ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

OAS ປະຊຸມສຸກເສີນ ກ່ຽວກັບເລື່ອງ ນາຍ Assange


ພວກປະທ້ວງສະໜັບສະໜຸນນາຍ Assange ຢູ່ນອກສະຖານທູດເອກວາດໍ ທີ່ກຸງລອນດອນ
ພວກປະທ້ວງສະໜັບສະໜຸນນາຍ Assange ຢູ່ນອກສະຖານທູດເອກວາດໍ ທີ່ກຸງລອນດອນ
ອົງການຈັດຕັ້ງຂອງບັນດາປະເທດໃນທະວີບອາເມຣິກາ ຫຼື
OAS ໄດ້ເປີດການເຈລະຈາສຸກເສີນຂຶ້ນໃນວັນພະຫັດວານນີ້
ເພື່ອປຶກສາຫາລືກ່ຽວກັບ ການຜິດຖຽງລະຫວ່າງເອກວາດໍ
ແລະອັງກິດ ຫຼັງຈາກເອກວາດໍໄດ້ຕັດສິນໃຈ ໃຫ້ການອະນຸມັດ
ຕໍ່ການຂໍລີ້ໄພຂອງນາຍ Julian Assange ຜູ້ກໍ່ຕັ້ງເວັບໄຊທ໌
WikiLeaks.

ເອກອັກຄະລັດຖະທູດເອກວາດໍ ທ່ານນາງ Maria Isabel
Salvador ກ່າວຕໍ່ບັນດາສະ ມາຊິກຂອງອົງການ OAS
ທີ່ກຸງວໍຊິງຕັນວ່າ ການຂົ່ມຂູ່ຂອງອັງກິດທີ່ຈະບຸກເຂົ້າໄປ
ໃນສະຖານທູດເອກວາດໍທີ່ກຸງລອນດອນເພື່ອຈັບໂຕນາຍ
Assange ນັ້ນ ແມ່ນເປັນການເຄື່ອນໄຫວທີ່ເປັນປໍລະປັກ
ແລະການກະທຳດັ່ງກ່າວນັ້ນ ຈະເປັນການລະເມີດຕໍ່ກົດ
ໝາຍນາໆຊາດ.

ໂຄສົກຂອງຄະນະສັງເກດການອັງກິດປະຈຳອົງການ OAS ໄດ້ປະຕິເສດວ່າ ອັງກິດ
ບໍ່ໄດ້ ລະເມີດກົດໝາຍໃດໆທັງສິ້ນ ກ່ຽວກັບຄະດີຂອງນາຍ Assange. ໂຄສົກເວົ້າ
ວ່າ ອັງກິດມີພັນທະພາຍໃຕ້ກົດໝາຍນາໆຊາດ ທີ່ຈະຕ້ອງສົ່ງໂຕນາຍ Assange
ໄປໃຫ້ສະວີເດັນສອບປາກ ຄຳ ທີ່ພົວພັນກັບຂໍ້ກ່າວຫາລວນລາມທາງເພດ ທີ່ນາຍ
Assange ໄດ້ປະຕິເສດໄປແລ້ວ. ນອກນັ້ນໂຄສົກຍັງເວົ້າວ່າ ອັງກິດໄດ້ໃຫ້ການອະທິ
ບາຍຊໍ້າແລ້ວຊໍ້າອີກ ກ່ຽວກັບທ່າທີຂອງຕົນຕໍ່ເອກວາດໍ ແລະຍັງຫວັງວ່າ ຈະສາມາດ
ບັນລຸການແກ້ໄຂທາງດ້ານການທູດ.

ນາຍ Assange ໄດ້ເຂົ້າໄປຢູ່ໃນສະຖານທູດເອກວາດໍ ຕັ້ງແຕ່ເດືອນມິຖຸນາເປັນຕົ້ນ
ມາ. ຜູ້ກໍ່ຕັ້ງເວັບໄຊທ໌ WikiLeaks ໄດ້ເຂົ້າໄປຫຼົບໄພຢູ່ທີ່ນັ້ນມາໄດ້ເກືອບສອງ
ເດືອນແລ້ວ ຫຼັງຈາກ ໄດ້ເສຍໄຊໃນການຕໍ່ສູ້ທາງກົດໝາຍ ກ່ຽວກັບການສົ່ງໂຕລາວ
ໃຫ້ສະວີເດັນ.

ທ່ານ Ricardo Patino ລັດຖະມົນຕີການຕ່າງປະເທດເອກວາດໍໄດ້ປະກາດກ່ຽວກັບການ
ຕັດສິນໃຈນີ້ ທີ່ນະຄອນຫຼວງກີໂຕ ໂດຍກ່າວວ່າ ຄວາມປອດໄພຂອງນາຍ Assangeແມ່ນຕົກຢູ່ໃນຄວາມສ່ຽງ. ທ່ານກ່າວວ່າ ນາຍ Assange ຈະບໍ່ໄດ້ຮັບການດຳເນີນ
ຄະດີທີ່ເປັນທຳ ຖ້າລາວຫາກຖືກສົ່ງໂຕມາຍັງສະຫະລັດໃນທີ່ສຸດນັ້ນ.

ລຸນຫຼັງທີ່ໄດ້ມີການຕັດສິນດັ່ງກ່າວແລ້ວ ລັດຖະບານສະວີເດັນກໍກ່າວວ່າ ມັນເປັນ
ທີ່ຮັບເອົາບໍ່ໄດ້ເດັດຂາດ ທີ່ເອກວາດໍພະຍາຍາມທີ່ຈະຍຸຕິ ການດຳເນີນການຕາມ
ກະບວນການຍຸຕິທຳ ຂອງສະວີເດັນ.
XS
SM
MD
LG