ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຊຊະນະ ແລະ ຄວາມພ່າຍແພ້ ທີ່ຍິ່ງໃຫຍ່ ໃນປີ 2023 ຂອງວາລະສີຂຽວ ຂອງທ່ານໄບເດັນ


ປະທານາທິບໍດີ ໂຈ ໄບເດັນ ກ່າວຄຳປາໄສ ກ່ຽວກັບຂໍ້ລິເລີ້ມດ້ານສະພາບອາກາດຂອງທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ
ປະທານາທິບໍດີ ໂຈ ໄບເດັນ ກ່າວຄຳປາໄສ ກ່ຽວກັບຂໍ້ລິເລີ້ມດ້ານສະພາບອາກາດຂອງທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ

ການ​ອັດສີດ​ເງິນ​ຫຼາຍ​ຕື້​ໂດ​ລາ​ເຂົ້າ​ໄປ​ໃນແນວທາງແກ້​ໄຂບັນຫາສີຂຽວ ​ເພື່ອ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແມ່ນເປັນ​ສິ່ງທີ່​ສຳຄັນ​ອັນ​ດັບ​ໜຶ່ງ​ຂອງຝ່າຍບໍລິຫານຂອງທ່ານໄບເດັນ ​ໃນ​ປີ 2023. ນັກຂ່າວຂອງ​ວີ​ໂອ​ເອ ເວໂຣນີກາ ບາລເດຣາສ ອີເກລຊຽສ (Veronica Balderas Iglesias) ​ໄດ້​ພິຈາລະນາເບິ່ງຄວາມສຳ​ເລັດ​ ​ແລະ​ຄວາມ​ພ່າຍແພ້ໃນປີນີ້ ​ຂອງ​ວາລະ​ສິ່ງ​ແວດ​ລ້ອມ​ຂອງ​ປະທານາທິ ບໍດີ, ເຊິ່ງອາດນະສັກ ມີລາຍລະອຽດ.

ໃນປີທີ່ການປ່ອຍອາຍພິດເຮືອນແກ້ວ ໄດ້ກ້າວ​ຂຶ້ນ​ເຖິງລະດັບສູງສຸດເປັນປະຫວັດສາດ ຂອງເຫດການສະພາບອາກາດທີ່ຮຸນແຮງທີ່ສຸດ ໄດ້ກາຍເປັນສິ່ງທີ່ເກີດຂຶ້ນເລື້ອຍໆ, ຝ່າຍບໍລິຫານຂອງທ່ານໄບເດັນໄດ້ສຸມໃສ່ການປະຕິບັດຕາມກົດຫມາຍດິນຟ້າອາກາດ ສອງສະບັບ ທີ່ມີມູນຄ່າຫຼາຍຮ້ອຍຕື້ໂດລາ.

ທ່ານອາລີ ເຊດີ (Ali Zaidi), ທີ່ປຶກສາດ້ານສະພາບອາກາດແຫ່ງຊາດຂອງ ທຳນຽບຂາວ ໄດ້ກ່າວ ຜ່ານທາງ Skype ວ່າ:

"ບໍ່ວ່າຈະເປັນຍານພາຫະນະໄຟຟ້າ ຫຼືພະລັງງານແສງອາທິດ ຫຼືລົມນອກຝັ່ງທະເລ, ຫຼືເວົ້າແບບກົງໄປກົງມາກໍຄື ການກະສິກໍາແບບອັດສະລິຍະດ້ານສະພາບອາກາດ ແລະການຜະລິດວັດສະດຸທີ່ສະອາດ ເຊັ່ນເຫຼັກ ແລະຊີມັງ, ພວກເຮົາເຫັນການຂະຫຍາຍໂຕຢ່າງວ່ອງໄວ."

ແຕ່ການອະນຸມັດໂຄງການຂຸດເຈາະນໍ້າມັນ ແລະ ອາຍແກັສ ຂອງວິລໂລ ໃນລັດອາລາສກາ ໃນເດືອນມີນາ ໄດ້ຖືກເບິ່ງວ່າເປັນການເຮັດຜິດສັນຍາ ສຳລັບຜູ້ທີ່ຕ້ອງການໃຫ້ຢຸດເຊົາການພັດທະນານໍ້າມັນເຊື້ອໄຟຟອສຊີລ ຫຼືເຊື້ອໄຟຈາກຊາກສັດ ແລະ ຊາກພືດດຶກດຳບັນ ຢ່າງສົມບູນ. ຝ່າຍບໍລິຫານໄດ້ໂຕ້ຕອບວ່າຕາມກົດຫມາຍແລ້ວ, ຕົນບໍ່ສາມາດເຮັດຫຍັງໄດ້.

ທ່ານ ມາຕິນ ລັອກແມນ (Martin Lockman), ນັກຄົ້ນຄ້ວາຢູ່ໂຮງຮຽນກົດໝາຍ Columbia, ໄດ້ໃຫ້ສຳພາດຜ່ານທາງ Skype ວ່າ:

"ຄວາມຈິງແລ້ວ, ໂຄງການນີ້ໄດ້ຖືກອະນຸມັດແລ້ວໃນຮູບແບບອື່ນ ໃນປີ 2018, ພາຍໃຕ້ຝ່າຍບໍລິຫານ ຂອງທຣຳ, ແຕ່ວ່າໄດ້ຢຸດຊົ່ວຄາວເນື່ອງຈາກການຟ້ອງຮ້ອງ ແລະສານລັດຖະບານກາງ ໄດ້ຮຽກຮ້ອງໃຫ້ສໍານັກງານຄຸ້ມຄອງທີ່ດິນ ດຳເນີນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມຄືນໃຫມ່. ເຊິ່ງນັ້ນໄດ້ສໍາເລັດ ແລະ ການຕັດສິນໃຈຈຶ່ງໄດ້ຕົກຢູ່ພາຍໃຕ້ຝ່າຍບໍລິຫານຂອງທ່ານໄບເດັນ."

ການ​ຍົກ​ເລີກສັນຍາ​ເຊົ່າ​ນ້ຳມັນ ​ແລະ ອາຍ​ແກັສ 7 ​ສະບັບ ໃນເຂດຮັກສາພັນ​ສັດປ່າ​ແຫ່ງ​ຊາດ Arctic ຂອງລັດ Alaska ໃນ​ເດືອນ​ກັນຍາ​ ໄດ້ເຮັດໃຫ້​ນັກ​ເຄື່ອນ​ໄຫວ​ເສດຖະກິດ​ສີຂຽວ ສະບາຍໃຈ.

ແຕ່ມັນໄດ້ຮັບການວິພາກວິຈານຢ່າງຮຸນແຮງຈາກພັກຣີພັບບລີກັນ ແລະຊຸມຊົນຊາວອາເມຣິກັນພື້ນເມືອງ ບາງແຫ່ງ ທີ່ລະມັດລະວັງຕໍ່ການປ່ຽນແປງ ໃນອຸດສາຫະກໍາທີ່ພວກເຂົາ ໄດ້ເພິ່ງພາອາໃສມາເປັນເວລາຫລາຍປີ.

ທ່ານ ນາກໍຣັກ ຮາຈາເຣັກ (Nagruk Harcharek) ປະທານຂອງອົງການບໍ່ຫວັງຜົນກໍາໄລ Voice of the Arctic Iñupiat ກ່າວຜ່ານທາງ Skype ວ່າ:

“North Slope Borough ແມ່ນນາຍຈ້າງລາຍໃຫຍ່ທີ່ສຸດໃນ North Slope ແມ່ນບໍ? ພວກເຂົາເອົາລາຍໄດ້ທີ່ພວກເຂົາໄດ້ຮັບຈາກອຸດສາຫະກໍານໍ້າມັນເຊື້ອໄຟຟອສຊີລ, ໃນກໍລະນີນີ້ແມ່ນການພັດທະນາຊັບພະຍາກອນ. ພວກເຂົາເຈົ້າເອົາສິ່ງນັ້ນ ໄປລົງທຶນໃນຊຸມຊົນຄືນໃໝ່, ແລະພວກເຂົາເຈົ້າຍັງສະໜອງວຽກເຮັດງານທຳ ໃນຊຸມຊົນເຫຼົ່ານັ້ນອີກດ້ວຍ. // ພວກເຮົາມີທາງເລືອກຫຍັງແນ່​ທີ່​ຈະ​ທົດ​ແທນ​ເສດຖະກິດທີ່ເປັນພື້ນຖານ​ນັ້ນ? // ມັນກໍພຽງແຕ່, 'ຂ້າອຸດສາຫະກໍານີ້ຊະ ແລະຫຼັງຈາກນັ້ນ ພວກເຮົາກໍ່ຈະກ້າວຕໍ່ໄປແລະທຸກຄົນຈະດີເອງ.' ແຕ່ວ່າ, ມັນເປັນສິ່ງທີ່ຍາກທີ່ຈະຍອມຮັບ."

ຄວາມກັງວົນເລົ່າ​ນັ້ນ ຢູ່ໃນລະດັບ​ຮາກ​ຖານ, ບໍ່​ໄດ້​ສ້າງຄວາມ​ແປກ​ໃຈໃຫ້ກັບ ສະ​ຖາ​ບັນຄົ້ນຄວ້າ​ຊັບ​ພະ​ຍາ​ກອນ​ໂລກ ທີ່ບໍ່ຂຶ້ນກັບລັດຖະບານ ແລະບໍ່ຫວັງຜົນກຳໄລ.

ທ່ານແດນ ລາໂຊຟ (Dan Lashof), ຜູ້ອໍານວຍການຂອງອົງກອນດັ່ງກ່າວ ໃນສະຫະລັດ ກ່າວຜ່ານທາງ Skype ວ່າ:

"ມັນເປັນສິ່ງທ້າທາຍສະເຫມີ ເມື່ອທ່ານມີບັນຫາກ່ຽວກັບການພັດທະນາທ້ອງຖິ່ນ ແລະວຽກເຮັດງານທໍາ ທຽບໃສ່ກັບຜົນກະທົບຕໍ່ສິ່ງແວດລ້ອມ ທັງໃນລະດັບທ້ອງຖິ່ນ ແລະລະດັບໂລກ, ເຊິ່ງທ່ານຈະໄດ້ເຫັນການຖົກຖຽງກັນແບບນັ້ນ. // ຝ່າຍບໍລິຫານຂອງທ່ານໄບເດັນ ໄດ້ພະຍາຍາມຫຼາຍຂຶ້ນເພື່ອປັບປຸງການປຶກສາຫາລືກັບກຸ່ມຊາວອາເມຣິກັນພື້ນເມືອງ ແຕ່ພວກເຮົາຕ້ອງເດີນທາງອີກໄກ.

ຝ່າຍບໍລິຫານຂອງທ່ານໄບເດັນ ກ່າວ​ຕໍ່​ວີ​ໂອ​ເອວ່າ ຕົນມີ​ແຜນວຽກຕ່າງໆ ເພື່ອ​ຊ່ວຍ​ໃຫ້​ຊຸມ​ຊົນ ​ຫັນ​ປ່ຽນ​ໄປ​ສູ່​ການ​ດຳ​ລົງ​ຊີ​ວິດ​ທີ່ເປັນມິດກັບສິ່ງແວດລ້ອມ ຫຼາຍຂຶ້ນ ແລະ​ມີ​ແຜນ​ທີ່​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ວາ​ລະດ້ານ​ສິ່ງ​ແວດ​ລ້ອມຕໍ່ໄປ ​ໃນ​ປີ 2024.

ທີ່ປຶກສາດ້ານສະພາບອາກາດແຫ່ງຊາດຂອງທຳນຽບຂາວ ທ່ານອາລີ ເຊດີ (Ali Zaidi) ກ່າວຜ່ານທາງ Skype ວ່າ:

“ສືບຕໍ່ພະຍາຍາມນຳເອົາໂອກາດທາງເສດຖະກິດມາສູ່ຊຸມຊົນທີ່ໄດ້ຮັບຄວາມເດືອດຮ້ອນຈາກຄວາມບໍ່ຢຸດຕິທຳດ້ານສິ່ງແວດລ້ອມ. // ສ້າງພື້ນຖານໂຄງລ່າງ ແລະເສດຖະກິດຂອງພວກເຮົາ ເພື່ອແຂ່ງຂັນໃນສັດຕະ ວັດທີ 21 ແລະເຮັດສິ່ງນັ້ນ ໃນລັກສະນະທີ່ຮັບຮູ້ວ່າ ພວກເຮົາກຳລັງຕໍ່ສູ້ກັບວິກິດການທີ່ແທ້ຈິງ."

ໃນເວທີສາກົນ, ເຖິງແມ່ນວ່າທ່ານໄບເດັນ ຈະບໍ່ເຂົ້າຮ່ວມກອງປະຊຸມການປ່ຽນແປງດ້ານສະພາບອາກາດ ຂອງສະຫະປະຊາຊາດກໍຕາມ ​ຢູ່ ດູໄບ, ທ່ານ​ໄດ້ໃຫ້​ຄໍາ​ຫມັ້ນ​ສັນ​ຍາ​ໃນ​ປີ​ນີ້ວ່າ ຈະ​ປັບ​ປຸງ​ການ​ຮ່ວມ​ມື​ດ້ານ​ດິນ​ຟ້າ​ອາ​ກາດ​ກັບ​ຈີນ ຄືນໃໝ່. ໂລກ​ຈະ​ເຝົ້າ​ເບິ່ງວ່າການດຳເນີນການຮ່ວມກັນຂອງທັງສອງປະເທດ ເຊິ່ງ​ເປັນ​ປະເທດ ທີ່​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ທີ່​ໃຫຍ່​ທີ່​ສຸດ ​ຈະເກີດຂຶ້ນແທ້ ແລະ​ມີ​ຜົນ​ສັກສິດ​ໃນ​ປີ 2024 ຫຼືບໍ່.

ອ່ານລາຍງານເປັນພາສາອັງກິດຂ້າງລຸ່ມນີ້:

Injecting billions of dollars into green solutions to fight climate change has been a top priority of the Biden administration in 2023. VOA’s Veronica Balderas Iglesias looks at this year’s achievements and setbacks in the president’s environmental agenda.

In a year in which greenhouse gas emissions reached record highs extreme weather events became ever more frequent, the Biden administration focused on implementing two pieces of climate legislation worth hundreds of billions of dollars.

Ali Zaidi, White House National Climate Advisor via Skype:

“Whether it's electric vehicles or solar or offshore wind, or frankly, climate smart agriculture and the production of clean materials like steel and cement, we're seeing a massive job boom.”

But the approval in March of the Willow oil and gas drilling project in Alaska was perceived as a broken promise by those who want a complete halt to fossil fuel development. The administration argued that legally, its hands were tied.

Martin Lockman, Associate Research Scholar at Columbia Law School, via Skype:

“This project was actually already approved in a different form in 2018, under the Trump administration, but that was halted by lawsuits and a federal court ultimately required the Bureau of Land Management to redo its environmental impact evaluation. So that was done and the decision kind of fell onto the Biden administration.”

The cancellation in September of seven oil and gas leases in Alaska’s Arctic National Wildlife Refuge appeased green economy activists.

But it drew strong criticism from Republicans and a few Native American communities wary of changes to the industry they have relied on for years.

Nagruk Harcharek is President of the nonprofit corporation Voice of the Arctic Iñupiat:

“The North Slope Borough is the largest employer on the North Slope right? They take revenue that they make from the fossil fuel industry, in this case resource development. They reinvest that into the communities, and they also provide employment in those communities. // What options are there for us to replace that baseline economy? // It’s just, ‘kill this industry and then we’ll move on and everyone will be okay.’ Well, it’s a hard pill to swallow.”

Those kind of worries at the grassroots level, don’t come as a surprise to the NGO World Resources Institute.

Dan Lashof is the organization’s U.S. Director, via Skype:

“It’s always a challenge when you have an issue of local development and jobs versus environmental impact both local and globally, so you are going to see that kind of debate. // The Biden administration has been doing more to improve the consultation with Native American groups but we have a long way to go.”

The Biden administration told VOA it has programs in place to help communities make the transition to greener livelihoods and it plans to continue implementing its environmental agenda in 2024.

Ali Zaidi, White House National Climate Advisor via Skype:

“Keep trying to bring economic opportunity to communities that have suffered environmental injustice. // Building our infrastructure and our economy to compete in the 21st century and do that in a way that recognizes that we’re up against a real crisis.”

In the international arena, although Biden skipped the United Nations Climate Conference in Dubai, he did secure a pledge this year for renewed climate cooperation with China. The world will be watching if joint actions by those two countries, the biggest greenhouse gas emitters, materialize and bear fruit in 2024.

XS
SM
MD
LG