ອັງກິດ ໄດ້ເຮັດໃຫ້ເຫັນເປັນທີ່ແຈ້ງຂາວ ເຖິງຄວາມປາດຖະໜາຂອງຕົນ ທີ່ຢາກຈະ
ເປັນພາກສ່ວນນຶ່ງ ຂອງອັນທີ່ເອີ້ນວ່າ ການລິເລີ່ມໂຄງການນຶ່ງແລວທາງ ນຶ່ງເສັ້ນທາງ
(One Belt On Road) ຊຶ່ງເປັນເສົາຄໍ້າຂອງວິໄສທັດຂອງປະທານາທິບໍດີ ສີ ຈິນພິງ
ເພື່ອສົ່ງເສີມການລົງທຶນຂອງຈີນແລະອິດທິພົນຂ້າມເຂດເອເຊຍ ຢູໂຣບ ແລະອາຟຣິກາ.
ເຖິງຢ່າງນັ້ນກໍຕາມ ມັນກໍຍັງມີຄວາມເປັນຫ່ວງຢູ່ ທາງດ້ານການເງິນແລະເລື່ອງມະນຸດ
ສະທຳ ທີ່ຈະຖືກກະທົບ ຈາກການລົງທຶນຢ່າງມະຫາສານໃສ່ໂຄງລ່າງພື້ນຖານທີ່ໃຫຽ່ໂຕ ທີ່ກຳລັງດຳເນີນໄປຢູ່. ດັ່ງທີ່ ນັກຂ່າວຂອງວີໂອເອ ແຮນຣີ ຣິຈແວລ ມີລາຍງານນັ້ນ
ກໍແມ່ນວ່າ ສະຫະລັດ ໄດ້ອອກຄຳເຕືອນຢ່າງກົງໄປກົງມາ ຕາມທີ່ຕົນເຫັນວ່າ ເປັນ
ໄພອັນຕະລາຍ ໃນການພົວພັນກັບໂຄງການລົງທຶນຢ່າງມະຫາສານຂອງຈີນນີ້
ຊຶ່ງວັນນະສອນ ຈະນຳລາຍອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ນາຍົກລັດຖະມົນຕີອັງກິດ ທ່ານນາງເທຣີຊາ ເມ ໄດ້ນຳພາຄະນະລັດຖະມົນຕີ ແລະພວກນັກທຸລະກິດ ໄປຍັງປະເທດຈີນ ໃນສັບປະດາທີ່ຜ່ານມານີ້ ເພື່ອລົງນາມໃນຂໍ້ຕົກລົງໃນ
ມູນຄ່າ 12 ພັນ 7 ຮ້ອຍ ລ້ານໂດລາ ຕ້ອນຮັບຊ່ວງທີ່ຖືວ່າເປັນຍຸກຄຳ ຂອງສາຍພົວພັນ
ຊີໂນ-ອັງກິດ.
ກ່ອນໜ້ານັ້ນ ເອກອັກຄະລັດຖະທູດຂອງທ່ານນາງ ໄດ້ຮ່າງແນວທາງໄວ້ວ່າ ເຖິງຄວາມ
ຫວັງຂອງອັງກິດ ໃນການຮ່ວມມືໃນການລິເລີ່ມໂຄງການນຶ່ງແລວທາງ ນຶ່ງເສັ້ນທາງ
(One Belt On Road) ຂອງຈີນ.
ເອກອັກຄະລັດຖະທູດອັງກິດປະຈຳປະເທດຈີນ ທ່ານນາງ ບາຣ໌ບາຣາ ວູດວາຣ໌ດ
ກ່າວວ່າ “ສິ່ງທຳອິດນັ້ນແມ່ນວ່າ ພວກເຮົາຢາກຈະປະສານງານເຂົ້າໃນໂຄງການ
ພວກນີ້ຢ່າງເປັນຮູບປະທຳ. ອັນທີສອງມາ ໃນການຮ່ວມງານກັນນີ້ ກໍແມ່ນ ການນຳ
ເອົາປະສົບການທາງການເງິນຂອງບ້ານເມືອງເຮົາ ຈາກລອນດອນ ມາສູ່ຈີນ.
ເພາະວ່າ ໂຄງການທັງຫຼາຍພວກນີ້ ແມ່ນຍິ່ງໃຫຍ່ ໂດຍສະເພາະເລື່ອງໂຄງລ່າງ
ພື້ນຖານ. ໂຄງການດັ່ງກ່າວຕ້ອງການກອງທຶນທີ່ເປັນກົນໄກແບບສະຫລັບສັບຊ້ອນ.”
ອີງຕາມບາງຄົນແລ້ວແມ່ນວ່າ ມັນສະຫລັບສັບຊ້ອນເກີນໄປ ມັນຖີບໂຕສູງຂຶ້ນຈົນກາຍ
ໄລຍະທາງລະຫວ່າງນະຄອນຫຼວງຂອງອູການດາ ໄປຫາສະໜາມບິນ, ໂຄງການທາງ
ດ່ວນໃໝ່ດັ່ງກ່າວຍາວ 51 ກິໂລແມັດ ມີກຳນົດຈະແລ້ວເສັດໃນເດືອນພຶດສະພານີ້.
ທາງດ່ວນ ດັ່ງກ່າວ ໄດ້ສ້າງຂຶ້ນໂດຍບໍລິສັດຄົມມະນາຄົມກໍ່ສ້າງ ຫຼື China Commu-
nications Construction Company ຂອງຈີນ ມູນຄ່າ 580 ລ້ານໂດລາ ດ້ວຍເງິນ
ກູ້ຢືມຈາກປັກກິ່ງ. ເຈົ້າຄອງກຳແພງນະຄອນກຳປາລາ ກ່າວວ່າ ມັນແພງໂພດ.
ທ່ານ ອີຣີອາສ ລຸກວາໂກ (Erias Lukago) ເຈົ້າຄອງກຳແພງເມືອງຄຳປາລາ ກ່າວວ່າ
“ແມ່ນແຕ່ ຄົນຈີນພວກນີ້ທີ່ມາທີ່ມາຈາກ ... ແມ່ນແຕ່ພວກທະນາຄານພານິດທັງຫຼາຍ
ເຫຼົ່ານີ້ ທີ່ພວກເຮົາ ຢືມເງິນນຳ ຄືທະນາຄານຂາອອກ-ຂາເຂົ້າ ຫຼື (Export-Import)
ແລະແມ່ນຫຍັງກໍຕາມ, ໃນທີ່ສຸດ ພາລະແບກຫາບ ກໍຈະຕົກເປັນຂອງພວກເຮົາ
ຊາວອູການດາ, ພວກລູກຫຼານຂອງພວກເຮົາ ຈະໄດ້ແບກຫາບ ຊຶ່ງນັ້ນແມ່ນເປັນ
ໂຊກຮ້າຍແທ້ໆ.”
ເຊີນຊົມ: ລາຍງານກ່ຽວກັບການລົງທຶນຂອງອັງກິດ ເຂົ້າໃນໂຄງການນຶ່ງແລວທາງ ນຶ່ງເສັ້ນທາງ ແຕ່ສະຫະລັດ ເຕືອນເຖິງຄວາມເປັນຫ່ວງເປັນໃຍ ກ່ຽວກັບເລື່ອງນີ້
ຈີນ ໄດ້ລົງທຶນ ໃນທົ່ວອາຟຣິກາ ເອເຊຍ ແລະພາກຕາເວັນອອກກາງ ພາຍໃຕ້ອັນທີ່
ເອີ້ນວ່າ ໂຄງການນຶ່ງແລວທາງ ນຶ່ງເສັ້ນທາງ (One Belt On Road) ແລະແມ່ນແຕ່
ພາກຕາເວັນອອກຂອງຢູໂຣບນຳ. ອັງກິດ ຄວນຈະພິຈາລະນາຢ່າງລະມັດລະວັງ
ໃນເລື່ອງນີ້ຊຶ່ງທ່ານ ບາຣ໌ນາບີ ວິລລິຕສ-ຄິງ (Barnaby Willitts-King) ຈາກສະຖາບັນ
ການພັດທະນາຕ່າງປະເທດ ໄດ້ກ່າວໄວ້.
ທ່ານ ບາຣ໌ນາບີ ວິລລິຕສ-ຄິງ ກ່າວວ່າ “ໂດຍສະເພາະໃນເຂດທີ່ບອບບາງຂອງໂລກ
ບ່ອນທີ່ໂຄງການນຶ່ງແລວທາງ ນຶ່ງເສັ້ນທາງ (One Belt On Road) ທີ່ກຳລັງຈະແລ່ນ
ຜ່ານ, ມັນຈະມີຄວາມສ່ຽງບົ່ມຊ້ອນຢ່າງໃຫຽ່ຫຼວງທີ່ກ່ຽວຂ້ອງກັບຄວາມເປັນຫ່ວງເປັນ
ໃຍທາງດ້ານມະນຸດສະທຳ ແລະດ້ານສະພາບແວດລ້ອມ, ທີ່ຂ້າພະເຈົ້າຄິດວ່າ ການເພັ່ງ
ເລັງໃສ່ພຽງແຕ່ຂໍ້ຕົກລົງທາງການຄ້ານັ້ນ ອາດຈະມອງຂ້າມໄປ. ແຕ່ ກໍມີແນວດີຢູ່. ອັງກິດ
ໄດ້ເຮັດວຽກແລະລົງທຶນມາຫຼາຍແລ້ວ ໃສ່ປະເທດພວກນີ້. ແລະອັງກິດຈຶ່ງຈະສາມາດ
ໃຫ້ຄວາມຄິດຄວາມເຫັນທີ່ນຳໄປປະຕິບັດໄດ້ແທ້ ຕໍ່ຈີນ.”
ສ່ວນສະຫະລັດ ແມ່ນໄດ້ຕິຕຽນໄປຫຼາຍກວ່ານັ້ນ ໃນດ້ານການຄ້າ ແລະນະໂຍບາຍ
ການຕ່າງປະເທດ ຂອງຈີນ. ລັດຖະມົນຕີີການຕ່າງປະເທດຂອງສະຫະລັດ ທ່ານ ເຣັກສ
ທິລລິສັນ ໄດ້ໃຫ້ຄຳເຕືອນ ກ່ອນໜ້າການເດີນທາງໄປຢ້ຽມຢາມອາເມຣິກັນ ລາຕິນ
ໃນວັນພະຫັດແລ້ວນີ້.
ທ່ານ ເຣັກສ ທິລລິສັນ ກ່າວວ່າ “ຈີນ ດັ່ງທີ່ເຄີຍເຮັດມາ ຢູ່ໃນຕະຫຼາດທີ່ພວມໂພ່ໂຕຂຶ້ນ
ຢູ່ໃນທົ່ວໂລກ ໄດ້ສະເໜີໃຫ້ເຫັນເຖິງເສັ້ນທາງທີ່ກຳລັງເປັນທີ່ໜ້າຈັບຈິດຈັບໃຈເພື່ອ
ການພັດທະນາສ້າງສາ. ແຕ່ ໃນຄວາມເປັນຈິງແລ້ວ ມັນມັກຈະມີຜົນດີ ທາງດ້ານ
ການຄ້າໃນໄລຍະສັ້ນ ແຕ່ສຳລັບໃນໄລຍະຍາວ ມັນຈະເປັນການກາງຕໍ່ເພິ່ງອີງ.”
ໃນບັນດາເສດຖະກິດທີ່ກຳລັງໂພ່ໂຕຂຶ້ນມາທັງຫຼາຍ ຈະຍິນດີຕ້ອນຮັບການລົງທຶນ
ຂອງຈີນແລະການພົວພັນເຂົ້າ ຂອງປະເທດຕ່າງໆ ເຊັ່ນ ອັງກິດນັ້ນ ແຕ່ວ່າ ກໍມີຄວາມ
ເປັນຫ່ວງເຣື່ອງໜີ້ສິນທີ່ເພີ່ມປະວີຄູນ ນັ້ນ ຊຶ່ງຈະກາຍເປັນບັນຫາໜັກ ໃນອະນາຄົດ
ຂ້າງໜ້າ.