ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ. ບລິງເກັນ ແລະ ທ. ລາວຣອຟ ພ້ອມແລ້ວສຳລັບ ການເຈລະຈາ ພາຍຫຼັງຈາກ ສະຫະລັດ ແລະຣັດເຊຍ ປະເຊີນໜ້າກັນ ຢູ່ ສປຊ


ລັດຖະມົນຕີການຕ່າງປະເທດ ສຫລ ແອນໂທນີ ບລິງເກັນ, ຊ້າຍ, ທັກທາຍ ລັດຖະມົນຕີການຕ່າງປະເທດ ຣັດເຊຍ ເຊີເກ ລາວຣອຟ ກ່ອນໜ້າກອງປະຊຸມ, ເມື່ອວັນສຸກ 21 ມັງກອນ 2022, ຢູ່ໃນນະຄອນເຈນີວາ ປະເທດສະວິດເຊີແລນ.
ລັດຖະມົນຕີການຕ່າງປະເທດ ສຫລ ແອນໂທນີ ບລິງເກັນ, ຊ້າຍ, ທັກທາຍ ລັດຖະມົນຕີການຕ່າງປະເທດ ຣັດເຊຍ ເຊີເກ ລາວຣອຟ ກ່ອນໜ້າກອງປະຊຸມ, ເມື່ອວັນສຸກ 21 ມັງກອນ 2022, ຢູ່ໃນນະຄອນເຈນີວາ ປະເທດສະວິດເຊີແລນ.

ບັນດານັກການທູດຂັ້ນສູງ ຈາກສະຫະລັດ ແລະຣັດເຊຍ ຄາດວ່າ ຈະລົມກັນທາງໂທລະສັບ ໃນວັນອັງຄານມື້ນີ້ ນຶ່ງວັນຫຼັງຈາກທີ່ຜູ້ຕາງໜ້້າຂອງປະເທດທັງສອງປະຈຳສະຫະປະຊາຊາດ ໄດ້ປະເຊີນໜ້າກັນ ຢູ່ທີ່ສະພາຄວາມໝັ້ນຄົງສະ ຫະປະຊາຊາດ ກ່ຽວກັບຂໍ້ກ່າວຫາທີ່ຣັດເຊຍປະຕິເສດວ່າ ຕົນກຳລັງວາງແຜນ ການບຸກລຸກຂະໜາດໃຫຍ່ ຕໍ່ຢູເຄຣນທີ່ເປັນປະເທດເພື່ອນບ້ານ.

ຄວາມພະຍາຍາມທາງການທູດທີ່ຈະແກ້ໄຂວິກິດການດັ່ງກ່າວ ໃນວັນອັງຄານນີ້ ຍັງລວມເຖິງການເດີນທາ ງຂອງນາຍົກລັດຖະມົນຕີອັງກິດ ບໍຣິສ ຈອນສັນ ໄປຍັງນະຄອນຫຼວງກີຢິບ ເພື່ອໂອ້ລົມ ກັບປະທານາທິບໍດີ ຢູເຄຣນ ໂວໂລດີເມຍ ເຊເລັນສ໌ກີ ນຳດ້ວຍ.

ທ່ານຈອນສັນ ໄດ້ກ່າວໃນຖະແຫລງການວ່າ “ພວກເຮົາຮຽກຮ້ອງຕໍ່ຣັດເຊຍ ໃຫ້ກ້າວຄືນຫຼັງ ແລະມາພົວພັນໃນການເຈລະຈາ ເພື່ອຫາວິທີແກ້ໄຂທາງການທູດ ແລະຫລີກເວັ້ນການນອງເລືອດຕື່ມອີກ.”

ອັງກິດ ຄືກັນກັບ ສະຫະລັດ ແລະບັນດາພັນທະມິດຈາກປະເທດຕາເວັນຕົກ ໄດ້ສະໜອງອາວຸດຕ່າງໆໃຫ້ແກ່ຢູເຄຣນ ແລະທ່ານຈອນສັນ ກຳລັງພິຈາລະນາທີ່ຈະເພີ້ມກຳລັງທະຫານ ຂຶ້ນເປັນສອງເທົ່າ ຢູ່ປະເທດໃນເຂດທະ​ເລບາລຕິກ (Baltic).

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ແລະລັດ ຖະມົນຕີການຕ່າງປະເທດຣັດເຊຍ ທ່ານເຊີເກ ລາວຣອຟ ໄດ້ຈັດການເຈລະຈາແບບ​ເຊິ່ງໜ້າ ເມື່ອວັນທີ 21 ມັງກອນ ຢູ່ທີ່ນະຄອນເຈນີວາ ແລະນັບຕັ້ງແຕ່ນັ້ນມາ ທັງສອງຝ່າຍໄດ້ແລກປ່ຽນຄຳຕອບທີ່ເປັນລາຍລັກອັກສອນເພື່ອພະຍາຍາມເຮັດໃຫ້ຈຸດຢືນຂອງພວກເພິ່ນນັ້ນ ຈະແຈ້ງ.

ຣັດເຊຍໄດ້ກ່າວວ່າ ເອກະສານຂອງສະຫະລັດ ບໍ່ໄດ້ແກ້ໄຂຄວາມເປັນຫ່ວງດ້ານຄວາມປອດໄພຂອງຕົນ ຊຶ່ງລວມມີການຄັດຄ້ານຕໍ່ການຂະຫຍາຍອົງການສົນທິສັນຍາແອັດແລນຕິກເໜືອ ຫຼື NATO ອອກໄປທາງທິດຕາເວັນອອກຕື່ມອີກ ໂດຍສະເພາະໄປຫາຢູເຄຣນ. ສະຫະລັດ ອົງການເນໂຕ້ ແລະຢູເຄຣນ ຕ່າງກໍຖືວ່າ ການຮຽກຮ້ອງເຊັ່ນນັ້ນ ເປັນຂໍ້ຈຳກັດຕໍ່ຄວາມສາມາດໃນການຕັດ ສິນໃຈກ່ຽວກັບກິດຈະການພາຍໃນຂອງພວກເຂົາເຈົ້າເອງ ທີ່ຍອມຮັບບໍ່ໄດ້.

ສະຫະລັດໄດ້ຮັບໜັງສືຄຳຕອບຂອງຣັດເຊຍ ໃນວັນຈັນວານນີ້ ແຕ່ເຈົ້າໜ້າທີ່ກະຊວງການຕ່າງປະເທດ ໄດ້ປະຕິເສດທີ່ຈະໂອ້ລົມກ່ຽວ​ກັບເນື້ອຫາຂອງມັນ ໂດຍອ້າງເຖິງຄວາມຕ້ອງການທີ່ຈະຮັກສາຂັ້ນຕອນຂອງການເຈລະຈາໄວ້ເປັນສ່ວນຕົວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG