ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການບໍລິຈາກເລືອດໃນ ລາວ ຍັງຕໍ່າກວ່າ ລະດັບມາດຕະຖານ ສາກົນ


ການບໍລິຈາກເລືອດລະດັບມາດຕະຖານສາກົນຈະຕ້ອງໄດ້ມີຜູ້ບໍລິຈາກເລືອດບໍ່ໜ້ອຍກວ່າ 1 ເປີເຊັນຂອງຈຳນວນປະຊາ
ກອນທັງປະເທດ.
ການບໍລິຈາກເລືອດລະດັບມາດຕະຖານສາກົນຈະຕ້ອງໄດ້ມີຜູ້ບໍລິຈາກເລືອດບໍ່ໜ້ອຍກວ່າ 1 ເປີເຊັນຂອງຈຳນວນປະຊາ ກອນທັງປະເທດ.

ການບໍລິຈາກເລືອດໃນ ລາວ ຍັງຕໍ່າກວ່າລະດັບມາດຕະຖານສາກົນ ໂດຍມີຜູ້ສະໝັກ
ໃຈບໍລິຈາກເລືອດຄິດເປັນ 0.6 ເປີເຊັນເທົ່ານັ້ນ ຂະນະທີ່ມາດຕະຖານສາກົນຕ້ອງບໍ່
ໜ້ອຍກວ່າ 1 ເປີເຊັນຂອງປະຊາກອນທັງໝົດ.

ອົງການ ອະນາໄມໂລກ (WHO) ສຳນັກງານປະຈຳ ສປປ ລາວ ລາຍງານວ່າ ການບໍ
ລິຈາກເລືອດຂອງປະຊາຊົນ ລາວ ຍັງຕໍ່າກວ່າລະດັບມາດຕະຖານສາກົນ ເຖິງແມ່ນ
ວ່າການບໍລິຈາກເລືອດໃນ ລາວ ມີທ່າອຽງທີ່ເພີ່ມຂຶ້ນທຸກປີກໍຕາມ ແຕ່ກໍຖືວ່າຍັງຫ່າງ
ໄກຈາກລະດັບຄວາມຕ້ອງການເລືອດຂັ້ນພື້ນຖານສຳລັບຜູ້ປ່ວຍຢູ່ໃນ ລາວ ຊຶ່ງຈະ
ເຫັນໄດ້ຈາກການບໍລິຈາກເລືອດທີ່ເພີ່ມຂຶ້ນຈາກ 36,653 ຖົງໃນປີ 2015 ເປັນ
40,454 ຖົງໃນປີ 2016 ແຕ່ກໍຄິດເປັນພຽງ 0.6 ເປີເຊັນເທົ່ານັ້ນ ຂະນະທີ່ລະດັບມາດ
ຕະຖານສາກົນນັ້ນຈະຕ້ອງມີຜູ້ບໍລິຈາກເລືອດບໍ່ໜ້ອຍກວ່າ 1 ເປີເຊັນຂອງຈຳນວນ
ປະຊາກອນທັງໝົດໃນປະເທດ.

ຊຶ່ງພາຍໃຕ້ສະພາບການດັ່ງກ່າວນີກໍເຮັດໃຫ້ ສປປ ລາວ ຍັງຕ້ອງປະເຊີນກັບບັນຫາ
ຂາດແຄນເລືອດສຳລັບໃຫ້ການຊ່ວຍເຫຼືອແກ່ຜູ້ປ່ວຍໃນ ລາວ ເລື້ອຍມາ ດັ່ງທີ່ທ່ານ
ແພງທອງ ບານຈັນທະວົງ ຮອງຜູ້ອຳນວຍການສູນເລືອດແຫ່ງຊາດ ໄດ້ໃຫ້ການຢືນຢັນ
ແລະ ຮຽກຮ້ອງວ່າ.

"ໃນປັດຈຸບັນນີ້ ເຮົາຕ້ອງການເລືອດມື້ລະ 150 ຖົງສຳລັບຂັ້ນສູນກາງ ຍັງບໍ່ນັບຢູ່ຂັ້ນ
ແຂວງເພື່ອໄປຊ່ວຍກອບກູ້ເອົາຊີວິດຂອງຜູ້ເຈັບເປັນຕ່າງໆ ໃນຂອບເຂດທົ່ວປະເທດ
ສະນັ້ນ ຈຶ່ງຂໍຮຽກຮ້ອງມາຍັງທຸກການຈັດຕັ້ງ ແລະ ທຸກຄົນ ຖ້າໃຜທີ່ມີສຸຂະພາບແຂງ
ແຮງ ອາຍຸ 17 ປີຂຶ້ນໄປ ນຳໜັກ 45 ກິໂລຂຶ້ນໄປ ມີສຸຂະພາບແຂງແຮງ ມີຄວາມພ້ອມ
ໃນການປະກອບສ່ວນບໍລິຈາກເລືອດ ເພາະວ່າ ການບໍລິຈາກເລືອດນີ້ມັນມີແຕ່ແນວ
ໄດ້ ບໍ່ມີແນວເສຍເນາະ ກະໄດ້ຮູ້ໝວດເລືອດ ໄດ້ກວດສຸຂະພາບ, ເສີມສ້າງຮ່າງກາຍ
ຂອງເຮົາໃຫ້ແຂງແຮງຂຶ້ນ."

ຍິ່ງໄປກວ່ານັ້ນ ລະບົບການໃຫ້ບໍລິການດ້ານສາທາລະນະສຸກຂອງລັດຖະບານ ລາວ
ໃນປັດຈຸບັນນີ້ກໍຍັງບໍ່ສາມາດຕອບສະໜອງຄວາມຕ້ອງການຂັ້ນພື້ນຖານຂອງປະຊາ
ຊົນໄດ້ອີກດ້ວຍ ໂດຍສະເພາະກໍແມ່ນລະບົບໃຫ້ບໍລິການເພື່ອສຸຂະພາບອະນາໄມທີ່ດີ
ສຳລັບເດັກນ້ອຍ ແລະ ແມ່ຍິງທີ່ກຳລັງຖືພານັ້ນ ຍັງຕ້ອງປະເຊີນກັບຂໍ້ຈຳກັດທັງໃນ
ດ້ານບຸກຄະລາກອນ ແລະ ດ້ານເຄື່ອງມືທາງການແພດ ສຳລັບໃຫ້ການຊ່ວຍເຫຼືອໃນ
ການເກີດລູກຂອງແມ່ຍິງ ແລະ ເດັກນ້ອຍ ລາວ ທີ່ເກີດໃໝ່ນັ້ນຍັງເປັນບັນຫາທີ່ຫຍຸ້ງ
ຍາກທີ່ສຸດໃນປັດຈຸບັນນີ້.

ພາຍໃຕ້ສະພາບການດັ່ງກ່າວນີ້ ຍັງເຮັດໃຫ້ ລາວ ເປັນປະເທດທີ່ມີອັດຕາການເສຍຊີ
ວິດຂອງແມ່ຍິງ ໃນຂະນະເກີດລູກ ແລະ ການເສຍຊີວິດຂອງເດັກເກີດໃໝ່ ຍັງມີອັດ
ຕາສະເລ່ຍສູງທີິ່ສຸດໃນອາຊຽນ ສ່ວນການຫຼຸດຜ່ອນບັນຫານີ້ ກໍດ້ວຍການພັດທະນາ
ເພື່ອຍົກລະດັບຄຸນະພາບການໃຫ້ບໍລິການຂອງໂຮງໝໍ ແລະ ສູນສາລາຫຼາຍກວ່າ
1,000 ແຫ່ງໃຫ້ໄດ້ມາດຕະຖານສາກົນຢ່າງແທ້ຈິງເທົ່ານັ້ນ.

ທາງດ້ານອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະເມີນວ່າການ
ຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມໃນປີ 2011-2015 ລັດຖະ
ບານ ລາວ ບໍ່ສາມາດບັນລຸເປົ້າໝາຍສະຫັດສະວັດຂອງການພັດທະນາໃນ 6 ດ້ານຄື
ເດັກອາຍຸຕໍ່າກວ່າ 5 ປີ ຍັງມີສ່ວນສູງຕໍ່າກວ່າເກນເຖິງ 38 ເປີເຊັນ ສ່ວນເດັກນ້ອຍທີ່
ມີນໍ້າໜັກຕໍ່າກວ່າເກນ ກໍຍັງມີອັດຕາສະເລ່ຍເຖິງ 27 ເປີເຊັນ ໃນຂະນະທີ່ອັດຕາການ
ເຂົ້າຮຽນ ແລະ ຮຽນຈົບຊັ້ນປະຖົມປີທີ 5 ກໍເພີ່ມຂຶ້ນຢ່າງຊັກຊ້າ.

ສ່ວນອັດຕາການຕາຍຂອງເດັກອາຍຸຕໍ່າກວ່າ 1 ປີຍັງສູງເຖິງ 45 ຄົນຕໍ່ 1,000 ຄົນ,
ອັດຕາການຕາຍຂອງແມ່ຍິງຂະນະຖືພາກໍສູງເຖິງ 197 ຕໍ່ 1 ແສນຄົນ, ສ່ວນແມ່ຍິງທີ່
ເກີດລູກ ໂດຍໄດ້ຮັບການຊ່ວຍເຫຼືອຈາກແພດ ຫຼື ພະຍາບານ ກໍຄິດເປັນອັດຕາສະ
ເລ່ຍພຽງ 53.9 ເປີເຊັນເທົ່ານັ້ນ ສ່ວນການຂາດສານອາຫານນັ້ນກໍເຮັດໃຫ້ເດັກນ້ອຍ
ລາວ ທີ່ອາຍຸຕໍ່າກວ່າ 5 ປີ ຄິດເປັນສັດສ່ວນເຖິງ 44 ເປີເຊັນ ທີ່ມີສ່ວນສູງ ແລະ ນໍ້າ
ໜັກຕໍ່າກວ່າເກນມາດຕະຖານ.

ດ້ານສະຖານທູດ ສະຫະລັດ ອາເມຣິກາ ທີ່ນະຄອນຫຼວງວຽງຈັນ ລາຍງານວ່າ ໂຄງ
ການພັດທະນາໂພສະນາການ ສຳລັບເດັກອາຍຸຕໍ່າກວ່າ 5 ປີທີ່ ສະຫະລັດ ຊ່ວຍເຫຼືອ
27 ລ້ານໂດລານັ້ນ ຕອບສະໜອງດ້ານໂພສະນາການທີ່ດີໃຫ້ກັບເດັກນ້ອຍ ລາວ
ໃນເຂດຊົນນະບົດໄດ້ຫຼາຍກວ່າ 170,000 ຄົນ ນັບແຕ່ປີ 2015 ເປັນຕົ້ນມາ.

XS
SM
MD
LG