ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ. ໂບລຕັນ ວ່າ ປະທານາທິບໍດີ ທຣຳ ມີຄວາມ "ກະຕືລືລົ້ນ" ທີ່ຈະເຮັດ ຂໍ້ຕົກລົງການຄ້າ ກັບອັງກິດ ຫຼັງອີຢູ


 ພວກຄົນທີ່ສະໜັບສະໜຸນ Brexit ໄດ້ພາກັນປະທ້ວງ ແລະປະທະກັບເຈົ້າໜ້າທີ່ຕຳຫຼວດ ຫຼັງຈາກໄດ້ຈັດຕັ້ງ ການໂຮມຊຸມນຸມ ຂອງພວກເຂົາເຈົ້າ ໃນເມືອງ Westminste ຂອງລອນດອນ, ວັນທີ 29 ມີນາ 2019.
ພວກຄົນທີ່ສະໜັບສະໜຸນ Brexit ໄດ້ພາກັນປະທ້ວງ ແລະປະທະກັບເຈົ້າໜ້າທີ່ຕຳຫຼວດ ຫຼັງຈາກໄດ້ຈັດຕັ້ງ ການໂຮມຊຸມນຸມ ຂອງພວກເຂົາເຈົ້າ ໃນເມືອງ Westminste ຂອງລອນດອນ, ວັນທີ 29 ມີນາ 2019.

ໃນຂະນະທີ່ອັງກິດ ພວມຫຍຸ້ງຍາກສັບສົນ ໃນຄຳໝັ້ນສັນຍາທີ່ຈະຖອນໂຕອອກຈາກ
ສະຫະພາບຢູໂຣບ ຫຼື ອີຢູ ຊຶ່ງໃນເວລານີ້ ແມ່ນປາດສະຈາກແຜນການ ທີ່ຈະສາມາດ
ເຮັດເຊັ່ນນັ້ນໄດ້ ທຳນຽບຂາວ ​ກໍກ່າວວ່າ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ
“ມີຄວາມກະຕືລືລົ້ນ ທີ່ຈະ​ເຮັດ​ຂໍ້​ຕົກ​ລົງການຄ້າສອງຝ່າຍກັບ ອັງກິດ ທີ່ເປັນ
ອິດສະ​ຫລະ.”

ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກບັນດາສະມາຊິກສະພາຂອງອັງກິດ ໄດ້ປະຕິເສດ ​ຕໍ່ແຜນ
ການຖອນໂຕອອກຈາກອີຢູ ທີ່ເອີ້ນກັນວ່າ Brexit ເປັນຄັ້ງທີ 3 ໃນວັນສຸກວານນີ້
ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ທ່ານ ຈອນ ໂບລຕັນ ກໍໄດ້ກ່າວ
ຕໍ່ບັນດານັກຂ່າວ ວ່າ ໃນເວລາໃດ ທີ່ອັງກິດແຍກໂຕຈາກ ສະຫະພາບຢູໂຣບໄດ້ແລ້ວ
ສະຫະລັດ ຈະ “ໄປຢືນຢູ່ນະທີ່ນັ້ນ ເພື່ອລໍຖ້າພວກເຂົ້າເຈົ້າ.”

ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ທ່ານ ຈອນ ໂບລຕັນ ມາຮອດກອງປະຊຸມ ຖະແຫລງຂ່າວ ເພື່ອກ່າວ ຕໍ່ບັນດານັກຂ່າວ ໃນຂະນະທີ່ ລັດຖະບານທ່ານທຣຳ ປະກາດມາດຕະການລົງໂທດ ດ້ານເສດຖະກິດ ຕໍ່ເວເນຊູເອລາ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 28 ມັງກອນ 2019.
ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ທ່ານ ຈອນ ໂບລຕັນ ມາຮອດກອງປະຊຸມ ຖະແຫລງຂ່າວ ເພື່ອກ່າວ ຕໍ່ບັນດານັກຂ່າວ ໃນຂະນະທີ່ ລັດຖະບານທ່ານທຣຳ ປະກາດມາດຕະການລົງໂທດ ດ້ານເສດຖະກິດ ຕໍ່ເວເນຊູເອລາ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 28 ມັງກອນ 2019.

ທ່ານໂບລຕັນ ໄດ້ກ່າວວ່າ ທ່ານປະທານາທິບໍດີ ທຣຳ ເຫັນອົກເຫັນໃຈ ນາຍົກລັດຖະ-
ມົນຕີອັງກິດ ທ່ານນາງ ເທີຣີຊາ ເມ ຜູ້ທີ່ກຳລັງຖືກໂຈມຕີ ແລະທ່ານ ຢາກ “ໃຫ້ປະຊາ
ຊົນຂອງອັງກິດ ອຸ່ນໃຈໄດ້ວ່າ ພວກເຮົາຮູ້ສຶກວ່າ ພວກເຮົາຕ້ອງການ ໄປນະທີ່ນັ້ນ
ເພື່ອຊ່ອຍອຸ້ມຊູ ພວກເຂົາເຈົ້າ ຫຼາຍຊ່ຳໃດ.”

ໃນວັນສຸກວານນີ້ ຊຶ່ງເປັນຂີດໝາຍ ການປະຕິເສດຄັ້ງທີສາມ ຂອງສະພາຕ່ຳ ອັງກິດ
ຕໍ່ແຜນການຖອນໂຕອອກຈາກອີຢູ ທີ່ສະໜັບສະໜຸນໂດຍ ນາຍົກລັດຖະມົນຕີ ເມ
ໃນການລົງຄະແນນສຽງ ຊຶ່ງເປັນວັນທີ່ອັງກິດ ຈະຕ້ອງອອກຈາກ ອີຢູ ທີ່ໄດ້ຖືກກຳນົດ
ໄວ້ໃນເບື້ອງຕົ້ນ.

ສະມາຊິກສະພາ 286 ຄົນ ໄດ້ລົງຄະແນນສຽງເຫັນດີ ຕໍ່ແຜນການດັ່ງກ່າວ ແຕ່ກໍໄດ້
ຜ່າຍແພ້ຕໍ່ຄະແນນສຽງຄັດຄ້ານ 344 ສຽງ.

ເພື່ອຮັບມືກັບສະພາບການດັ່ງກ່າວ ທ່ານດໍໂນລ ທັສຄ໌ ປະທານສະພາຢູໂຣບ ໄດ້
ຮຽກຮ້ອງໃຫ້ ສະພາຢູໂຣບ ເປີດກອງປະຊຸມ ໃນວັນທີ 10 ເດືອນເມສາ ຈະ ມາເຖິງນີ້.
ສະຫະພາບຢູໂຣບ ໄດ້ໃຫ້ເວລາແກ່ອັງກິດ ຈົນຮອດ ວັນທີ 12 ເມສາ ເພື່ອຈະແຈ້ງໃຫ້
ບັນດາປະເທດສະມາຊິກຂອງອີຢູ ຊາບວ່າ ຕົນມີແຜນການ ຈະເຮັດຈັ່ງໃດ.

ພວກຊາວອັງກິດ ໄດ້ລົງຄະແນນໄປແລ້ວ ເມື່ອເກືອບສາມປີກ່ອນ ທີ່ຢາກຈະຖອນໂຕ
ອອກຈາກອີຢູ. ແຕ່ມາເຖິງສັບປະດາແລ້ວນີ້ ກຳນົດວັນເວລາໃນການຖອນໂຕ ກໍໄດ້
ຍັບໃກ້ເຂົ້າມາເລື້ອຍໆ ເຊັ່ນດຽວກັນກັບ ຄວາມສັບສົນວຸ້ນວາຍ ກ່ຽວກັບເງື່ອນໄຂ
ຕ່າງໆ ຂອງຂໍ້ຕົກລົງ ທີ່ທ່ານນາງ ເມ ໄດ້ທຳການເຈລະຈາກັບ ບັນດາຜູ້ນຳຂອງ
ສະຫະພາບຢູໂຣບ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG