ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເສດຖະກິດ ອັງກິດ ຕົກຕ່ຳລົງຫຼາຍທີ່ສຸດ ໃນກຸ່ມ G-7 ຂະນະທີ່ ເບຣກສິຕ ແລະຄວາມວຸ້ນວາຍທາງການເມືອງ ໄດ້ສົ່ງຜົນກະທົບ


British Economy Worst-Hit in G7, As Brexit and Political Chaos Bite
please wait

No media source currently available

0:00 0:03:21 0:00

ວີດີໂອ ພາສາອັງກິດ ເສດຖະກິດ ອັງກິດ ຕົກຕ່ຳລົງຫຼາຍທີ່ສຸດ ໃນກຸ່ມ G-7 ຂະນະທີ່ ເບຣກສິຕ ແລະຄວາມວຸ້ນວາຍທາງການເມືອງ ໄດ້ສົ່ງຜົນກະທົບ

ເສດຖະກິດຂອງອັງກິດ ຈະຫົດໂຕລົງເຖິງ 0.4 ເປີເຊັນ ໃນປີ 2022 ຫຼາຍກວ່າປະອື່ນໃດ ໃນກຸ່ມເຈັດປະເທດທີ່ຮັງມີທີ່ສຸດຂອງໂລກ ຫຼື ກຸ່ມ G-7 ອີງຕາມອົງການເພື່ອການຮ່ວມມື ແລະ ການພັດທະນາ ດ້ານເສດຖະກິດ ຫຼື OECD. ດັ່ງທີ່ ເຮັນຣີ ຣິຈແວລ ລາຍງານມາ ຈາກນະຄອນລອນດອນ ຊຶ່ງບັນດານັກວິເຄາະກ່າວວ່າ ເກີດແຮງກົດດັນທາງດ້ານເສດຖະກິດ ໃນທົ່ວໂລກ ທີ່ປະກອບດ້ວຍຄວາມວຸ້ນວາຍທາງການເມືອງເມື່ອມໍ່ໆມານີ້ ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຄອບຄົວ ເກຣ ກຳລັງກຽມພ້ອມສຳລັບວັນບຸນຄຣິສມັສ. ພວກເດັກນ້ອຍກໍຮູ້ສຶກຕື່ນເຕັ້ນຫຼາຍຂຶ້ນນັບມື້. ແຕ່ຜູ້ເປັນແມ່ ທ່ານນາງເຮລີ ແມ່ນພວມລຳ ບາກໃຈ.

ທ່ານນາງເຮລີ ເກຣ ຜູ້ເປັນແມ່ຈາກເມືອງແບຣດຟອດ ໃນປະເທດອັງກິດ ກ່າວວ່າ “ຂ້ອຍຕ້ອງໄດ້ໝັ້ນໃຈວ່າ ຂ້ອຍມີເງິນສຳລັບຄ່ານໍ້າມັນແລະໄຟຟ້າ. ຂ້ອຍ ໃນທາງກາຍແລ້ວ ຂ້ອຍບໍ່ສາມາດຈະເຮັດໄດ້. ພວກເຂົາເຈົ້າຈະບໍ່ມີຫຍັງເລີຍ ເມື່ອຄຣິສມັສມາຮອດ.”

ຄວາມກັງວົນທັງຫຼາຍເຫຼົ່ານີ້ ໄດ້ຮູ້ສຶກໄປທົ່ວປະເທດອັງກິດ. ມາດຕະຖານການຄອງຊີບຕະຫຼອດໄລຍະ ສອງປີຂ້າງໜ້າ ແມ່ນໄດ້ຖືກຄາດຄະເນວ່າ ຈະຕົກລົງໃນຈຳນວນຫຼາຍທີ່ສຸດ ນັບຕັ້ງແຕ່ການ​ຕົກ​ລົງ​ເປັນປະຫວັດການ ໄດ້ເລີ້ມຂຶ້ນໃນປີ 1956. ສະຖານທີ່ບໍລິຈາກອາຫານຫຼາຍແຫ່ງ ກຳລັງເຫັນຄວາມຕ້ອງການຫຼາຍຂຶ້ນ ທີ່ບໍ່ເຄີຍມີມາກ່ອນ.

ທ່ານນາງ ຊາຣລອດຕ໌ ຮີລ ຫົວໜ້າໂຄງການ ຟີລິກສ໌ ບໍລິຈາກອາຫານ ກ່າວວ່າ “ມັນເຄີຍເປັນຢູ່ ທີ່ວ່າ ພວກຄົນເຫຼົ່ານັ້ນ ຢູ່ໃນຊັ້ນຕໍ່າຂອງສັງຄົມ ຜູ້ທີ່ອາດບໍ່ສາ ມາດເຂົ້າຫາເຮືອນຄົວໄດ້ ເຈົ້າຮູ້ຈັກ ພວກຄົນທີ່ບໍ່ມີທີ່ຢູ່ອາໄສ ຜູ້ທີ່ຕ້ອງການການອຸດໜຸນອຸ້ມຊູ. ດຽວນີ້ ມັນເປັນພວກຄົນຢູ່ໃນວຽກງານ, ມັນເປັນພວກຄົນ ຜູ້ທີ່ບໍ່ສາມາດທີ່ຈະເປີດເຕົາໄຟຂອງພວກເຂົາ ຜູ້ທີ່ຕ້ອງການການອຸດໜຸນອຸ້ມຊູ.”

ຄວາມເຈັບປວດນັ້ນ ແມ່ນເປັນໄປໄດ້ສູງທີ່ຈະຮ້າຍແຮງຂຶ້ນ ໂດຍການເກັບພາສີທີ່ສູງຂຶ້ນໃໝ່ ແລະຕັດການໃຊ້ຈ່າຍ ທີ່ກຳລັງຈະອອກມາ. ລັດຖະບານຖິ້ມໂທດໃສ່ ໄວຣັສໂຄໂຣນາ ແລະຣັດເຊຍ.

ທ່ານເຈີເຣມີ ຮັ້ນຕ໌ ນາຍົກລັດຖະມົນຕີກະຊວງການເງິນ ກ່າວວ່າ “ຜົນກະທົບທີ່ມີເລື້ອຍມາຕໍ່ຕ່ອງໂສ້ຂອງການສະໜອງສິນຄ້າ ໄດ້ເຮັດໃຫ້ສິນຄ້າຕ່າງໆແພງຂຶ້ນ ແລະສົ່ງຜົນເຮັດໃຫ້ເກີດໄພເງິນເຟີ້. ແລະອັນນີ້ ໄດ້ຮ້າຍແຮງຂຶ້ນໂດຍວິກິດການດ້ານພະລັງງານ ເຮັດຂຶ້ນຢູ່ໃນຣັດເຊຍ.”

ວິກິດການເຫຼົ່ານັ້ນ ແມ່ນກະທົບໃນທົ່ວໂລກ. ແຕ່ອັງກິດມີບັນຫາຕ່າງໆທີ່ສະເພາະເຈາະຈົງ ນັກວິເຄາະທ່ານຈອນ ແຄັ້ມຟເນີ ໄດ້ກ່າວ.

ທ່ານຈອນ ແຄັ້ມຟເນີ ປະຈຳຢູ່ ອົງການແຊັຕທຳ ເຮົ້າສ໌ (Chatham House) ກ່າວວ່າ “ພວກເຂົາຖືກສົມທົບຢູ່ໃນອັງກິດ ໂດຍລັດຖະບານທີ່ຂັບດັນດ້ວຍອຸດົມການ ຊຶ່ງຄວາມສາມາດຂອງຕົນ ແມ່ນໄດ້ຖືກເປີດກວ້າງຕໍ່ຄຳຖາມຫຼວງຫຼາຍ, ສົ່ງຜົນເຮັດໃຫ້ເກີດຄວາມເສຍຫາຍໜັກແກ່ ທ່ານນາງ ລີສ ທຣັສ (Liz Truss) ທີ່ຫາກໍດຳລົງຕຳແໜ່ງໄດ້ພຽງ 45 ວັນ.”

ແຜນການຂອງອະດີດນາຍົກລັດຖະມົນຕີ ລີສ ທຣັສ ທີ່ຈະຕັດພາສີລົງ ແລະເພີ້ມການໃຊ້ຈ່າຍຂຶ້ນ ໄດ້ສົ່ງຜົນໃຫ້ຄ່າກູ້ຢືມພຸ່ງສູງຂຶ້ນ ແລະເງິນປອນຕົກວູບ ລົງເລື້ອຍໆ ໃນທີ່ສຸດ ກໍກົດດັນໃຫ້ທ່ານນາງລາອອກຈາກຕຳແໜ່ງ ໃນເດືອນແລ້ວນີ້. ຜົນກະທົບຕ່າງໆແມ່ນຍັງໄດ້ຮູ້ສຶກຢູ່.

ເປັນເທື່ອທຳອິດ ນັບຕັ້ງແຕ່ປະຫວັດການນີ້ໄດ້ເລີ້ມຂຶ້ນ ຢູ່ປາຣີ ເມື່ອອາທິດແລ້ວນີ້ ທີ່ໄດ້ກາຍລອນດອນ ໄປເປັນຕະຫຼາດຮຸ້ນທີ່ໃຫຍ່ທີ່ສຸດຂອງຢູໂຣບ.

ບັນດານັກວິເຄາະກ່າວວ່າ ອັງກິດມີບັນຫາທີ່ສ້າງຂຶ້ນມາເອງອີກຫຼາຍຢ່າງ. ການລົງຄະແນນຂອງອັງກິດ ເພື່ອອອກຈາກສະຫະພາບຢູໂຣບ ໄດ້ນຳມາຊຶ່ງກຳແພງຕ່າງໆດ້ານການຄ້າໃໝ່. ໃນຊ່ວງເວລາຂ້າມຄືນ ຜູ້ຜະລິດເນີຍ ທ່ານໄຊມອນ ສເປີຣໂຣລ (Simon Spurrell) ໄດ້ສູນເສຍ 285 ພັນໂດລາ ເທົ່າກັບມູນຄ່າທຸ​ລະກິດຂອງປະເທດຢູໂຣບ. ໃນປີນີ້ ທ່ານໄດ້ຕັດສິນໃຈ ຈະຂາຍບໍລິສັດຂອງທ່ານ ໃຫ້ແກ່ຄູ່ແຂ່ງທີ່ໃຫຍ່ກວ່າ ດ້ວຍການເຂົ້າຫາຕະຫຼາດຂອງປະເທດຢູໂຣບໄດ້.

ທ່ານໄຊມອນ ສເປີຣໂຣລ ຜູ້ກໍ່ຕັ້ງບໍລິສັດ​ເນີຍ ແຈັສຊາຍຣ໌ ກ່າວວ່າ “ພວກເຮົາ ບໍ່ສາມາດເຂົ້າຫາສະຫະພາບຢູໂຣບໄດ້ອີກຕໍ່ໄປ ຊຶ່ງໝາຍເຖິງ ພວກເຮົາຕ້ອງພະຍາຍາມ ແລະຊອກຫາງການແກ້ໄຂ.”

ມັນເປັນທີ່ຈະແຈ້ງວ່າ ເບຣກສິຕ (Brexit) ແມ່ນໄດ້ຖ່ວງດຶງຄວາມເຕີບໂຕ ທ່ານແຄ້ມຟເນີ ກ່າວ.

ທ່ານແຄ້ມຟເນີ ອະທິບາຍວ່າ “ມັນຖືກ​ພາງ​ຕາໂດຍໂຣກລະບາດ ໃນປີ 2020 ແລະ 2021 ສະນັ້ນ ຜົນທີ່ຕິດຕາມມາໂດຍກົງຫຼາຍໆຢ່າງໃນການຕັດສິນໃຈຂອງເບຣກສິຕ ອາດຈະບໍ່ສາມາດໄຈ້ແຍກໄດ້. ພວກເຂົາເຈົ້າໃນປັດຈຸບັນນີ້ ໃນທີ່ສຸດ ພາຍຫຼັງກໍໄດ້ເຫັນ.”

ນາຍົກລັດຖະມົນຕີ ຊູນາກ ໃນອາທິດນີ້ ໄດ້ເນັ້ນຢ້ຳວ່າ ເບຣກສິຕ ສາມາດປະ​ສົບ​ຜົນສຳເລັດໄດ້.

ທ່ານຣີຊີ ຊູນາກ ນາຍົກລັດຖະມົນຕີອັງກິດ ກ່າວວ່າ “ຂ້າພະເຈົ້າໄດ້ລົງຄະແນນສຽງເອົາ​ເບຣັກສິຕ ຂ້າພະເຈົ້າເຊື່ອໃນເບຣັກສິຕ ແລະ ຂ້າພະເຈົ້າຮູ້ວ່າ ເບຣັກສິຕ ສາມາດນຳມາ​ໃຫ້ໄດ້ ແລະ​ມັນ​ພວມ​ນຳມາ​ໃຫ້ແລ້ວ ມີຜົນປະໂຫຍດຢ່າງຫຼວງຫຼາຍ ແລະໂອກາດຕ່າງໆສຳ​ລັບປະເທດຊາດ.”

ລັດຖະບານກ່າວວ່າ ເສດຖະກິດ ແບບ​ຮັດ​ກຸມ​ໃນ​ເວ​ລານີ້ ຈະໝາຍຄວາມວ່າ ພາວະຖົດຖອຍໄລຍະສັ້ນກວ່າເກົ່າ. ແຕ່ສຳລັບຊາວອັງກິດຫຼາຍລ້ານຄົນ ສຽງເຊຍວັນຄຣິສມັສ ຈະຖືກມິດງຽບ - ແລະໃນປີທີ່ຈະມາເຖິງຕໍ່ໄປນີ້ ຈະຍາກລຳບາກຍິ່ງ​ຂຶ້ນ.

Britain’s economy will shrink by 0.4 per cent in 2023, more than any other in the G-7 group of the world’s richest nations, according to the Organization for Economic Cooperation and Development (OECD). As Henry Ridgwell reports from London, analysts say global economic pressures have been compounded by recent political chaos.

The Gray family is getting ready for Christmas. The children are growing more excited by the day. But mother Hayley is struggling.

((Hayley Gray, Mother from Bradford, UK))

“I'm having to make sure I've got money for gas and electric. I physically, I ain't going to be able to do it. They're going to have hardly anything come Christmas.”

Worries that are being felt across Britain. Living standards over the next two years are forecast to fall by the biggest amount since records began in 1956. Charity food banks are seeing unprecedented demand.

((Charlotte Hill, Head of the Felix Project Food Bank))

“It used to be that those people on the margins of the society who couldn't access a kitchen, you know, homeless people who needed that support. Now it's people in work, it's people who can't afford to turn on their cookers, who are needing support.”

The pain is likely to get worse - with new tax hikes and spending cuts on the way. The government blames the coronavirus and Russia.

((Jeremy Hunt, British Chancellor of the Exchequer))

“The lasting impact on supply chains has made goods more expensive and fueled inflation. And this has been worsened by a made-in-Russia energy crisis.”

Those crises are global. But Britain has unique problems, says analyst John Kampfner.

((John Kampfner, Chatham House))

“They are compounded in Britain by a series of ideologically driven governments whose competence was very much open to question, culminating in the disastrous forty-five days of Liz Truss.”

Former Prime Minister Liz Truss’s plans to slash taxes and raise spending sent borrowing costs soaring and the pound plummeting, ultimately forcing her to resign last month. The effects are still being felt.

For the first time since records began, Paris last week overtook London as Europe’s biggest stock market.

Analysts say Britain has other home-made problems. Britain’s vote to leave the European Union brought new trade barriers. Overnight, cheesemaker Simon Spurrell lost 285-thousand dollars’ worth of European business. This year he decided to sell his company to a bigger rival with access to the European market.

((Simon Spurrell, Cheshire Cheese Company Founder))

“We no longer have access to the E.U., (which) meant that we needed to try and find a solution.”

It’s clear that Brexit is holding back growth, says Kampfner.

((John Kampfner, Chatham House))

“It was camouflaged by the pandemic in 2020 and 2021, so the direct consequences of many of the Brexit decisions couldn't be discerned. They are now eventually, belatedly being seen.”

Prime Minister Sunak this week insisted Brexit can be a success.

((Rishi Sunak, British Prime Minister))

“I voted for Brexit, I believe in Brexit, and I know that Brexit can deliver, and is already delivering, enormous benefits and opportunities for the country.”

The government says economic belt-tightening now will mean a shorter recession. But for millions of Britons, Christmas cheer will be muted - and the coming years will be tough.

XS
SM
MD
LG