ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໄບເດັນ ໂອ້ລົມກັບທ່ານໂມດີ ຂະນະທີ່ສະຫະລັດ ເຕືອນອິນເດຍ ກ່ຽວກັບການນຳເຂົ້າພະລັງງານຂອງຣັດເຊຍ


ປະທານາທິບໍດີ ພົບປະກັບ ນາຍົກລັດຖະມົນຕີ ອິນເດຍ ນາເຣນດຣາ ໂມດີ ຢູ່ໃນຫ້ອງການຮູບຊົງໄຂ່ ຫຼື ໂອໂດລ ຂອງທຳນຽບຂາວ, ເມື່ອວັນທີ 24 ກັນຍາ 2021.
ປະທານາທິບໍດີ ພົບປະກັບ ນາຍົກລັດຖະມົນຕີ ອິນເດຍ ນາເຣນດຣາ ໂມດີ ຢູ່ໃນຫ້ອງການຮູບຊົງໄຂ່ ຫຼື ໂອໂດລ ຂອງທຳນຽບຂາວ, ເມື່ອວັນທີ 24 ກັນຍາ 2021.

ປະທານາທິບໍດີ ໂຈ ໄບເດັນ ຈະພົບປະກັບນາຍົກລັດຖະມົນຕີອິນເດຍ ທ່ານນາເຣນດຣາ ໂມດີ ​ທາງ​ອອນ​ລາຍ​ນ໌ໃນວັນຈັນມື້ນີ້ ດັ່ງທີ່ທຳນຽບຂາວໄດ້ກ່າວວ່າ, ມັນ​ເຖິງເວລາ​ແລ້ວທີ່ສະຫະລັດ ​ຄວນໃຫ້ຄວາມກະຈ່າງແຈ້ງແລ້ວວ່າ ຕົນບໍ່ຢາກຈະເຫັນ ການນຳເຂົ້າພະລັງງານຂອງຣັດເຊຍໂດຍອິນເດຍເພີ້ມຂຶ້ນ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ໂຄສົກທຳນຽບຂາວ ທ່ານນາງເຈັນ ຊາກີ ໄດ້ກ່າວໃນຖະແຫລງການ ເມື່ອວັນອາທິດວານນີ້ ວ່າ “ປະທານາທິບໍດີ ໄບເດັນ ຈະສືບຕໍ່ປຶກສາຫາລືຢ່າງໃກ້ຊິດກ່ຽວກັບຜົນສະທ້ອນຕ່າງໆ ຂອງສົງຄາມ ທີ່ໂຫດຮ້າຍຕໍ່ຢູເຄຣນ ຂອງຣັດເຊຍ ແລະຫລຸດຜ່ອນຜົນກະທົບທີ່​ມີຕໍ່ສະຖຽນລະພາບທາງດ້ານການສະໜອງອາຫານການກິນ ແລະຕະຫຼາດສິນຄ້າທັງຫຼາຍ.”

ທ່ານດາລີບ ສິງ ຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດສະຫະລັດ ຮັບຜິດ ຊອບດ້ານເສດຖະກິດລະຫວ່າງປະເທດ ຜູ້ທີ່ໄດ້ເດີນທາງໄປຢ້ຽມຢາມອິນເດຍເມື່ອມໍ່ໆມານີ້ ໄດ້ກ່າວວ່າ ສະຫະລັດ ຈະບໍ່ກຳນົດ “ເສັ້ນແດງ” ໃດໆສຳລັບອິນເດຍ ກ່ຽວກັບການນຳເຂົ້າພະລັງງານ ຈາກຣັດເຊຍ ແຕ່ບໍ່ຢາກເຫັນ “ການຊື້ທີ່ເພີ້ມ​ຂຶ້ນຢ່າງວ່ອງໄວ.”

ດ້ວຍການຫລຸດລາຄາຢ່າງຫຼວງຫຼາຍ ພາຍຫຼັງປະເທດຕາເວັນຕົກ ໄດ້ວາງມາດຕະການລົງໂທດ ຕໍ່ຫົວໜ່ວຍທຸລະກິດຕ່າງໆ ຂອງຣັດເຊຍ ທີ່ໄດ້ດຶງດູດໃຫ້ອິນເດຍ ຊື້ນ້ຳມັນດິບຂອງຣັດເຊຍ 13 ລ້ານຖັງ ນັບຕັ້ງແຕ່ປະເທດດັ່ງກ່າວໄດ້ຮຸກ ຮານຢູເຄຣນ ໃນທ້າຍເດືອນກຸມພາ. ອັນນັ້ນ ເມື່ອທຽບກັບປະລິມານ 16 ລ້ານຖັງສຳລັບທີ່ໄດ້ຊື້ສຳລັບໝົດທັງປີເມື່ອປີກາຍນີ້ ອີງຕາມຂໍ້ມູນທີ່ໄດ້ລວບລວມມາໂດຍອົງການຂ່າວຣອຍເຕີສ໌ ທີ່ສະແດງໃຫ້ເຫັນ.

ການພົບປະກັນໃນຄັ້ງນີ້ ຈະດຳເນີນໄປກ່ອນໜ້າກອງປະຊຸມ “ຂັ້ນລັດຖະມົນຕີການຕ່າງປະເທດ ລະຫວ່າງສະຫະລັດ ແລະອິນເດຍ 2 ບວກ 2” ພາຍໃນບັນດາລັດຖະມົນຕີລວມມີ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂຕນີ ບລິງເກັນ, ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານລອຍ ອອສຕິນ, ລັດຖະມົນຕີຮັບຜິດຊອກິດຈະການພາຍນອກຂອງອິນເດຍ ທ່ານຊູບຣາມານີຍາມ ໄຈຊານຄາຣ ແລະລັດຖະມົນຕີກະຊວງປ້ອງກັນປະເທດອິນເດຍ ທ່ານຣາຈນາດ ສິງ ອີງຕາມການກ່າວຂອງທຳນຽບຂາວ.

ທ່ານໄບເດັນ ຜູ້ທີ່ໄດ້ກ່າວຕໍ່ທ່ານໂມດີ ໃນເດືອນເມສາ ເມື່ອບໍ່ດົນມານີ້ວ່າ ພຽງ ປະເທດອິນເດຍເທົ່ານັ້ນ ພາຍໃນກຸ່ມສີ່ປະເທດ ຫຼື Quad group ເປັນ “ການສັ່ນສະເທືອນບາງຢ່າງ” ໃນການດຳເນີນການຕໍ່ຕ້ານຣັດເຊຍ ຍ້ອນການບຸກລຸກ ຢູເຄຣນຂອງຕົນ.

ປະເທດເອເຊຍໃຕ້ແຫ່ງນີ້ ໄດ້ພະຍາຍາມດຸ່ນດ່ຽງສາຍສຳພັນກັບຣັດເຊຍ ແລະປະ​ເທດຕາເວັນຕົກ ແຕ່ບໍ່ຄືກັນກັບບັນດາສະມາຊິກອື່ນໆຂອງກຸ່ມປະເທດຄວດ ທີ່ລວມມີ ສະຫະລັດ ຍີ່ປຸ່ນແລະອອສເຕຣເລຍທີ່ບໍ່ໄດ້ວາງມາດຕະການລົງໂທດ ໃດໆຕໍ່ຣັດເຊຍເລີຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG