ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄົນມີເລືອດ ກຸ່ມ AB, A, B, ມັກເປັນ ໂຣກຫົວໃຈ ຫຼາຍກວ່າ ຄົນທີ່ມີເລືອດ ກຸ່ມ O


ຕົວຢ່າງຂອງເລືອດປະເພດຕ່າງໆ ທີ່ໄດ້ມາຈາກພວກນັກສຶກສາ ທີ່ມະຫາວິທະຍາໄລ Duke ທີ່ເມືອງ Durham, ລັດ North Calorina
ຕົວຢ່າງຂອງເລືອດປະເພດຕ່າງໆ ທີ່ໄດ້ມາຈາກພວກນັກສຶກສາ ທີ່ມະຫາວິທະຍາໄລ Duke ທີ່ເມືອງ Durham, ລັດ North Calorina
ຄົນທີ່ມີເລືອດປະເພດທີ່ຫາຍາກ ມັກຈະເປັນພະຍາດກ່ຽວກັບ
ເສັ້ນເລືອດ ຢູ່ຫົວໃຈຫຼາຍກວ່າຄົນທີ່ມີເລືອດປະເພດທີ່ຄົນ
ສ່ວນໃຫຍ່ມີກັນນັ້ນ. ພວກນັກຄົ້ນຄວ້າເວົ້າວ່າ ພວກຄົນ ເຫລົ່ານີ້ມີປະເດັນສ່ຽງທີ່ພາໃຫ້ເປັນໂຣກຫົວໃຈຫຼາຍກວ່າ
ພວກມີເລືອດປະເພດອື່ນ. ຜູ້ສື່ຂ່າວວີໂອເອນາງ Jessica
Berman ມີລາຍລະອຽດເລື້ອງນີ້ຢູ່ໃນລາຍງານຫຍໍ້ດ້ານ
ສຸຂະພາບຈາກ ນະຄອນຫລວງວໍຊິງບໍ່ແມ່ນເລືອດອັນໃດ
ກໍຈະຄືກັນໝົດ.

ໂດຍອີງໃສ່ການປະກົດມີຂອງທາດຕ້ານທານຮ່າງກາຍ ຫລື
antigens ໂດຍສະເພາະເລືອດມີຢູ່ 4 ກຸ່ມດ້ວຍກັນ. ກຸ່ມ
ເຫລົ່ານີ້ເອີ້ນວ່າ A, B, AB ຊຶ່ງເປັນປະເພດທີ່ຫາຍາກ ແລະ
ກຸ່ມ O ຊຶ່ງເປັນປະເພດເລືອດທີ່ມີມັກພົບເຫັນຫລາຍທີ່ສຸດ. ເມື່ອທຽບກັບພວກທີ່ມີເລືອດໃນກຸ່ມ O ແລ້ວ ພວກນັກຄົ້ນຄວ້າເຫັນວ່າ ພວກທີ່ມີເລືອດ ໃນກຸ່ມ AB ແມ່ນມີຄວາມສ່ຽງຕໍ່ການເປັນໂຣກ ຫົວໃຈເພີ້ມຂຶ້ນ 23%. ບຸກຄົນທີ່ມີເລືອດ ໃນກຸ່ມ B ຂ້ອນຂ້າງວ່າຈະມີ ຄວາມສ່ຽງ ຕໍ່ການເປັນພະຍາດໃນເສັ້ນເລືອດຢູ່ຫົວໃຈ ຫລາຍກວ່າ ພວກທີ່ມີເລືອດກຸ່ມ O ຢູ່ 11% ໃນຂະນະທີ່ພວກທີ່ມີເລືອດກຸ່ມ A ແມ່ນມີ ຄວາມສ່ຽງຕໍ່ການເປັນໂຣກດັ່ງກ່າວເພີ້ມຂຶ້ນ 5%.

ການສຶກສາດັ່ງກ່າວ ດໍາເນີນໂດຍພວກນັກຄົ້ນຄວ້າ ຈາກໂຮງຮຽນແພດສາດຂອງມະຫາ ວິທະຍາໄລ Harvard ທີ່ນະຄອນ Boston ທີ່ໄດ້ວິໄຈ ຂໍ້ມູນເກັບກໍາມາຈາກການສຶກສາ ຄົ້ນຄວ້າໃຫຍ່ສອງບັ້ນໃນສະຫະລັດຄື: ການສຶກສາຄົ້ນຄວ້າສຸຂະພາບຂອງພວກພະຍາ ບານ ຊຶ່ງໄດ້ຕິດຕາມເບິ່ງ ສຸຂະພາບຂອງພະຍາບານຫລາຍກວ່າ 62 ພັນຄົນແລະການ ສຶກສາຄົ້ນຄວ້າທີ່ຕິດຕາມມາ ກ່ຽວກັບສຸຂະພາບຂອງນັກວິຊາການແພດອາຊີບທີ່ມີຜູ້ ຊາຍເຂົ້າຮ່ວມ ຫລາຍກວ່າ 27 ພັນຄົນ. ພວກເຂົ້າຮ່ວມ ໃນການຄົ້ນຄວ້າທັງສອງບັ້ນນີ້ ໄດ້ຖືກຕິດຕາມເບິ່ງສຸຂະພາບເປັນເວລາ 20 ປີຫລື ຫຼາຍປີກວ່ານັ້ນແລະຜົນການຄົ້ນຄວ້າ ຂອງມະຫາວິທະຍາໄລ Harvard ດັ່ງກ່າວ ແມ່ນສອດຄ່ອງກັນທັງສໍາລັບຜູ້ຍິງ ແລະຜູ້ ຊາຍ.

ນັກຂຽນບົດຄົນຄວ້າຂັ້ນອາວຸໂສ ທ່ານ Lu Qi [LOO KEY], ອາຈານສອນວິຊາການ ສຶກສາດ້ານພົນລະເມືອງ ທີ່ມະຫາວິທະຍາໄລ Harvard ເວົ້າວ່າ ການວິໄຈພັນທຸກໍາ ສາມາດບອກທ່ານໝໍໄດ້ວ່າ ຄໍາແນະນໍາປົກກະຕິໃນການຫລຸດຜ່ອນຄວາມສ່ຽງຕໍ່ການ ເປັນພະຍາດ ຫົວໃຈ ເຊັ່ນການປັບປຸງການກິນອາຫານ ແລະການອອກກໍາລັງກາຍ ຈະ ມີປະສິດທິຜົນດີ ຕໍ່ບຸກຄົນທີ່ມີເລືອດປະເພດທີ່ຫາຍາກກວ່າໝູ່ຫລືບໍ່. ທ່ານອະທິບາຍ ດັ່ງນີ້:

ການກວດເລືອດ ສາມາດບອກລະດັບຂອງ Cholesterol ຫລືໄຂມັນໃນເລືອດຂອງເຮົາໄດ້.
ການກວດເລືອດ ສາມາດບອກລະດັບຂອງ Cholesterol ຫລືໄຂມັນໃນເລືອດຂອງເຮົາໄດ້.

ທ່ານ Qi ເວົ້າວ່າ: “ຖ້າຫາກພວກເຮົາໄດ້ພົບປະເດັນທີ່ເປັນການ
ສ່ຽງວ່າ ຈະເຮັດໃຫ້ມີການຕອບໂຕ້ທີ່ແຕກຕ່າງກັນຢູ່ໃນຮ່າງກາຍ
ຂອງຄົນທີ່ມີ ເລືອດປະເພດຕ່າງກັນ ພວກເຮົາສາມາດໃຫ້ຄໍາ
ແນະນໍາສະເພາະ ແກ່ ຄົນທີ່ມີເລືອດແຕ່ລະປະເພດທີ່ແຕກຕ່າງ
ກັນນັ້ນ.”

43% ຂອງຊາວອາເມຣິກັນ ແມ່ນມີເລືອດກຸ່ມ O ສົມທຽບກັບ
57% ທີ່ມີເລືອດກຸ່ມ A, ກຸ່ມ B ຫລື AB.

ເມື່ອທຽບໃສ່ເລືອດປະເພດອື່ນແລ້ວ, ການສຶກສາຄົ້ນຄວ້າບັ້ນ
ກ່ອນໆນັ້ນ ໄດ້ພົບວ່າ ຄົນທີ່ ມີເລືອດກຸ່ມ A ມັກຈະມີລະດັບຄໍແຣັສໂທຣອລຊຶ່ງ ເປັນສານ ໄຂມັນ ທີ່ອຸດຕັນເສັ້ນເລືອດນັ້ນ ສູງກວ່າໝູ່ ໃນຂະນະທີ່ ພວກທີ່ມີເລືອດກຸ່ມ B ມັກຈະພົວ ພັນເຖິງການມີຄວາມດັນເລືອດສູງກວ່າຄົນມີເລືອດປະເພດອື່ນ. ທັງສອງອາການເຫລົ່ານີ້ ລ້ວນແຕ່ເປັນປະເດັນ ສ່ຽງ ຕໍ່ການເປັນພະຍາດໃນເສັ້ນເລືອດຢູ່ຫົວໃຈ.

ພວກຄົນທີ່ມີເລືອດປະເພດທີ່ຫາຍາກທີ່ສຸດ ກໍຄືກຸ່ມ AB ນັ້ນ ໄດ້ສະ ແດງໃຫ້ເຫັນວ່າ ມີ ລະດັບການໝູນວຽນຂອງແຊລທີ່ດູດຊັບຄວາມອຸ່ນ ຂອງເລືອດ ຫລື Endothelial cells ທີ່ສາມາດເຮັດໃຫ້ເກີດເປັນແຜອັກເສບ ແລະການກໍ່ຕົວຂຶ້ນຂອງສານໄຂມັນໃນເສັ້ນ ເລືອດແດງ ຊຶ່ງສາ ມາດພາໃຫ້ເສັ້ນເລືອດແດງຖືກອຸດຕັນໄດ້.

ແຕ່ຢ່າງໃດກໍຕາມ ທ່ານ Qi ເວົ້າວ່າ ການມີປະເພດເລືອດທີ່ຫາຍາກ ກໍໄດ້ໝາຍຄວາມ ວ່າ ຄົນຜູ້ນັ້ນມີທ່າທາງວ່າຈະເປັນໂຣກຫົວໃຈໂລດ. ທ່ານອະທິບາຍດັ່ງນີ້:

“ການມີເລືອດ ໃນກຸ່ມ AB ຫລື A ຫລື B ບໍ່ໄດ້ ໝາຍຄວາມວ່າ ແນ່ນອນຄົນຜູ້ ນັ້ນຕ້ອງເກີດມີພະຍາດຫົວໃຈແບບຊໍາ ເຮື້ອໂລດ. ສິ່ງທີ່ພວກເຮົາຄົ້ນພົບກໍຄື ພຽງແຕ່ວ່າ ພວກຄົນເຫລົ່ານີ້ມີຄວາມສ່ຽງຕໍ່ການເປັນໂຣກຫົວໃຈແບບຊໍາເຮື້ອ ສູງກວ່າໝູ່ເທົ່ານັ້ນ.”

ທ່ານ Qi ກ່າວມ້ວນທ້າຍວ່າ ບໍ່ວ່າຈະມີເລືອດປະເພດໃດກໍຕາມ ຄົນເຮົາຄວນຈະມີແບບ ແຜນດໍາລົງຊີວິດ ທີ່ພາໃຫ້ມີສຸຂະພາບແຂງແຮງດີ ເພື່ອຫລຸດຜ່ອນຄວາມສ່ຽງຕໍ່ການເປັນ ພະຍາດໃນເສັ້ນເລືອດຢູ່ຫົວໃຈ.

ບົດຂຽນສະບັບນຶ່ງກ່ຽວກັບຄວາມສຳພັນກັນ ລະຫວ່າງປະເພດຂອງເລືອດ ແລະໂຣກຫົວ ໃຈ ແມ່ນພິມເຜີຍແຜ່ຢູ່ໃນວາລະສານ ກ່ຽວກັບສະພາບຫລອດເລືອດ, ໂຣກເສັ້ນເລືອດ ຕີບຕັນ ແລະຊີວະວິທະຍາດ້ານ ຫລອດເລືອດ ຫລື Arteriosclerosis, Thrombosis, and Vascular Biology.
XS
SM
MD
LG