ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານບ​ລິງ​ເກັນ ຈະ​ພົບ​ປະ​ ກັບລັດ​ຖະ​ມົນ​ຕີ​​ຕ່າງ​ປະ​ເທດ ​ຣັດ​ເຊຍ ກ່ຽວ​ກັບ​ເລື້ອງ​ ຢູ​ເຄ​ຣນ


ຮູບ​ທີ່​ຖ່າຍ​ເມື່ອ​ວັນ​ທີ 20 ມັງ​ກອນ 2022, ທະ​ຫານ​ຢູ​ເຄ​ຣນ ຢືນ​ຢູ່​ໃກ້​ກັບ​ລົດ​ຮຳ​ວີ​ຂອງ​ເຂົາ​ເຈົ້າ ທີ່​ເສັ້ນ​ແບ່ງ​ເຂດ ກັບ​ພວກ​ກະ​ບົດ​ແຍກ​ດິນ​ແດນ​ນິ​ຍົມ​ຣັດ​ເຊຍ ທີ່​ເມືອງ​ມາ​ຣີ​ອູ​ໂປ​ລ ໃນ​ເຂດ​ໂດ​ແນັດ ປະ​ເທດ​ຢູ​ເຄ​ຣນ.
ຮູບ​ທີ່​ຖ່າຍ​ເມື່ອ​ວັນ​ທີ 20 ມັງ​ກອນ 2022, ທະ​ຫານ​ຢູ​ເຄ​ຣນ ຢືນ​ຢູ່​ໃກ້​ກັບ​ລົດ​ຮຳ​ວີ​ຂອງ​ເຂົາ​ເຈົ້າ ທີ່​ເສັ້ນ​ແບ່ງ​ເຂດ ກັບ​ພວກ​ກະ​ບົດ​ແຍກ​ດິນ​ແດນ​ນິ​ຍົມ​ຣັດ​ເຊຍ ທີ່​ເມືອງ​ມາ​ຣີ​ອູ​ໂປ​ລ ໃນ​ເຂດ​ໂດ​ແນັດ ປະ​ເທດ​ຢູ​ເຄ​ຣນ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ຢູ່​ທີ່​ນະ​ຄອນ​ເຈ​ນີ​ວາ ບ່ອນ​ທີ່​ທ່ານ​ພົບ​ປະ ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ ທ່ານ​ເຊີ​ເກ ລາວ​ຣັອ​ບ ໃນ​ວັນ​ສຸກມື້ນີ້ ຊຶ່ງ​ເປັນ​ການ​ພົບ​ປະ​ກັນ​ເທື່ອ​ທີ 4 ​ລະ​ຫວ່າງ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ກັບ​ຣັດ​ເຊຍ ນັບແຕ່​ອາ​ທິດ​ແລ້ວນີ້​ເປັນ​ຕົ້ນ​ມາ.

ປະ​ເທດ​ຕາ​ເວັນ​ຕົກ​ທວງ​ໃຫ້​ຣັດ​ເຊຍ ຖອນ​ທະ​ຫານ​ແລະ​ອາ​ວຸດ​ຂອງ​ຕົນ​ອອກ​ໄປ​ຈາກ​ບໍ​ລິ​ເວນ​ຊາຍ​ແດນ​ຂອງ​ຢູ​ເຄ​ຣນ ໃນ​ຂະ​ນະ​ທີ່​ມົ​ສ​ກູ​ຢາກ​ໃຫ້​ອົງ​ການ​ເນ​ໂຕ້ຫຼຸດການ​ປະ​ຕິ​ບັດ​ງານ​ຂອງ​ຕົນ ຢູ່​ໃນ​ເຂດ​ພາກ​ກາງແລະ​ພາກ​ຕາ​ເວັນ​ອອກ​ຂອງຢູ​ໂຣບ ແລະ​ຢືນ​ຢັດ​ວ່າພັນ​ທະ​ມິດ​ທາງ​ທະ​ຫານ​ຂອງປະ​ເທດຕາ​ເວັນ​ຕົກ ​ປະ​ຕິ​ເສດບໍ່​ຮັບ​ເອົາ​ການ​ຂໍ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ຢູ​ເຄ​ຣນ​.

ທ່ານບ​ລິງ​ເກັນ​ປະ​ກາດ​ ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ສະ​ຫະ​ລັດ​ ແລະ​ປະ​ເທດ​ພັນ​ທະ​ມິດ ​ຈະ​ສ້າງຄວາມເສຍ​ຫາຍ “ຢ່າງວ່ອງ​ໄວ​ແລະ​ຂະ​ໜາດ​ໃຫຍ່” ໃຫ້​ແກ່​ຣັດ​ເຊຍ ຖ້າ​ປະ​ເທດ​ດັ່ງ​ກ່າວ ​ຫາກ​ຮຸກ​ຮານ​ຢູ​ເຄ​ຣນ ແຕ່​ເວົ້າ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍທ່ານວ​ລາ​ດີ​ເມຍ ປູ​ຕິນ ຍັງ​ສາ​ມາດ​ເລືອກ​ເອົາ​ການ​ແກ້​ໄຂ​ທາງ​ດ້ານ​ການ​ທູດ​ໃນຄວາມ​ເຄັ່ງ​ຕຶງ​ທີ່​ພວມ​ເພີ້ມ​ທະ​ວີ​ຂຶ້ນ​ຢູ່​ໃນ​ຢູ​ໂຣບ​ຕາ​ເວັນ​ອອກ.

ທ່ານບ​ລິງ​ເກັນ​ກ່າວ​ວ່າ ສະ​ຫະ​ລັດ​ໄດ້​ສະ​ແດງ​ໃຫ້​ເຫັນ “ຢ່າງ​ຈະ​ແຈ້ງ​ຕະ​ຫຼອດ​ມາ” ວ່າ ຖ້າ​ທະ​ຫານ​ຣັດ​ເຊຍ​ໃດໆ​ກໍ​ຕາມ​ຫາກ​ບຸກ​ຂ້າມ​ຊາຍ​ແດນ​ຢູ​ເຄ​ຣນ​ເຂົ້າໄປ “ພວກ​ເຂົາ​ຈະ​ພົບ​ກັບ​ການ​ຕອບ​ໂຕ້​ ຢ່າງ​ວ່ອງ​ໄວ ຮຸນ​ແຮງ ​ສາ​ມັກ​ຄີ​ຈາກສະ​ຫະ​ລັດ ແລະ​ປະ​ເທດ​ພັນ​ທະ​ມິດ ແລະ​ພາ​ຄີ​ຂອງ​ພວກ​ເຮົາ.”

ລຸນ​ຫຼັງ​ການ​ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ເຢຍ​ຣະ​ມັນ ທ່ານ​ນາງ​ອັນນາ​ເລ​ນາ​ ແບ​ບັອກ ແລ້ວ ທ່ານບ​ລິງ​ເກັນກໍກ່າວ​ວ່າ​ ທ່ານ​ປູ​ຕິນ ​ມີ​ທາງ​ເລືອກ ລະ​ຫວ່າງ “ການ​ເຈ​ລະ​ຈາ​ແລະ​ການ​ທູດ​ໃນ​ດ້ານ​ນຶ່ງ ແລະ​ການ​ຂັດ​ແຍ້ງ​ພ້ອມ​ກັບ​ຜົນ​ທີ່​ຕິດ​ຕາມ​ມາ ໃນ​ອີກ​ດ້ານ​ນຶ່ງ. ທ່ານ​ຄວນ​ຕັດ​ສິນ​ໃຈ​ວ່າ ຈະ​ເອົາທິດ​ທາງ​ໃດ.”

ທ່ານບ​ລິງ​ເກັນ​ ກ່າວ​ວ່າ “ພວກ​ເຮົາ​ມາ​ຮອດ​ບ່ອນ ​ທີ່​ຕ້ອງ​ໄດ້​ຕັດ​ສິນ​ໃຈ” ຊຶ່ງ​ໝາຍເຖິງ​ການ​ປະ​ເຊີນ​ໜ້າ​ລະ​ຫວ່າງ​ປະ​ເທດ​ຕາ​ເວັນ​ຕົກແລະ​ມົ​ສ​ກູ ກ່ຽວ​ກັບ​ການເຕົ້າ​ໂຮມມ​ກຳ​ລັງ​ທະ​ຫານ 100,000 ຄົນ ຢູ່​ຕາມ​ຊາຍ​ແດນ​ ທາງ​ກ້ຳ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ.

ໃນ​ຂະ​ນະ​ທີ່​ສະ​ຫະ​ລັດ​ໄດ້​ກ່າ​ວ​ຢ່າງ​ເດັດ​ດ່ຽວ​ວ່າ ການ​ຮຸກ​ຮານ​ທາງ​ທະ​ຫານ​ຂອງ​ຣັດ​ເຊຍ​ຕໍ່​ຢູ​ເຄ​ຣນນັ້ນ ຈະ​ຖືກ​ຕອບ​ໂຕ້​ ດ້ວຍ​ການ​ລົງ​ໂທດ​ທາງ​ດ້ານ​ເສດ​ຖະ​ກິດຢ່າງວ່ອງ​ໄວ​ແລະ​ສຳ​ຄັນ ແຕ່​ບໍ່​ແມ່ນ​ການ​ຕອບ​ໂຕ້​ທາງ​ດ້ານ​ທະ​ຫານ​ຂອງ​ສະ​ຫະລັດ​ແລະ​ອົງ​ການ​ເນ​ໂຕ້ ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້​ງ​ປານ​ໃດ​ວ່າ ປະ​ເທດ​ຕາ​ເວັນ​ຕົກຈະ​ເຮັດ​ແນວ​ໃດ ໃນ​ກໍ​ລະ​ນີ​ທີ່​ຣັດ​ເຊຍ​ທຳ​ການ​ໂຈມ​ຕີ​ທາງ​ໄຊ​ເບີ້ ຫຼື​ເອົາ​ບາດ​ກ້າວອື່ນໆ​ຕໍ່​ລັດ​ຖະ​ບານ​ກີ​ຢິບ.

ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ມື້​ວັນ​ພຸດ​ຜ່ານ​ມາ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານໂຈ ໄບ​ເດັນ ໄດ້​ໃຫ້​ຄວາມ​ເຫັນ​ທີ່​ບໍ່​ຄ່ອຍ​ຈະ​ແຈ້ງ​ປານ​ໃດ ກ່ຽວ​ກັບ​ການ​ຕອບ​ໂຕ້ຂອງ​ປະ​ເທດ​ຕາ​ເວັນ​ຕົກ ຕໍ່​ອັນ​ທີ່​ທ່ານ​ເອີ້ນ​ວ່າ “ການ​ບຸກ​ລຸກ​ເລັກ​ນ້ອຍນັ້ນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG