ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານບາຍເດັນ ຮຽກຮ້ອງ ໃຫ້ສາມັກຄີກັນ ເພື່ອຍຸຕິ ຄວາມຮຸນແຮງ


ຮອງປະທານາທິບໍດີ ໂຈ ບາຍເດັນ
ຮອງປະທານາທິບໍດີ ໂຈ ບາຍເດັນ

ໃນ​ຄຳ​ປາ​ໄສ ​ປະຈຳ​ສັບປະດາ ​ໃນ​ວັນ​ເສົາ​ມື້ນີ້ ຮອງ​ປະທານາທິບໍດີ ​ສະຫະລັດ ທ່ານ​ໂຈ ບາຍ​ເດັນ​ໄດ້​ລະນຶກ​ເຖິງຊີ​ວິດ​ຂອງ​ຕຳຫຼວດ 5 ຄົນທີ່​ຖືກ​ຂ້າ​ຕາຍ​ແລະ​ອີກ 7 ຄົນ​ທີ່​ໄດ້​ຮັບ​ບາດ​ເຈັບ​ຢູ່​ເມືອງ Dallas ລັດ​ເທັກ​ຊັສ.

ພວກ​ຕຳຫຼວດ​ເຫລົ່ານີ້​ແມ່ນ​ໃຫ້ການ​ປົກ​ປ້ອງ​ຄວາມ​ປອດ​ໄພ ​ແກ່​ພວກ​ທີ່​ພາກັນ​ເດີນ​ຂະ​ບວນຢ່າງ​ສັນຕິ ປະ​ທ້ວງ​ຄວາມ​ບໍ່ກ້ຳເກິ່ງ​ດ້ານ​ຜິວ​ພັນ ຢູ່​ໃນ​ລະບົບ​ກົ ໝາຍຍຸຕິ​ທຳ ​ແລະ ​ຮູບ​ພາບ​ທີ່​ໜ້າ​ຕື່ນ​ຕົກ​ໃຈ ໃນ​ການ​ສູນ​ເສຍ​ຊີວິດ ທີ່​ເມືອງ St. Paul ​ແລະ​ເມືອງ Baton Rouge.

​ໂດຍ​ສະທ້ອນ​ເຖິງ​ຄຳ​ຖະ​ແຫຼງຂອງ​ເຈົ້າຄອງ​ກຳ​ແພງ​ເມືອງ Dallas ທ່ານ Mike Raw- lings ​ແລະ​ຜູ້​ບັນຊາ​ການ​ຕຳຫຼວດ ທ່ານ David Brown ຮອງ​ປະທານາທິບໍດີ​ບາຍ​ເດັນ ຮຽກຮ້ອງ​ໃຫ້​ຊາວ​ອາ​ເມຣິກັນດຳ​ເນີນ​ການ​ຢ່າງ​ເປັນ​ເອກ​ກະພາບເພື່ອຍຸຕິຄວາມ​ຮຸນ​ແຮງ​ດັ່ງກ່າວ.

ທ່ານ​ກ່າວ​ຢ້ຳວ່າ ມັນ​ເປັນຄວາມ​ຮັບຜິດຊອບ​ຂອງ​ທຸກໆ​ຄົນ ທີ່​ຈະ​ຕ້ອງ​ໄດ້ກ່າວອອກ​ມາ​ເຖິງ​ຄວາມ​ບໍ່​ກ້ຳ​ເກິ່ງ ​ພາຍ​ໃນ​ລະບົບ​ຍຸຕິ​ທຳ ​ແລະ​ກໍ​ເປັນຄວາມ​ຮັບຜິດຊອບ​ຂອງ​ທຸກໆ​ ຄົນທີ່​ຈະ​ຕ້ອງ​ລຸກຂຶ້ນ ​ເພື່ອ​ຕຳຫຼວດ ທີ່​ໃຫ້ການ​ປົກ​ປ້ອງ​ຄຸ້ມ​ຄອງພວກ​ເຮົາ​ ຢູ່ໃນ​ທຸກໆ​ມື້. ຍ້ອນ​ວ່າ ​ເມື່ອ​ພ້ອມພຽງ​ກັນ​ແລ້ວ​ພວກ​ເຮົາ​ໃນ​ຖານະ​ທີ່​ເປັນປະ​ເທດຊາດຈະ​ຕ້ອງ​ຮັກສາ​ແລະ​ເອົາ​ຊະນະ​ຕໍ່​ບັນຫານີ້.

WEEKLY ADDRESS: Standing Together to Stop the Violence
WASHINGTON, DC — In this week's address, Vice President Joe Biden commemorated the lives of the five police officers who were killed and the seven people who were wounded in Dallas. The police officers were providing safety to those who were peacefully marching against racial injustices in the criminal justice systemand the shocking images of the lives lost in St. Paul and Baton Rouge. Echoing the remarks of Dallas Mayor Mike Rawlings and Police Chief David Brown, the Vice President called on the American people to act with unity and to stop the violence. He emphasized that it is the responsibility of everyone to speak out against disparities within the criminal justice system, just as much as it is the responsibility of everyone to stand up for the police who protect us every day. Because together, we as a nation will persevere and overcome.

XS
SM
MD
LG