ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໘ ເມສາ ໒໐໒໔

​ອັງ​ກິດ ​ຊຸກ​ຍູ້​ການ​ແກ້​ໄຂ​ທາງ​ເທັກ​ໂນ​ໂລ​ຈີນ ຕໍ່​ບັນ​ຫາ​ຄວາມ​ອຶດ​ຫິວ​ຂອງ​ໂລກ ຂະ​ນະ​ທີ່​ພວກ​ຕ້ອງ​ຕິ ຖິ້ມ​ໂທດ​ໃສ່​ຄວາມ​ບໍ່​ສະ​ເໝີ​ພາບ


Britain Pushes Tech Solutions to Global Hunger; Critics Blame Inequality
please wait

No media source currently available

0:00 0:02:50 0:00

ອັງ​ກິດ​ຊຸກ​ຍູ້​ການ​ແກ້​ໄຂ​ທາງ​ເທັກ​ໂນ​ໂລ​ຈີ​ຕໍ່​ຄວາມ​ອຶດ​ຫິວ​ຂອງ​ໂລກ ແຕ່​ພວກ​ຕ້ອງ​ຕິ​ຖິ້ມ​ໂທດ​ໃສ່​ຄວາມ​ບໍ່​ສະ​ເໝີ​ພາບ

ນະ​ວັດ​ຕະ​ກຳ​ກ່ຽວ​ກັບ​ການ​ຜະ​ລິດ​ອາ​ຫານ ອາດ​ສາ​ມາດ​ຊ່ວຍ​ບັນ​ເທົາ​ຄວາມ​ອຶດ​ຫິວ​ຂອງ​ຫຼາຍ​ລ້ານ​ຄົນ ອີງ​ຕາມອັງ​ກິດ ຊຶ່ງ​ເປັນ​ເຈົ້າ​ພາບ ​ຈັດ​ກອງ​ປະ​ຊຸມ​ໂລກ ວ່າ​ດ້ວຍ​ຄວາມ​ບໍ່​ໝັ້ນ​ຄົງ​ທາງ​ດ້ານ​ອາ​ຫານໃນ​ວັນ​ຈັນ​ວານນີ້ ແຕ່​ບັນ​ດາ​ຜູ້​ຕ້ອງ​ຕິ​ກ່າວ​ວ່າ ຈຸດ​ເພັ່ງ​ເລັງ​ໃນ​ດ້ານ​ເທັກ​ໂນ​ໂລ​ຈີ ​ບໍ່​ໄດ້​ເອົາ​ຫົວ​ຊ​າ ​ຕໍ່​ຄວາມ​ບໍ່​ສະ​ເໝີ​ພາບໃນດ້ານ​ຄວາມ​ຮັ່ງ​ມີ​ ທີ່​ນັບ​ມື້​ນັບ​ເພີ້​ມ​ທະ​ວີ​ຂຶ້ນ.

ກອງ​ປະ​ຊຸມ​ສຸດຍອດ​ນີ້ ແມ່ນ​ຂໍ້​ລິ​ເລີ້ມ​ຮ່ວມ​ລະ​ຫວ່າງ​ອັງ​ກິດ ໂຊ​ມາ​ເລຍ ສະ​ຫະ​ລັດ​ອາ​ຣັບ​ເອ​ເມີ​ເຣັ​ສ ມູນ​ນິ​ທິ​ກອງ​ທຶນ​ການ​ລົງ​ທຶນ​ສຳ​ລັບ​ເດັກ ແລະ ​ມູນ​ນິ​ທິ​ບິ​ລ​ ແລະ​ເມ​ລິນ​ດາ ເກດ​ສ໌ ທີ່​ແນ​ໃສ່​ເພື່ອ​ເພີ້ມ​ທະ​ວີ​ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ອາ​ຫານ ໂດຍ​ຜ່ານ​ວິ​ທະ​ສາດ ​ແລະ​ນະ​ວັດ​ຕະ​ກຳ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ທ່ານ​ຣີ​ຊີ ຊູ​ນາກ ກ່າວ​ຄຳ​ປາ​ໄສ ໃນ​ລະ​ຫວ່າງ​ພີ​ທີ​ເປີດກອງ​ປະ​ຊຸມ​ສຸດຍອດ​ຄວາມ​ໝັ້ນ​ຄົງ​ອາ​ຫານ​ໂລກ ທີ່​ແລນ​ແຄັ​ສ​ເຕີ​ເຮົ້າ ເມື່ອ​ວັນ​ທີ 20 ພະ​ຈິກ 2023.
ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ທ່ານ​ຣີ​ຊີ ຊູ​ນາກ ກ່າວ​ຄຳ​ປາ​ໄສ ໃນ​ລະ​ຫວ່າງ​ພີ​ທີ​ເປີດກອງ​ປະ​ຊຸມ​ສຸດຍອດ​ຄວາມ​ໝັ້ນ​ຄົງ​ອາ​ຫານ​ໂລກ ທີ່​ແລນ​ແຄັ​ສ​ເຕີ​ເຮົ້າ ເມື່ອ​ວັນ​ທີ 20 ພະ​ຈິກ 2023.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ທ່ານ​ຣີ​ຊີ ຊູ​ນາກ ກ່າວ​ວ່າ ການ​ເພັ່ງ​ເລັງ​ຄືນ​ໃໝ່​ແມ່ນ​ມີ​ຄວາມ​ຈຳ​ເປັນ​ເພື່ອ​ຈະ​ຫຼຸດ​ຜ່ອນ​ຄວາມ​ອຶດ​ຫິວ​ລົງ.

“ມັນ​ເປັນ​ສິ່ງ​ທີ່​ບໍ່​ຖືກ​ຕ້ອງ​ ຊຶ່ງທຸກມື້ນີ້ໃນ​ປີ 2023 ມີ​ເກືອບ​ນຶ່ງ​ລ້ານ​ຄົນ​ຢູ່​ໃນ​ທົ່ວ​ໂລກ ບໍ່​ມີ​ອາ​ຫານ​ພຽງ​ພໍ​ສຳ​ລັບ​ໄວ້​ກິນ ທີ່​ຫຼາຍລ້ານ​ຄົນ​ກຳ​ລັງ​ປະ​ເຊີນ​ກັບ​ຄວາມ​ອຶດ​ຫິວ​ແລະ​ຄວາມ​ອຶດ​ຢາກ ແລະ​ເດັກ​ນ້ອຍ 45 ລ້ານ​ຄົນ ອາ​ຍຸ​ຕ່ຳ​ກວ່າ 5 ປີ ພວມ​ຂາດ​ສານ​ອາ​ຫານ. ຢູ່​ໃນ​ໂລກ​ທີ່​ອຸ​ດົມ​ສົມ​ບູນນີ້ ບໍ່​ຄວນ​ມີ​ຜູ້​ໃດ​ ຕາຍ​ຍ້ອນ​ຂາດ​ອາ​ຫານ ແລະ​ບໍ່​ມີ​ພໍ່​ແມ່​ຄົນ​ໃດ​ເບິ່ງ​ລູກ​ເຂົາ​ເຈົ້າ​ອຶດ​ຢາກ” ທ່ານ​ຊູ​ນາກ​ກ່າວ​ ຕໍ່​ຄະ​ນະ​ຜູ້​ແທນ​ທີ່​ນະ​ຄອນ​ຫຼວງ​ລອນດອນ.

ທ່ານ​ໄດ້​ກ່າວ​ເຖິງ ​ແຜນ​ການ​ຂອງ​ອັງ​ກິດ ທີ່​ເປັນ​ເຈົ້າ​ພາບ ‘ສູນ​ກາງ​ອອນ​ລາຍ’ ເພື່ອ​ນະ​ວັດ​ຕະ​ກຳແລະ​ການ​ຜະ​ລິດ​ອາ​ຫ​ການ ຊຶ່ງ​ຮູ້​ກັນ​ໃນ​ຊື່​ຫຍໍ້ ​ເປັນ​ພາ​ສາ​ອັງ

​ກິດ​ວ່າ CGIAR ຫຼື​ກຸ່ມ​ທີ່​ປຶກ​ສາ​ໃນ​ການ​ຄົ້ນ​ຄວ້າ​ດ້ານ​ກະ​ສິ​ກຳ​ລະ​ຫວ່າງ​ປະ​ເທດ ທີ່​ແນ​ໃສ່​ເພື່ອ​ເຮັດ​ໃຫ້​ລະ​ບົບ​ອາ​ຫານ​ຂອງ​ໂລກ ປັບ​ໂຕ​ໄດ້​ຫຼາຍ​ຂຶ້ນ ຕໍ່​ຄວາມ​ຕື່ນ​ຕົກ​ໃຈ​ໃນ​ອະ​ນາ​ຄົດ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG