ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໔ ຕຸລາ ໒໐໒໔

ນັກປະສາດວິທະຍາ ຄົ້ນ​ພົບ​ ​ຮາກ​ຖານ​ ຂອງ​ຄວາມ​ຄິດ​ອ່ານ​ ຂອງ​ພວກ​ທີ່​ຫົວ​ດື້​ ທາງ​ການ​ເມືອງ


Neuroscience Finds Biological Roots of Political Stubbornness
please wait

No media source currently available

0:00 0:02:22 0:00

​ການ​ຄວບ​ຄຸມ​ລັດ​ຖະ​ສະ​ພາ ແມ່ນ​ບໍ່ມີການເໜັງຕີງໄປມາ ໃນ​ເດືອນ​ພະ​ຈິກ ຊຶ່ງ​ເປັນ​
ເດືອນ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ຂອງ​ສະ​ຫະ​ລັດ. ໃນ​ທຸກມື້​ນີ້ ຊຶ່ງ​ເປັນ​ມື້ ​ທີ່​ມີ​ສະ​ພາບການ​ເມືອງ
ທີ່​ແບ່ງ​ແຍກ​ກັນ​ທີ່​ສຸດ, ພັກ​ຣີ​ພັບ​ບ​ລີ​ກັນ ກັບພັກ​ເດ​ໂມ​ແຄ​ຣັດ ຕ່າງກໍມີ​ບົດ​ບາດ​ໜຽວແໜ້ນ
ໃນ​ການຍຶດຖືທ່າທີຂອງຕົນໄວ້ ໃນເລື້ອງບັນ​ຫາສຳຄັນ ແລະ​ການ​ໂຕ້​ວາ​ທີກັນ ກໍບໍ່ໄດ້​ມີ​ສ່ວນພໍທໍ່ໃດ ທີ່​ຈະ​ໂນ້ມ​ໜ່ຽວ​ພວກ​ເຂົ​າເຈົ້າ. ນັ້ນຄືບັນ​ຫາ​ໃນ​ລັດ​ຖະ​ບານ ທີ່​ກາງ​ຕໍ່ໃສ່ການ​
ປະ​ນີປະ​ນອມກັນ. ນັກ​ສັງ​ຄົມ​ວິທະ​ຍາ ໄດ້​ພາກັນສະ​ແດງ​ໃຫ້​ເຫັນ​ວ່າ ຊາວ​ອາ​ເມ​ຣິ​ກັນ ໄດ້ພາກັນຈັດຕັ້ງອອກເປັນກຸ່ມໆ ຕາມແນວທາງ​ທີ່ວ່າ ກຸ່ມໃດມັກເຣັດແບບໃດ. ​ມາບັດນີ້
​ວິ​ທະ​ຍາ​ສາດ​ທາງ​ສະ​ໝອງ ອາດຈະ​ສາ​ມາດອະ​ທິ​ບາຍ​ໄດ້​ວ່າ ເປັນ​ຫຍັງ​ ພວກ​ຜູ້​ຄົນ
ຈຶ່ງບໍ່ມັກຈະ​ປ່ຽນ​ທ່າທີ​ຂອງ​ພວກ​ເຂົາ​ເຈົ້າ ຈາກ​ຄວາມ​ເຊື່ອ​ຖືທີ່ໄດ້​ຝັງ​ເລິກມາ, ເຖິງ​ແມ່ນ
​ວ່າຈະໄດ້​ມີ​ການ​ສະ​ແດງ​ໃຫ້​ເຫັນ ​ເຖິງ​ຫຼັກ​ຖານຄວາມຈິງຫຼາຍຢ່າງ ກໍ​ຕາມ. ວັນ​ນະ​ສອນ
ມີ​ລາຍ​ລະ​ອຽດ ຈາກ​ນັກ​ຂ່າວ​ວີ​ໂອ​ເອ ສ​ຕີບ​ວ໌ ບາ​ຣາ​ໂກ​ນາ ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ທ່ານ ໂຈນາສ ແກ​ແປ​ລນ ນັກປະສາດ​ວິ​ທະ​ຍາ​ ຈາກ​ມະ​ຫາ​ວິ​ທະ​ຍາ​ໄລແຫ່ງ​ລັດ​ຄາ​ລີ
​ຟໍ​ເນຍພາກ​ໃຕ້ ຫຼື University of Southern California ໄດ້​ກ່າວ ຈາກ​ຍຸກ​ໂບ​ຮານ​
ຂອງກ​ຣິກມາສູ່​ຍຸກ​ຄົ້ນ​ພົບ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ແລະ​ກາຍ​ໄປ​ກວ່ານັ້ນ, ປະຊາທິປະໄຕ
ທຸກຮູບແບບ ແມ່ນຈະຢືນ​ຢູ່​ບົນ​ພື້ນ​ຖານ​ຂອງການ​ເອົາໃຫ້​ແລະ​ການໄດມາ​ ຫຼືແບບຊີ້ນ
ໄປປາມາ.

ທ່ານກາ​ແປ​ລນ ກ່າວ​ວ່າ “ການ​ສົນ​ທະ​ນາ​ອາດ ສາ​ມາດປ່ຽນແປງ​ຄວາມ​ຄິດ​ໄດ້ ແລະ
​ຖ້າ​ຫາກ​ພວກ​ເຮົາ​ສົນ​ທະ​ນາ​ກັນ​ເລື້ອງ​ແນວຄິດ ຊຶ່ງ​ກັນ​ແລະ​ກັນ​ ພວກ​ເຮົາ ກໍຈະສາ​
ມາດ​ຮຽນ​ຮູ້ຈາກ​ກັນ​ແລະ​ກັນ ແລະ​ດັດ​ແປງ​ຄວາມ​ເຊື່ອ​ຂອງ​ພວກເຮົາ​ໄດ້.”

ແຕ່​ ບັນ​ຫາ​ທີ່​ມີຄວາມຕັ້ງໃຈ​ໄວ້ແລ້ວ ເຊັ່ນ​ການ​ສົມ​ລົດ​ຂອງ​ພວກກະເທີຍ ຫຼື​ການ​ຄວບ
​ຄຸມປືນ ການ​ສົນ​ທະ​ນາ​ເລື້ອງດັ່ງກ່າວ ແມ່ນຈະປ່ຽນ​ແປງ​ຍາກ​ທີ່​ສຸດ​.

ທ່ານແກ​ແປ​ລນ ຢາກ​ຈະ​ຊາບ​ວ່າ ແມ່ນ​ຫຍັງ​ຢູ່​ໃນ​ສະໝອງ​ຂອງ​ພວກ​ເຮົາ ທີ່​ເຮັດ​ໃຫ້​ການ
​ປ່ຽນ​ແປງ​ຄວາມ​ຄິດ​ຂອງ​ພວກ​ເຮົາ​ຫຽຸ້ງຍາກ​ແທ້. ສະ​ນັ້ນ​ຄະ​ນະ​ຂອງ​ພວກ​ເພິ່ນ ຈຶ່ງໄດ້​ສຶກ
​ສາ​ພວກ​ຜູ້​ຄົນ ໂດຍການໃຊ້ເຄື່ອງ​ສ​ເກນ​ສະ​ໝອງ.

ທ່ານແກ​ແປ​ລນ ກ່າວ​ເພີ້ມ​ຕື່​ມ​ວ່າ “ໃນ​ໜ້າ​ຈໍ ທຳ​ອິດ ພວກ​ເຮົາ​ໃຫ້​ພວກ​ເຂົາ​ເຈົ້າເບິ່ງ, ​
ຂໍ້ຄວາມທີ່​ພວກ​ເຮົາຮູ້​ວ່າ ​ພວກ​ເຂົາ​ເຈົ້າ​ເຊື່ອ​ແນວໃດ. ແລ້ວ​ຫຼັງ​ຈາກ​ນັ້ນ ພວກ​ເຮົາ​ກໍໄດ້​ເອົາຂໍ້ຄວາມ​5 ຢ່າງໃຫ້​ພວກ​ເຂົາ​ເຈົ້າ​ເບິ່ງ ຊຶ່ງເປັນການ​ທ້າ​ທ​າຍ ຕໍ່​ຄວາມ​ເຊື່ອ​ຂອງ
​ພວກ​ເຂົາ​ເຈົ້າ.”

ແລ້ວຕໍ່ໄປ ຄະ​ນະ​ຂອງທ່ານແກແປ​ລນ ກໍໄດ້​ທົດ​ສອບ​ເບິ່ງວ່າ ພວກ​ຜູ້​ຄົນ ​ໄດ້​ປ່ຽນ​ແປງ
ແນວຄິດ​ຂອງ​ພວກ​ເຂົາ​ເຈົ້າ​ບໍໍ່.

ພວກ​ເຂົາ​ເຈົ້າ ໄດ້​ຄົ້ນ​ພົບ​ຄວາມ​ແຕກ​ຕ່າງ ​ລະ​ຫວ່າງສະ​ໝອງຂອງ​ພວກ​ຜູ້​ຄົນ ທີ່​ມີການ
ປ່ຽນແປງ ແລະ​ພວກທີ່ບໍ່​ປ່ຽນ ໃນ​ກໍລະນີ ທີ່​ກ່ຽວ​ຂ້ອງກັບອາລົມ.

ທ່ານແກ​ແປ​ລນ ກ່າວ​ວ່າ “ສິ່ງ​ທີ່​ພວກ​ເຮົາ​ຄົ້ນ​ພົບ ກໍ​ແມ່ນ​ວ່າ ​ພວກ​ຜູ້​ຄົນທີ່ພາກັນໃຊ້
ພາກສ່ວນຂອງອາລົມຫຼາຍກວ່າ ຈະ​ແມ່ນພວກທີ່ຈະ​ປ່ຽນ​ຄວາມ​ຄິດໜ້ອຍກວ່າ.”

ພວກ​ຜູ້​ຄົນ​ທີ່​ຫົວ​ດື້ ຫຼືຫົວແຂງ ແມ່ນພວກ​ທີ່​ມີ​ກິດ​ຈະ​ກຳ​ໃນ​ສະ​ໝອງ​ຝັ່ງ ອາ​ມີກ​ດາ​ລາ (amygdala), ທີ່​ຮັບຮູ້ໄວ ຕໍ່ຄວາມ​ຢ້ານ​ກົວ ແລະການ​ຂົ່ມ​ຂູ່ ແລະ​ການ​ມີ​ຄວາມ​ສູ້​ສຶກ
​ທີ່​ຮ້າຍແຮງອື່ນໆ​, ແລະ​ໃນ​ສະ​ມອງ​ສ່ວນທີ່ເອີ້ນວ່າ insular cortex ທີ່​ນຳ​ເອົາ​ຄວາມ
​ຮູ້​ສຶກ​ຈາກ​ຮ່າງ​ກາຍ​ເຂົ້າມາເພື່ອ​ໃຫ້ທຳ​ການ​ຕັດ​ສິນ​ໃຈ​.

ທ່ານແກ​ແປ​ລນ​ກ່າວ​ວ່າ ລະ​ບົບຕ່າງໆ ໄດ້ມີການວິວັດທະນາການມາ​ເພື່ອ​ປົກ​ປ້ອງ
​ພວກ​ເຮົາ ​

ທ່ານແກ​ແປ​ລນ ​ກ່າວ​ຕໍ່​ໄປ​ວ່າ “ສະ​ມອງ​ສ່ວນ insular cortex ອູ້ມຊູ​ຄວາມ​ຮູ້​ສຶກ
ທີ່ໜ້າຂີ້ດຽດທີ່​ພວກ​ເຮົາ ອາດ​ຈະ​ປະ​ເຊີນ ຕອນ​ທີ່​ພວກ​ເຮົາ​ເຫັນ​ອາ​ຫານທີ່​ເນົ່າ​ເໝັນ
​ເຊັ່ນນັ້ນເປັນ​ຕົ້ນ. ແລະ​ຕອນ​ນີ້​ພວກ​ເຮົາ ໄດ້​ເຫັນ​ລະ​ບົບທີ່​ກັບ​ຄືນ​ໄປຫາ​ຈຸດ​ທີ່ຈະ​ຊ່ອຍ
​ປົກ​ປ້ອງພວກ​ເຮົາ ຈາກ​ການ​ຂົ່ມ​ຂູ່​ອັນ​ໃໝ່ --ການ​ຂົ່ມ​ຂູ່​ແບບບໍ່​ເປັນ​ຮູບ​ປະ​ທຳຫຼາຍ​
ກວ່າ. ໃນ​ກໍ​ລະນີ​ນີ້ມັນ​ແມ່ນ​ຂໍ້​ມູນ​ທີ່​ສະ​ໝອງ​ຄິດ​ວ່າ ມັນ​ອາດ​ຈະ​ເປັນ​ໄພ​ອັນ​ຕະ​ລາຍ​
ຕໍ່​ພວກ​ເຮົາ.”

ທ່ານແກ​ແປ​ລນ ກ່າວ​ວ່າ ສຳ​ລັບ​ຜູ້​ຄົນຫຼາຍໆ​ຄົນ​ແລ້ວ ​ຄວາມ​ເຊື່ອ​ທາງການ​ເມືອງແມ່ນ
ສ່ວນສຳ​ຄັນຂອງ​ຄວາມ​ເປັນໂຕຂອງ​ພວກ​ເຂົາ​ເຈົ້າ ແລະພວກ​ຜູ້​ຄົນ​ທີ່​ພວກ​ເຂົາ​ເຈົ້າຖື​ວ່າ
ເປັນ​ໝູ່ຄູ່​ແລະ​ພາ​ຄີ​ເຂົາເຈົ້າ.

ທ່ານແກ​ແປ​ລນ ກ່າວ​ວ່າ “ມັນ​ໄດ້​ເ​ຮັດ​ໃຫ້ມີການຍຶດໝັ້ນເພີ້ມ​ຂຶ້ນ ບໍ່ມີການ​ປ່ຽນ​ແປງ​ໃນ
ສະ​ໝອງ​ຂອງຄົນ. ໃນ​ການ​ປ່ຽນ​ແປງ​ຄວາມ​ຄິດ​ອ່ານ​ກ່ຽວ​ກັບ​ການ​ເມືອງ ອາດ​ຈະ​ພົວ
​ພັນ ບໍ່​ພຽງ​ແຕ່ ​ຈະ​ປ່ຽນ​ແປງ​ຄວາມ​ເຊືີ່ອ ແຕ່​ຈະ ກະ​ທົບ​ຕໍ່​ສາຍ​ພົວ​ພັນ​ຂອງ​ທ່ານ​ກັບ​ຄົນ​ອື່ນກໍເປັນໄດ້ ຊຶ່ງທ່ານອາດຄິດວ່າ ບັດນີ້ “ພວກ​ຜູ້​ຄົນ​ຈະ​ຄິດ​ກ່ຽວ​ກັບ​ຂ້າ​ພະ​ເຈົ້າແນວ​
ໃດ”​”

​ອາ​ລົມ​ແມ່ນ​ມີ​ບົດ​ບາດ​ຫຼາຍ ໃນ​ການ​ຕັດສິນໃຈ​ ຕອນ​ທີ່ພວກ​ເຮົາ​ຮຽນ​ຂໍ້​ມູນ​ໃໝ່ໆ.
ແຕ່​ທ່ານແກ​ແປ​ລນ ໄດ້​ກ່າວ​ເພີ້ມ​ຕື່ມ​ວ່າ, ອັນອາດ​ສາ​ມາດ ກີດ​ກັນ ການ​ຕັດ​ສິນ​ໃຈທີ່ດີຂອງພວກເຮົາກໍໄດ້.

ທ່ານແກແປ​ລນ ກ່າວ​ວ່າ “ໃຫ້​ລະ​ວັງດີໆ​ໃນ​ຄວາມ​ຄິດ​ຄວາມ​ອ່ານ ວ່າເຮົາມີ​ຄວາມ​ຮູ້​ສຶກ​ແນວໃດ ວ່າມັນຈະ​ມີ​ອິດ​ທິ​ພົນໃນ​ການ​ຕອບ​ໂຕ້​ຕໍ່​ຂໍ້​ມູນ ວ່າ​ອາດ​ຈະ​ຊ່ອຍ​ໄດ້ບໍ່.”

ໃນ​ທຸກ​ມື້​ນີ້ ໃນສະຖາ​ນະ​ການ​ທີ່​ແບ່ງ​ແຍກ​ພັກ​ຝ່າຍ ນັ້ນ​ອາດ​ຈະ​ເປັນ​ການ​ຍາກ ແລະ​ສຳ​ຄັນ​ກວ່າເກົ່າ​ສຳລັບ​ພວກ​ຜູ້​ປ່ອນ​ບັດ​.

ອ່ານ​ຂ່າວນີ້ເປັນ​ພາ​ສາ​ອັງ​ກິດ​ເພີ້ມ​ຕື່ມ

Control of Congress is at stake in this November's U.S. midterm elections. In today's highly polarized political environment, Republican and Democratic partisans have staked their positions on the key issues, and debate does little to persuade them. That's a problem in a government that depends on compromise. Social scientists have shown that Americans are sorting themselves into like-minded groups. Now neuroscience may help explain why people rarely change their minds on deeply held beliefs, even when presented with the facts. VOA's Steve Baragona has more.

From ancient Greece to the founding of America and beyond, every democracy rests on the principle of give and take, says University of Southern California neuroscientist Jonas Kaplan.

JONAS KAPLAN, UNIVERSITY OF SOUTHERN CALIFORNIA
"...that conversation can change minds, and if we discuss ideas with each other, we can learn from each other and actually adjust our beliefs."

But on contentious issues such as gay marriage or gun control - conversations only rarely change beliefs.

Kaplan wanted to know what is going on in our brains that makes changing our minds so hard.
So his team studied people using a brain scanner.

JONAS KAPLAN, UNIVERSITY OF SOUTHERN CALIFORNIA
"And on a screen we showed them, first, a statement that we knew they believed in. And after that we showed them a series of five statements that challenged those beliefs."

Kaplan's team then tested whether people had changed their minds.

They found differences between the brains of people who did and those who didn't -- in regions that deal with emotions.

JONAS KAPLAN, UNIVERSITY OF SOUTHERN CALIFORNIA
"What we found is that the people who activated these emotional brain regions more, were less likely to change their minds."

The most stubborn people had the most activity in the amygdala, which responds to fear and threats and other strong emotions, and in the insular cortex, which inputs feelings from our bodies into decision making.

These systems evolved to protect us, Kaplan says.

JONAS KAPLAN, UNIVERSITY OF SOUTHERN CALIFORNIA
"The insular cortex supports feelings of disgust that we might encounter when we see rancid food, for example. And now we're seeing those systems re-purposed to help protect us against new kinds of threats -- threats that are more abstract. In this case, it's information that the brain thinks might be harmful to us."

Kaplan says for many people, political beliefs are an important part of who they are, and who they call their friends and allies.

JONAS KAPLAN, UNIVERSITY OF SOUTHERN CALIFORNIA
"That raises the stakes for changing one's mind. To change a particular belief about politics might involve not just changing your belief but affecting your relationships with other people. 'What are people going to think of me now?'"

Emotions do play a role in judgment when we learn new information. But Kaplan adds, they can also get in the way of making good decisions.

JONAS KAPLAN, UNIVERSITY OF SOUTHERN CALIFORNIA
"Just being mindful of how we feel and how those feelings are influencing how we're responding to that information might help."

In today's hyper-partisan environment, that may be harder and more important than usual for voters.

XS
SM
MD
LG