ທີ່ໂບລີເວຍ ນັກໂທດຢ່າງນ້ອຍ 15 ຄົນເສຍຊີວິດ ຊຶ່ງຫລາຍໆ
ຄົນຕາຍຍ້ອນໄຟໄໝ້ ໃນເຊົ້າວັນສຸກຜ່ານມາ ຫລັງຈາກມີການ
ຕໍ່ສູ້ກັນ ລະຫວ່າງພວກນັກໂທດກັນເອງ ເພື່ອຍາດເອົາອໍານາດ
ຄວບຄຸມບາງເຂດຂອງຄຸກທີ່ມີການຍາມຮັກສາຢ່າງໜາແໜ້ນ
ແຫ່ງນຶ່ງ ແລະມີນັກໂທດຖືກຂັງຢູ່ຢ່າງແອອັດ ໃນພາກຕາເວັນ
ອອກຂອງປະເທດ.
ພາບລາຍງານຂ່າວສະແດງໃຫ້ເຫັນ ຄວັນໄຟສີດໍາພຸ່ງຂຶ້ນສູ່ທ້ອງຟ້າ ເໜືອບໍລິເວນຄຸກ Palmasola ໃນເມືອງ Santa Cruz ນັ້ນ.
ຫົວໜ້າຕໍາຫລວດຄົນນຶ່ງເວົ້າວ່າ ມີນັກໂທດ 50 ຄົນໄດ້ຮັບບາດເຈັບ ຫລັງຈາກການຕໍ່ສູ້ກັນ ຊຶ່ງຢ່າງນ້ອຍ 7 ຄົນໃນນັ້ນ ມີອາການສາຫັດ ແລະວ່າ ມີການໃຊ້ບັ້ງແກ໊ສ propane
ທີ່ລະເບີດຂຶ້ນໃນການຕໍ່ສູ້ກັນ ເຮັດໃກ້ເກີດໄຟໄໝ້ຢູ່ໃນຄຸກ.
ຫລັງຈາກເກີດເຫດ ພວກພີ່ນ້ອງຂອງນັກໂທດໄດ້ພາກັນໄປເຕົ້າໂຮມຢູ່ທາງນອກຄຸກ
ຕະຫລອດມື້ ແຕ່ກໍບໍ່ໄດ້ຮັບລາຍລະອຽດຫຍັງເພີ່ມຕື່ມກ່ຽວກັບພີ່ນ້ອງຂອງເຂົາເຈົ້າຢູ່ໃນ
ຄຸກນັ້ນ ຊຶ່ງພາໃຫ້ພວກເຂົາເຈົ້າໂກດແຄ້ນ.
In Bolivia, at least 15 inmates were killed, many of them in a fire, early Friday in a battle between inmates for control of part of an overcrowded maximum-security prison in Bolivia's eastern lowlands.
Clouds of dark smoke filled the skies above the Palmasola prison in Santa Cruz.
A police chief said at least seven of the 50 injured were in critical condition after the melee, in which propane gas canisters were said to have exploded, triggering a fire at the site.
As the day went on, relatives of the inmates gathered outside the prison, angry at the lack of information about their loved ones.
As in many Latin American prisons, inmates largely control the inside of Palmasola, which teems with some 3,500 inmates.