ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ບ​ຣາ​ຊິ​ລ ປ່ອນ​ບັດ​ເລືອ​ກຕັ້ງ ​ປະ​ທາ​ນາ​ທິ​ບໍ​ດີ ຄົນ​ໃໝ່


ປະ​ຊາ​ຊົນ ບ​ຣາ​ຊິ​ລ ຢືນ​ລຽນ​ແຖວ​ຢູ່ນອກ​ສະ​ຖານ​ທີ່​ເລືອກ​ຕັ້ງ
ເພື່ອ​ປ່ອນ​ບັດ​ຄະ​ແນນ​ສຽງ​ຂອງ​ເຂົາ​ເຈົ້າໃນ​ການ​ເລືອກ​ຕັ້ງ​ປະ
​ທາ​ນາ​ທິ​ບໍ​ດີ. ນະ​ຄອນຫຼວງ ຣີ​ໂອ ເດ ຈາ​ເນ​ໂຣ. 7 ຕຸ​ລາ, 2018.
ປະ​ຊາ​ຊົນ ບ​ຣາ​ຊິ​ລ ຢືນ​ລຽນ​ແຖວ​ຢູ່ນອກ​ສະ​ຖານ​ທີ່​ເລືອກ​ຕັ້ງ ເພື່ອ​ປ່ອນ​ບັດ​ຄະ​ແນນ​ສຽງ​ຂອງ​ເຂົາ​ເຈົ້າໃນ​ການ​ເລືອກ​ຕັ້ງ​ປະ ​ທາ​ນາ​ທິ​ບໍ​ດີ. ນະ​ຄອນຫຼວງ ຣີ​ໂອ ເດ ຈາ​ເນ​ໂຣ. 7 ຕຸ​ລາ, 2018.

ປະ​ຊາ​ຊົນ ບ​ຣາ​ຊິ​ລ ໄດ້​ພາ​ກັນ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ຂອງ​ເຂົາ​ເຈົ້າ ເພື່ອ​ເລືອກ​ເອົາ​ປະ
ທານາທິບໍດີຄົນໃໝ່ ໃນວັນອາທິດມື້ນີ້.

ການ​ເລືອກ​ຕັ້ງ​ໃນ​ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ໃຫຍ່​ທີ່​ສຸດ​ ໃນ​ເຂດ​ອາ​ເມ​ຣິ​ກາ​ລາ​ຕິນນັ້ນ ໄດ້​
ມີຂຶ້ນ ລຸນຫຼັງການເປີດເຜີຍ ກ່ຽວກັບ ຂ່າວນອງນັນເລື້ອງການສໍ້ລາດບັງຫຼວງຄັ້ງໃຫຍ່
ໃນປະເທດ ບຣາຊິລ, ເຊິ່ງແມ່ນນຶ່ງຂ່າວນອງນັນ ການສໍ້ລາດບັງຫຼວງ ທີ່ໃຫຍ່ທີ່ສຸດ ໃນ
ປະຫວັດສາດຂອງເຂດ ອາເມຣິກາ ລາຕິນ.

ທ່ານ ແຈ ໂບ​ໂລ​ໂຊ​ນາ​ໂຣ (Jair Bonosonaro) ເຊິ່ງ​ແມ່ນ​ຜູ້​ທີ່ບໍ່​ຄາດ​ວ່າ ​ຈະ​ເປັນ​ຜູ້​ນຳ​
ໜ້າ ໃນການຢັ່ງຫາງສຽງນັ້ນ. ທ່ານແມ່ນອະດີດຫົວໜ້າກອງທັບບົກ ທີ່ນິຍົມແນວທາງ
ຂວາຈັດ ຜູ້ທີ່ໄດ້ຍົກຍ້ອງກອງທັບຜະເດັດການຂອງປະເທດ ໃນອະດີດ ແລະ ໄດ້ເວົ້າດູ
ຖູກແມ່ຍິງ ແລະ ພວກຮັກຮ່ວມເພດ, ພ້ອມກັບປະຊາກອນຄົນຜິວດຳ ແລະ ຄົນພື້ນເມືອງ
ຂອງປະເທດ. ວິໄສທັດຂອງທ່ານ ໄດ້ເຮັດໃຫ້ເພິ່ນມີຊື່ຫຼິ້ນວ່າ “ທ່ານ ທຣຳ ແຫ່ງເຂດ
ຮ້ອນ”, ເຊິ່ງອີງໃສ່ປະທານາທິບໍດີ ສະຫະລັດ ທີ່ມີບັນຫານັ້ນ. ທ່ານຍັງໄດ້ສັນຍາວ່າ ຈະ
ປາບປາມອາຊະຍາກຳ ດ້ວຍການຫຼຸດຜ່ອນການຄວບຄຸມ ກ່ຽວກັບ ກອງກຳລັງຕຳຫຼວດ
ທີ່ໂຫດຫ້ຽມຂອງ ບຣາຊິລ.

ຄູ່​ແຂ່ງ​ທີ່​ສູ​ສີ​ທີ່​ສຸ​ດ​ຂອງ​ທ່ານ​ ແມ່ນ​ອະ​ດີດ​ເຈົ້າ​ເມືອງ ຊາວ ປາວ​ໂລ ທ່ານ ເຟີ​ນັນ​ໂດ ຮາດ​
ແດັດ, ເຊິ່ງແມ່ນຕົວແທນຂອງຜູ້ກໍ່ຕັ້ງພັກກຳມະກອນ ທີ່ຖືກຈັບເຂົ້າຄຸກ, ອະດີດປະທາ
ນາທິບໍດີ ຫຼຸຍ ອິນາຊີໂອ ລູລາ ດາ ຊິລວາ (Luiz inacio Lula da Silva). ທ່ານ ຮາດ
ແດັດ ໄດ້ເປັນຄູ່ຮ່ວມລົງແຂ່ງຂັນຂອງທ່ານ ຊິລວາ, ແຕ່ໄດ້ເຂົ້າແທນທີ່ຂອງທ່ານ ດາ
ຊິລວາ ຫຼັງຈາກອະດີດປະທານາທິບໍດີຄົນດັ່ງກ່າວນັ້ນ, ໄດ້ລະຖິ້ມຄວາມພະຍາມຂອງ
ທ່ານ ທີ່ຈະຂໍອຸທອນຕໍ່ການຕັດສິນຂອງສານທີ່ຫ້າມບໍ່ໃຫ້ທ່ານລົງແຂ່ງຂັນເອົາຕຳແໜ່ງ.
ທ່ານ ດາ ຊິລວາ ແມ່ນກຳລັງຖືກຂັງຄຸກດົນ 12 ປີ ສຳລັບການສໍ້ລາດບັງຫຼວງ.

ທ່ານ​ນາງ ໂມ​ນິ​ກາ ເດ ບອ​ລ​ເລ, ຜູ້​ອຳ​ນວຍ​ການ​ຂອງພະ​ແນກ​ການ​ສຶກ​ສາ​ ກ່ຽວ​ກັບ
ພາກພື້ນອາເມຣິກາ ລາຕິນ ຢູ່ມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌ ໄດ້ກ່າວຕໍ່ອົງການ
ຂ່າວ AP ວ່າ “ນີ້ແມ່ນການເລືອກຕັ້ງທີ່ແປກ ເທົ່າທີ່ຂ້າພະເຈົ້າເຄີຍເຫັນມາ. ມັນກຳລັງ
ຈະກາຍເປັນການແຂ່ງຂັນລະຫວ່າງ ຜູ້ລົງແຂ່ງຂັນທີ່ອາດຈະອ່ອນແອທີ່ສຸດກໍເປັນໄດ້.”

ການ​ລົງ​ຄະ​ແນນ​ສຽງ​ຂັ້ນ​ຊີ້​ຂາດ​ ຈະ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 28 ຕຸ​ລາ ຖ້າບໍ່​ມີ​ຜູ້​ລົງ​ແຂ່ງ​ຂັນ​
ຄົນໃດ ໄດ້ຮັບຄະແນນສຽງສ່ວນຫຼາຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG