ມີຄວາມເປັນຫ່ວງຢ້ານວ່າການລົງໂທດຂອງສະຫະພາບຢູໂຣບຕໍ່ປະເທດຕ່າງໆ ເຊັ່ນອີຣ່ານ ຊີເຣຍ ແລະເກົາຫຼີເໜືອ ອາດຈະບໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຄົບຖ້ວນ ຍ້ອນການຖອນຕົວຂອງອັງກິດ ອອກຈາກສະຫະພາບຢູໂຣບ.ອັງກິດຈະມີສິດຢ່າງເຕັມທີ່ ໃນການຈັດຕັ້ງປະຕິບັດການລົງໂທດຂອງຕົນ ແລະໃນຂະນະທີ່ບຣັສເຊີລສ໌ແລະລອນດອນ ຕ່າງກໍຢືນຢັດວ່າ ຕົນຈະສືບຕໍ່ເຮັດວຽກຮ່ວມກັນ ແຕ່ພວກນັກວິເຄາະກ່າວວ່າ ມີຄວາມສ່ຽງທີ່ວ່າອັງກິດ ອາດຈະຊອກຫາຊ່ອງທາງອື່ນ ໃນຂະນະທີ່ຕົນຈັດຕັ້ງເສດຖະກິດ ແລະພາຄີຍຸດທະສາດໃໝ່ ຫຼັງຈາກຖອນໂຕອອກຈາກສະຫະພາບຢູໂຣບແລ້ວ. Henry Ridgwell ມີລາຍງານເລື້ອງນີ້ ຈາກລອນດອນ ຊຶ່ງໄພສານ ຈະນຳເອົາລາຍລະອຽດ ມາສະເໜີ ທ່ານ ໃນອັນດັບຕໍ່ໄປ.
ການຫາຍໜ້າຫາຍຕາໄປຂອງອັງກິດ ຈາກບັນຊີລາຍຊື່ແຖວໜ້າຂອງສະຫະພາບຢູໂຣບ ຫຼື ອີຢູ ຈະມີຜົນກະທົບຢ່າງໃຫຍ່ຕໍ່ການລົງໂທດໃນອະນາຄົດຂອງກຸ່ມດັ່ງກ່າວ ອີງຕາມຄຳເວົ້າຂອງພວກນັກວິເຄາະ.
ທ່ານນາງເອຣິກາ ໂມເຣ ປະທານຕາໜ່າງການລົງໂທດຂອງລະຫວ່າງປະເທດ ທີ່ມີສຳນັກງານຢູ່ນະຄອນເຈນີວາ ກ່າວກ່ຽວກັບເລື້ອງນີ້ວ່າ:
“ບາງຄົນກະປະມານວ່າ ການລົງໂທດຂອງອີຢູ ຫຼາຍເຖິງ 80 ເປີເຊັນ ທີ່ມີຜົນບັງຄັບໃຊ້
ຢູ່ໃນເວລານີ້ ແມ່ນດຳເນີນການ ຫຼືພາຍໃຕ້ການແນະນຳຂອງປະເທດອັງກິດ. ນອກນັ້ນ
ອັງກິດຍັງເປັນຜູ້ມີບົດບາດສຳຄັນ ແນ່ນອນ ໃນຖານະປະເທດມະຫາອຳນາດທີ່ນຳໜ້າ
ທາງດ້ານເສດຖະກິດ ແລະການເມືອງ ປະເທດມະຫາອຳນາດ ໃນການຊັກຊວນ ເກ້ຍ
ກ່ອມ ໂດຍໃຊ້ອິດທິພົນທາງດ້ານເສດຖະກິດ ຫຼືວັດທະນະທຳ ໃນໂລກ. ນອກນັ້ນແລ້ວ
ນະຄອນລອນດອນຍັງໝາຍຄວາມວ່າ ການລົງໂທດທາງດ້ານການເງິນ ແມ່ນມີຄວາມ
ເຂັ້ມແຂງກວ່າໂດຍການປະກອບສ່ວນເຂົ້າຮ່ວມຂອງອັງກິດ.”
ອັງກິດແມ່ນໄດ້ດຳເນີນການຢ່າງວ່ອງໄວ ໃນການປະສານງານເພື່ອຂັບໄລ່ທາງດ້ານການທູດໃນໝູ່ບັນດາປະເທດພັນທະມິດອີຢູ ຫຼັງຈາກໄດ້ມີການໂຈມຕີດ້ວຍແກັສທຳລາຍປະສາດຢູ່ເມືອງຊອລ໌ສບູຣີ ຕໍ່ອະດີດສາຍລັບທີ່ເຮັດວຽກໃຫ້ທັງຝ່າຍ ຊຶ່ງອັງກິດໄດ້ຖິ້ມໂທດໃສ່ຣັດເຊຍນັ້ນ.
ໂດຍຜ່ານການເປັນສະມາຊິກຂອງສະຫະພາບຢູໂຣບໄດ້ບັງຄັບໃຊ້ການລົງໂທດທົ່ວໄປຕໍ່ປະເທດຕ່າງໆແລະສ່ວນບຸກຄົນ ເຊັ່ນເຈົ້າໜ້າທີ່ຊີເຣຍທີ່ຖືກກ່າວຫາວ່າກໍ່ອາຊະຍາກຳສົງຄາມ ແລະອຳນາດການປົກຄອງຂອງເກົາຫຼີເໜືອ.
ຫຼັງຈາກໄດ້ມີການຖອນຕົວແລ້ວ ອັງກິດກໍຈະດຳເນີນການຕາມລຳພັງ ດັ່ງນັ້ນມັນຈະແຕກຕ່າງໄປຈາກຢູໂຣບບໍ?
ທ່ານນາງແອນນານ ນາດີແບດຊີ ທີ່ສະໜັບສະໜຸນໃຫ້ຢູໂຣບເປີດກວ້າງ ກ່າວວ່າ “ຂ້າພະເຈົ້າ ຈະບໍ່ເຫັນສິ່ງດັ່ງກ່າວນີ້ ເກີດຂຶ້ນໃນໄລຍະສັ້ນ ໂດຍສະເພາະແລ້ວ ຍ້ອນວ່າທັງສອງຝ່າຍ ລັດຖະບານອັງກິດໄດ້ກ່າວໄວ້ວ່າ ຕົນມີຄວາມໝັ້ນໝາຍໃນການລົງໂທດຂອງອີຢູ ແລະນອກນັ້ນພວກເຂົາເຈົ້າຍັງມີຄວາມໝັ້ນໝາຍຍັງຈະຍຶດໝັ້ນ ໃນຄຸນຄ່າທາງການເມືອງບາງຢ່າງ ທີ່ອີຢູແລະອັງກິດ ເຫັນພ້ອມນຳກັນ.”
ໃນຂະນະທີ່ບໍ່ມີທ່າທາງວ່າ ອັງກິດອາດເປັນໄປໄດ້ ທີ່ຈະສວຍໂອກາດເພື່ອສ້າງຄວາມໄດ້ປຽບຕໍ່ຢູໂຣບ ໂດຍດຳເນີນການທີ່ແຕກຕ່າງໄປ ຈາກນະໂຍບາຍການລົງໂທດຂອງອີຢູ.
ທ່ານນາງເອຣິກາ ໂມເຣ ກ່າວວ່າ “ເມື່ອທ່ານຄິດເຖິງເລື້ອງຄວາມເຄັ່ງຕຶງ ທີ່ຈະເກີດຂຶ້ນໃນຍຸກຫຼັງອັງກິດຖອນໂຕ ເມື່ອເວົ້າເຖິງຄວາມພະຍາຍາມທີ່ຈະເຈລະຈາ ຂໍ້ຕົກລົງການຄ້າສະບັບໃໝ່ ຊອກຫາການລົງທຶນໃໝ່ຈາກຕ່າງປະເທດ ໃຫ້ເຂົ້າມາລົງທຶນໃນປະເທດ. ມັນກໍຈະມີຄວາມກົດດັນ ດັ່ງນັ້ນ ຈຶ່ງຕ້ອງໄດ້ມີການປັບໂຕ ໃນຄວາມສຳພັນລະຫວ່າງອີຢູ ແລະຜົນປະໂຫຍດພາຍໃນປະເທດ.”
ຄວາມກົດດັນອັນທຳອິດອາດເປັນທີ່ຮູ້ສຶກກ່ຽວກັບເລື້ອງອີຣ່ານ. ໃນຖັນແຖວຂອງບັນດາພັນທະມິດອີຢູ ອັງກິດແມ່ນໃຫ້ການສະໜັບສະໜຸນ ຕໍ່ຂໍ້ຕົກລົງນິວເຄລຍ ກັບອີຣ່ານ ໃນປີ 2015 ແຕ່ວໍຊິງຕັນ ໄດ້ຖອນໂຕອອກ. ອັງກິດແມ່ນຕ້ອງການດ່ວນທີ່ສຸດ ທີ່ຈະເຮັດຂໍ້ຕົກລົງການຄ້າກັບສະຫະລັດ ລຸນຫຼັງຖອນໂຕອອກຈາກອີຢູແລ້ວ. ມັນຈະມີຄວາມເສຍຫາຍຫຼືບໍ່ໃນການເປັນພັນທະມິດກັບວໍຊິງຕັນກ່ຽວກັບເລື້ອງອີຣ່ານ?
ທ່ານນາງເອຣິກາ ໂມເຣ ກ່າວວ່າ “ນັ້ນແມ່ນການສ່ຽງໃຫຍ່ແລະມັນກໍເປັນເລື້ອງທີ່ສຳຄັນອັນນຶ່ງ ທີ່ຈະຢູ່ແຖວໜ້າ ໃນຈິດໃຈຂອງພວກກຳນົດນະໂຍບາຍ ໃນເວລານີ້.”
ອັງກິດແມ່ນຮວມຢູ່ໃນບັນດາປະເທດອີຢູ ທີ່ໃຫ້ການສະໜັບສະໜຸນຕໍ່ການລົງໂທດ ໜ່ວຍສືບລັບອີຣ່ານ ໃນສັບປະດາແລ້ວນີ້ ໂດຍກ່າວຫາເຕຫະຣ່ານວ່າວາງແຜນໂຈມຕີແລະລອບສັງຫານໃນຢູໂຣບ.
ທັງບຣັສເຊີລສ໌ແລະລອນດອນ ຕ່າງກໍຢືນຢັດວ່າ ຕົນຈະສືບຕໍ່ເຮັດວຽກຮ່ວມກັນເພື່ອຮັບມືກັບໄພຂົ່ມຂູ່ ໂດຍຜ່ານເຄື່ອງມື ໃນດ້ານນະໂຍບາຍຕ່າງໆ ຮວມທັງການລົງໂທດນຳດ້ວຍ.