ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ກະ​ຊວງ​ປ້ອງ​ກັນ​ປະ​ເທດອັງ​ກິດ​ ກ່າວ​ວ່າ ຣັດ​ເຊຍ ໄດ້​ສິ້ນ​ເປືອງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ທາງ​ທະ​ຫານ​ພາຍ​ໃນ​ປະ​ເທດ​​ຕົນ ຍ້ອນ​ການ​ບຸກ​ລຸກ ຢູ​ເຄ​ຣນ


ລະ​ບົບ​ລູກ​ສອນ​ໄຟ​ຈາກ​ໜ້າ​ດິນ​ສູ່​ອາ​ກາດ S-400 ຖືກ​ນຳ​ສະ​ແດງ​ໃນ​ການ​ເດີນ​ສວນ​ສະ​ໜາມ​ຢູ່​ຈະ​ຕຸ​ລັດ​ແດງ, ນະ​ຄອນຫຼວງ ມົ​ສ​ກູ, ຣັດ​ເຊຍ, 9 ພຶດ​ສະ​ພາ 2015.
ລະ​ບົບ​ລູກ​ສອນ​ໄຟ​ຈາກ​ໜ້າ​ດິນ​ສູ່​ອາ​ກາດ S-400 ຖືກ​ນຳ​ສະ​ແດງ​ໃນ​ການ​ເດີນ​ສວນ​ສະ​ໜາມ​ຢູ່​ຈະ​ຕຸ​ລັດ​ແດງ, ນະ​ຄອນຫຼວງ ມົ​ສ​ກູ, ຣັດ​ເຊຍ, 9 ພຶດ​ສະ​ພາ 2015.

ການ​ບຸກ​ລຸກ ຢູ​ເຄ​ຣນ ຂອງ ຣັດ​ເຊຍ ແມ່ນ​ໄດ້​ສິ້ນ​ເປືອງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ທາງ​ທະ​ຫານ​ພາຍ​ໃນ​ປະ​ເທດ​ຂອງ ຣັດ​ເຊຍ ແລະ ກຳ​ລັງ​ກົດ​ດັນ​ຕໍ່ “ຄວາມ​ສາ​ມາດ​ຂອງ​ພວກ​ເຂົາ​ທີ່​ຈະ​ຮັກ​ສາ​ການ​ປ້ອງ​ກັນ​ຊ​າຍ​ແດນ​ ໃນ​ທົ່ວ​ພື້ນ​ທີ່ໆ​ກວ້າງ​ຂວາງ​ຂອງ​ພວກ​ເຂົາ,” ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ ອັງ​ກີດ ໄດ້​ກ່າວ​ໃນ​ລາຍ​ງານ​ການ​ສືບ​ລັບ​ປະ​ຈຳ​ວັນ​ຂອງ​ເຂົາ​ເຈົ້າ ກ່ຽວກັບຄວາມ​ຂັດ​ແຍ້ງ​ໃນ ຢູ​ເຄ​ຣນ.

ກະ​ຊວງ​ນັ້ນ ​ໄດ້​ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ການ​ວິ​ເຄາະ ກ່ຽວ​ກັບລາຍ​ງານຕ່າງໆ​ເມື່ອບໍ່​ດົນ​ມານີ້ ກ່ຽວກັບການ​ສູນ​ເສຍລະ​ບົບ​ລູກສອນ​ໄຟ​ຈາກ​ໜ້າ​ດິນ​ສູ່​ອາ​ກາດ​ໄລ​ຍະ​ໄກ SA-21 ໄດ້​ລະ​ບຸ​ໃຫ້​ເຫັນ​ວ່າ ສຳ​ລັບ ຣັດ​ເຊຍ ທີ່​ຈະ​ສືບ​ຕໍ່​ການ​ຄວບ​ຄຸມ ຢູ​ເຄ​ຣນ ນັ້ນ, ຣັດ​ເຊຍ ມີ​ຄວາມ​ເປັນ​ໄປ​ໄດ້​ສູງ ​ທີ່​ຈະ​ຕ້ອງໄດ້​ຍ້າຍ​ທີ່​ຕັ້ງ​ລະ​ບົບ​ລູກ​ສອນ​ໄຟ​ຈາກ​ໜ້າ​ດິນ​ສູ່​ອາ​ກາດນັ້ນ ຢ່າງ​ເປັນ​ປະ​ຈຳ ທີ່​ຖືກ​ໃຊ້ເພື່ອ​ປ້ອງ​ກັນ​ພາກ​ພື້ນ​ທີ່​ຢູ່​ໄກ​ຂອງ ຣັດ​ເຊຍ.

ລະ​ບົບ​ລູກ​ສອນ​ໄຟ​ຈາກ​ໜ້າ​ດິນ​ສູ່​ອາ​ກາດ​ໄລ​ຍະ​ໄກ ຫຼື SAMS ກໍຄື SA-21 ນັ້ນ, ສາ​ມາດ​ຍິງ​ຖືກ​ເປົ້າ​ໝາຍ​ຈາກ​ 400 ກິ​ໂລ​ແມັດ​ຫ່າງ​ອອກ​ໄປ, ອີງ​ຕາມ​ລາຍ​ງານ​ປະ​ຈຳ​ວັນ​ຂອງ ອັງ​ກິດ. ລູກ​ສອນ​ໄຟ SA-21 ຂອງ ຣັດ​ເຊຍ ແມ່ນ​ຕັ້ງ​ຢູ່​ທົ່ວ ຣັດ​ເຊຍ ຕາມ​ແຜນ​ຍຸດ​ທະ​ສາດ, ລວມ​ທັງ​ຢູ່​ຕາມ​ເຂດ​ຊາຍ​ແດນ​ຂອງ​ພວກ​ເຂົາ.

Russia's invasion of Ukraine is overextending Russia's domestic military resources and is straining "its ability to retain baseline defenses across its vast area," the British Defense Ministry said in its daily intelligence report about the conflict in Ukraine.

The ministry said Thursday that analysis of recent reports about the loss of several Russian SA-21 long range Surface to Air Missile (SAM) systems indicates that for Russia to continue its coverage of Ukraine, Russia will highly likely need to reallocate SAMs routinely used to protect distant Russian regions.

Long range SAMs, like the SA-21, can hit targets up to 400 kilometers away, according to the daily British report. Russia's SA-21s are strategically located throughout Russia, including along its borders.

XS
SM
MD
LG