ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານບລິງເກັນ ຍິນດີກັບຂໍ້ຕົກລົງ ລະ​ຫວ່າງອີຣ່ານ ກັບ ຊາອຸດີ


ລັດຖະມົນຕີການຕ່າງປະເທດສະຫະລັດ ແອນໂທນີ ບລິງເກັນ ຢ້ຽມຢາມ ສາງສູນຂົນສົ່່ງຂອງສະຫະປະຊາຊາດ ໃນ ອາດີສ ອາບາບາ, ເອທິໂອເປຍ, ໃນວັນທີ 15 ມີນາ 2023
ລັດຖະມົນຕີການຕ່າງປະເທດສະຫະລັດ ແອນໂທນີ ບລິງເກັນ ຢ້ຽມຢາມ ສາງສູນຂົນສົ່່ງຂອງສະຫະປະຊາຊາດ ໃນ ອາດີສ ອາບາບາ, ເອທິໂອເປຍ, ໃນວັນທີ 15 ມີນາ 2023

ລັດຖະມົນຕີການຕ່າງປະເທດສະຫະລັດ ແອນໂ​ທນີ ບລິງເກັນ ໄດ້​ສະ​ແດງ​ຄວາມ​ຄິດ​ໃນ​ແງ່​ດີ​ໃນ​ວັນ​ພຸດ​ວານນີ້ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ລະ​ຫວ່າງ​ອີ​ຣ່ານ ແລະ ຊາ​ອຸ​ດີ ອາ​ຣາ​ເບຍ ຄືນ​ໃໝ່.

ທ່ານ ບລິງເກັນ ກ່າວໃນກອງປະຊຸມຖະແຫຼງຂ່າວທີ່ມະຫາວິທະຍາໄລ ແອດດີສ ອາບາບາ (Addis Ababa) ໃນລະຫວ່າງການຢ້ຽມຢາມເອທິໂອເປຍ ວ່າ "ຖ້າຂໍ້ຕົກລົງນີ້ມີຜົນບັງຄັບໃຊ້ຢ່າງແທ້ຈິງ, ແລະໂດຍສະເພາະຖ້າອີຣ່ານປະຕິບັດຕາມຄໍາຫມັ້ນສັນຍາທີ່ໄດ້​ໃຫ້ໄວ້, ອີກເທື່ອຫນຶ່ງ, ມັນກໍ່ຈະເປັນໄປໃນທາງບວກ."

ທ່ານ ໄດ້ກ່າວຕື່ມວ່າ "ຈາກທັດສະນະຂອງພວກເຮົາ, ສິ່ງໃດກໍ່ຕາມທີ່ສາມາດຊ່ວຍຫຼຸດຜ່ອນຄວາມເຄັ່ງຕຶງ, ຫຼີກເວັ້ນການຂັດແຍ້ງ, ແລະສະກັດກັ້ນການກະທໍາທີ່ເປັນອັນຕະລາຍ ຫຼື ສ້າງຄວາມ​ບໍ່​ທຸ່ນ​ທ່ຽງ ໂດຍອີຣ່ານໄດ້ນັ້ນ ເປັນສິ່ງທີ່ດີ,".

ນັກການທູດສູງສຸດຂອງສະຫະລັດ ໄດ້ໃຫ້​ຂໍ້ສັງເກດ​ກ່ຽວ​ກັບບົດບາດຂອງຈີນ ໃນການອໍານວຍຄວາມສະດວກໃນຂໍ້ຕົກລົງນີ້, ໂດຍກ່າວວ່າ, "ນັ້ນແມ່ນສິ່ງທີ່ດີ."

ທ່ານ​ກ່າວ​ວ່າ “ຂ້າພະ​ເຈົ້າ​ຄິດ​ວ່າ ມັນ​ມີ​ຄຸນຄ່າ​ທີ່​ບັນດາ​ປະ​ເທດຕ່າງໆ, ບ່ອນ​ໃດທີ່​ເຂົາ​ເຈົ້າ​ສາມາດດຳ​ເນີນ​ການ, ຮັບ​ຜິດ​ຊອບ​ໃນ​ການ​ຊຸກຍູ້​ຄວາມ​ປອດ​ໄພ, ​ເພື່ອສ້າງ​ຄວາມ​ກ້າວ​ໜ້າ​ໃຫ້​ແກ່​ການ​ພົວພັນ​ທີ່​ມີ​ສັນຕິພາບ.”

U.S. Secretary of State Antony Blinken expressed optimism Wednesday about the re-establishment of relations between Iran and Saudi Arabia.

“If this agreement actually bears out, and particularly if Iran follows through on the commitments that it’s apparently made, again, that would be positive,” Blinken said during a news conference at Addis Ababa University during a visit to Ethiopia.

“From our perspective, anything that can help reduce tensions, avoid conflict, and curb in any way dangerous or destabilizing actions by Iran is a good thing,” Blinken added.

The top U.S. diplomat noted China’s role in facilitating the agreement, saying, “that’s a good thing.”

“I think it’s valuable that countries, where they can, take action, take responsibility for advancing security, for advancing peaceful relations,” he said.

After the agreement was announced last week, White House press secretary Karine Jean-Pierre told reporters the deal could help reduce tension in the region, especially in Yemen, where the two countries have supported opposing sides during years of conflict.

“We welcome any efforts to help end the war in Yemen and deescalate tensions in the Middle East region,” Jean-Pierre said.

XS
SM
MD
LG