ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງໜ້ອຍ 70 ຄົນ​ເສຍ​ຊີ​ວິດ ໃນ​ເຫດໄຟ​ໄໝ້ ຢູ່​ນະ​ຄອນ​ດາ​ກາ ຂອງ ບັງ​ກ​ລາ​ແດັ​ສ


ພວກ​ເຈົ້າ​ໜ້າ​ທີ່​ດັບ​ເພີງປະ​ຕິ​ບັດ​ງານດັບ​ໄຟ​ຢູ່​ບ່ອນ​ເກີດ​ເຫດໄຟ​ໄໝ້ ທີ່​ສາງ​ເກັບ​ທາດ​ເຄ​ມີແຫ່ງ​ນຶ່ງ ໃນ​ນະ​ຄອນ​ຫລວງ​ດາ​ກາ ຂອງບັງ​ກ​ລາ​ແດັ​ສ ໃນ​ວັນ​ທີ 20 ກຸມ​ພາ, 2019
ພວກ​ເຈົ້າ​ໜ້າ​ທີ່​ດັບ​ເພີງປະ​ຕິ​ບັດ​ງານດັບ​ໄຟ​ຢູ່​ບ່ອນ​ເກີດ​ເຫດໄຟ​ໄໝ້ ທີ່​ສາງ​ເກັບ​ທາດ​ເຄ​ມີແຫ່ງ​ນຶ່ງ ໃນ​ນະ​ຄອນ​ຫລວງ​ດາ​ກາ ຂອງບັງ​ກ​ລາ​ແດັ​ສ ໃນ​ວັນ​ທີ 20 ກຸມ​ພາ, 2019

ໄຟ​ໄໝ້ຂະ​ໜາດ​ໃຫຍ່​ຮ້າຍ​ແຮງ​ໄດ້ເຜົາ​ໄໝ້ຕຶກ​ທີ່​ພັກ​ອາ​ໄສ​ຫລາຍ​ຫລັງ ຊຶ່ງ​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ 70 ຄົນ​ເສຍ​ຊີ​ວິດ​ຢູ່​ໃນ​ພາກ​ສ່ວນ​ທີ່​ເປັນ​ເຂດ​ປະ​ຫວັດ​ສາດ​ແຫ່ງ​ນຶ່ງ​ຂອງ​ນະ​ຄອນ​ຫລວງ​ປະ​ເທດ​ບັງ​ກ​ລາ​ແດັ​ສ.

ແປ​ວໄຟໄດ້​ເລີ້ມລຸກ​ຂຶ້ນ​ໃນ​ຕອນຂ້ອນ​ຄືນຂອງວັ​ນ​ພຸດວານນີ້ ຢູ່​ຕຶກ​ຫລັງ​ນຶ່ງ​ຢູ່​ໃນເຂດ Chawkbazar ຂອງ​ນະ​ຄອນ​ດາ​ກາ ກ່ອນ​ຈະ​ລາມ​ໄປ​ຢ່າງ​ໄວ​ວາຫາຕຶກ​ອີກ 4 ຫລັງ. ພວກ​ເຈົ້າ​ໜ້າ​ທີ່​ດັບ​ເພີງ​ເວົ້າ​ວ່າ ພວກໄດ້​ຮັບ​ເຄາະ​ຮ້າຍ​ຫລາຍ​ຄົນ ແມ່ນ​ຖືກ​ຄ້າງ​ຢູ່​ໃນ​ຕຶກ​ດັ່ງ​ກ່າວ​ເຫລົ່າ​ນັ້ນ. ຢ່າງ​ໜ້ອຍ​ມີ 50 ຄົນ​ທີ່​ໄດ້​ຮັບ​ບາດ​ເຈັບ.

ພວກ​ເຈົ້າ​ໜ້າ​ທີ່​ດັບ​ເພີງປະ​ຕິ​ບັດ​ງານດັບ​ໄຟ​ຢູ່​ບ່ອນ​ເກີດ​ເຫດໄຟ​ໄໝ້ຢູ່​ສາງ​ເກັບ​ທາດ​ເຄ​ມີໃນ​ນະ​ຄອນ​ຫລວງ​ດາ​ກາ ຂອງບັງ​ກ​ລາ​ແດັ​ສ ໃນ​ວັນ​ທີ 20 ກຸມ​ພາ, 2019
ພວກ​ເຈົ້າ​ໜ້າ​ທີ່​ດັບ​ເພີງປະ​ຕິ​ບັດ​ງານດັບ​ໄຟ​ຢູ່​ບ່ອນ​ເກີດ​ເຫດໄຟ​ໄໝ້ຢູ່​ສາງ​ເກັບ​ທາດ​ເຄ​ມີໃນ​ນະ​ຄອນ​ຫລວງ​ດາ​ກາ ຂອງບັງ​ກ​ລາ​ແດັ​ສ ໃນ​ວັນ​ທີ 20 ກຸມ​ພາ, 2019

​ສາ​ເຫດ​ທີ່​ພາ​ໃຫ້​ເກີດ​ໄຟ​ໄໝ້​ຍັງ​ມີ​ການ​ສອບ​ສວນ​ກັນ​ຢູ່. ຕຶກ​ດັ່ງ​ກ່າວ​ເຫລົ່າ​ນັ້ນ ແມ່ນ​ໃຊ້​ເປັນ​ສາງ​ເກັບ​ທາດ​ເຄ​ມີ, ຢາງ​ປ​ລາ​ສ​ຕິກ, ແລະ​ວັດ​ຖຸທີ່​ຕິດ​ໄຟ​ໄ​ດ້​ງ່າຍ​ປະ​ເພດ​ອື່ນອີກ.

ພວກ​ເຈົ້າ​ໜ້າ​ທີ່​ຄາດ​ວ່າ ຈຳ​ນວນ​ຄົນ​ເສຍ​ຊີ​ວິດ ​ຈະ​ເພີ້ມ​ຂຶ້ນ.

ພວກ​ອາ​ໄສ​ຢູ່​ທີ່ນັ້ນ​ຫລາຍ​ຄົນ​ໄດ້​ເສຍ​ຊີ​ວິດ​ໃນ​ເຫດ​ການ​ໄຟ​ໄໝ້​ຕຶກຕ່​າງໆ ​ໃນ​ນະ​ຄອນ​ດາ​ກາໃນ​ຊຸມ​ປີ​ຜ່ານ​ມາ ຍ້ອນ​ຂາດ​ລະ​ບຽບ​ການ​ໃນ​ການ​ຮັກ​ສາ​ຄວາມ​ປອດ​ໄພ ແລະ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ລະ​ບຽບ​ການນັ້ນ. ເຫດ​ໄຟ​ໄໝ້​ທີ່​ຄ້າຍ​ຄື​ກັນ​ນີ້ ໃນ​ປີ 2010 ໄດ້​ເອົາ​ຊີ​ວິດ​ຂອງ​ຫລາຍກວ່າ 120 ຄົນໄປ ຢູ່​ໃນ​ໄພ​ພິ​ບັດ​ທີ່​ກ່ຽວ​ຂ້ອງ​ກັບ​ໄຟໄໝ້ຢ່າງຮ້າຍ​ແຮງ​ທີ່​ສຸດຄັ້ງ​ນຶ່ງ ຢູ່ໃນ​ນະ​ຄອນ​ດັ່ງ​ກ່າວ.

A massive fire that destroyed several apartment buildings killed at least 70 people in a historic section of the capital of Bangladesh.

The blaze started late Wednesday night in one building in the Chawkbazar area of Dhaka before quickly spreading through at least four other buildings. Fire officials say many of the victims were trapped inside the buildings. At least 50 people were injured.

The cause of the inferno is under investigation. The buildings were also used as warehouses that stored chemicals, plastics and other combustible materials.

Officials expect the death toll to rise.

Numerous residents have been killed in building fires in Dhaka over the years due to lax safety regulations and enforcement. A similar fire in 2010 killed more than 120 people in one of the city's worst fire-related disasters.

XS
SM
MD
LG