ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນາຍົກ ອັງກິດ ທ່ານນາງ ເທຣີຊາ ເມ ລອດພົ້ນ ການລົງມະຕິ ບໍ່ໄວ້ວາງໃຈ ໃນລັດຖະສະພາ


ນາຍົກລັດຖະມົນຕີ ອັງກິດ ທ່ານນາງ ເທຣີຊາ ເມ ກ່າວຖະແຫລງ ຫຼັງຈາກໄດ້ຮັບໄຊຊະນະ ໃນການລົງມະຕິ ບໍ່ໄວ້ວາງໃຈ ພາຍຫຼັງ ສະພາ ໄດ້ຄັດຄ້ານ ຂໍ້ຕົກລົງ Brexit ຂອງທ່ານນາງ, ໃນນະຄອນຫຼວງ ລອນດອນ, ວັນທີ 16 ມັງກອນ 2019.
ນາຍົກລັດຖະມົນຕີ ອັງກິດ ທ່ານນາງ ເທຣີຊາ ເມ ກ່າວຖະແຫລງ ຫຼັງຈາກໄດ້ຮັບໄຊຊະນະ ໃນການລົງມະຕິ ບໍ່ໄວ້ວາງໃຈ ພາຍຫຼັງ ສະພາ ໄດ້ຄັດຄ້ານ ຂໍ້ຕົກລົງ Brexit ຂອງທ່ານນາງ, ໃນນະຄອນຫຼວງ ລອນດອນ, ວັນທີ 16 ມັງກອນ 2019.

ນາຍົກລັດຖະມົນຕີ ອັງກິດ ທ່ານນາງ ເທຣີຊາ ເມ ໄດ້ລອດ​ພົ້ນຈາກການລົງ ມະຕິບໍ່ໄວ້
ວາງໃຈ ໃນລັດຖະສະພາ ເມື່ອວັນພຸດວານນີ້ ນຶ່ງວັນຫຼັງຈາກບັນດາ ສະມາຊິກສະພາ
ໄດ້ລົງຄະແນນສຽງຢ່າງຖ້ວມລົ້ນ ຄັດຄ້ານແຜນການຂອງທ່ານນາງ ທີ່ຈະແຍກອັງກິດ
ອອກຈາກສະຫະພາບຢູໂຣບ.

ການລອດພົ້ນມາໄດ້ນັ້ນ ເຮັດໃຫ້ນາຍົກລັດຖະມົນຕີ ເມ ສາມາດຫັນຈຸດເພັ່ງເລັງໃສ່
ເລື້ອງການນຳເອົາຂໍ້ຕົກຂອງ Brexit ຂຶ້ນມາຜ່ານສະພາຄືນໃໝ່. ທ່ານນາງ ຍັງມີເວລາ
ຈົນເຖິງວັນຈັນ ເພື່ອຈະນຳເອົາຂໍ້ສະເໜີໃໝ່ ໃຫ້ສະພາຕ່ຳ ພິຈາລະນາ ແຕ່ກໍຍັງບໍ່
ຈະແຈ້ງວ່າ ແມ່ນຫຍັງຄືສິ່ງທີ່ທ່ານນາງ ຈະນຳສະເໜີ.

ບໍ່ດົນຫຼັງຈາກໄດ້ມີການລົງຄະແນນສຽງ 325 ຕໍ່ 306 ສຽງ ຊຶ່ງອະນຸຍາດໃຫ້ ທ່ານນາງ
ເມ ດຳລົງຕຳແໜ່ງຕໍ່​ໄປ​ນັ້ນ ທ່ານນາງ​ໄດ້ເຊື້ອເຊີນບັນດາຜູ້ນຳພັກ ເພື່ອມາເຈລະຈາ
ເລື້ອງ Brexit ໃນຕອນແລງ ວັນພຸດວານນີ້.

ທ່ານນາງ ເມ ໄດ້ກ່າວກ່ອນການລົງຄະແນນ ​ໃນ​ວັນ​ພຸດ​ວານນີ້ວ່າ ອັງກິດຈະຖອນໂຕ
ອອກຈາກສະຫະພາບຢູໂຣບ ຫຼືເອີ້ນຫຍໍ້ວ່າ ອີຢູ ໃນວັນທີ 29 ເດືອນ ມີນາ ຊຶ່ງເປັນວັນ
ເປົ້າໝາຍ ແລະ ວ່າ ກຸ່ມດັ່ງ​ກ່າວນີ້ ພຽງແຕ່ຈະພິຈາລະນາ ເລື່ອນໄລຍະການເຈລະຈາ
ຕໍ່ລອງ ອອກໄປເທົ່ານັ້ນ ຖ້າຫາກວ່າ ມີແຜນການຖອນໂຕອອກ ທີ່ເປັນຮູບປະທຳ.

ບັນດາທີ່ປຶກສາຂອງນາຍົກ ລັດຖະມົນຕີ ໄດ້ກ່າວວ່າ ທ່ານນາງ ຈະພະຍາຍາມ ຖ່ວງ
ເວລາໄວ້ ແລະກັບຄືນໄປຍັງບຣັສເຊີລສ໌ ເພື່ອທີ່ຈະຊັກຊວນໃຫ້ບັນດາຜູ້ນຳຂອງອີຢູ
ມາເຈລະຈາກັນຄືນໃໝ່.

ບັນດາຜູ້ນຳສະຫະພາບຢູໂຣບ ໄດ້ປະຕິເສດຊ້ຳແລ້ວຊ້ຳອີກ ຕໍ່ຄວາມເປັນໄປໄດ້ ໃນ
ການເຈລະຈາຄືນໃໝ່ ຕັ້ງແຕ່ຂໍ້ຕົກລົງໄດ້ສຳເລັດເສັດສິ້ນໄປແລ້ວ ໃນເດືອນພະຈິກ
ປີກາຍນີ້ ແຕ່ບັນດາເຈົ້າໜ້າທີ່ອັງກິດ ຫວັງວ່າ ບຣັສເຊີຣສ໌ ມາບັດນີ້ ອາດຈະສະເໜີ
ເງື່ອນໄຂທີ່ພຽງພໍ ເພື່ອຈະໄດ້ຮັບການຄ້ຳປະກັນ ທີ່ສະໜັບສະໜຸນ ໂດຍສະພາ ໃນການລົງຄະແນນສຽງ ແບບດຽວກັນອີກຄັ້ງນຶ່ງ ກ່ຽວກັບຂໍ້ຕົກລົງ ທີ່ໄດ້ຮັບການ
ດັດແກ້.

ນັກເຈລະຈາໃນເລື້ອງ Brexit ຂອງອີຢູ ທ່ານ ມິແຊລ ບາຣນີແອຣ ໄດ້ກ່າວ ໃນວັນພຸດ
ວານນີ້ວ່າ ຫຼັງຈາກສະພາຂອງອັງກິດ ໄດ້ປະຕິເສດຕໍ່ຮ່າງຂໍ້ຕົກລົງ ທີ່ລະບຸລາຍລະອຽດ
ຕ່າງໆ ຂອງການແຍກໂຕ ອອກຈາກສະຫະພາບຢູໂຣບ ແລ້ວ ກໍມີຄວາມສ່ຽງຫຼາຍ​ຂຶ້ນ
ກວ່າ​ເກົ່າ ໃນ​ການ​ກ້າວ​ໄປ​ເຖິງເສັ້ນຕາຍ ໂດຍປາດສະຈາກຂໍ້ຕົກລົງໃດໆເລີຍ.

ການລົງຄະແນນສຽງຄັດຄ້ານຂໍ້ຕົກລົງ Brexit ນັ້ນ ເປັນການຕ່າວປີ້ນທີ່ໃຫຍ່ທີ່ສຸດ
ທີ່ບໍ່ເຄີຍມີມາ ຊຶ່ງສະພາ ໄດ້ມອບໃຫ້ແກ່ລັດຖະບານທີ່ປົກຄອງປະ​ເທດ ໃນປັດຈຸບັນ
ໂດຍທີ່ບັນດາສະມາຊິກສະພາ ຊຶ່ງ​ຮວມ​ທັງ ກຸ່ມທີ່ແຍກ​ໂຕຈາກພັກ ອະນຸລັກນິຍົມ ​
ທີ່​ເປັນ​ພັກ​ລັດ​ຖະ​ບານ ຫຼາຍກວ່າ 100 ຄົນ ຜູ້ທີ່ໄດ້ປະຕິເສດ ທີ່ຈະຮັບຮອງເອົາຂໍ້ຕົກລົງ
Brexit ທີ່ຍັງຕ້ອງໄດ້ຖົກຖຽງກັນຢ່າງຫຼວງຫຼາຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG