ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານບລິງເກັນ ມຸ່ງໜ້າໄປາກຕາເວັນອອກກາງ ທ່າມກາງການຕໍ່ສູ້ທີ່ເພີ້ມຂຶ້ນຂອງ ອິສຣາແອລ ໃນແຫຼມກາຊາ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວໂອ້ລົມຕໍ່ບັນດາສະມາຊິກອົງການຂ່າວ ກ່ອນເດີນທາງອອກຈາກນະຄອນຫຼວງໄຄໂຣ, ອີຈິບ, ວັນທີ 15 ຕຸລາ 2023, ເພື່ອໄປ ຈໍແດນ.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວໂອ້ລົມຕໍ່ບັນດາສະມາຊິກອົງການຂ່າວ ກ່ອນເດີນທາງອອກຈາກນະຄອນຫຼວງໄຄໂຣ, ອີຈິບ, ວັນທີ 15 ຕຸລາ 2023, ເພື່ອໄປ ຈໍແດນ.

ລັດຖະມົນຕີການຕ່າງປະເທດສະຫະລັດ ແອນໂທນີ ບລິງເກັນ ໄດ້ກ່າວໃນວັນພະຫັດວານນີ້ ວ່າ ສະຫະລັດ ກຳລັງເຮັດວຽກກັບປະເທດຕ່າງໆໃນຂົງເຂດຕາເວັນອອກກາງ ເພື່ອເອົາບາດກ້າວທີ່ໜັກແໜ້ນຫລຸດຜ່ອນໄພອັນຕະລາຍຕໍ່ພົນລະເຮືອນທັງຫຼາຍໃຫ້ໜ້ອຍທີ່ສຸດ ທ່າມກາງການໂຈມຕີຂອງອິສຣາແອລທີ່ໜັກໜ່ວງ ຕໍ່ເປົ້າໝາຍຕ່າງໆຂອງກຸ່ມຮາມາສໃນເຂດກາຊາ.

“ພວກເຮົາຈະສຸມໃສ່ກ່ຽວກັບບາດກ້າວຕ່າງໆທີ່ຈຳເປັນຕ້ອງເອົາ ເພື່ອປົກປ້ອງພົນລະເຮືອນທັງຫຼາຍ ຜູ້ທີ່ຕົກເປັນເປົ້າໝາຍຂອງການກະທຳໂດຍພວກຮາມາສ” ທ່ານບລິງເກັນ ໄດ້ກ່າວຕໍ່ບັນດານັກຂ່າວ ຂະນະທີ່ທ່ານເດີນທາງອອກໄປຍັງອິສຣາແອລ ແລະຈໍແດນ ໃນອາທິດນີ້.

ໃນຂະນະທີ່ ການຊ່ອຍເຫຼືອດ້ານມະນຸດສະທຳ ກຳລັງຖືກສົ່ງເຂົ້າໄປຍັງເຂດກາຊາ ທ່ານບລິງເກັນ ໄດ້ກ່າວວ່າ ຄວາມພະຍາຍາມທາງດ້ານການທູດກໍຍັງດຳເນີນຢູ່ຕໍ່ໄປຢ່າງຂຸ້ນຂ້ຽວ ໂດຍທີ່ວຽກງານຕ່າງໆຂອງສະຫະລັດ ກັບປະເທດອື່ນໆ ເພື່ອຮັບປະກັນເສັ້ນທາງຜ່ານຂອງພົນລະເມືອງສະຫະລັດ ແລະຊາວຕ່າງປະເທດອື່ນໆ ອອກຈາກເຂດກາຊານັ້ນ ປອດໄພ.

“ພວກເຮົາໄດ້ພິຈາລະນາວ່າ ບັນຫາຂັດແຍ້ງນີ້ຈະບໍ່ແຜ່ລາມອອກ. ແລະພວກເຮົາຈະລົມກັບທັງລັດຖະບານຮຂອງອິສຣາແອລ ແລະ ຄູ່ຮ່ວມງານ ໃນພາກພື້ນ” ເພື່ອປ້ອງກັນບໍ່ໃຫ້ມັນເກີດຂຶ້ນ ນັກການທູດຂັ້ນສູງຂອງສະຫະລັດ ໄດ້ກ່າວຕື່ມ.

ການເດີນທາງຢ້ຽມຢາມເຂດຕາເວັນອອກກາງຂອງທ່ານບລິງເກັນ ມີຂຶ້ນຂະນະທີ່ອິສຣາແອລ ເພີ້ມທະວີການບຸກໂຈມຕີຕ້ອບໂຕ້ຄືນຕໍ່ເປົ້າໝາຍຕ່າງໆຂອງກຸ່ມຮາມາສ ໃນເຂດກາຊາ.

U.S. Secretary of State Antony Blinken said on Thursday the United States is working with counties in the Middle East region to take concrete steps to minimize harm to civilians amid intensifying Israeli strikes on Hamas targets in Gaza.

"We will focus on steps that need to be taken to protect civilians who are in a crossfire of Hamas' making," Blinken told reporters as he departs for Israel and Jordan this week.

While humanitarian assistance is being shipped into Gaza, Blinken said intense diplomatic efforts also continue as the U.S. works with other countries to ensure the safe passage of U.S. citizens and other nationals out of Gaza.

"We're determined that this conflict does not spread. And we'll be talking to both the Israeli government and partners in the region" to prevent that from happening, the top U.S. diplomat added.

Blinken's visit to the Middle East comes as Israel intensifies its retaliatory assault on Hamas targets in Gaza.

XS
SM
MD
LG