ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານບ​ລິງ​ເກັນ ເນັ້ນໃຫ້​ເຫັນເຖິງຈຸດ​ເພັ່ງ​ເລັງ ຂອງ ສ​ຫລ ຕໍ່​ຂົງ​ເຂດມະ​ຫາ​ສະ​ໝຸດ ປາຊີຟິກ ໃນການ​​ໄປຢ້ຽມ​ຢາມອອ​ສ​ເຕ​ຣ​ເລຍ


ລັດຖະມົນຕີການຕ່າງປະເທດສະຫະລັດ, ທ່ານແອນ​ໂທ​ນີ ບ​ລິງ​ເກັນໂບກ​ມື​ໃສ່​ຜູ້​ຄົນ​ໄປ​ຕ້ອນ​ຮັບ​ທ່ານ ຂະ​ນະ​ທີ່​ທ່ານລົງ​ຈາກ​ເຮືອ​ບິນທີ່​ນະ​ຄອນ Melbourne ຂອງອອ​ສ​ເຕ​ຣ​ເລຍ, ວັນ​ທີ 9 ກຸມ​ພາ, 2022.
ລັດຖະມົນຕີການຕ່າງປະເທດສະຫະລັດ, ທ່ານແອນ​ໂທ​ນີ ບ​ລິງ​ເກັນໂບກ​ມື​ໃສ່​ຜູ້​ຄົນ​ໄປ​ຕ້ອນ​ຮັບ​ທ່ານ ຂະ​ນະ​ທີ່​ທ່ານລົງ​ຈາກ​ເຮືອ​ບິນທີ່​ນະ​ຄອນ Melbourne ຂອງອອ​ສ​ເຕ​ຣ​ເລຍ, ວັນ​ທີ 9 ກຸມ​ພາ, 2022.

ລັດຖະມົນຕີການຕ່າງປະເທດສະຫະລັດ, ທ່ານແອນ​ໂທ​ນີ ບ​ລິງ​ເກັນເນັ້ນໃຫ້​ເຫັນເຖິງຈຸດ​ເພັ່ງ​ເລັງຂອງລັດ​ຖະ​ບານ​ທ່ານໄບ​ເດັນຕໍ່​ຂົງ​ເຂດເອ​ເຊຍ-ປາຊີຟິກ ແລະອິນໂດ-ປາຊີຟິກໃນຂະນະທີ່ທ່ານເດີນທາງໄປອອ​ສ​ເຕ​ຣ​ເລຍ, ໂດຍກ່າວວ່າການພົບ​ປະກັບກຸ່ມທີ່ປະກອບມີສະຫະລັດ, ອອ​ສ​ເຕ​ຣ​ເລຍ, ຍີ່ປຸ່ນ ແລະອິນເດຍ ແມ່ນກ່ຽວ​ຂ້ອງກັບວຽກງານທີ່ມີຄວາມສໍາຄັນຕໍ່ “ປະຊາຊົນໃນທົ່ວຂົງ​ເຂດ ແລະໃນທົ່ວໂລກ.”

ທ່ານບ​ລິງ​ເກັນ ກ່າວ​ຕໍ່ນັກຂ່າວທີ່ເດີນທາງໄປກັບທ່ານໃນຂະນະທີ່ທ່ານກຳ​ລັງກະກຽມສໍາລັບກອງປະຊຸມຂອງບັນດາປະເທດທີ່ເອີ້ນວ່າຄວດ (Quad) ນັ້ນ.

"ຄວດ (Quad) ກໍາລັງກາຍເປັນກົນໄກທີ່ມີປະສິດທິພາບໃນການ​ຂົນ​ສົ່ງ, ຊ່ວຍ ເຫຼືອໃນການສັກຢາວັກຊີນ ໃຫ້​ແກ່​ພ​າກ​ສ່ວນໃຫຍ່ຂອງໂລກ, ເອົາຢາວັກຊີນຈໍາ ນວນຫຼວງຫຼາຍອອກໄປ​ໃຫ້ຄົນຢູ່ຫັ້ນ, ເສີມສ້າງຄວາມປອດໄພທາງທະເລ ເພື່ອຜັກ​ດັນ​ກັບການຮຸກຮານແລະການບັງຄັບໃນຂົງ​ເຂດອິນໂດ-ປາຊີຟິກ, ເຮັດວຽກ ຮ່ວມກັນກ່ຽວກັບເທັກໂນໂລຈີ​ທີ່​ຫາກໍ່​ເກີດ​ຂຶ້ນ​ມາ​ໃໝ່ ແລະເຮັດໃຫ້ແນ່ ໃຈວ່າມັນສາມາດຖືກນໍາໃຊ້ໄປໃນທາງບວກ, ບໍ່ແມ່ນທາງລົບ, ແລະເພີ້ມຫົວ​ຂໍ້​ຂອງ​ວຽກ​ງານ​ທີ່​ຢາກ​ເຮັດ​ໃຫ້ກວ້າງຂວາງ ແລະເລິກເຊິ່ງກວ່າ​ເກົ່າ," ນັ້ນ​ຄື​ຄຳ​ເວົ້າຂອງ​ທ່ານບ​ລິງ​ເກັນ.

ທ່ານ​ກ່າວ​ວ່າວຽກ​ງານ​ລະຫວ່າງ 4 ປະ​ເທດ​ແມ່ນ​ຄ້າຍ​ຄື​ກັນ​ກັບ​ຄວາມ​ພະຍາຍາມ​ທີ່​ສະ​ຫນັບ​ສະ​ຫນູນ​ໂດຍ​ສະ​ຫະ​ລັດ​ໃນ​ຂົງ​ເຂດ​ອື່ນ​ຂອງ​ໂລກຊຶ່ງ​ກໍ​ຄື "ການສ້າງ, ການເສີມ​ສ້າງໃຫ້​ມີ​ພະ​ລັງ, ການຊຸກ​ຍູ້​ກຸ່ມ​ປະ​ເທດທີ່​ແຕກ​ຕ່າງ​ກັນທີ່​ສຸມ​ໃສ່ບັນ​ຫາ​ທີ່ບາງ​ຄັ້ງ​ກໍ​ຄື​ກັນ​." ທ່ານບ​ລິງ​ເກັນ ກ່າວອີກວ່າການ​ຈັບກຸ່ມກັນ ເຫຼົ່ານັ້ນເຮັດໃຫ້ ປະເທດຕ່າງໆສາມາດໃຊ້ຄວາມເຂັ້ມແຂງສະເພາະຂອງເຂົາ ເຈົ້າເພື່ອສຸມໃສ່ບັນຫາທີ່ສໍາຄັນເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ, ໂຄວິດ-19 ແລະເທັກໂນໂລຈີທີ່ກຳ​ລັງເກີດຂຶ້ນມາໃໝ່.

ການຢ້ຽມຢາມອອສເຕຣເລຍຂອງທ່ານບ​ລິງ​ເກັນເປັນການເດີນທາງຄັ້ງທຳອິດ ໄປ​ຍັງທີ່ນັ້ນ ຫຼັງຈາກການຮ່ວມມືດ້ານຄວາມໝັ້ນຄົງສາມຝ່າຍ ທີ່ມີຊື່ວ່າ AUKUS - ອອສເຕຣເລຍ, ລາດ​ຊະ​ອາ​ນາ​ຈັກອັງກິດ ແລະສະຫະລັດທີ່ໄດ້ ປະກາດໃນເດືອນກັນຍາທີ່ຜ່ານມາ. ຂໍ້​ຕົກລົງ​ດັ່ງກ່າວ​ລວມມີ​ຂໍ້​ຕົກລົງ​ສ້າງ​ກຳ​ປັ່ນ​ດຳ​ນ້ຳທີ່​ຂັບ​ເຄື່ອນ​ດ້ວຍ​ພະ​ລັງ​ນິວ​ເຄຼຍຂອງ​ອອ​ສ​ເຕ​ຣ​ເລຍ ​ເຊິ່ງ​ເປັນ​ສ່ວນນຶ່ງ​ຂອງ​ການ​ສະກັດ​ກັ້ນ​ການ​ຂະຫຍາຍ​ອິດ​ທິ​ພົນ​ທາງ​ທະຫານ​ຂອງ​ຈີນ​ໃນ​ທົ່ວ​ຂົງ​ເຂດ​ອິນ​ໂດ​-ປາຊີ​ຟິກ.

ສ່ວນນຶ່ງຂອງການສົນທະນາຫາ​ລື​ກັນຢູ່ໃນກອງປະຊຸມລັດຖະມົນຕີການຕ່າງປະ ເທດຄວດ (Quad) ຄັ້ງທີ 4 ທີ່ນະຄອນແມ​ລ​ເບີນ "ຈະກ່ຽວຂ້ອງກັບສິ່ງ ທ້າທາຍທີ່ຈີນສ້າງຂຶ້ນ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ດາ​ນຽ​ລ ຄ​ຣິດ​ເທັນ​ບ​ຣິງ (Daniel Kritenbrink), ລັດຖະມົນຕີຊ່ວຍວ່າ​ການ ກະຊວງການຕ່າງປະເທດ ຮັບຜິດ ຊອບວຽກງານເອ​ເຊຍ​ຕາເວັນອອກ ແລະປາຊີຟິກກ່າວຕໍ່ວີໂອເອ ໃນລະຫວ່າງການຖະ​ແຫຼງ​ຂ່າວທາງໂທລະສັບ ໃນວັນສຸກແລ້ວນີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG