ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູ​ເຄ​ຣນ ລາຍ​ງານ​ການ​ສູ້​ລົບ​ຢ່າງ​ໜັກ ​​ທີ່​ເມືອງໂຊ​ລິ​ດາ ​ນຶ່ງ​ມື້ ຫລັງ​ຈາກຕ່າງ​ຝ່າຍກໍ​ອ້າງວ່າ ຕົນ​ຢຶດ​ເມືອງນີ້​ໄດ້​ແລ້ວ


ທະ​ຫານ​ຢູ​ຄ​ຣນ ຍິງ​ປືນໃຫ​ຍ່ 120 ມມ ເຂົ້າ​ສູ່​ແນວ​ໜ້າຣັດ​ເຊຍ ໃກ້​ກັບ​ເມືອງ​ມາກ​ມຸດ ຂົງ​ເຂດ​ໂດ​ແນັດ ປະ​ເທດ​ຢູ​ເຄ​ຣນ ໃນ​ວັນ 11 ມັງ​ກອນ 2023
ທະ​ຫານ​ຢູ​ຄ​ຣນ ຍິງ​ປືນໃຫ​ຍ່ 120 ມມ ເຂົ້າ​ສູ່​ແນວ​ໜ້າຣັດ​ເຊຍ ໃກ້​ກັບ​ເມືອງ​ມາກ​ມຸດ ຂົງ​ເຂດ​ໂດ​ແນັດ ປະ​ເທດ​ຢູ​ເຄ​ຣນ ໃນ​ວັນ 11 ມັງ​ກອນ 2023

ຮອ​ງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຢູ​ເຄ​ຣນ ທ່ານ​ນາງຮານ​ນາ ມາ​ລ​ຢາ ກ່າວ​ໃນ​ວັນ​ພະ​ຫັດ​ວານ​ນີ້​ວ່າ ໄດ້​ມີ​ການ​ສູ້​ລົບ​ຢ່າງ​ດຸ​ເດືອດ​ຢູ່​ເມືອງ​ໂຊ​ລິ​ດາ ແຕ່​ວ່າ​ກຳ​ລັງ​ຂອງ​ຢູ​ເຄ​ຣນ ​ຍັງ​ຮັກ​ສາ​ທີ່​ໝັ້ນ​ໃນ​ເມືອງ​ດັ່ງ​ກ່າວ​ຢູ່.

​ທ່ານນາງມາ​ລ​ຢາ ໄດ້ໃຫ້​ຄວາມ​ເຫັນ​ດັ່ງ​ກ່າວ ນຶ່ງ​ມື້ຫລັງ​ຈາກມີ​ການກ່າວອ້າງທີ່​ຂັດແຍ້ງ​ກ່ຽວ​ກັບໃຜ​ເປັນ​ຜຸູ້ຄວບ​ຄຸມ​ເມືອງ​ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ.

​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ ໃນ​ວັນ​ພຸດ​ທີ່​ຜ່ານ​ມາ ​ຮ້ອງ​ການ​ສູ້​ລົບ​ທີ່​ເມືອງໂຊ​ລິ​ດາວ່າ “ເປັນການ​ຍາກ​ລຳ​ບາກ ​ມີສິ່ງ​ແວດ​ລ້ອມ​ທີ່ບໍ່​ແນ່ນອນ ​ກ່ຽວ​ກັບການ​ສູ້​ລົບ​ຢູ່​ທີ່​ນັ້ນ” ​ໃນ​ຂະ​ນະ​ທີ່​ມີ​ລາຍ​ງານ​ວ່າ ​ໄດ້​ຕົກ​ໄປ​ເປັນ​ຂອງ​ຣັດ​ເຊຍ​ແລ້ວ.

“​ມາ​ເຖິງ​ຈຸດ​ນີ້ ພວກ​ເຮົາ​ບໍ່​ສາ​ມາດ​ຢັ້ງ​ຢືນ​ລາຍ​ງານ​ດັ່ງ​ກ່າວ” ​ທ່ານອອ​ສ​ຕິນ ໄດ້​ກ່າວ​ ຢູ່​ໃນກອງ​ປະ​ຊຸມ​ນັກ​ຂ່າວ ​ກັ​ບລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ທ່ານ​ແອນ​ໂທ​ນິ​ໂອ ​ບລິງ​ເຄັນ ​ແລະ​ບັນ​ດາຄູ່​ຕຳ​ແໜ່ງຝ່າຍຍີ່​ປຸ່ນຢູ່​ທີ່​ກະ​ຊວງ​ຕ່າງ​ປະ​ເທດ.

​ທ່ານ​ເຢັບ​ເກ​ນີ ປ​ຣິ​ໂກ​ສ​ຊິນ ຫົວ​ໜ້າກຸ່ມທະ​ຫານ​ຮັບ​ຈ້າງ Wagner ​ຂອງ​ຣັດ​ເຊຍກ່າວ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ​ວ່າ ກຳ​ລັງ​ຂອງ​ທ່ານ​ໄດ້​ເຂົ້າ​ຄວບ​ຄຸມເມືອງ​ບໍ່​ແຮ່ ໄດ້​ທັງ​ໝົດ​ແລ້ວ ແລະ​ໄດ້​ສັງ​ຫານ​ກຳ​ລັງ​ຢູ​ເຄ​ຣນ 500 ຄົນ​ໃນ​ການ​ສູ້​ລົບ​ຢ່າ​ງ ​ໜັກ​ໜ່ວງ.

​ບໍ່​ເທົ່າ​ໃດ​ນາ​ທີ​ຕໍ່​ມາ ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ ການ​ສູ້​ລົບຍັງ​ດຳ​ເນີນ​ຢູ່​ຕໍ່ໄປ.

​ຣັດ​ເຊຍ “ພະ​ຍາ​ຍາ​ມ​ທີ່​ຈະເຮັດ​ຕິ​ວ່າ ​ບາງ​ເຂດ​ຂອງເມືອງ​ພວກ​ເຮົາ ໂຊ​ລິ​ດາ ຄືກັບ​ວ່າ​ເປັນ​ຂອງ​ຣັດ​ເຊຍ​ແລ້ວ” ​ທ່ານ​ໄດ້​ກ່າວ​ໃນ​ຖະ​ແຫລງ​ການຜ່ານ​ທາງວີ​ດີ​ໂອ. “ແຕ່​ການ​ສູ້ລົບ​ຍັງດຳ​ເນີນ​ຢູ່​ຕໍ່​ໄປ.” ​ການ​ປະ​ຕິ​ບັດ​ງານ​ໃນ​ບັ້ນ​ລົບ​ໂດ​ແນັດ​ຍັງ​ດຳ​ເນີນ​ຕໍ່​ໄປ.”

ຢູ່​ໃນ​ຖະ​ແຫລງ​ການທາງເຟ​ສ​ບຸກ ​ເສ​ນາ​ທິ​ການ​ຂອງກອງ​ທັບ​ຢູ​ເຄ​ຣນ ໄດ້​ກ່າວ​ວ່າ ກຳ​ລັງ​ຣັດ​ເຊຍ​ໄດ້​ຮັບ​ການ​ເສຍ​ຫາຍ​ຢ່າງ​ໜັກ. ​ຣັດ​ເຊຍ​ພະ​ຍາ​ຍາມ​ທີ່​ຈະ​ຍຶດ​ເອົາ​ເມືອງ​ບໍ່​ເກືອ​ແຫ່ງນີ້ ນັບ​ຕັ້ງ​ແຕ່​ເດືອນ​ສິງ​ຫາ​ເປັນ​ຕົ້ນ​ມາ ເພາະ​ມັນ​ມີ​ຖ້ຳ​ເກືອ ແລະ​ຢູ່ບໍ່​ໄກ​ຈາກ​ເມືອງ​ບາກ​ມຸດ.

ເຂດ​ດັ່ງ​ກ່າວ​ແມ່ນ​ນຶ່ງ​ໃນ​ເຂດ​ທີ່​ມີ​ການ​ຂັດ​ແຍ້ງກັນຫລາຍ​ທີ່​ສຸດ ເຮັດ​ໃຫ້​ຍາກ​ລຳ​ບາກ ທີ່ຈະ​ຊັ່ງ​ຊາ​ເບິ່ງ​ສະ​ພາບ​ການ​ຢ່າງ​ເປັນ​ອິດ​ສະ​ຫລະ​ໄດ້.

Ukrainian Deputy Defense Minister Hanna Malyar said Thursday there was fierce fighting in Soledar, but that Ukraine’s forces were holding on.

Malyar spoke a day after conflicting claims about who controlled the town in eastern Ukraine.

U.S. Defense Secretary Lloyd Austin on Wednesday called the battle for Soledar “a very fluid, dynamic environment, dynamic fight” amid reports that it had fallen to the Russians.

“At this point, we can’t corroborate that reporting,” Austin said in joint press briefing with Secretary of State Antony Blinken and their Japanese counterparts at the State Department.

Yevgeny Prigozhin, the head of Russia’s mercenary Wagner Group, said Wednesday his forces had captured all of the mining town and killed 500 Ukrainian troops in heavy fighting.

Minutes later, Ukrainian President Volodymyr Zelenskyy said the fighting continued.

The Russians "are trying to pretend that part of our town of Soledar ... is some sort of a Russian possession," he said in a video address. "But fighting continues. The Donetsk theater of operations is holding."

In a statement on Facebook, the Ukrainian general staff said Russian forces were suffering heavy losses. Russia has been trying to capture the salt-mining town since August because of its salt caverns and proximity to Bakhmut.

The area is one of the most active in the conflict, making it difficult for an independent assessment of the situation.

XS
SM
MD
LG