ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂໍ້ຕົກລົງທາງດ້ານຄວາມໝັ້ນຄົງສອງຝ່າຍ ມູນ​ຄ່າ 118 ຕື້ໂດລາ ບໍ່ປະສົບຜົນສໍາເລັດ ຢູ່ໃນສະພາສູງ


ລາຍງານ: ຂໍ້ຕົກລົງສອງຝ່າຍຢູ່ໃນສະພາສູງສະຫະລັດ.

ສະພາສູງສະຫະລັດ ໄດ້ພິຈາລະນາຮ່າງກົດໝາຍ ວ່າດ້ວຍການຊ່ວຍ ເຫຼືອຕ່າງປະເທດ 95 ຕື້ໂດລາໃນວັນພຸດແລ້ວນີ້ ຫຼັງຈາກສະມາຊິກສະພາສູງພັກຣີພັບບລີກັນໄດ້ຂັດຂວາງຕໍ່ຂໍ້ຕົກລົງສອງຝ່າຍ ກ່ຽວກັບຄວາມໝັ້ນຄົງຊາຍແດນ ແລະການຊ່ວຍເຫຼືອ 118 ຕື້ໂດລາ ຕໍ່ຢູເຄຣນ ແລະອິສຣາແອລ. ນັກຂ່າວ VOA ປະຈໍາສະພາ ແຄັດເທີຣິນ ກິບສັນ (Katherine Gypson) ມີລາຍງານກ່ຽວກັບເລື່ອງນີ້, ເຊິ່ງ ທິບສຸດາ ມີລາຍລະອຽດ.

60 ຕື້ໂດລາ ສໍາລັບການຊ່ວຍເຫລືອ ແກ່ຢູເຄຣນ ແລະ 14 ຕື້ໂດລາ ສໍາລັບການຊ່ວຍເຫລືອແກ່ອິສຣາແອລ ເຊິ່ງເປັນສ່ວນນຶ່ງ ຂອງການຊ່ວຍເຫລືອຕ່າງ ປະເທດຊຸດໃໝ່ມູນ​ຄ່າ 95 ຕື້ໂດລາ ທີ່ປັດຈຸບັນນີ້ ກຳລັງພິຈາລະນາ ຢູ່ໃນສະ ພາສູງຂອງສະຫະລັດ ຫລັງຈາກສະມາຊິກສະພາສູງພັກຣີພັບບລີກັນ ໄດ້ຂັດ ຂວາງຂໍ້ຕົກລົງສອງຝ່າຍກ່ຽວກັບຄວາມໝັ້ນຄົງທາງຊາຍແດນທີ່ມີມູນຄ່າ 118 ຕື້ໂດລາ.

ທ່ານຊັກ ຊູມເມີ (Chuck Schumer), ຜູ້ນຳສຽງສ່ວນຫຼາຍຢູ່ໃນສະພາສູງ ກ່າວວ່າ:

“ພວກ​ເຮົາ​ຮູ້​ປະມານ​ນຶ່ງ​ອາ​ທິດ​ກ່ອນ​ໜ້າ​ນີ້ ເມື່ອທ່ານ​ທ​ຣຳ ໄດ້ເຂົ້າມາສ້າງຄວາມສັບສົນ, ແລະ​ກ່າວ​ວ່າ, ທ່ານ​ຮູ້​ບໍ, ຢາກ​ໃຫ້​ມັນ​ເປັນໄປ ໃນທິດ​ທາງ​ການ​ເມືອງ. ທ່ານ​ກ່າວ​ວ່າ ທ່ານ​ເລືອກຄວາມ​ວຸ້ນວາຍ​ຢູ່ຕາມ​ຊາຍ​ແດນ ​ເພາະວ່າ​ທ່ານ​ຄິດ​ວ່າ​ມັນ​ຊ່ວຍທ່ານໃນ​ການ​ເລືອກ​ຕັ້ງ. ພວກເຮົາຮູ້ວ່າ ພວກເຮົາອາດຈະຕ້ອງມີທາງເລືອກແຍກຈາກກັນ."

ຂໍ້​ຕົກລົງ​ສອງ​ຝ່າຍ​ ຈະ​ເພີ້ມ​ຄວາມ​ອາດສາມາດ ໃນການ​ກັກ​ຂັງ​ຄົນ​ເຂົ້າ​ເມືອງ, ຍຸຕິ​ການ​ດໍາເນີນງານທີ່ອະນຸຍາດໃຫ້ພວກຄົນເຂົ້າເມືອງ ເຂົ້າມາອາໄສຢູ່ໃນສະ ຫະລັດ​ໃນ​ລະຫວ່າງ​ຮຽກຮ້ອງ​ຂໍການ​ລີ້​ໄພ, ​ແລະ​ອະນຸຍາດ​ໃຫ້​ປະທານາທິບໍດີ​ປິດ​ດ່ານ​ຊາຍ​ແດນ​ ສະຫະລັດ ແລະ ເມັກ​ຊິ​ໂກ ​ຊົ່ວຄາວ ຖ້າ​ການ​ຂ້າມ​ຊາຍແດນ​ໄປ​ເຖິງ​ລະດັບ​ໃດ​ນຶ່ງ. ສະມາຊິກສະພາສູງຂອງພັກຣີພັບບລີກັນທີ່ມີຫົວອະນຸລັກນິຍົມກ່າວວ່າ ຮ່າງກົດໝາຍດັ່ງກ່າວນັ້ນ ບໍ່ໄດ້ເຮັດໜ້າທີ່ອັນໃດພຽງພໍ.

ທ່ານເທັດ ຄຣຸສ (Ted Cruz), ຈາກພັກຣີພັບບລີກັນ ກ່າວວ່າ:

“ຮ່າງກົດໝາຍນີ້ບໍ່ໄດ້ມີການແກ້ໄຂ. ເຂົ້າໃຈວ່າ ວິກິດການດ້ານຊາຍແດນ ດັ່ງ ກ່າວນີ້ ແມ່ນເກີດຂຶ້ນໂດຍເຈດຕະນາ. ທ່ານໂຈ ໄບເດັນ ເຮັດໃຫ້ມັນເກີດຂຶ້ນ. ທ່ານເຮັດໃຫ້ມັນ​ເກີດຂຶ້ນ​ຈາກ​ການ​ຕັດສິນ​ໃຈພຽງ​ຝ່າຍ​ດຽວ​ຂອງ​ທ່ານ.”

ແຕ່ສະມາຊິກສະພາສູງທີ່ບໍ່ຂຶ້ນກັບຝ່າຍໃດ ທ່ານເຄີດສເຕິນ ຊີເນມາ (Kyrsten Sinema), ເຊິ່ງເປັນນຶ່ງໃນສາມສະມາຊິກ ທີ່ເຈລະຈາກ່ຽວກັບຂໍ້ຕົກລົງກ່າວວ່າ ຝ່າຍກົງກັນຂ້າມ ແມ່ນການຄິດໄລ່ທາງດ້ານການເມືອງ, ເຊິ່ງທ່ານນາງໄດ້ກ່າວວ່າ:

“ບໍ່​ຮອດ 24 ຊົ່ວ​ໂມງ ລຸນ​ຫລັງ​ພວກເຮົາ​ໄດ້​ເປີດ​ເຜີຍ ​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ, ເພື່ອນ​ຮ່ວມ​ງານຈາກ​ພັກຣີ​ພັບ​ບ​ລິ​ກັນ​ຂອງ​ຂ້າ​ພະ​ເຈົ້າກໍ​ໄດ້ພາກັນ​ປ່ຽນ​ໃຈ. ປາ ກົດວ່າພວກເຂົາຕ້ອງການການສົນທະນາທັງຫມົດ ແລະບໍ່ມີການດໍາເນີນການ. ປາກົດ​ວ່າ ຄວາມ​ໝັ້ນຄົງຢູ່ບໍລິເວນ​ຊາຍ​ແດນ ບໍ່​ແມ່ນ​ຄວາມ​ສ່ຽງ​ຕໍ່​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ພວກ​ເຮົາ. ມັນເປັນພຽງແຕ່ຈຸດສົນທະນາສໍາລັບການເລືອກຕັ້ງເທົ່ານັ້ນ.”

ແລະ​ພັກ​ເດ​ໂມ​ແຄຣັດເຕືອນ​ວ່າ ຜົນ​ສະ​ທ້ອນ​ທີ່​ຕິດ​ຕາມ​ມາ​ຂອງ​ການ​ບໍ່ຮັບ​ຜ່ານ​ຮ່າງ​ກົດ​ໝາຍ​ຊ່ວຍ​ເຫຼືອຢູ​ເຄຣນ ​ຈະ​ມີກວ້າງ​ໄກ​ໄປ​ກວ່ານັ້ນ.

ທ່ານນາງແພັດຕີ້ ເມີເຣ (Patty Murray), ຈາກພັກເດໂມແຄຣັດກ່າວວ່າ:

"ພັກຣີພັບບລີກັນຈະບອກກັບພັນທະມິດຂອງພວກເຮົາວ່າ ຄຳເວົ້າຂອງພວກເຮົາບໍ່ສາມາດເຊື່ອຖືໄດ້, ໂດຍບອກກັບຜູ້ຜະເດັດການເຊັ່ນ ທ່ານ ປູຕິນ ວ່າ ໄພຂົ່ມຂູ່ຂອງພວກເຮົາບໍ່ຮ້າຍແຮງ. ​ການ​ບອກ​ໃຫ້​ໂລກ​ຮູ້ກ່ຽວກັບ​ຄວາມ​ເປັນ​ຜູ້ນຳ​ຂອງ​ອາ​ເມ​ຣິກັນ ​ໄດ້​ຖືກ​ກີດກັນ​ ດ້ວຍ​ການ​ຂັດຂວາງ ​ຂອງ​ພັກຣີພັບ​ບລິ​ກັນ.”

ໃນ​ຕົ້ນ​ອາທິດ​ນີ້, ປະທານ​ສະພາຕໍ່າ ທ່ານໄມຄ໌ ຈອນສັນ ​ກ່າວ​ວ່າ ຂໍ້​ຕົກລົງ​ສອງ​ຝ່າຍ​ຈະ​ສິ້ນ​ສຸດ​ລົງ ​ໃນ​ເວລາ​ມາ​ຮອດ​ສະພາຕໍ່າ​ຂອງ​ສະຫະລັດ. ​ແຕ່​ຮ່າງ​ກົດໝາຍ​ສະ​ເພາະ ​ຂອງ​ສະມາຊິກ​ສະພາຈາກ​ພັກຣີພັບ​ບລິ​ກັນ ​ທີ່ຈະ​ສົ່ງ​ການ​ຊ່ວຍ​ເຫຼືອ​ໃຫ້ແກ່ອິສຣາ​ແອ​ລ ​ແມ່ນ​ປະສົບ​ກັບຄວາມລົ້ມແຫຼວ​ໃນຕອນ​ແລງ​ວັນ​ອັງຄານ​ແລ້ວ​ນີ້, ໂດຍທ່ານກ່າວວ່າ:

“ບໍ່​ມີ​ເຫດ​ຜົນ​ອັນ​ໃດ ສໍາລັບພວກ​ເຂົາ​ເຈົ້າທີ່​ຈະ​ຄັດ​ຄ້ານຕໍ່​ເນື້ອ​ໄນ ​ຂອງ​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ. ພວກເຂົາກຳລັງເຮັດດັ່ງນັ້ນເພື່ອຈຸດປະສົງທາງການເມືອງ. ມັນເປັນສິ່ງບໍ່ດີຕໍ່ຄວາມໝັ້ນຄົງແຫ່ງຊາດ.”

ສະມາຊິກ​ສະພາ​ສູງຈາກ​ພັກຣີພັບ​ບລີ​ກັນ ​ໄດ້​ຮ້ອງ​ຂໍ​ໃຫ້​ເພີ້ມ​ການ​ປັບປຸງ​ຄວາມ​ປອດ​ໄພ​ ຢູ່ບໍລິເວນຊາຍ​ແດນ ​ໃສ່​ຮ່າງ​ກົດໝາຍໃນການ​ຊ່ວຍ​ເຫຼືອ​ຕ່າງປະ​ເທດ. ບັນດາສະມາຊິກສະພາຄາດວ່າ ຈະດໍາເນີນງານຈົນຮອດທ້າຍອາທິດນີ້ ເພື່ອລົງຄະແນນສຽງ ກ່ຽວກັບການຜ່ານຊຸດການຊ່ວຍເຫຼືອດັ່ງກ່າວ.

The US Senate considered a $95 billion foreign aid bill Wednesday after Senate Republicans earlier blocked a $118 billion bipartisan agreement on border security and aid to Ukraine and Israel. VOA congressional correspondent Katherine Gypson reports.

Sixty billion dollars in aid to Ukraine and $14 billion in aid to Israel — part of a new $95 billion foreign assistance package now under consideration in the U.S. Senate — after Senate Republicans blocked a larger $118 billion bipartisan agreement on border security.

Chuck Schumer, Senate Majority Leader.

“We knew about a week ago when Trump mixed in and said, you know, wanted it to be political. He said he preferred chaos at the border because he thinks it helps him electorally. We knew that we might have to have a separate option.”

The bipartisan agreement would have increased immigration detention capacity, ended the practice of allowing migrants to remain in the United States while claiming asylum, and allowed presidents to temporarily shut down the U.S.-Mexico border if crossings reached certain levels. Conservative Senate Republicans said the bill didn’t do enough.

Sen. Ted Cruz, Republican.

“This bill doesn't fix it. Understand this border crisis is deliberate. Joe Biden caused it. He caused it by his own unilateral decisions.”

But Independent Senator Kyrsten Sinema - one of three senators who negotiated the agreement - said the opposition was a political calculation.

Sen. Kyrsten Sinema, Independent.

“Less than 24 hours after we released the bill, my Republican colleagues changed their minds. Turns out they want all talk and no action. It turns out, border security is not actually a risk to our national security. It's just a talking point for the election.”

And Democrats warned the consequences of not passing aid to Ukraine would be far-reaching.

Sen. Patty Murray, Democrat.

“Republicans will be telling our allies our word cannot be trusted, telling dictators like Putin that our threats are not serious. Telling the world American leadership has been hollowed out by Republican obstructionism.”

Earlier this week, Speaker Mike Johnson said the bipartisan agreement would be dead on arrival in the U.S. House. But House Republicans’ standalone bill to send aid to Israel failed Tuesday night.

Mike Johnson, House Speaker.

“There is no reason whatsoever for them to object to the contents of that bill. They’re doing it for political purposes. It’s bad for national security.”

Republican senators have asked to add border security amendments to the foreign assistance bill. Lawmakers are expected to work through the weekend to vote on passage of the aid package.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG