ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ະ​ພາ​ຂອງ​ອັງ​ກິດ​ ​ລົງ​ຄະ​ແນນ​ສຽງ ຕໍ່​ຂໍ້​ຕົກ​ລົງ ກ່ຽວ​ກັບ​ການ​ຖອນ​ໂຕ ອອກ​ຈາກ ​ສະ​ຫະ​ພາບ​ຢູ​ໂຣບ


ພວກຄັດ​ຄ້ານ​ຕໍ່ການ​ຖອນ​ໂຕຂອງ​ອັງ​ກິດ​ອອກ​ຈາກອີ​ຢູ ຫລື Brexit ຍົກ​ທຸງ​ຂອງ​ອີ​ຢູ​ຂຶ້ນ​ໃນ​ຂະ​ນະ​ທີ່​ພາ​ກັນເດີນ​ຂະ​ບວນ ຢູ່ນອກຕຶກ​ຂອງ​ສະ​ພາອັງ​ກິດ​ໃນ​ວັນ​ທີ 14 ມັງ​ກອນ, 2019
ພວກຄັດ​ຄ້ານ​ຕໍ່ການ​ຖອນ​ໂຕຂອງ​ອັງ​ກິດ​ອອກ​ຈາກອີ​ຢູ ຫລື Brexit ຍົກ​ທຸງ​ຂອງ​ອີ​ຢູ​ຂຶ້ນ​ໃນ​ຂະ​ນະ​ທີ່​ພາ​ກັນເດີນ​ຂະ​ບວນ ຢູ່ນອກຕຶກ​ຂອງ​ສະ​ພາອັງ​ກິດ​ໃນ​ວັນ​ທີ 14 ມັງ​ກອນ, 2019

ສ​ະ​ພາ​ຂອງ​ອັງ​ກິດ​ໄດ້​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ອັງ​ຄານມື້ນີ້ ຕໍ່​ຂໍ້​ຕົກ​ລົງ ກ່ຽວ​ກັບ​ການ​ຖອນ​ໂຕທີ່​ລັດ​ຖະ​ບານ​ຂອງນາ​ຍົກ​ລັດ​ຖະ​ມົນ​ຕີ ເທ​ຣີ​ຊາ ເມ ໄດ້​ເຈ​ລະ​ຈາ​ກັບ​ສະ​ຫະ​ພາບ​ຢູ​ໂຣບນັ້ນ.

ທ່ານ​ນາງ ເມ ໄດ້​ຍົກ​ເລີກ​ການ​ລົງ​ຄະ​ແນນ​ສຽງ​ຄັ້ງ​ກ່ອນ​ໃນ​ເດືອນ​ທັນ​ວາ ຜ່ານ​ມາ ເມື່ອຮູ້​ຢ່າງ​ຈະ​ແຈ້ງວ່າ ທ່ານ​ນາງບໍ່​ໄດ້​ຮັບ​ສຽງ​ສະ​ໜັບ​ສະ​ໜຸນພຽງ​ພໍ ​ທີ່​ຈະ​
ຮັບ​ຜ່ານ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ ແລະ​ນັບ​ແຕ່​ນັ້ນ​ມາ ກໍປາ​ກົດ​ວ່າ ບໍ່​ມີ​ຫຍັງ​ປ່ຽນ​ແປງ​ຫລາຍ.

ພວກ​ສະ​ມາ​ຊິກ​ສະ​ພາ​ທັງຂອງ​ຝ່າຍສະ​ໜັບ​ສະ​ໜຸນ ແລະຄັດ​ຄ້ານ​ຕໍ່ການ​ຖອນ​ໂຕຂອງ​ອັງ​ກິດ​ອອກ​ຈາກອີ​ຢູ ຫລື Brexit ລ້ວນ​ແຕ່​ບໍ່​ເຫັນ​ພ້ອມກັບ​ເງື່ອນ​ໄຂ
​ຢູ່​ໃນ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ. ທ່ານ​ນາງ ເມ ໄດ້​ຫາ​ທາງ​ທີ່​ຈະ​ລວບ​ລວມ​ເອົາສຽງ​ສະ​ໜັບ​ສະ​ໜຸນ​ໃນ​ນາ​ທີ​ສຸດ​ທ້າຍ ​ໃນ​ວັນ​ຈັນ​ວານນີ້ ໂດຍ​ການ​ຂໍ​ໃຫ້ພວກ​ສະ​ມາ​ຊິກ​ສະ​ພາກວດ​ກາ​ເບິ່ງຂໍ້​ຕົກ​ລົງ​ດັ່ງ​ກ່າວ​ນັ້ນ​ຄືນ​ອີກ ໃນ​ຂະ​ນະ​ທີ່​ເຕືອນ​ໃຫ້​ພວກ​ເພິ່ນ​ຮູ້ເຖິງ​ຜົນ​ຕາມ​ມາ​ຂອງ​ມັນ ຖ້າ​ຫາກວ່າ ຂໍ້​ຕົກ​ລົງ​ດັ່ງ​ກ່າວບໍ່​ໄດ້​ຖືກຮັບຮອງ​ເອົາ.

ຈຸດ​ທີ່​ມີ​ການ​ຂັດ​ແຍ້ງ​ກັນ​ໃຫຍ່​ທີ່​ສຸດ ​ແມ່ນ​ການ​ຈັດ​ແຈງໃນ​ເລື້ອງ​ທີ່​ເຮັດ​ໃຫ້ມີຊາຍ​ແດນ​ລະ​ຫວ່າງ​ໄອ​ຣ໌​ແລນເໜືອ ກັບປະ​ເທດ​ໄອ​ຣ໌ແລນ ທີ່​ເປັນ​ສະ​ມາ​ຊິກ​ຂອງ​ອີ​ຢູນັ້ນ ​ເປີດໄວ້ ຊຶ່ງ​ຈະເຮັດ​ໃຫ້​ອັງ​ກິດມີ​ການຜູກ​ພັນ​ກັບ ນະ​ໂຍ​ບາຍ​ດ້ານ​ການ​ຄ້າ​ຂອງ​ອີ​ຢູໃນແບບ​ໃດແບບ​ນຶ່ງ ຈົນ​ກວ່າວ່າ ທັງ​ສອງ​ຝ່າຍ ຈະ​ສາ​ມາດ​ເຈ​ລະ​ຈາ​ຂໍ້​ຕົກ​ລົງ​ທາງການ​ຄ້າ​ສະ​ບັບ​ໃໝ່​ນຳ​ກັນໄດ້.

ພວກ​ຜູ້​ນຳ​ຂອງ​ອີ​ຢູ ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ການ​ຈັດ​ແຈງ ໃນ​ອັນ​ທີ່​ເອີ້ນ​ວ່າ "ຕິດ​ຕໍ່​ກັນ​ທາງ​ດ້ານ​ຫຼັງ" ຍັງຈະ​ມີ​ຂຶ້ນຢູ່ ​ຕາບ​ໃດ​ທີ່​ເຫັນ​ວ່າມີ​ຄວາມ​ຈຳ​ເປັນ.

ພວກ​ນັກ​ເຈ​ລະ​ຈາ​ຈາກ​ອັງ​ກິດ ແລະ​ສະ​ຫະ​ພາບ​ຢູ​ໂຣບ ເຫັນ​ດີ​ຕໍ່​ຂໍ້​ກຳ​ນົດ ຢູ່​ໃນ​ຂໍ້​ຕົກ​ລົງ​ເບ​ຣັກ​ຊິດ (Brexit) ໃນ​ເດືອນ​ພະ​ຈິກ​ຜ່ານ​ມາ ພາຍ​ຫລັງ​ທີ່​ມີ​ການ​ເຈ​ລະ​ຈາ​ກັນ​ຢ່າງ​ຫຍຸ້ງ​ຍາກ ແລະ​ຖ້​າ​ຫາກ​ສະ​ພາ​ຂອງ​ອັງ​ກິດ ລົງ​ຄະ​ແນນ​ສຽງ​ຄັດ​ຄ້ານ​ຕໍ່​ຂໍ້​ຕົກ​ລົງ​ດັ່ງ​ກ່າວແລ້ວ ມັນ​ກໍ​ຈະ​ເກີດ​ມີ​ຄວາມບໍ່​ແນ່ນອນ ​ຢ່າງ​ຫລວງ​ຫລາຍວ່າ ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ໃນ​ຂັ້ນ​ຕໍ່​ໄປ.

ທ່ານ​ນາງ ເມ ມີ​ເວ​ລາ​ຮອດ​ວັນ​ຈັນໜ້ານີ້​ເທົ່າ​ນັ້ນ ທີ່​ຈະ​ທຳ​ການ​ຍື່ນ ຂໍ້​ສະ​ເໜີ​ໃໝ່​ໄດ້. ພ້ອມ​ກັນນັ້ນ ກໍ​ມີ​ໂອ​ກາດ​ເປັນ​ໄປ​ໄດ້ທີ່​ວ່າອັງ​ກິດ ອາດຕ້ອງ​ຖອນ​ໂຕ​ອອກ​ໃນ​ວັນ​ທີ 29 ມີ​ນາ ​ທີ່​ຈະ​ມາ​ເຖິງນີ້ ໂດຍ​ບໍ່​ສາ​ມາດ​ບັນ​ລຸ​ການ​ຕົກ​ລົງ​ໃດໆ ທີ່​ສະ ​ເພາະ​ເຈາະ​ຈົງ​ກ່ຽວ​ກັບວ່າ ປະ​ເທດ​ດັ່ງ​ກ່າວ ຈະ​ມີ​ການ​ພົວ​ພັນ​ກັບ​ສະ​ຫະ​ພ​າບ​ຢູ​ໂຣບ​ແບບ​ໃດ ໃນເມື່ອວ່າຕົນ​ບໍ່​ໄດ້​ເປັນ​ສະ​ມາ​ຊິກ ​ຂອງ​ສະ​ຫະ​ພາບ​ນັ້ນ​ແລ້ວ.

ພວກ​ສະ​ມາ​ຊິກ​ສະ​ພາບາງ​ຄົນ ໄດ້​ສະ​ເໜີ​ການ​ລົງ​ປະ​ຊາ​ມະ​ຕິ​ຄັ້ງ​ທີ​ສອງ ທີ່​ຄື​ກັນ​ກັບ​ການ​ລົງ​ປະ​ຊາ​ມະ​ຕິ​ ໃນ​ປີ 2016 ທີ່​ຈັດ​ໃຫ້​ມີ​ເສັ້ນ​ທາງ​ແກ່​ອັງ​ກິດເພື່ອ​ຖອນ​ໂຕ​ອອກ​ຈາກອີ​ຢູ (EU). ສ່ວນພວກ​ສະ​ມາ​ຊິກ​ສະ​ພາ​ຄົນ​ອື່ນໆ ຜັດຢາກ​ໃຫ້​ສະ​ພາ​ເປັນ​ຜູ້​ເອົາ​ການຄວບ​ຄຸມ ​ຂັ້ນ​ຕອນ​ການ​ຖອນ​ໂຕ​ຂອງ​ອັງ​ກິດ​ ​ຈາກ​ທ່ານ​ນາງ ເມ ແລະ​ຄະ​ນະ​ລັດ​ຖະ​ບານ​ຂອງ​ທ່ານ​ນາງ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG