນບໍ່ໄດ້ຟ້າວຝັ່ງເລີຍ. ຂັ້ນຕອນແມ່ນໄດ້ ຈັດຕັ້ງຂຶ້ນແລ້ວ ສຳລັບການເຈລະຈາທີ່ເຄັ່ງຂຶມ ທີ່ຈະເລີ່ມຕົ້ນຂຶ້ນ ໃນ ສັບປະດາໜ້າ.”

ໃນປັດຈຸບັນນີ້ ທຸງຂອງປະເທດອັງກິດ ຍັງປິວສະບັດຢູ່ຄຽງຂ້າງທຸງ ຂອງ ປະເທດພາຄີອື່ນໆຢູ່ ໃນສະຫະພາບຢູໂຣບ. ແຕ່ຫຼັງຈາກ 43 ປີ ຂອງຄວາມ ສາມັກຄີແລ້ວ ການນັບຄືນຫຼັງໄດ້ເລີ້ມຕົ້ນຂຶ້ນ ຍ້ອນການຖອນໂຕອອກຈາກ ອີຢູ ຂອງອັງກິດ ອັນເປັນການສັ່ນສະເທືອນຂອງການຍົກຍ້າຍ ໃນດ້ານ ລະບຽບການເມືອງ ສຳລັບຢູໂຣບ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG