ປະທານາທິບໍດີ ທ່ານ ໂຈ ໄບເດນ ກ່າວຄໍາປາໄສອຳລາຕໍ່ປະຊາຊົນໃນວັນພຸດຜ່ານມາເພື່ອກ່າວເຕືອນເຖິງ “ ລະບອບການປົກຄອງ” ຂອງກຸ່ມຄົນຮັ່ງມີທີ່ສຸດທີ່ກຳລັງຝັງຮາກເລິກໃນປະເທດແລະ “ກຸ່ມເທກໂນໂລຈີອຸດສາຫະກຳ” ທີ່ລ່ວງລະເມີດສິດທິຂອງຊາວອາເມຣິກັນແລະເປັນຈຸດທຳລາຍອະນາຄົດຂອງປະຊາທິປະໄຕ.
ໃນການກ່າວຄຳປາໄສຈາກຫ້ອງການຮູບໄຂ່ ຂະນະທີ່ທ່ານກຽມສົ່ງມອບອຳນາດໃນວັນຈັນທີ່ຜ່ານມາ ໃຫ້ ທ່ານ ດໍໂນລ ທຣໍາ ຊຶ່ງເປັນປະທານາທິບໍດີທີ່ໄດ້ຮັບເລືອກຕັ້ງ ທ່ານ ໂຈ ໄບເດນ ໄດ້ສະແດງຄວາມກັງວົນກ່ຽວກັບການສະສົມອຳນາດແລະຄວາມຮັ່ງມີທີ່ຢູ່ໃນກຸ່ມຄົນຈຳນວນໜ້ອຍ.
ທ່ານ ໄບເດນ ກ່າວວ່າ “ ມື້ນີ້ກຸ່ມຄົນຮັ່ງມີສຸດຂີດກຳລັງກໍ່ຮ່າງສ້າງຕົວຂື້ນໃນອາເມຣິກາຊຶ່ງເຕັມໄປດ້ວຍຄວາມຮັ່ງມີ ອຳນາດ ແລະ ອິດທິພົນທີ່ຄຸກຄາມປະຊາທິປະໄຕທັງໝົດຂອງເຮົາ ສິດທິ ແລະ ເສລີພາບຂັ້ນພື້ນຖານຂອງເຮົາ ແລະ ໂອກາດທີ່ທຸກຄົນຈະໄດ້ກ້າວໄປຂ້າງໜ້າຢ່າງເທົ່າທຽມກັນ” ເຂົາດຶງຄວາມສົນໃຈໄປທີ່ “ ການລວມສູນອຳນາດທີ່ອັນຕະລາຍໃນມືຂອງຄົນຮັ່ງມີພຽງບໍ່ພໍເທົ່າໃດຄົນຜົນທີ່ນໍາມາອັນຕະລາຍຫາກພວກເຂົາໃຊ້ອຳນາດໃນທາງທີ່ຜິດໂດຍບໍ່ໄດ້ຮັບການກວດສອບ.”
ທ່ານ ໂຈ ໄບເດນ ກ່າວເຖິງຄຳເຕືອນຂອງປະທານາທິບໍດີ ດໄວຕ໌ ໄອເຊນຮາວ ກ່ຽວກັບ “ ກຸ່ມອຸດສາຫະກຳທະຫານ” ເມື່ອທ່ານອອກຈາກຕໍາແໜ່ງໂດຍທ່ານກ່າວເພີ້ມຕື່ມວ່າ “ ຂ້ອຍກັງວົນຫຼາຍເຊັ່ນກັນກ່ຽວກັບການເກີດຂື້ນຂອງ “ກຸ່ມອຸດສາຫະກຳເທກໂນໂລຢີ ທີ່ອາດຈະເປັນໄພຕໍ່ປະເທດຂອງພວກເຮົາ.”
ທ່ານ ໂຈ ໄບເດນ ສະແດງຄວາມກັງວົນຂະນະທີ່ບຸກຄົນທີ່ຮັ່ງມີທີ່ສຸດໃນໂລກບາງຄົນແລະຜູ້ນໍາໃນອຸດສາຫະກຳເທກໂນໂລຈີຕ່າງກໍ່ເຂົ້າຂ້າງທ່ານ ດໍໂນລ ທຣໍາໃນຊ່ວງຫຼາຍເດືອນທີ່ຜ່ານມາ ໂດຍສະເພາະພາຍຫຼັງໄຊຊະນະໃນການເລືອກຕັ້ງເມື່ອເດືອນພະຈິກທີ່ຜ່ານມາ ມະຫາເສດຖີ ທ່ານ ອີລອນ ມັສຄ໌ ໃຊ້ເງິນກ່ວາ 100 ລ້ານໂດລາໃນການສະໜັບສະໜູນໃຫ້ທ່ານທຣໍາຊະນະການເລືອກຕັ້ງແລະຜູ້ບໍລິຫານຢ່າງ ທ່ານ ມາຄ ຊັກເຄີເບີກ ຈາກ ເມຕ້າ ແລະ ເຈຟ ເບໂຊສ ຈາກອາເມຊອນໄດ້ບໍລິຈາກເງິນໃຫ້ກັບຄະນະກຳມະການພິທີສາບານຕົນຂອງທ່ານທຣໍາ ລວມເຖິງເດີນທາງໄປຍັງສະໂມສອນສ່ວນຕົວຂອງທ່ານທຣໍາໃນລັດຟລໍຣີດາເພື່ອເຂົ້າພົບວ່າທີ່ປະທານາທິບໍດີຄົນໃໝ່.
ທ່ານ ໂຈ ໄບເດນຮຽກຮ້ອງໃຫ້ມີການແກ້ໄຂລັດຖະທຳມະນູນເພື່ອຍົກເລີກການຄຸ້ມຄອງສຳລັບປະທານາທິບໍດີທີ່ດຳລົງຕໍາແໜ່ງຫຼັງຈາກທີ່ສານສູງສຸດຳໄດ້ມອບການຄຸ້ມຄອງໃນວົງກ້ວາງໃຫ້ກັບທ່ານ ດໍໂນລ ທຣໍາ ເມື່ອປີທີ່ຜ່ານມາ ຈາກຄວາມຮັບຜິດທາງອາຍາໃນບົດບາດຂອງທ່ານໃນການພະຍາຍາມເປັນຈຸດທໍາລາຍຄວາມພ່າຍແພ້ຕໍ່ ທ່ານ ໂຈ ໄບເດນ ໃນປີ 2020.
ອ່ານຂ່າວນີ້ເປັນພາສາອັງກິດ
President Joe Biden used his farewell address to the nation Wednesday to warn of an "oligarchy" of the ultra-wealthy taking root in the country and of a "tech-industrial complex" that is infringing on Americans' rights and the future of democracy.
Speaking from the Oval Office as he prepares to hand over power Monday to President-elect Donald Trump, Biden sounded an alarm over the accumulation of power and wealth among a small few.
"Today, an oligarchy is taking shape in America of extreme wealth, power and influence that literally threatens our entire democracy, our basic rights and freedoms, and a fair shot for everyone to get ahead," Biden said. He drew attention to "a dangerous concentration of power in the hands of a few ultra-wealthy people. Dangerous consequences if their abuse of power is left unchecked."
Invoking President Dwight Eisenhower's warnings about the military-industrial complex when he left office, he added, "I'm equally concerned about the potential rise of a tech-industrial complex that could pose real dangers to our country as well."
Biden sounded the alarm as some of the world's richest individuals and titans of its technology industry have flocked to Trump's side in recent months, particularly after his November victory. Billionaire Elon Musk spent more than $100 million on helping Trump get elected, and executives like Meta's Mark Zuckerberg and Amazon's Jeff Bezos have donated to Trump's inaugural committee and made pilgrimages to Trump's private club in Florida for an audience with the president-elect.
Biden also called for a constitutional amendment to end immunity for sitting presidents, after the Supreme Court granted Trump sweeping protections last year from criminal liability over his role in trying to undermine his 2020 defeat to Biden.
ຟໍຣັມສະແດງຄວາມຄິດເຫັນ