ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເພີ່ມຈຳນວນອົບພະຍົບ ຂອງທ່ານ ໄບເດັນ ຈະເສີມຂະຫຍາຍ ການຕັ້ງຖິ່ນຖານໃໝ່ໃນ ສະຫະລັດ


US Immigration Refugee -- USAGM
please wait

No media source currently available

0:00 0:03:05 0:00

ການຕ່າວປີ້ນນະໂຍບາຍຫ້າມຄົນເຂົ້າເມືອງ ທີ່ຖືກປະຕິບັດໂດຍລັດຖະ ບານທ່ານ ທຣຳ ລວມທັງ ການຕ້ອນຮັບອົບພະຍົບສູ່ ອາເມຣິກັນ ເພີ່ມເຕີມ ຂອງປະທານາທິບໍດີ ໂຈ ໄບເດັນ, ແມ່ນໄດ້ເພີ່ມຄວາມຫວັງໃຫ້ຄົນທີ່ມີຄວາມ ລຳບາກ ທີ່ສຸດໃນໂລກ. ແຕ່ບັນດານັກຊ່ຽວຊານເວົ້າວ່າ ມັນຈະໃຊ້ເວລາທີ່ຈະ ຟື້ນຟູໂຄງການຕັ້ງຖິ່ນຖານໃໝ່ຂອງອົບພະຍົບ ສະຫະລັດ, ດັ່ງທີ່ນັກຂ່າວ ວີ ໂອເອ ອາລີນ ບາຣອສ ມີລາຍງານ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.


ໃນຫ້ອງການຈຳໜ່າຍປີ້ເຮືອບິນຢູ່ນະຄອນຫຼວງ ໄນໂຣບີ ປະເທດ ເຄັນຢາ, ທ້າວ ອັບດີຣີສັກ ນົວ ອີບຣາຮິມ ໄດ້ຕິດຕາມເບິ່ງ ອາເມຣິກາ ຢ່າງລະມັດລະວັງ.

ທ່ານ ໄບເດັນ ກ່າວໃນຄຳປາໄສຮັບຕຳແໜ່ງວ່າ “ຂ້າພະເຈົ້າຮູ້ສຶກນອບນ້ອມຖ່ອມຕົວດ້ວຍຄວາມເຊື່ອຖື ແລະ ຄວາມໝັ້ນໃຈທີ່ພວກທ່ານມີຕໍ່ຂ້າພະເຈົ້າ.”

ໂດຍດັ້ງເດີມມາຈາກປະເທດ ໂຊມາເລຍ, ທ້າວ ອີບຣາຮິມ ໄດ້ຫຼົບໜີຈາກນະຄອນຫຼວງທີ່ຖືກທຳ ລາຍໂດຍສົງຄາມໃນປີ 2004 ແລະ ໄດ້ກາຍເປັນອົບພະຍົບ. ລາວ ແລະ ຄອບຄົວຂອງລາວໄດ້ຮັບອະນຸຍາດໃຫ້ເດີນທາງມາ ສະຫະລັດ ເພື່ອຕັ້ງຖິ່ນຖານໃໝ່ໃນຕົ້ນປີ 2017, ເວລາທີ່ທ່ານ ດໍໂນລ ທຣຳ ໄດ້ກາຍເປັນປະທານາທິບໍດີ ແລະ ໄດ້ເຊັນຖະແຫຼງການຫ້າມການເດີນທາງຈາກບັນດາປະ ເທດທີ່ມີຄົນມຸສລິມອາໃສຢູ່ສ່ວນໃຫຍ່ຫຼາຍປະເທດລວມທັງ ໂຊມາເລຍ.

ທ້າວ ອັບດີຣີສັກ ນົວ ອີບຣາຮິມ, ອົບພະຍົບ ໂຊມາເລຍ ໄດ້ກ່າວວ່າ “ຂ້າພະເຈົ້າຜ່ານການສຳ ພາດທຸກອັນ, ສຸຂະພາບ ແລະ ທຸກຢ່າງ. ຫຼັງຈາກນັ້ນອະດີດປະທານາທິບໍດີກໍໄດ້ນຳສະເໜີການຫ້າມເດີນທາງ. ຂ້າພະເຈົ້າໄດ້ຢູ່ທີ່ນີ້ໃນສີ່ປີທີ່ຜ່ານມາ. ແລະ ກ່ອນໜ້ານັ້ນ, ຂ້າພະເຈົ້າໄດ້ຢູ່ທີ່ນີ້ ຫຼາຍກວ່າ 10 ປີ, ດ້ວຍຄວາມຫວັງວ່າຂ້າພະເຈົ້າຈະໄດ້ໄປຕັ້ງຖິ່ນຖານໃໝ່.”

ທ້າວ ອີບຣາຮິມ ໄດ້ຍົກຍ້ອງປະທານາທິ ໂຈ ໄບເດັນ ສຳລັບການຍົກເລີກການຫ້າມເດີນທາງ ແລະ ເພີ່ມການຮັບເອົາອົບພະຍົບ ສະຫະລັດ.

ທ້າວ ອັບດີຣີສັກ ກ່າວວ່າ “ຂ້າພະເຈົ້າມີຄວາມຫວັງຫຼາຍວ່າສິ່ງຕ່າງໆຈະປ່ຽນແປງສຳລັບພວກເຮົາ.”

ເລີ່ມຕົ້ນໃນເດືອນຕຸລານີ້, ສະຫະລັດ ແມ່ນມີກຳນົດທີ່ຈະຕ້ອນຮັບອົບພະຍົບເຖິງ 125,000 ຄົນຕໍ່ປີ, ເພີ່ມຂຶ້ນຈາກຈຳນວນຈຳກັດທີ່ 15,000 ຄົນໃນຕອນທ້າຍຂອງລັດຖະບານທ່ານ ທຣຳ.

ປະທານາທິບໍດີ ໂຈ ໄບເດັນ ໄດ້ກ່າວວ່າ “ມັນຈະໃຊ້ເວລາເພື່ອສ້າງຄືນສິ່ງທີ່ໄດ້ຮັບຄວາມເສຍ ຫາຍຢ່າງຮ້າຍແຮງ.”

ບາງຄົນເຫັນສິ່ງທ້າທາຍຫຼາຍຢ່າງໃນຂ້າງໜ້າ,​ ໂດຍສະເພາະໃນລະຫວ່າງໂຣກລະບາດ.

ທ່ານ ຄຣິສໂຕເຟີ ໂບຢານ, ພະນັກງານການສື່ສານອາວຸໂສ ຢູ່ຂ້າຫຼວງໃຫຍ່ ເພື່ອອົບພະຍົບອົງ ການສະຫະປະຊາຊາດໄດ້ກ່າວວ່າ “ມັນຈະມີສິ່ງທ້າທາຍຫຼາຍອັນ, ລວມທັງລະດັບເງິນທຶນ, ລະດັບການຈັດຫາພະນັກງານ, ກ່ຽວກັບ ການເປີດຂະບວນການນີ້ຂຶ້ນ ແລະ ດຳເນີນມັນຕໍ່ໄປອີກຄັ້ງ. ແຕ່ສິ່ງທ້າທາຍທີ່ໃຫຍ່ ຫຼື ນຶ່ງໃນສິ່ງທີ່ໃຫຍ່ຢ່າງໂຕ້ຖຽງບໍ່ໄດ້ໃນເວລານີ້ທີ່ຈະນຳເອົາໂຄງ ການດັ່ງກ່າວກັບຄືນມາສູ່ລະດັບທີ່ແຂງແຮງທີ່ລັດຖະບານ ສະຫະລັດ ໄດ້ເວົ້າວ່າເຂົາເຈົ້າຢາກເຫັນແມ່ນໂຣກລະບາດ COVID.”

ເຖິງແມ່ນແນວນັ້ນກໍຕາມ, ອົງການຕັ້ງຖິ່ນຖານໃໝ່ທີ່ມີຫ້ອງການຢູ່ ສະຫະລັດ ຫວັງວ່າຈະມີວຽກຫຼາຍຄືນມາອີກຄັ້ງນຶ່ງ.

ທ່ານນາງ ອາລີເຊຍ ເວຣັນ (Alicia Wren), ຜູ້ອຳນວຍການອົງການຕັ້ງຖິ່ນຖານໃໝ່ ແລະ ການລວມກຸ່ມ, HIAS ໄດ້ກ່າວວ່າ “ພວກເຮົາຫວັງທີ່ຈະໄດ້ພະນັກງານຫຼາຍຂຶ້ນ. ສະນັ້ນ, ສິ່ງທີ່ພວກເຮົາກຳລັງວາງແຜນເຮັດກໍແມ່ນກັບຄູ່ຮ່ວມທີ່ມີຢູ່ໃນປັດຈຸບັນ, ແລະ ເປີດຫ້ອງການເພີ່ມເຕີມ.”

ແຕ່ຜູ້ສະໜັບສະໜູນນະໂຍບາຍຂອງທ່ານ ທຣຳ ແມ່ນກຳລັງໃຈຄໍບໍ່ຄ່ອຍດີປານໃດ, ໂດຍເວົ້າວ່າ ການກວດສອບດ້ານຄວາມປອດໄພທີ່ເຂັ້ມງວດຂຶ້ນກວ່າເກົ່າຈະຊ່ວຍຮັບປະກັນວ່າ ອົບພະຍົບທີ່ໄດ້ຕັ້ງຖິ່ນຖານໃໝ່ຈະບໍ່ເປັນອັນຕະລາຍຕໍ່ ສະຫະລັດ.

ທ່ານນາງ ລໍຣາ ຣາຍສ໌, ນັກວິຊາການຄົ້ນຄວ້າອາວຸໂສ ຈາກມູນນິທິ ເຮຣິເທຈ໌ ກ່າວວ່າ “ມັນໄດ້ມີ ການທົບທວນ ກ່ຽວກັບ ໂຄງການກວດສອບໃນຕອນເລີ່ມຕົ້ນ ຂອງລັດຖະບານທ່ານ ທຣຳ ແລະ ຕ້ອງຖືກເຮັດທຸກໆສອງ, ສາມປີ. ສະນັ້ນ, ມັນບໍ່ຄວນຖືກຖິ້ມໄປ ຍ້ອນວ່າມັນມີຊື່ຂອງທ່ານ ທຣຳ ຕິດຢູ່.”

ບັນດາຜູ້ສະໜັບສະໜູນອົບພະຍົບເວົ້າວ່າ ຄວາມເປັນຫ່ວງດ້ານຄວາມປອດໄພແມ່ນຫຼາຍເກີນໄປ.

ທ່ານນາງ ຄຣິຊ ໂອມາຣາ ວິກນາຣາຈາ, ຜູ້ບໍລິຫານໃຫຍ່ຂອງອົງການບໍລິການ ຄົນເຂົ້າເມືອງ ແລະ ອົບພະຍົບ ລູເທີແຣນ ກ່າວວ່າ “ມັນມີການກ່າວອ້າງນີ້, ເຊິ່ງແທ້ຈິງແລ້ວມັນບໍ່ແມ່ນຄວາມຈິງ, ທີ່ວ່າອົບພະຍົບແມ່ນອາດຈະເປັນອາຊະ ຍາກອນ ຫຼື ນັກກໍ່ການຮ້າຍ. ຄວາມຈິງກໍແມ່ນວ່າ ອົບພະຍົບແມ່ນມີຄວາມ ເປັນໄປໄດ້ໜ້ອຍຫຼາຍທີ່ຈະກໍ່ອາຊະຍາກຳໃດໆເທົ່າຄົນທີ່ເກີດຢູ່ໃນ ອາເມ ຣິກາ.”

ໃນນະຄອນຫຼວງ ໄນໂຣບີ, ທ້າວ ອີບຣາຮິມ ຫວັງວ່າການອາໄສຢູ່ໃນປະເທດ ຊົ່ວຄາວຈະຈົບລົງໃນໄວໆນີ້.

ທ້າວ ອັບດີຣີສັກ ນົວ ອີບຣາຮິມ ກ່າວວ່າ “ຂ້າພະເຈົ້າຢາກໄປ ແລະ ຕັ້ງຖິ່ນຖານໃໝ່ໃນປະເທດອື່ນເພື່ອໜີຈາກຊີວິດທີ່ບໍ່ມີຄວາມແນ່ນອນທີ່ຂ້າພະເຈົ້າໄດ້ອາໄສຢູ່ນີ້ ເປັນເວລາຫຼາຍປີ ແລະ ຢາກມີຊີວິດທີ່ດີກວ່າເກົ່າ.

President Joe Biden's reversal of restrictive immigration policies implemented by the Trump administration includes welcoming more refugees to America, raising hopes for some of the world's most desperate people. But experts say it will take time to restore the U.S. refugee resettlement program, as we hear from VOA's Aline Barros.

In a ticketing office in Nairobi, Kenya, Abdirizak Noor Ibrahim keeps tabs on America.

Originally from Somalia, Ibrahim fled war-torn Mogadishu in 2004 and became a refugee. He and his family were approved to travel to the U.S. for resettlement in early 2017, just as Donald Trump became president and signed proclamations restricting travel from several majority Muslim countries - including Somalia.

“I passed all the interviews, health and everything. Then the former president introduced a travel ban. I have been here in the last four years. And before that, I have been here for more than 10 years, hoping that I will be resettled.”

Ibrahim applauds President Joe Biden for lifting travel restrictions and expanding U.S. refugee admissions.

“I am so hopeful things may change for us.”

Starting in October, the U.S. is set to welcome up to 125,000 refugees a year, up from a 15,000 limit at the end of the Trump administration.

“It’s going to take time to rebuild what has been so badly damaged.”

Some see challenges ahead, especially during a pandemic.

“There will be a number of challenges, including on the funding level, on the staffing level, on just getting these processes up and going again. But arguably the biggest or one of the biggest challenges at the moment to getting that program back to the robust levels that the US administration has said it would like to see is the COVID pandemic.”

Even so, U.S.-based resettlement organizations hope to be busy once again.

“Really looking forward to staffing back up ... So, what we're planning on is with some of our existing partners, opening additional offices.”

But backers of Trump’s policies have misgivings, saying more rigorous security vetting helps ensure resettled refugees pose no danger to the United States.

“There was a review of the vetting program at the beginning of the Trump administration and that needs to be done every few years. So, that should not be thrown out just because Trump's name was attached to it.”

Refugee advocates say security concerns are overblown.

“There is this claim, which isn't actually true, that refugees are potentially criminals or terrorists. The truth is that a refugee is far less likely to commit any sort of crime than a native-born American.”

In Nairobi, Ibrahim hopes living in limbo will soon be over.

“I would love to go and settle in another country to leave the life of uncertainty that I have lived with here for so many years and live a better life.”

XS
SM
MD
LG