ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ບໍ​ລິ​ສັດ​ໂບ​ອິ້ງກ່າວ​ອໍ​າ​ລາ ຕໍ່​ໂບ​ອິ້ງ 747 ຊຶ່ງ​ເປັນເຮືອ​ບິນ​ອາຍ​ພົ່ນ​ຂະ​ໜາດ​ໃຫຍ່ ລຳ​ສຸດ​ທ້າຍຂອງ​ຕົນ ຢູ່ໃນ​ພິ​ທີ​ມອບ-ຮັບ​ເຮືອ​ບິນນີ້


ບໍ​ລິ​ສັດ Boeing ຜະ​ລິດ​ເຮືອ​ບິນ​ໂບ​ອິງ 747 ລຳ​ສຸດ​ທ້າຍ ແລະ​ມີ​ພິ​ທີ​ມອບ-ຮັບ ເຮືອ​ບິນ​ດັ່ງ​ກ່າວ​ເມື່ອມໍ່ໆ ມານີ້.

ປະຫວັດການບິນ ໄດ້ມີຂຶ້ນໃນອາທິດນີ້ ເມື່ອບໍລິສັດອະວະກາດໂບອິ້ງ (Boeing) ຂອງສະຫະລັດໄດ້ສົ່ງມອບເຮືອບິນໂດຍ​ສານ 747 ທີ່​ມີ​ຊື່​ສຽງລຳສຸດທ້າຍຂອງພວກເຂົາເຈົ້າ. ນາຕາຊ່າ ໂມຊໂກວາຢາ (Natasha Mozgovaya) ມີລາຍ​ງານເລື່ອງນີ້ ຈາກລັດວໍຊິງຕັນ ຊຶ່ງ​ອັດ​ນາ​ສັກ ​ຈະ​ນຳ​ເອົາ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ບັນດາຜູ້ບໍລິຫານ, ລູກຄ້າ ແລະພະນັກງານຂອງ Boeing ໄດ້ໄປເຕົ້າໂຮມກັນ ທີ່ໂຮງງານຢູ່ເມືອງເອເວີເຣັທ ​ລັດວໍຊິງຕັນຂອງບໍລິສັດ ເພື່ອອຳລາຍົນ 747 - ທີ່ມີຊື່ຫຼິ້ນວ່າ "ລາຊິນີແຫ່ງທ້ອງຟ້າ" - ໃນຂະນະທີ່ບໍລິສັດໄດ້ສົ່ງມອບເຮືອ​ບິນ​ອາຍ​ພົ່ນ jumbo jet ລຳສຸດທ້າຍຂອງຕົນໃຫ້ແກ່ຜູ້ບໍລິ​ສັດການຂົນສົ່ງທາງອາ ກາດ Atlas Air ຂອງສະຫະລັດ.

ທ່ານ ສະແຕນ ດຽລ, ຫົວ​ໜ້າບໍລິຫານຂອງເຮືອບິນການຄ້າ Boeing ກ່າວວ່າ:
"ໃນຂະນະທີ່ພວກເຮົາໄດ້ປ່ຽນຫນ້າໃໝ່ໃນມື້ນີ້, ພວກເຮົາບໍ່ໄດ້ປິດຫນັງສືເຫຼັ້ມນີ້. ມັນເປັນພຽງແຕ່ບົດນຶ່ງ. ພວກເຮົາຈະມີບົດອື່ນຂອງເຮືອບິນ 747. ເຮືອບິນນີ້ຈະ ໄດ້ຮັບການສະຫນັບສະຫນູນ ໃນທົດສະວັດທີ່ຈະມາເຖິງ."

ພະ​ນັກ​ງານ​ຂອງ​ບໍ​ລິ​ສັດ Boeing ແລະ​ພວກ​ນັກ​ຂ່າວເຂົາ​ຮ່ວມ​ພິ​ທີ​ມອບ​ຮັບເຮືອ​ບິນ​ອາຍ​ພົ່ນ 747 ຢູ່​ໂຮງ​ງານຜະ​ລິດ​ເຮືອ​ບິນ Boeing ທີ່​ເມືອງ Everett, ລັດ​ວໍ​ຊິງ​ຕັນ, ວັນ​ທີ 31 ມັງ​ກອນ, 2023.
ພະ​ນັກ​ງານ​ຂອງ​ບໍ​ລິ​ສັດ Boeing ແລະ​ພວກ​ນັກ​ຂ່າວເຂົາ​ຮ່ວມ​ພິ​ທີ​ມອບ​ຮັບເຮືອ​ບິນ​ອາຍ​ພົ່ນ 747 ຢູ່​ໂຮງ​ງານຜະ​ລິດ​ເຮືອ​ບິນ Boeing ທີ່​ເມືອງ Everett, ລັດ​ວໍ​ຊິງ​ຕັນ, ວັນ​ທີ 31 ມັງ​ກອນ, 2023.

ທ່ານ. ຈອນ ທຣາໂວຕ້າ, ນັກສະແດງ ແລະ ນັກບິນ ກ່າວວ່າ:
"ເຖິງແມ່ນວ່າ ທ່ານເຂົ້າໃຈວິທະຍາສາດທີ່ຢູ່ເບື້ອງຫລັງຂອງການບິນ, ມັນບໍ່ມີຫຍັງ ຄືກັນກັບການເຫັນເຮືອບິນ 747 ອອກບິນ ເພື່ອເຕືອນທ່ານວ່າມັນມີມົນວິເສດ ຢູ່ທີ່ນີ້ສະເໝີ."

ສໍາລັບພະນັກງານຂອງບໍລິສັດ, ການກ່າວຄຳອຳລາ ແມ່ນຄວາມຂົມຂື່ນ. ທ່ານ. ໂອມາ ອິສເມລ ຮາຣຸນ ໄດ້ເຮັດວຽກກັບເຮືອບິນ 747 ລຳສຸດທ້າຍ.

ທ່ານໂອມາ ອິສເມລ ຮາຣຸນ, ພະນັກງານຂອງບໍລິສັດ Boeing ກ່າວວ່າ:
"ຂ້ອຍຫມາຍຄວາມວ່າໃນທາງດ້ານຄວາມຮູ້ສຶກແລ້ວ, ຂ້ອຍຮູ້ສຶກບໍ່ດີກ່ຽວກັບມັນ, ຂ້ອຍຫມາຍຄວາມວ່າ, ເພາະວ່າມັນເປັນຍົນທີ່ສົມບູນແບບ, ຂ້ອຍຫມາຍຄວາມວ່າ ມັນເປັນຍົນທີ່ດີເລີດ ຂ້ອຍມັກມັນ. ດັ່ງນັ້ນ, ໃນເວລາດຽວກັນ, ມັນແມ່ນການ ຕັດສິນໃຈຂອງບໍລິສັດ, ດັ່ງນັ້ນ ພວກເຮົາກໍ່ຕ້ອງໄດ້ເຮັດມັນ"

ຍົນລຳທໍາອິດທີ່ມີຂະໜາດລຳເຮືອກວ້າງກວ່າຍົນລຸ້ນກ່ອນນັ້ນ ເຖິງສອງເທົ່າ ໄດ້ອອກບິນຄັ້ງທຳອິດໃນປີ 1969 ແລະ ມັນໄດ້ຊ່ວຍນຳໄປສູ່ຍຸກແຫ່ງການເດີນ ທາງຂອງຄົນເປັນກຸ່ມໃຫຍ່. ທ່ານຢູຈິນ ເວັດເຊັດຕີ, ເຈົ້າໜ້າທີ່ຜູ້ໃຫ້ຄວາມຮູ້ ຢູ່ພິພິດທະພັນ​ການບິນ ໃນ​ນະ​ຄອນ Seattle ​ເຄີຍ​ເປັນອະດີດນັກບິນ 747.

ທ່ານຢູຈິນ ເວຊເຊັດຕີ ກ່າວວ່າ:
"​ສາຍ​ການ​ບິນ Pan Am ມາທີ່ບໍລິສັດ Boeing, ພວກເຂົາຕ້ອງການເຮືອບິນ ຂະຫນາດໃຫຍ່ຂຶ້ນ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ ​ສຳ​ລັບ​ບ່ອນ​ນັ່ງ ຕໍ່ໄມລ໌, ດັ່ງນັ້ນບໍລິສັດ Boeing ຈຶ່ງໄດ້ຕັດສິນໃຈດ້ວຍຕົນເອງທີ່ຈະສ້າງເຮືອບິນ 747 ທີ່ມີຂະໜາດ 360 ບ່ອນນັ່ງ. ພ້ອມນັ້ນ ພວກເຂົາຍັງຄິດອີກວ່າ ມັນຈະຫຼຸດຄວາມແອອັດຢູ່ ສະຫນາມ ບິນລົງເພາະວ່າເຈົ້າສາມາດເຄື່ອນຍ້າຍຜູ້ໂດຍສານຈໍານວນຫຼວງ ຫຼາຍເຂົ້າໄປໃນ ເຮືອບິນນຶ່ງລໍາ."

ສໍາລັບ 55 ປີຕໍ່​ມາ, ບໍ​ລິ​ສັດ Boeing ໄດ້ສືບຕໍ່ຜະລິດ​ເຮືອ​ບິນ 747 ເຊິ່ງໃນ ໄລຍະຫຼາຍທົດສະວັດທີ່ຜ່ານມາ, ມັນໄດ້ປະຕິບັດພາລະກິດພິເສດ ເຊັ່ນ: ການຮັບໃຊ້ໃນການເດີນທາງຂອງບັນດາປະທານາທິບໍດີຂອງອາເມຣິກາ ...… ນໍາສະແດງໃນຮູບເງົາ James Bond … ແລະ ການຂົນສົ່ງສິນຄ້າພິເສດ — ລວມທັງປາວານ, ປາສະຫຼາມ ແລະ ກອງທັບນັກລົບທະຫານດິນເຜົາ (terra cotta warriors).

ມັນໄດ້ຮັບໃຊ້ເປັນ 'ຫ້ອງການບັງຄັບບັນຊາ’ ຂອງກອງທັບອາກາດສະຫະລັດ, ແລະ ຍ້ອນຂະຫນາດ ແລະ ປີກທີ່ຕ່ໍາຂອງມັນ, ມັນໄດ້ຖືກໃຊ້ເພື່ອຂົນສົ່ງຍານອະວະກາດໄປ​ກັບຂອງອົງການ NASA.

ສໍາລັບຜູ້ໂດຍສານທົ່ວໄປ, ມັນໄດ້ເຮັດໃຫ້ຖ້ຽວບິນທາງໄກມີລາຄາຈັບ​ຈ່າຍໄດ້ ແລະ ສະດວກສະບາຍ.

ທ່ານ ຢູຈິນ ເວຊເຊັດຕີ ກ່າວ​ວ່າ: "ຂ້ອຍກຳລັງນັ່ງຢູ່ໃນຊັ້ນເທິງຂອງລຸ້ນທີ 1, ເຮືອ​ບິນ 747 ລໍາທຳອິດ ທີ່ບິນໃນວັນທີ 9 ເດືອນກຸມພາ, ປີ 1969. ຊັ້ນເທິງ - ແມ່ນຈຸດເດັ່ນຂອງການເດີນທາງທີ່ຫລູຫລາ ໃນຊຸມປີ 70. ນີ້​ແມ່ນ​ທາງ​ອອກ​ສຸກ​ເສີນ​ຊັ້ນ​ເທິງ — ເຈົ້າ​ສາ​ມາດ​ນຶກ​ພາບ​ໄດ້​ວ່າທາງສະໄລມັນຍາວ ປານໃດ.”

ທ່ານ ເວັດຊເຊດຕີ ເວົ້າວ່າ ແບບຂອງ 747 ແມ່ນບໍ່ເຂົ້າກັນ.

ທ່ານ. ຢູຈິນ ເວັດຊເຊັດຕີ ກ່າວ​ຕື່ມ​ວ່າ:
"ເຄື່ອງຈັກ 4 ເຄື່ອງ ແມ່ນເກີນຄວາມຈຳເປັນສຳລັບມັນ. ທ່ານສາມາດສູນ​ເສຍເຄື່ອງຈັກນຶ່ງເຄື່ອງ, ເຄື່ອງຈັກສອງເຄື່ອງ, ແມ້ແຕ່ເຄື່ອງຈັກໜ່ວຍທີ່ສາມ, ແລະ ມັນຈະບິນດ້ວຍເຄື່ອງຈັກ ພຽງ 1 ເຄື່ອງ."

ເຮືອງບິນ 747 ນັບເປັນຮ້ອຍໆລຳ ຍັງສືບຕໍ່ໃຫ້ບໍລິການ ຊື່ງສ່ວນຫຼາຍແມ່ນຖ້ຽວ ບິນຂົນສົ່ງສິນຄ້າ.

ຮູບແຕ້ມ ໂບ​ອິງ 747 ລຳ​ສຸດ​ທ້າຍເພື່ອ​ລ​ະ​ນຶກ​ເຖິງ​ທ່ານ Joe Sutter, ທີ່​ເປັນ​ຫົວ​ໜ້າ​ປະ​ດິດ​ເຄື່ອງ​ຈັກ Boeing 747 ໃນ​ພິ​ທີ​ມອບ​ຮັບຢູ່​ໂຮງ​ງານ​ຜະ​ລິດເຮືອ​ບິນ Boeing ໃນ​ເມືອງ Everett, ລັດ​ວໍ​ຊິງ​ຕັນ, ວັ​ນ​ທີ 31 ມັງ​ກອນ, 2023
ຮູບແຕ້ມ ໂບ​ອິງ 747 ລຳ​ສຸດ​ທ້າຍເພື່ອ​ລ​ະ​ນຶກ​ເຖິງ​ທ່ານ Joe Sutter, ທີ່​ເປັນ​ຫົວ​ໜ້າ​ປະ​ດິດ​ເຄື່ອງ​ຈັກ Boeing 747 ໃນ​ພິ​ທີ​ມອບ​ຮັບຢູ່​ໂຮງ​ງານ​ຜະ​ລິດເຮືອ​ບິນ Boeing ໃນ​ເມືອງ Everett, ລັດ​ວໍ​ຊິງ​ຕັນ, ວັ​ນ​ທີ 31 ມັງ​ກອນ, 2023

ຜູ້ບໍລິຫານຂອງບໍລິສັດ Boeing ກ່າວວ່າ ປະຫວັດສາດອັນຍາວນານ ຂອງສາຍການບິນ ຍັງສືບຕໍ່ສ້າງແຮງບັນດານໃຈ ໃຫ້ເກີດນະວັດຕະກໍາໃນມື້ນີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG