ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານ ບລິງເຄັນ ກ່າວວ່າ ການເຈລະຈາ ກັບ ຝຣັ່ງ “ມີໝາກຜົນຫຼາຍ”


ທ່ານ ບລິງເຄັນ ເດີນທາງຮອດກອງປະຊຸມສະພາລະດັບລັດຖະມົນຕີຂອງອົງການເພື່ອການຮ່ວມມື ແລະ ການພັດທະນາເສດຖະກິດ, ນະຄອນຫຼວງ ປາຣີ, ຝຣັ່ງ. 5 ຕຸລາ, 2021.
ທ່ານ ບລິງເຄັນ ເດີນທາງຮອດກອງປະຊຸມສະພາລະດັບລັດຖະມົນຕີຂອງອົງການເພື່ອການຮ່ວມມື ແລະ ການພັດທະນາເສດຖະກິດ, ນະຄອນຫຼວງ ປາຣີ, ຝຣັ່ງ. 5 ຕຸລາ, 2021.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ໄດ້ກ່າວໃນວັນພຸດວານນີ້ວ່າ ການເຈລະຈາຂອງທ່ານໃນອາທິດນີ້ກັບບັນດາເຈົ້າໜ້າທີ່ລະດັບສູງ ຝຣັ່ງ ແມ່ນ “ມີໝາກຜົນຫຼາຍ” ແລະ ອາດນຳໄປສູ່ການຮ່ວມມືຄັ້ງໃໝ່ລະຫວ່າງ ວໍຊິງຕັນ ແລະ ປາຣີ ເພື່ອຍັບຢັ້ງການທ້າທາຍທາງທະຫານຂອງ ຈີນ ໃນພາກພື້ນອິນໂດ-ປາຊີຟິກ.

ທ່ານ ບລິງເຄັນ ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວທີ່ນະຄອນຫຼວງຂອງ ຝຣັ່ງ ວ່າ “ມັນມີຄວາມສຳຄັນເປັນຢ່າງຍິ່ງຕໍ່ ສະຫະລັດ ທີ່ ຢູໂຣບ ໂດຍທົ່ວໄປ, ໂດຍສະເພາະແມ່ນ ຝຣັ່ງ, ເປັນຄູ່ຮ່ວມທີ່ເຂັ້ມແຂງ ແລະ ພົວພັນໃນ ອິນໂດ-ປາຊີຟິກ. ທ່ານໄດ້ສະຫຼຸບການເດີນທາງຂອງທ່ານໄປທະວີບ ຢູໂຣບ ຫຼັງຈາກການເຈລະຈາກັບລັດຖະມົນຕີການຕ່າງປະເທດຄົນອື່ນໆຢູ່ອົງການເພື່ອການຮ່ວມ ມື ແລະ ພັດທະນາເສດຖະກິດ.

ທ່ານ ບລິງເຄັນ ໄດ້ສະເໜີວ່າ ສະຫະລັດ ແລະ ຝຣັ່ງ ຍັງອາດເຮັດວຽກຮ່ວມກັນ ກ່ຽວກັບ ບັນຫາທົ່ວໄປຢູ່ພາກພື້ນ ຊາແຮລ (Sahel) ຂອງ ອາຟຣິກາ ແລະ ກ່ຽວກັບ ການຮັກສາຄວາມປອດໄພລະຫວ່າງ ສະຫະລັດ-ຢູໂຣບ.

ໃນຂະນະທີ່ຢູ່ ປາຣີ ນັ້ນ, ທ່ານ ບລິງເຄັນ ໄດ້ພົບປະກັບປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາກຣົງ ແລະ ລັດຖະມົນຕີຕ່າງປະເທດ ທ່ານ ຊັອງ ອີຟ ເລີ ດຣຽງ (Jean Yves Le Drian), ເຊິ່ງການເຈລະຈາໄດ້ເພັ່ງເລັງໃສ່ການສືບຕໍ່ປັບປຸງສາຍພົວພັນທີ່ຕຶງຄຽດລະຫວ່າງພັນທະມີດທີ່ມີມາຍາວນານນັ້ນ ລຸນຫຼັງຄວາມຂັດແຍ້ງ ກ່ຽວກັບ ການເປັນຄູ່ຮ່ວມດ້ານຄວາມປອດໄພລະຫວ່າງ ສະຫະລັດ, ອັງກິດ ແລະ ອອສເຕຣເລຍ. ທ່ານ ມາກຣົງ ແລະ ປະທານາທິບໍດີ ສະຫະລັດ ທ່ານ ໄບເດັນ ອາດຈະປະກາດໂຄງການຮ່ວມກັນ ເວລາທີ່ພວກເພິ່ນທຳການເຈລະຈາໃນທ້າຍເດືອນນີ້ ໃນນະຄອນຫຼວງ ໂຣມ ຂອງ ອິຕາລີ ນອກຈາກກອງປະຊຸມຂອງບັນດາຜູ້ນຳກຸ່ມ 20 ປະເທດ ຫຼື G20.

ລັດຖະບານທ່ານ ໄບເດັນ ໃນເດືອນທີ່ຜ່ານມາໄດ້ປະກາດຂໍ້ຕົກລົງການຮັກສາຄວາມປອດໄພໃໝ່ ກັບ ອອສເຕຣເລຍ ແລະ ອັງກິດ ທີ່ໄດ້ເຮັດໃຫ້ ປາຣີ ບໍ່ພໍໃຈ. ພາຍໃຕ້ຂໍ້ຕົກລົງນັ້ນ, ອອສເຕຣເລຍ ຈະໄດ້ເຮືອດຳນໍ້າພະລັງງານນິວເຄລຍຢ່າງໜ້ອຍ 8 ລຳ ທີ່ຈະຖືກສ້າງຂຶ້ນພາຍໃນປະເທດດ້ວຍການນຳໃຊ້ເທັກໂນໂລຈີຂອງ ອາເມຣິກາ. ຂໍ້ຕົກລົງດັ່ງກ່າວໄດ້ມີຂຶ້ນໃນຂະນະທີ່ ອອສເຕຣເລຍ ໄດ້ຖອນອອກຈາກຂໍ້ຕົກລົງກ່ອນໜ້ານີ້ກັບ ຝຣັ່ງ ສຳລັບເຮືອດຳນໍ້າພະລັງງານນໍ້າມັນກາຊວນ ແລະ ໄຟຟ້າ.

ທ່ານ ບລິງເຄັນ ໄດ້ກ່າວ ຕໍ່ໂທລະພາບ France 2 ໃນການສຳພາດຫຼັງຈາກການພົບປະຂອງທ່ານກັບທ່ານ ມາກຣົງ ວ່າ “ພວກເຮົາສາມາດ ແລະ ຄວນສື່ສານກັນດີກວ່ານີ້. ບາງຄັ້ງພວກເຮົາມີແນວໂນ້ມທີ່ຈະບໍ່ເຫັນຄຸນຄ່າຂອງສາຍພົວພັນວ່າສຳຄັນ ແລະ ເລິກເຊິ່ງຄືອັນທີ່ເຊື່ອມໂຍງ ຝຣັ່ງ ກັບ ສະຫະລັດ.”

ໃນກອງປະຊຸມຖະແຫຼງຂ່າວຂອງວັນພຸດວານນີ້, ທ່ານ ບລິງເຄັນ ໄດ້ກ່າວວ່າ “ຈາກທັດສະນະຄະຕິຂອງຂ້າພະເຈົ້າ, ການສົນທະນາທີ່ພວກເຮົາໄດ້ມີນຳກັນໃນ 24 ຊົ່ວໂມງທີ່ຜ່ານມາແມ່ນເປັນແງ່ບວກຫຼາຍ, ມີໝາກຜົນຫຼາຍ ແລະ ສະທ້ອນເຖິງວຽກງານທີສຳຄັນທີ່ກຳລັງດຳເນີນຢູ່ຫຼາຍ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG