ລັດຖະມົນການຕ່າງປະເທດສະຫະລັດ ແອນໂທນີ ບລິງເກັນ ໃນວັນອາທິດວານນີ້ ຫາທາງທີ່ຈະໃຫ້ການຄ້ຳປະກັນແກ່ອິສຣາແອລ ແລະບັນດາພັນທະມິດອາຣັບໃນເຂດອ່າວເປີເຊຍ ທີ່ມີຄວາມເປັນຫ່ວງ ທີ່ລັດຖະບານທ່ານໄບເດັນໃຫ້ຄວາມໝັ້ນໝາຍ ຕໍ່ຄວາມໝັ້ນຄົງຂອງພວກເຂົາເຈົ້າ ກ່ອນໜ້າການຕໍ່ອາຍຸຂໍ້ຕົກລົງນິວເຄລຍລະຫວ່າງມະຫາອຳນາດຂອງໂລກ ກັບອີຣ່ານ ທີ່ອາດເປັນໄປໄດ້ນັ້ນ ອີງຕາມລາຍງານຂອງອົງການຂ່າວເອພີ.
ທ່ານບລິງເກັນ ໄດ້ໃຫ້ຄວາມເຫັນບໍ່ດົນ ກ່ອນໜ້າການເຂົ້າຮ່ວມກັບຄູ່ຕຳແໜ່ງຈາກອິສຣາແອລ ແລະສີ່ປະເທດໃນອາຣັບ ຢູ່ທີ່ກອງປະຊຸມພິເສດ ບ່ອນທີ່ຂໍ້ຕົກລົງນິວເຄລຍຂອງອີຣ່ານ ຄາດກັນວ່າຈະເປັນວາລະກອງປະຊຸມອັນດັບສູງ. ອິສຣາແອລ ແລະບັນດາປະເທດເພື່ອນບ້ານ ໄດ້ຄັດຄ້ານຢ່າງແຂງຂັນຕໍ່ຂໍ້ຕົກດັ່ງກ່າວ ຊຶ່ງພວກເຂົາເຊື່ອວ່າ ຈະເຮັດໃຫ້ອີຣ່ານເກັ່ງກ້າຂຶ້ນ ແລະສ້າງຄວາມຮັ່ງມີໃຫ້ອີຣ່ານ.
“ເມື່ອເວົ້າເຖິງອົງປະກອບ ທີ່ສຳຄັນທີ່ສຸດ ພວກເຮົາແມ່ນທຳການພົບປະແບບເຊິ່ງໜ້າ” ທ່ານບລິງເກັນ ໄດ້ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ກອງປະຊຸມຖະແຫລງຂ່າວ ຮ່ວມກັບລັດຖະມົນຕີການຕ່າງປະເທດຂອງອິສຣາແອລ. ທ່ານກ່າວຕໍ່ໄປວ່າ “ພວກເຮົາທັງສອງມີຄວາມໝັ້ນໝາຍ ແລະມຸ້ງໝັ້ນ ທີ່ຈະບໍ່ໃຫ້ອີຣ່ານໄດ້ຮັບອາວຸດນິວເຄລຍເດັດຂາດ.”
ລັດຖະບານທ່ານໄບເດັນ ພວມດຳເນີນການຟື້ນຟູຂໍ້ຕົກລົງນິວເຄລຍ ປີ 2015 ຊຶ່ງໄດ້ຫລຸດຜ່ອນໂຄງການນິວເຄລຍຂອງອີຣ່ານ ໃນການແລກປ່ຽນກັບຜ່ອນຜັນມາດຕະການລົງໂທດຫຼາຍພັນລ້ານໂດລາໃຫ້ແກ່ອີຣ່ານ. ດ້ວຍການສະໜັບສະໜຸນຈາກອິສຣາແອລ ລັດຖະບານທ່ານທຣຳ ໄດ້ຖອນໂຕອອກຈາກຂໍ້ຕົກລົງດັ່ງກ່າວ ໃນປີ 2018 ເຮັດໃຫ້ຂໍ້ຕົກລົງນີ້ພັງລົງ.
ເຖິງແມ່ນວ່າ ນັບຕັ້ງແຕ່ນັ້ນມາ ອີຣ່ານໄດ້ເລັ່ງໄປໜ້າ ກັບໂຄງການນິວເຄລຍຂອງຕົນ ອິສຣາແອລແລະບັນດາປະເທດອາຣັບໃນເຂດອ່າວເປີເຊຍ ຕ່າງກໍມີຄວາມເປັນຫ່ວງຢ່າງເລິກເຊິ່ງ ກ່ຽວກັບການຟື້ນຟູຂໍ້ຕົກລົງນີ້. ອິສຣາແອລ ຢ້ານວ່າ ຂໍ້ຕົກລົງນີ້ ຈະບໍ່ມີມາດຕະການປ້ອງກັນຢ່າງພຽງພໍ ເພື່ອສະກັດກັ້ນອີຣ່ານ ຈາກການພັດທະນາອາວຸດນິວເຄລຍ. ທັງອິສຣາແອລ ແລະບັນດາປະເທດໃນເຂດອ່າວເປີເຊຍ ຍັງເຊື່ອວ່າ ການບັນເທົາມາດຕະການລົງໂທດ ດ້ານເສດຖະ ກິດ ຈະອຳນວຍໃຫ້ອີຣ່ານ ສາມາດເສີມຂະຫຍາຍກິດຈະກຳດ້ານການທະຫານໃນທົ່ວພາກພື້ນ ລວມທັງການສະໜັບສະໜຸນ ແກ່ກຸ່ມຫົວຮຸນແຮງທີ່ເປັນສັດຕູ.
ທ່ານບລິງເກັນ ໄດ້ກ່າວວ່າ ສະຫະລັດ ເຊື່ອວ່າ ການຟື້ນຟູຂໍ້ຕົກລົງນິວເຄລຍ “ເປັນວິທີທາງທີ່ດີສຸດ ເພື່ອນຳເອົາໂຄງການນິວເຄລຍຂອງອີຣ່ານ ກັບຄືນເຂົ້າມາໃນການຕິດຕາມເບິ່ງ ທີ່ເຄີຍເປັນ.” ທ່ານກ່າວຕື່ມວ່າ “ຄວາມໝັ້ນໝາຍຂອງພວກເຮົາ ຕໍ່ຫຼັກແກນກາງ ຂອງການບໍ່ໃຫ້ອີຣ່ານ ຄອບຄອງອາວຸດນິວເຄລຍເດັດຂາດນັ້ນ ແມ່ນບໍ່ມີຄວາມລົດລະ.” ທ່ານຍັງໄດ້ປະຕິຍານວ່າ ຈະຮ່ວມມືກັບອິສຣາແອລ ເພື່ອຕໍ່ຕ້ານ “ພຶດທິກຳໃນການຮຸກຮານ” ຂອງອີຣ່ານ ໃນທົ່ວຂົງເຂດ.