ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອັງກິດ ເຕືອນພົນລະເມືອງຂອງຕົນ ກ່ຽວກັບ ໄພຂົ່ມຂູ່ທີ່ອາດຈະຖືກຈັບ ແລະສົ່ງຕົວກັບໄປຮົງກົງໄດ້


ນັກເຄື່ອນໄຫວສະໜັບສະໜຸນປະຊາທິປະໄຕຍົກທຸງອັງກິດຂຶ້ນ ໃນຂະນະທີ່ພວກນັກເຄື່ອນໄຫວເພື່ອປະຊາທິປະໄຕ ທີ່ຖືກກ່າວຫາວ່າ ບ່ອນທໍາລາຍລັດຖະບານໄດ້ໄປເຖິງສານທີ່ຮົງກົງ, ວັນທີ 23 ກັນຍາ, 2021
ນັກເຄື່ອນໄຫວສະໜັບສະໜຸນປະຊາທິປະໄຕຍົກທຸງອັງກິດຂຶ້ນ ໃນຂະນະທີ່ພວກນັກເຄື່ອນໄຫວເພື່ອປະຊາທິປະໄຕ ທີ່ຖືກກ່າວຫາວ່າ ບ່ອນທໍາລາຍລັດຖະບານໄດ້ໄປເຖິງສານທີ່ຮົງກົງ, ວັນທີ 23 ກັນຍາ, 2021

ມີຄວາມເປັນຫ່ວງເພີ່ມຂຶ້ນກ່ຽວກັບຄວາມສາມາດໄປເຖິງຂອງກົດໝາຍຄວາມໝັ້ນຄົງແຫ່ງຊາດ ທີ່ຈີນໄດ້ປະຕິບັດຕໍ່ຮົງກົງຂະນະທີ່ອັງກິດໄດ້ເຕືອນພົນລະເມືອງຂອງຕົນຫຼາຍຄົນວ່າເຂົາເຈົ້າອາດຈະປະເຊີນກັບການຖືກຈັບ ແລະສົ່ງຕົວກັບໄປຫາອະດີດອານານິຄົມຂອງອັງກິດແຫ່ງນັ້ນ.

ຈີນໄດ້ຜ່ານກົດໝາຍວ່າດ້ວຍຄວາມໝັ້ນຄົງແຫ່ງຊາດໃນເດືອນມິຖຸນາ 2020 ເພື່ອຮັບມືກັບການປະທ້ວງຕໍ່ຕ້ານລັດຖະບານເປັນເວລາຫຼາຍເດືອນ ຢູ່ໃນຮົງກົງ. ປັກກິ່ງອ້າງວ່ າກົດໝາຍດັ່ງກ່າວມີຄວາມຈໍາເປັນ ເພື່ອຟື້ນຟູຄວາມເປັນລະບຽບຮຽບຮ້ອຍ ໃນດິນແດນດັ່ງກ່າວ ແລະໃນຄໍາເວົ້າຂອງປະເທດນັ້ນເອງວ່າ ເພື່ອ “ປົກປ້ອງສິດທິຂອງປະຊາຊົນ.” ພວກຕໍາໜິເລື້ອງນີ້ເວົ້າວ່າ ກົດໝາຍດັ່ງກ່າວໄດ້ຕັດເສລີພາບປະຊາທິປະໄຕຂັ້ນພື້ນຖານ ແລະມີຈຸດປະສົງແນໃສ່ປາບປາມການຄັດຄ້ານທາງການເມືອງ. ປະຊາຊົນຫຼາຍກວ່າ 140 ຄົນໄດ້ຖືກຈັບພາຍໃຕ້ກົດໝາຍນີ້ ນັບຕັ້ງແຕ່ໄດ້ມີການນຳສະເໜີເປັນຕົ້ນມາ, ລວມທັງສະມາຊິກສະພານິຕິບັນຍັດຂອງຝ່າຍຄ້ານ, ນັກເຄື່ອນໄຫວ, ນັກຂ່າວ ແລະຜູ້ບໍລິຫານອົງການສື່ມວນຊົນ.

ໃນຈຳນວນຜູ້ທີ່ຖືກຈັບ ແມ່ນນັກເຄື່ອນໄຫວຝ່າຍຄ້ານ, ທ່ານແອນດີ ລີ (Andy Li) ຜູ້ທີ່ຖືກກ່າວຫາວ່າ ມີການສົມຮູ້ຮ່ວມຄິດກັບຕ່າງປະເທດໃນປີ 2020 ຫຼັງຈາກຖືກກ່າວຫາວ່າຊັກຊວນໃຫ້ລັດຖະບານຕ່າງປະເທດວາງມາດຕະການລົງໂທດ ຕໍ່ຮົງກົງແລະຈີນ.

ພົນລະເມືອງອັງກິດຫຼາຍຄົນໄດ້ມີຊື່ຢູ່ໃນເອກະສານຂອງສານທີ່ກ່ຽວຂ້ອງກັບຄະດີຂອງທ່ານລີ. ໃນຕົ້ນເດືອນນີ້, ລັດຖະບານອັງກິດໄດ້ຕິດຕໍ່ຫາເຂົາເຈົ້າເພື່ອເຕືອນວ່າເຂົາເຈົ້າອາດຈະປະເຊີນກັບການຖືກຈັບ ແລະສົ່ງຕົວໄປຍັງຮົງກົງຖ້າເຂົາເຈົ້າເດີນທາງໄປປະເທດໃດ ທີ່ມີຂໍ້ຕົກລົງດ້ານສົ່ງຜູ້ຮ້າຍຂ້າມແດນກັບດິນແດນຂອງຈີນແຫ່ງນັ້ນ.

ພົນລະເມືອງອັງກິດທີ່ເກີດຢູ່ໃນສະຫະລັດ, ທ່ານບີລ ບຣາວເດີ (Bill Browder) ແມ່ນນອນຢູ່ໃນຈໍານວນຄົນທີ່ມີຢ່າງໜ້ອຍຫ້າຄົນ ທີ່ຖືກຕິດຕໍ່ຫາໂດຍຫ້ອງການ ການຕ່າງປະເທດອັງກິດ. ທ່ານໄດ້ປະສົບຜົນສຳເລັດໃນການລະດົມເອົາສະໜັບສະໜຸນຢູ່ໃນຫຼາຍປະເທດ ສຳລັບການລົງໂທດແມັກນິສກີ (Magnitsky) ຕໍ່ພວກລະເມີດສິດທິມະນຸດ ຊຶ່ງການລົງໂທດນີ້ ໄດ້ຖືກຕັ້ງຊື່ຕາມທະນາຍຄວາມຂອງທ່ານ, ຄືທ່ານ ເຊີເກ ແມັກນິສກີ (Sergei Magnitsky), ຜູ້ທີ່ໄດ້ເສຍຊີວິດໄປ ຢູ່ໃນຄຸກຂອງຣັດເຊຍໃນປີ 2009.

ທ່ານບຣາວເດີ ບອກກັບວີໂອເອໃນວັນຈັນວານນີ້ວ່າ ການມີສ່ວນກ່ຽວຂ້ອງຂອງທ່ານແມ່ນເກີດມາຈາກການຊັກຊວນໃຫ້ສະໜັບສະໜຸນທີ່ວ່ານັ້ນ. ທ່ານບອກວ່າ "ເວົ້າສະເພາະແລ້ວ, ຊື່ຂອງຂ້າພະເຈົ້າໄດ້ຖືກເອີ່ຍເຖິງ ຍ້ອນວ່າ ຂ້າພະເຈົ້າສົນທະນາກັບຫລາຍໆຄົນກ່ຽວກັບມາດຕະການລົງໂທດແມັກນິສກີ (Magnitsky) ຕໍ່ເຈົ້າໜ້າທີ່ຮົງກົງ ທີ່ມີສ່ວນກ່ຽວພັນໃນການປາບປາມປະຊາທິ ປະໄຕ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG