ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ ບ​ຣາ​ຊິ​ລ ເວົ້າ​ວ່າ "ສິ່ງ​​ຮ້າຍ​ແຮງ​ທີ່​ສຸດ ​ຈະ​ເກີດ​ຂຶ້ນ ​ໃນ​ອ​ະ​ນາ​ຄົດ" ຍ້ອນ​ນ້ຳ​ມັນ​ຮົ່ວ


ພະ​ນັກ​ງານ​ເທດ​ສະ​ບານ​ເມືອງ ອະ​ນາ​ໄມ​ນ້ຳ​ມັນ​ຢູ່​ຫາດ​ຊາຍ ລາວ​ໂຣ ເດ ເຟ​ຣ​ຕາ​ສ, ລັດ ບາ​ເຮຍ, ປະ​ເທດ ບ​ຣາ​ຊິ​ລ. 2 ພະ​ຈິກ, 2019.
ພະ​ນັກ​ງານ​ເທດ​ສະ​ບານ​ເມືອງ ອະ​ນາ​ໄມ​ນ້ຳ​ມັນ​ຢູ່​ຫາດ​ຊາຍ ລາວ​ໂຣ ເດ ເຟ​ຣ​ຕາ​ສ, ລັດ ບາ​ເຮຍ, ປະ​ເທດ ບ​ຣາ​ຊິ​ລ. 2 ພະ​ຈິກ, 2019.

ປະ​ທາ​ນາ​ທິ​ບໍ​ດີ ບ​ຣາ​ຊິ​ລ ທ່ານ ຈາ​ແອ ໂບ​ລ​ໂຊ​ນາ​ໂຣ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ “ສິ່ງ​ທີ່​ຮ້າຍ​ແຮງທີ່​ສຸດ​ຈະ​ເກີດ​ຂຶ້ນ​ໃນ​ອະ​ນາ​ຄົດ” ດ້ວຍ​ນ້ຳ​ມັນ​ຮົ່ວ​ທີ່​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ຫາດ​ຊາຍ ຫຼາຍກວ່າ 200 ແຫ່ງ​ຢູ່​ເຂດ​ຊາຍ​ຝັ່ງ​ຂອງ​ປະ​ເທດ.

ທ່ານ ໂບ​ລ​ໂຊ​ນາ​ໂຣ ໄດ້​ກ່າວ​ໃນ​ການ​ສຳ​ພາດ​ກັບ​ໂທ​ລະ​ພາບ Record ​ວ່າ “ສິ່ງ​ທີ່​ໄດ້​ເກີດ​ໃນ​ປັດ​ຈຸ​ບັນ​ນີ້ ແລະ ສິ່ງ​ທີ່​ເກັບ​ມາ​ໄດ້​ ແມ່ນ​ຈຳ​ນວນ​ທີ່​ນ້ອຍ​ຂອງ​ສິ່ງ​ທີ່​ໄດ້​ຮົ່ວ​ໄຫຼ​ອອກ​ມາ.”

ທ່ານ​ໄດ້​ກ່າວ​ວ່າ ທ່ານບໍ່​ຮູ້​ວ່ານ້ຳ​ມັນ​ເພີ່ມ​ເຕີມ​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ເຂດ​ຊາຍ​ຝັ່ງ​ຂອງ​ປະ​ເທດຫຼື​ບໍ່ ແຕ່​ວ່າ “ທຸກ​ຢ່າງ​ຊີ້​ໃຫ້​ເຫັນ​ວ່າ ຄື້ນ​ທະ​ເລ​ໄດ້​ພັດມັນ​ເຂົ້າ​ໄປ​ໃນ​ຊາຍ​ຝັ່ງ​ຂອງ ບ​ຣາ​ຊິ​ລ.”

ຄາບ​ນ້ຳ​ມັນ​ໄດ້​ປາ​ກົດ​ຢູ່ນອກ​ຊາຍ​ກ້ຳ​ຝັ່ງ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ ບ​ຣາ​ຊິ​ລ ເປັນ​ເວ​ລາສາມ​ເດືອນ​ແລ້ວ ແລະ ໄດ້​ເຮັດ​ໃຫ້​ຫາ​ດ​ຊາຍ​ຕ່າງໆ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ຢູ່​ຕາມ​ບໍ​ລິ​ເວນແຄມ​ຝັ່ງ​ທີ່​ມີ​ການ​ສະ​ເຫຼີມ​ສະຫຼອງຫຼາຍ​ທີ່​ສຸດ​ຂອງ ບ​ຣາ​ຊິ​ລ 2,000 ກິ​ໂລ​ແມັດ​.

ເຈົ້າ​ໜ້າ​ທີ່ ແລະ ອາ​ສາ​ສະ​ໝັກ ໄດ້​ອະ​ນາ​ໄມ​ນ້ຳ​ມັນຫຼາຍ​ໂຕນ​ຢູ່​ຕາມ​ຫາດ​ຊາຍ​ຕ່າງໆ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ເວົ້າ​ວ່າ ເຂົາ​ເຈົ້າ​ຍັງ​ບໍ່​ສາ​ມາດບອກ​ຈຳ​ນວນ​ຄວາມ​ເສຍ​ຫາຍ​ທີ່​ອາດ​ເປັນ​ໄປ​ໄດ້​ຕໍ່​ສິ່ງ​ແວດ​ລ້ອມ ແລະ ເສດ​ຖະ​ກິດ​ຈາກ​ຄາບ​ນ້ຳ​ມັນ​ນັ້ນ.

​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ ລັດ​ຖະ​ບານໄດ້​ເອີ້ນ​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ​ທີ່​ຕິດ​ທຸງ​ຊາດ ກ​ຣີ​ສ ເປັນ​ຜູ້​ຕ້ອງ​ສົງ​ໄສ​ຢູ່​ເບື້ອງຫຼັງ​ຄາບ​ນ້ຳ​ມັນ​ດັ່ງ​ກ່າວ.

ກຳ​ປັ່ນ ບູ​ບູ​ລີ​ນາ ໄດ້​ໄປ​ເອົາ​ນ້ຳ​ມັນ​ໃນ​ປະ​ເທດ ເວ​ເນ​ຊູ​ເອ​ລາ ແລະ ໄດ້​ມຸ່ງ​ໜ້າ​ໄປ​ປະ​ເທດ​ ສິງ​ກະ​ໂປ, ອີງ​ຕາມ​ການ​ກ່າວ​ຂອງ​ເຂົາ​ເຈົ້າ.

ອົງ​ການ​ອະ​ວະ​ກ​າດ ອິນ​ເປ ໄດ້​ກ່າວ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ​ວ່າ ມັນ​ອາດ​ຍັງ​ມີ​ນ້ຳ​ມັນ​ຢູ່​ທະ​ເລ ຖືກ​ພັດ​ຂຶ້ນ​ໂດຍ​ຄື້ນ​ທະ​ເລ ແລະ ອາ​ພັດ​ໄປ​ຮອດ​ລັດ ເອ​ສ​ປີ​ຣິ​ຕູ ຊານ​ໂຕ ແລະ ຣີ​ໂອ ເດ ຈາ​ເນ​ໂຣ ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ ບ​ຣາ​ຊິ​ລ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG