ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານບລີງເກັນ ກຳລັງຢ້ຽມຢາມຢູເຄຣນ ທ່າມກາງຄວາມເຄັ່ງຕຶງ ກັບຣັດເຊຍ ຢູ່ຊາຍແດນຂອງຢູເຄຣນ


ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ, ຂວາ, ລໍຖ້າການເລີ້ມຕົ້ນກອງປະຊຸມກັບ ລັດຖະມົນຕີການຕ່າງປະເທດຂອງຢູເຄຣນ ໃນນະຄອນບຣັສເຊີລສ໌, ວັນທີ 13 ເມສາ 2021. ໃນອາທິດນີ້ ທ່ານບລິງເກັນແມ່ນຢູ່ໃນນະຄອນຫຼວງກີຢິບ.
ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ, ຂວາ, ລໍຖ້າການເລີ້ມຕົ້ນກອງປະຊຸມກັບ ລັດຖະມົນຕີການຕ່າງປະເທດຂອງຢູເຄຣນ ໃນນະຄອນບຣັສເຊີລສ໌, ວັນທີ 13 ເມສາ 2021. ໃນອາທິດນີ້ ທ່ານບລິງເກັນແມ່ນຢູ່ໃນນະຄອນຫຼວງກີຢິບ.

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ແມ່ນກຳລັງຢູ່ໃນຢູເຄຣນ ເພື່ອເຂົ້າປະຊຸມກັບປະທານາທິບໍດີ ໂວໂລດີເມຍ ຊີເລນສກີ ນາຍົກລັດຖະມົນຕີ ເດນີສ ຊໄມຮອລ ແລະລັດຖະມົນຕີກະຊວງການຕ່າງປະເທດ ທ່ານດີມິດໂທຣ ຄູເລບາ.

ທ່ານບລິງເກັນ ໄດ້ຂຽນຂໍ້ຄວາມລົງໃນທວິດເຕີ້ ຫຼັງຈາກເດີນທາງເຖິງນະຄອນ ຫຼວງກີຢິບ ວ່າ “ອັນນີ້ຈະເປັນໂອກາດສຳຄັນທີ່ຈະສືບຕໍ່ປຶກສາຫາລືເລື້ອງການຮຸກຮານຂອງຣັດເຊຍ ແລະຈະເນັ້ນຢ້ຳເຖິງຄວາມຈຳເປັນເພື່ອຮັກສາທັງຈັງຫວະແລະເພັ່ງເລັງໃສ່ເລື້ອງການປະຕິຮູບຮ່ວມ ກັບຄູ່ພາຄີຝ່າຍຢູເຄຣນ ຂອງພວກເຮົາ.”

ເມື່ອທ້າຍເດືອນແລ້ວນີ້ ເຈົ້າໜ້າທີ່ອະວຸໂສຂອງສະຫະລັດ ແລະບັນດາເຈົ້າໜ້າທີ່ຂອງສະຫະພາບຢູໂຣບ ໄດ້ກ່າວວ່າ ກຳລັງທະຫານຂອງຣັດເຊຍປະມານ 150,000 ຄົນ ໄດ້ເຕົ້າໂຮມກັນຢູ່ເລາະຕາມເຂດຊາຍແດນຕິດກັບຢູເຄຣນ ແລະຢູ່ໃນແຫຼມໄຄຣເມຍ.

ທ່ານບລິງເກັນ ຄາດໝາຍວ່າ ຈະກ່າວຢໍ້າວ່າ ສະຫະລັດຈະບໍ່ຍອມຮັບຮູ້ການປະກາດໂຮມເອົາແຫຼມໄຄຣເມຍ ເຂົ້າເປັນຂອງຣັດເຊຍໃນປີ 2014 ແລະຈະຮຽກຮ້ອງຕໍ່ຣັດເຊຍໃຫ້ສົ່ງເຂດດັ່ງກ່າວຄືນແກ່ຢູເຄຣນ.

ທ່ານຍັງຈະຮຽກຮ້ອງຕໍ່ຣັດເຊຍ ໃຫ້ປະຕິບັດຕາມຄຳໝັ້ນໝາຍຂອງຕົນພາຍໃຕ້ຂໍ້ຕົກລົງມິງສ໌ເພື່ອໃຫ້ຍຸຕິບັນຫາຂັດແຍ້ງຢູ່ໃນເຂດພາກຕາເວັນອອກຂອງຢູເຄຣນ. ນັບຕັ້ງແຕ່ປີ 2014 ເປັນຕົ້ນມາ ຣັດເຊຍ ໄດ້ໃຫ້ການສະໜັບສະໜຸນພວກແບ່ງແຍກດິນແດນ ທີ່ນິຍົມຣັດເຊຍ ຢູ່ໃນເຂດດອນບັສ ທາງພາກຕາເວັນອອກ ຂອງຢູເຄຣນ.

ກະຊວງການຕ່າງປະເທດ ໄດ້ກ່າວວ່າ ທ່ານບລິງເກັນ ຍັງຈະຊຸກຍູ້ໃຫ້ປະຕິຮູບສະຖາບັນໃນຢູເຄຣນ ຊຶ່ງກະຊວງນີ້ ໄດ້ເອີ້ນວ່າ “ກະແຈທີ່ສຳຄັນເພື່ອຮັບປະ ກັນວ່າ ຢູເຄຣນມີສະຖາບັນທີ່ເປັນປະຊາທິປະໄຕ, ເສດຖະກິດທີ່ຈະເລີນຮຸ່ງ ເຮືອງ ແລະອະນາຄົດຂອງເຂດຢູໂຣບ ແລະແອັດແລນຕິກ.”

ທ່ານບລິງເກັນ ເປັນໄປໄດ້ສູງວ່າຈະເນັ້ນຢ້ຳເຖິງຄວາມສຳຄັນໃນການສະໜັບ ສະໜຸນດ້ານເສດຖະກິດຂອງສະຫະລັດແກ່ຢູເຄຣນ.

“ນັບຕັ້ງແຕ່ປີ 2014 ເປັນຕົ້ນມາ ສະຫະລັດ ໄດ້ສະໜອງການຊ່ອຍເຫຼືອແກ່ຢູເຄຣນ ໃນມູນຄ່າທັງໝົດຫຼາຍກວ່າ 4 ພັນ 6 ຮອຍລ້ານໂດລາ ທີ່ລວມທັງ ການຊ່ອຍເຫຼືອໃນດ້ານຄວາມປອດໄພ ແລະໃນດ້ານທີ່ບໍ່ແມ່ນຄວາມປອດໄພ” ອີງຕາມການກ່າວຂອງກະຊວງການຕ່າງປະເທດ.

U.S. Secretary of State Antony Blinken is set to arrive in Kyiv, Ukraine, where on Thursday he’s scheduled to meet with President Volodymyr Zelenskiy, Prime Minister Denys Shmyhal and Minister of Foreign Affairs Dmytro Kuleba.

According to a State Department news release, Blinken will "underscore unwavering U.S. support for Ukraine's sovereignty and territorial integrity in the face of Russia's ongoing aggression."

"The United States is deeply concerned about Russia's ongoing aggressive actions and rhetoric targeting Ukraine, including the increased Russian troop presence in occupied Crimea and around Ukraine's borders," the news release said.

It added that the U.S. "continues to monitor the situation closely."

Late last month, senior American and European Union officials said roughly 150,000 Russian troops massed along the border of Ukraine and in Crimea.

Blinken is expected to restate that the U.S will not recognize Russia's 2014 annexation of Ukraine's Crimean peninsula. He was expected to call for its return to Ukraine.

He will also call on Russia to uphold its commitments under the Minsk agreements to end the conflict in eastern Ukraine. Since 2014, Russia has been supporting pro-Russian separatists in the eastern region of Donbas.

The State Department said Blinken will also encourage institutional reforms in Ukraine, which the State Department called "key to securing Ukraine's democratic institutions, economic prosperity, and Euro-Atlantic future."

Blinken will likely underscore the importance of American economic support for Ukraine.

"Since 2014, the United States has provided Ukraine more than $4.6 billion in total assistance, including security and non-security assistance," according to the State Department.

XS
SM
MD
LG