ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ບລິງເຄັນ ຮຽກຮ້ອງອົງການ NATO ໃຫ້ເອົາທ່າທີ່ແບບສາມັກຄີກັນ ຕໍ່ການເສີມກຳລັງທະຫານຂອງ ຣັດເຊຍ ໃກ້ກັບ ຢູເຄຣນ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ກ່າວຄຳປາໄສທ້າຍປີສຳລັບ 2021ໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວຢູ່ກະຊວງການຕ່າງປະເທດ, ນະຄອນຫຼວງ ວໍຊິງຕັນ. 21 ທັນວາ, 2021.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ກ່າວຄຳປາໄສທ້າຍປີສຳລັບ 2021ໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວຢູ່ກະຊວງການຕ່າງປະເທດ, ນະຄອນຫຼວງ ວໍຊິງຕັນ. 21 ທັນວາ, 2021.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ໄດ້ລົມກັບບັນດາພັນທະມິດຕາເວັນອອກຂອງອົງການ NATO ໃນວັນຈັນວານນີ້ ກ່ຽວກັບການເສີມກຳລັງທະຫານຂອງ ຣັດເຊຍ ຢູ່ຕາມເຂດຊາຍແດນຂອງ ຢູເຄຣນ, ໂດຍຮຽກຮ້ອງໃຫ້ອົງການ NATO ເອົາ​ທ່າ​ທີ “ແບບ​ສາ​ມັກ​ຄີກັນ.”

ໃນການລົມໂທລະສັບເມື່ອວັນຈັນວານນີ້ກັບບັນດາຄູ່ຮ່ວມຕຳແໜ່ງຂອງທ່ານໃນ 9 ປະເທດ ຢູ ໂຣບ ຕາເວັນອອກຂອງອົງການ NATO, ທີ່ຮູ້ຈັກກັນ​ໃນ​ຊື່ ກຸ່ມ ບູຄາເຣັສ 9 (Bucharest 9) ນັ້ນ, ທ່ານ ບລິງເຄັນ ໄດ້ກ່າວວ່າ ສະຫະລັດ ແມ່ນມີຄວາມໝັ້ນໝາຍ “ທີ່ຈະປຶກສາຫາລື ແລະ ປະສານງານຢ່າງໃກ້ຊິດ ກັບບັນດາພັນທະມິດຂ້າມມະຫາສະໝຸດ ແອັດແລນຕິກ ແລະຄູ່ຮ່ວມຂອງພວກເຮົາ ໃນຂະນະທີ່ພວກເຮົາເຮັດວຽກເພື່ອລຸດຜ່ອນຄວາມຂັດແຍ້ງຜ່ານການກີດຂວາງ, ປ້ອງກັນ ແລະ ເຈລະຈາ,” ອີງຕາມໂຄສົກກະຊວງການຕ່າງປະເທດ ທ່ານ ເນດ ໄພຣສ໌ (Ned Price).

ທ່ານ ບລິງເຄັນ ໄດ້ຮຽກຮ້ອງ ໃຫ້​ມີ “ຄວາມສາມັກຄີ, ກຽມພ້ອມ ແລະ ທ່າທີອັດເດັດດ່ຽວຂອງອົງ ການ NATO ສຳລັບການປ້ອງກັນຮ່ວມກັນ ຂອງບັນດາພັນທະມິດ” ອີງຕາມທ່ານ ໄພຣສ໌.

ນອກຈາກນັ້ນ, ທ່ານ ບລິງເຄັນ “ໄດ້ກ່າວຢໍ້າເຖິງຄຳໝັ້ນສັນຍາທີ່ບໍ່ລົດລະຂອງ ສະຫະລັດ” ຕໍ່ມາດ ຕາທີ 5 ຂອງອົງການ NATO, ເຊິ່ງຮຽກຮ້ອງສຳລັບການປ້ອງກັນທຸກປະເທດສະມາຊິກຂອງພັນ ທະມິດທາງທະຫານທີ່ມີມາໄດ້ 7 ທົດສະວັດແລ້ວນັ້ນ, ເຊິ່ງຖືກສ້າງຕັ້ງຂຶ້ນຫຼັງຈາກສົງຄາມໂລກຄັ້ງທີສອງ.

ຢູເຄຣນ ບໍ່ໄດ້ເປັນສະມາຊິກຂອງອົງການ NATO ແຕ່ໄດ້ລົງລາຍເຊັນເພື່ອເຂົ້າຮ່ວມພັນທະມິດດັ່ງກ່າວ ມາດົນກວ່ານຶ່ງທົດສະວັດແລ້ວ, ເຊິ່ງແມ່ນທ່າທີທີ່ໄດ້ເຮັດໃຫ້ ຣັດເຊຍ ໂມໂຫ.

ຣັດເຊຍ ໄດ້ຮຽກຮ້ອງໃຫ້ອົງການ NATO ປະຕິເສດການເປັນສະມາຊິກາ​ຂອງ ຢູເຄຣນ ແລະ ຫຼຸດຜ່ອນການສົ່ງທະຫານຂອງເຂົາເຈົ້າໄປພາກກາງ ແລະ ຕາ ເວັນອອກຂອງ ຢູໂຣບ.

ໃນການລົມໂທລະສັບເມື່ອວັນອາທິດທີ່ຜ່ານມາ, ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ກ່າວຕໍ່ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ວ່າ ສະຫະລັດ ແລະ ພັນທະມິດຂອງເຂົາເຈົ້າຈະ “ຕອບໂຕ້ຢ່າງເດັດຂາດ” ຖ້າ ຣັດເຊຍ ບຸກລຸກ ຢູເຄຣນ ຕໍ່ໄປ.

U.S. Secretary of State Antony Blinken spoke with eastern NATO allies Monday about Russia's military buildup along Ukraine's border, calling for a “united” NATO stance.

In a phone call Monday with his counterparts in nine eastern NATO countries, known as the Bucharest Nine, Blinken said the United States was committed to “close consultation and coordination with all of our Transatlantic Allies and partners as we work toward de-escalation through deterrence, defense and dialogue,” according to State Department spokesperson Ned Price.

Blinken called for “a united, ready and resolute NATO stance for the collective defense of Allies” according to Price.

In addition, Blinken “underscored the United States’ unwavering commitment” to NATO’s Article 5, which calls for the joint defense of any member of the seven-decade-old military alliance, which formed after World War II.

Ukraine is not a member of NATO but has petitioned to join the alliance for more than a decade, a stance that has angered Russia.

Russia has been demanding that NATO deny membership to Ukraine and reduce its deployments in central and eastern Europe.

In a Sunday phone call, U.S. President Joe Biden told Ukraine President Volodymyr Zelenskiy that the United States and its allies would “respond decisively” should Russia further invade Ukraine.

XS
SM
MD
LG