ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮ່າງກົດໝາຍ ສຳລັບການຈ່າຍເງິນກະຕຸ້ນ ທີ່ສູງກວ່າເກົ່າ ຄ້າງຄາຢູ່ໃນສະພາສູງ


ແສງໄຟຫ້ອງການສາມາດແນມເຫັນໄດ້ຢູ່ຫໍລັດຖະສະພາ ແຄັບປິຕອລ ຮິລ, ໃນຂະນະທີ່ບັນດາສະມາຊິກສະພາ ເຮັດວຽກຮອດຕອນແລງ ເມື່ອສະພາສູງ ສະຫະລັດ ປະເຊີນກັບການຕັດສິນໃຈ ກ່ຽວກັບ ການອະນຸມັດການຈ່າຍເງິນກະຕຸ້ນ $2,000. ນະຄອນຫຼວງ ວໍຊິງຕັນ. 30 ທັນວາ, 2020.
ແສງໄຟຫ້ອງການສາມາດແນມເຫັນໄດ້ຢູ່ຫໍລັດຖະສະພາ ແຄັບປິຕອລ ຮິລ, ໃນຂະນະທີ່ບັນດາສະມາຊິກສະພາ ເຮັດວຽກຮອດຕອນແລງ ເມື່ອສະພາສູງ ສະຫະລັດ ປະເຊີນກັບການຕັດສິນໃຈ ກ່ຽວກັບ ການອະນຸມັດການຈ່າຍເງິນກະຕຸ້ນ $2,000. ນະຄອນຫຼວງ ວໍຊິງຕັນ. 30 ທັນວາ, 2020.

ຜູ້ນຳສຽງສ່ວນຫຼາຍໃນສະພາສູງ ສະຫະລັດ ທ່ານ ມິດຈ໌ ແມັກຄອນແນລ ໄດ້ກ່າວໃນວັນພຸດວານນີ້ວ່າ ສະພາສູງຈະບໍ່ຮັບເອົາຮ່າງກົດໝາຍຂອງສະພາຕໍ່າຢ່າງວ່ອງໄວ ເພື່ອເພີ້ມຂະໜາດຂອງເງິນຊ່ວຍເຫຼືອໂຣກລະບາດສຳລັບປະຊາ ຊົນ ອາເມຣິກັນ ສ່ວນໃຫຍ່ຂຶ້ນເປັນ 2,000 ໂດລາ ຈາກ 600 ໂດລາໃນປັດຈຸບັນນີ້.

ສະມາຊິກສະພາສູງຈາກລັດ ເຄັນຕັກກີ ຄົນດັ່ງກ່າວໄດ້ເວົ້າວ່າ ຮ່າງກົດໝາຍຂອງສະພາຕໍ່າ “ແມ່ນບໍ່ມີຊ່ອງທາງທີ່ແທ້ຈິງເພື່ອທີ່ຈະຖືກຮັບຜ່ານຢ່າງວ່ອງໄວໃນສະພາສູງ.”

ດ້ວຍລັດຖະສະພາໃໝ່ ມີກຳນົດທີ່ສະບານຕົວເຂົ້າດຳລົງຕຳແໜ່ງໃນວັນທີ 3 ມັງກອນນັ້ນ, ມັນບໍ່ແນ່ນອນວ່າ, ຈະມີການດຳເນີນໃດໆໂດຍລັດຖະສະພາ ໃນປັດຈຸບັນ. ຖ້າປາສະຈາກການດຳເນີນການ, ຮ່າງກົດໝາຍສະພາຕໍ່າກໍຈະໝົດອາຍຸ.

ທ່ານ ແມັກຄອນແນລ ໄດ້ນຳສະເໜີນມາດຕະການນຶ່ງໃນວັນອັງຄານທີ່ຜ່ານມາທີ່ໄດ້ເຊື່ອມໂຍງການຮຽກຮ້ອງສຳລັບການຈ່າຍເງິນຊ່ວຍເຫຼືອໂຣກລະບາດໄວຣັສໂຄໂຣນາກັບການຮຽກຮ້ອງທີ່ບໍ່ກ່ຽວຂ້ອງກັນຂອງທ່ານ ທຣຳ ກ່ຽວກັບ ຮ່າງງົບປະມານປ້ອງກັນປະເທດທີ່ທ່ານປະທານາທິບໍດີໄດ້ໃຊ້ສິດຍັບຢັ້ງ.

ທ່ານ ທຣຳ ຍັງໄດ້ຕຳໜິຕິຕຽນຮ່າງກົດໝາຍການຊ່ວຍເຫຼືອໂຣກລະບາດດັ່ງກ່າວ, ເຊິ່ງໃນທີ່ສຸດທ່ານກໍໄດ້ເຊັນໃນວັນອາທິດທີ່ຜ່ານມາ ຫຼັງຈາກການເລື່ອນເວລາຫຼາຍວັນ.

ພັກເດໂມແຄຮັດ ໄດ້ສະໜັບສະໜູນການຈ່າຍເງິນທີ່ສູງກວ່າມາດົນນານແລ້ວ, ແລະ ສະພາຕໍ່າທີ່ພັກເດໂມແຄຣັດກຳສຽງສ່ວນຫຼາຍ ກໍໄດ້ຕົກລົງທີ່ຈະເພີ້ມຕົວເລກຂຶ້ນເປັນ 2,000 ໂດລາຫຼັງ ຈາກທ່ານ ທຣຳ ໄດ້ສະໜັບສະໜູນຈຳນວນທີ່ຫຼາຍກວ່າເກົ່າໃນຕອນທຳອິດ.

ຜູ້ນຳສຽງສ່ວນນ້ອຍສະພາສູງທ່ານ ຈັກ ຊູເມີ ໄດ້ຄັດຄ້ານການພະຍາຍາມຂອງ ທ່ານ ແມັກຄອນແນລ ທີ່ຈະເຊື່ອມໂຍງເງິນກະຕຸ້ນກັບການຮຽກຮ້ອງຂອງທ່ານ ທຣຳ ເພື່ອຍົກເລີກການປົກປ້ອງທາງກົດໝາຍຂອງບາງບໍລິສັດສື່ສັງຄົມ ແລະ ສຳລັບການສືບສວນສອບສວນຄັ້ງໃໝ່ ກ່ຽວກັບ ຄວາມເປັນໄປໄດ້ຂອງການສໍ້ໂກງການເລືອກຕັ້ງ. ພັກຣີພັບບລີກັນໄດ້ທຳການຟ້ອງຮ້ອງຫຼາຍສິບຄັ້ງ ໂດຍປາສະຈາກຫຼັກຖານການສໍ້ໂກງໃດໆໃນການເລືອກຕັ້ງປະທານາທິບໍດີເມື່ອເດືອນ ພະຈິກທີ່ຜ່ານມາ ທີ່ທ່ານ ໂຈ ໄບເດັນ ສັງກັດພັກເດໂມແຄຣັດໄດ້ຊະນະ.

ເຖິງແມ່ນກົດໝາຍນິຕິບັນຍັດ ທີ່ຖືກປະສົມກັນ ຖືກຮັບຜ່ານໂດຍສະພາສູງນັ້ນ, ມັນຈະຕ້ອງກັບຄືນໄປສະພາຕໍ່າທີ່ຖືກຄວບຄຸມໂດຍພັກເດໂມແຄຣັດອີກ ເພື່ອລົງຄະແນນສຽງ ກ່ຽວກັບ ຂໍ້ກຳນົດໃໝ່ນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG