ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ປະ​ທ້ວງ ​ໃສ່​ຊຸດ​​ດຳ ຢູ່​ຮົງ​ກົງ ຮຽກ​ຮ້ອງ ​ໃຫ້ຍົກ​ເລີກ ຮ່າງ​ກົດ​ໝາຍ​ ສົ່ງ​ຄົນ​ຮ້າຍ​ຂ້າມ​ແດນ ໄປ​ໃຫ້​ຈີນ​ແຜ່ນ​ດິນ​ໃຫຍ່


ພວກ​ປະ​ທ້ວງພາ​ກັນ​ໄດ້​ວາງ​ເຄື່ອງ​ກີດ​ຂວາງ​ຕັນ​ທົນ​ທາງ​ໃຫຍ່​ສາຍ​ນຶ່ງ​ໄວ້ບໍ່​ໃຫ້​ລົດ​ທຽວ ຢູ່​ໃນ​ຮົງ​ກົງ, ວັນ​ທີ 21 ມິ​ຖຸ​ນາ, 2019.
ພວກ​ປະ​ທ້ວງພາ​ກັນ​ໄດ້​ວາງ​ເຄື່ອງ​ກີດ​ຂວາງ​ຕັນ​ທົນ​ທາງ​ໃຫຍ່​ສາຍ​ນຶ່ງ​ໄວ້ບໍ່​ໃຫ້​ລົດ​ທຽວ ຢູ່​ໃນ​ຮົງ​ກົງ, ວັນ​ທີ 21 ມິ​ຖຸ​ນາ, 2019.

ພວກ​ປະ​ທ້ວງທີ່​ເປັນ​ນັກ​ສຶກ​ສາ​ຫລາຍ​ພັນ​ຄົນນຸ່ງ​ຊຸດ​ສີ​ດຳ​ຍ່າງ​ຕາມ​ຕົວ​ເມືອງຂອງ​ຮົງ​ກົງ ໃນ​ວັນ​ສຸກມື້ນີ້, ຮຽກ​ຮ້ອງ​ໃຫ້​ຖອນ​ຮ່າງ​ກົດ​ໝາຍ​ສົ່ງ​ຜູ້​ກະ​ທຳ​ຜິດ​ຂ້າມ​ແດນ​ທີ່​ເປັນ​ເລື້ອງ​ໂຕ້​ຖຽງ​ກັນ​ນັ້ນ ​ໂດຍ​ເຕັມ ແລະ​ໃຫ້​ທ່ານ​ນາງ ແຄ​ຣີ​ ແລ​ມ (Carrie Lam), ຜູ້​ນຳ​ຂອງຮົງ​ກົງທີ່​ນິ​ຍົມ​ປັກ​ກິ່ງນັ້ນ ລາ​ອອກ​ຈາກຕຳ​ແໜ່ງ.

ມີ​ຕອນ​ນຶ່ງ ພວກ​ປະ​ທ້ວງ​ພາ​ກັນ​ຂັດ​ຂວາງ​ການ​ສັນ​ຈອນ ແລະ​ຕັນ​ທາງ​ດ່ວນ​ທີ່​ສຳ​ຄັນ ທີ່​ເລັງໄປ​ຫາ​ເຂດ​ຫ້ອງ​ການ​ສະ​ພາ​ນິ​ຕິ​ບັນ​ຍັດທີ່​ລັດ​ຖະ​ບານ​ໄດ້​ປິດ​ໄວ້​ແລ້ວ​ສຳ​ລັບມື້​ນັ້ນ.

ພວກ​ເຈົ້າ​ໜ້າ​ທີ່​ຮົງ​ກົງ​ອັດ​ປະ​ຕູ​ທາງ​ເຂົ້າຂອງ​ສຳ​ນັກ​ງານ​ຂອງ​ຕົນ​ແຫ່ງ​ນຶ່ງ​ໃນ​ຮົງ​ກົງ ພາຍ​ຫລັງ ທີ່ ພວກ​ປະ​ທ້ວງ​ພະ​ຍາ​ຍາ​ທີ່​ຈະ​ບຸກເຂົ້າ​ໄປໃນ​ນັ້ນ ໃນ​ວັນ​ທີ 21 ມິ​ຖຸ​ນາ, 2019
ພວກ​ເຈົ້າ​ໜ້າ​ທີ່​ຮົງ​ກົງ​ອັດ​ປະ​ຕູ​ທາງ​ເຂົ້າຂອງ​ສຳ​ນັກ​ງານ​ຂອງ​ຕົນ​ແຫ່ງ​ນຶ່ງ​ໃນ​ຮົງ​ກົງ ພາຍ​ຫລັງ ທີ່ ພວກ​ປະ​ທ້ວງ​ພະ​ຍາ​ຍາ​ທີ່​ຈະ​ບຸກເຂົ້າ​ໄປໃນ​ນັ້ນ ໃນ​ວັນ​ທີ 21 ມິ​ຖຸ​ນາ, 2019

ພວກ​ເດີນ​ຂະ​ບວນ​ປະ​ທ້ວງ​ໃນ​ວັນ​ສຸກ​ມື້ນີ້ ຍັງໄດ້​ຮຽກຮ້ອງ​ໃຫ້​ພວກ​ເຈົ້າ​ໜ້າ​ທີ່​ຮົງ​ກົງຖອນ​ຄຳ​ເວົ້າ ​ທີ່​ກ່າວ​ເຖິງການປະ​ທ້ວງ​ໃນ​ວັນ​ທີ 12 ມິ​ຖຸ​ນາ ຜ່ານ​ມານັ້ນ ວ່າ ເປັນ​ການກໍ່​ຄວາມໂກ​ລ​ະ​ຫົນ​ວຸ້ນ​ວາຍ; ໃຫ້​ປ່ອຍ​ພວກ​ປະ​ທ້ວງ​ທີ່​ຖືກ​ຈັບ​ກຸມນັ້ນທັງ​ໝົດ ແລະຍົກ​ເລີກ​ການ​ກ່າວ​ຫາ​ຕໍ່​ພວກ​ເຂົາ; ແລະ​ໃຫ້ດຳ​ເນີນ​ການ​ສອບສວນຕໍ່​ການໃຊ້​ກຳ​ລັງ​ຂອງ​ຕຳ​ຫລວດ​ຢູ່​ໃນ​ການ​ປະ​ທ້ວງ​ຕ່າງໆທີ່ເ​ກີດ​ຂຶ້ນ​ຫວ່າງໝໍ່ໆມາ ນີ້. ລັດ​ຖະ​ບານ​ຍັງ​ບໍ່​ທັນ​ໄດ້​ຕອບຕໍ່​ຄຳ​ຮຽກ​ຮ້ອງເຫລົ່ານີ້ ໂດຍ​ກົງ​ເທື່ອ.

ໃນ​ວັນ​ອັງ​ຄານ​ຜ່ານ​ມາ, ທ່ານ​ນາງ ແລມ​ໄດ້​ຂໍ​ຂະ​ມາ​ໂທດ​ສຳ​ລັບ​ວິ​ກິດ​ການ​ທາງ​ການ​ເມືອງ ແລະ​ເຫ​ດ​ການ​ວຸ້ນ​ວາຍ ທີ່​ມີ​ສາ​ເຫດ​ມາ​ຈາກກົດ​ໝາຍ ​ທີ່​ສະ​ເໜີ​ໄປ​ນັ້ນ.

ການ​ປະ​ທ້ວງ​ຕ່າງໆ ໃນ​ຮົງ​ກົງ​ໄດ້​ເຮັດ​ໃຫ້​ປະ​ທານ​ປະ​ເທດສີ​ ຈິ້ນ​ຜິງ​ ຂອງ​ຈີນ ພົບ​ບັນ​ຫາ​ທ້າ​ທາຍ​ອັນ​ໃຫຍ່​ຫລວງ ນັບ​ແຕ່​ທ່ານ​ໄດ້​ຂຶ້ນ​ກຳ​ຕຳ​ແໜ່ງ​ແຕ່​ປີ 2012 ເປັນ​ຕົ້ນ​ມາ. ລັດ​ຖະ​ບານ​ຈີນ​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ແກ່​ການ​ສະ​ເໜີ​ໃຫ້​ມີ​ການ​ສົ່ງຕົວ​ຜູ້ກະ​ທຳ​ຜິດ​ຂ້າມ​ແດນ ແລະ​ກ່າວ​ຫາ​ພວກ​ຈັດ​ໃຫ້​ມີ​ການ​ປະ​ທ້ວງວ່າ ​ຮ່ວມ​ມື​ກັບພວກ​ລັດ​ຖະ​ບານ​ຂອງ​ປະ​ເທດ​ຕາເວັນ​ຕົກ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ, ທ່ານ ໄມ​ຄ໌ ພອມ​ພຽວ ໄດ້​ເວົ້າ​ວ່າ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ມີ​ແຜນ​ທີ່​ຈະ​ສົນ​ທະ​ນາ​ເລື້ອງ​ຮົງ​ກົງ ກັບ​ທ່ານ​ສີ ຢູ່ກອງ​ປະ​ຊຸມ​ສຸດຍອດກຸ່ມ G20 ທີ່​ຈະ​ມາ​ເຖິງນີ້ ຢູ່​ຍີ່​ປຸ່ນ (ຊຶ່ງ​ຈະ​ຈັດ​ຂຶ້ນໃນ​ວັນ​ທີ 28-29 ມິ​ຖຸ​ນານີ້).

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດຢູ່​ຂ້າງ​ລຸ່ມນີ້

Thousands of student protesters dressed in black marched in Hong Kong Friday, demanding the full withdrawal of a controversial extradition bill and the resignation of the territory's pro-Beijing leader Carrie Lam.

For a time protesters disrupted traffic and blocked the main highway leading to the legislative complex, which the government closed for the day.

Friday's demonstrators also urged Hong Kong officials to retract the description of the June 12 protest as a riot; to release all the protesters arrested and drop charges against them; and to conduct an inquiry into the use of force by police during recent protests. The government has not responded directly to these demands.

On Tuesday, Lam had offered an apology for the political crisis and unrest sparked by the proposed law.

The Hong Kong protests pose the greatest challenge to Chinese President Xi Jinping since he took office in 2012. The Chinese government had supported the extradition proposal, and accused protest organizers of colluding with Western governments.

U.S. Secretary of State Mike Pompeo has said President Donald Trump plans to discuss the Hong Kong issue with Xi at the upcoming G20 summit in Japan (28-29 June).

XS
SM
MD
LG