ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ. ໄບເດັນ ປະຕິຍານວ່າ ຈະຢືນຢັດຕໍ່ຣັດເຊຍ ແລະໂອບອ້ອມຮັບເອົາອົງການເນໂຕ້


ຊົມວີດີໂອ ພາກພາສາອັງກິດກ່ຽວກັບລາຍງານທ້າຍປີ ສະຫະລັດ ອົງການເນໂຕ້ ແລະຣັດເຊຍ

ທ່ານໂຈ ໄບເດັນ ປະທານາທິບໍດີທີ່ຖືກເລືອກໃໝ່ ໄດ້ປະຕິຍານວ່າ ຈະປະເຊີນໜ້າຕໍ່ພວກຜູ້ນຳຜະເດັດການເຊັ່ນວ່າ ປະທານາທິບໍດີຣັດເຊຍ ວລາດີເມຍ ປູຕິນ ແລະກ່າວວ່າ ນຶ່ງໃນບູລິມະສິດທຳອິດ ຈະເປັນການຕິດຕໍ່ຫາບັນ ດາພັນທະມິດໃນອົງການສົນທິສັນຍາແອັດແລນຕິກເໜືອ ຫຼື ເນໂຕ້ ເພື່ອຟື້ນຟູສາຍສຳພັນຄືນໃໝ່. ຊິນດີ ເຊນ ນັກຂ່າວ ພາຍໃນປະເທດ ຂອງວີໂອເອ ຈະພາທ່ານສຳຫຼວດເບິ່ງການປ່ຽນແປງ ທີ່ຄາດວ່າຈະມີຂຶ້ນ ໃນນະໂຍບາຍ ຂອງສະຫະລັດ ຊຶ່ງໄຊຈະເລີນສຸກ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ສຳພັນທະໄມຕີຂອງປະທານາທິບໍດີ ດໍໂນລ ທຣຳ ກັບປະທານາທິບໍດີ ຣັດເຊຍ ວລາດີເມຍ ປູຕິນ ແລະການປະຕິເສດ ທີ່ຈະຕ້ອງຕິທ່ານປູຕິນນັ້ນ ໄດ້ເຮັດໃຫ້ບັນດາຜູ້ສັງເກດການ ມີຄວາມສັບສົນມາເປັນເວລາຍາວນານ.

ທ່ານໄມໂກລ ຄິມເມັດຈ໌ ຈາກກອງທຶນມາຣໂຊລຂອງເຢຍຣະມັນ ຫຼື German Marshall Fund ກ່າວວ່າ “ຂ້າພະເຈົ້າໝາຍຄວາມວ່າ ຂ້າພະເຈົ້າຄິດວ່າ ມັນຈະຕ້ອງກັບຄືນໄປ ອາຊີບດ້ານທຸລະກິດຂອງທ່ານດໍໂນລ ທຣຳ ແລະຄວາມທະເຍີທະຍານມັກໃຫຍ່ໃຝ່ສູງບາງຢ່າງ ທີ່ທ່ານມີ ໃນປີ 2016 ທີ່ບໍ່ໄດ້ຢູ່ໃນລັກສະ ນະດ້ານການເມືອງ ແຕ່ທີ່ຝັງເລິກຢູ່ໃນດ້ານທຸລະກິດ.”

ມັນມີຄວາມບໍ່ແນ່ນອນໜ້ອຍ ກ່ຽວກັບແນວທາງຂອງທ່ານໄບເດັນ ຜູ້ຄາດວ່າຈະຖືກເລືອກໃຫ້ເປັນປະທານາທິດີ ທີ່ໄດ້ປະຕິຍານວ່າ ຈະປະເຊີນໜ້າກັບທ່ານປູຕິນ ແລະຈະຟື້ນຟູ ກຸ່ມພັນທະມິດອົງການເນໂຕ້ ທີ່ທ່ານເຊື່ອວ່າ ໄດ້ຮັບຄວາມເສຍຫາຍຍ້ອນປະທານາທິບໍດີ ທຣຳ.

ປະທານາທິບໍດີ ໄດ້ຈົ່ມວ່າ ພັນທະມິດ ໃນອົງການເນໂຕ້ ເຊັ່ນວ່າ ເຢຍຣະມັນ ແມ່ນເອົາລັດເອົາປຽບສະຫະລັດ ແລະຄວນໃຫ້ເງິນປະກອບສ່ວນຫຼາຍຂຶ້ນສຳລັບດ້ານປ້ອງກັນປະເທດຂອງພວກເຂົາເຈົ້າ. ບັນດານັກຊ່ຽວຊານບາງສ່ວນ ກ່າວວ່າ ຄຳເວົ້າຂອງທ່ານທຣຳ ແມ່ນເຮັດໃຫ້ເກີດຄວາມບໍ່ທຸ່ນທ່ຽງໃນກຸ່ມພັນທະມິດ ຫຼາຍກວ່າການກະທຳໃດໆຂອງທ່ານ.

ທ່ານຄິມເມັດຈ໌ ກ່າວຜ່ານທາງສໄກ້ປ໌ ວ່າ “ບ່ອນທີ່ທ່ານທຣຳ ເປັນໄພອັນຕະ ລາຍ ແລະສືບຕໍ່ເປັນໄພອັນຕະລາຍສຳລັບກຸ່ມພັນທະມິດຂ້າມມະຫາສະໝຸດແອັດແລນຕິກ ແມ່ນຢູ່ໃນບໍລິເວນຂອງຄວາມໜ້າເຊື່ອຖືຫຼາຍກວ່າ ດັ່ງທີ່ທ່ານ ໄດ້ກ່າວເຖິງທ່ານທຣຳ ທີ່ໄດ້ເອີ້ນອົງການເນໂຕ້ຢູ່ໃນການລົງໂຄສະນາຫາສຽງໃນປີ 2016 ວ່າ ລ້າສະໄໝແລ້ວ. ອັນນັ້ນບໍ່ແມ່ນສິ່ງທີ່ທ່ານໄດ້ລົງມືປະຕິບັດ ໃນຖານະເປັນປະທານາທິບໍດີ ແຕ່ເປັນທີ່ແນ່ນອນ ທ່ານໄດ້ກ່າວໄປ.”

ມາເຖິງປານນີ້ ບັນດາຜູ້ນຳຂອງປະເທດຢູໂຣບ ໄດ້ສະແດງຄວາມຍິນດີກັບໄຊ ຊະນະຂອງທ່ານໄບເດັນ ໂດຍສະເພາະຢູ່ໃນນະຄອນຫຼວງເບີລິນ.

ລັດຖະມົນຕີປ້ອງກັນປະເທດຂອງເຢຍຣະມັນ ກ່າວວ່າ ສະຫະລັດຍັງຄົງເປັນພັນທະມິດ ທີ່ສຳຄັນທີ່ສຸດຂອງຢູໂຣບ.

ລັດຖະມົນຕີປ້ອງກັນປະເທດເຢຍຣະມັນ ທ່ານນາງ ແອນເນເກຣັຕ ແຄຣປ-ຄາເຣນບາວເອີ ກ່າວເປັນພາສາເຢຍຣະມັນວ່າ “ປາສະຈາກສັກກະຍາພາບດ້ານການທະຫານແລະນິວເຄລຍ ຂອງອາເມຣິກາ ເຢຍຣະມັນ ແລະຢູໂຣບ
ບໍ່ສາມາດປົກປ້ອງຕົນເອງໄດ້. ຄວາມເປັນຈິງເຫຼົ່ານີ້ ແມ່ນໜ້າເປັນຫ່ວງ.”

ແລະເມື່ອມາເຖິງເລື້ອງ ສາຍສຳພັນລະຫວ່າງ ສະຫະລັດກັບຣັດເຊຍ ບັນດານັກຊ່ຽວຊານ ກ່າວວ່າ ທ່ານທຣຳ ຢາກຈະປັບປຸງມັນ ແຕ່ການສືບສວນສອບສວນພາຍໃນປະເທດ ເລື້ອງສາຍສຳພັນຂອງຄະນະໂຄສະນາຫາສຽງທ່ານທຣຳ ກັບມົສກູ ນັ້ນ ໄດ້ຜູກມັດທ່ານ. ອັນນັ້ນ ບັນດານັກວິເຄາະກ່າວວ່າ ກໍຈະບໍ່ຈຳ ເປັນວ່າ ແມ່ນຄວາມຈິງສຳລັບທ່ານໄບເດັນ.

ທ່ານຄິມເມັດຈ໌ ກ່າວວ່າ “ມີຄວາມສົງໄສຢ່າງເລິກເຊິ່ງໃນທົ່ວປະຊາກອນຂອງອາເມຣິກາ ແລະໃນທົ່ວລັດຖະສະພາ ພັກຣີພັບບລີກັນ ແລະພັກເດໂມແຄຣັດ ຄືກັນ ແມ່ນການບໍ່ເຊື່ອໝັ້ນໃນສິ່ງໃດໆທີ່ທ່ານທຣຳ ພະຍາຍາມເຮັດກັບຣັດເຊຍ. ສະນັ້ນແລ້ວ ທ່ານກໍບໍ່ໄດ້ສຳເລັດຫຍັງເລີຍໃນເລື້ອງທີ່ກ່ຽວຂ້ອງກັບຣັດເຊຍ. ທ່ານໄບເດັນ ມີພື້ນທີ່ແຕກຕ່າງຫຼາຍ ທີ່ຈະເຂົ້າໄປມີບົດບາດ.”

ສ່ວນບັນດານັກວິເຄາະອີກສ່ວນນຶ່ງ ກ່າວວ່າ ພວກເຂົາເຈົ້າບໍ່ຄາດວ່າຈະມີການປ່ຽນແປງຫຼາຍ ໃນສາຍສຳພັນລະຫວ່າງ ວໍຊິງຕັນກັບມົສກູ ຕາບໃດທີ່ ທ່ານປູຕິນ ຍັງເປັນຜູ້ນຳຣັດເຊຍຢູ່.

ທ່ານເຈມສ໌ ຄາຣາຟາໂນ ຈາກມູນນິທິ ເຮີຣີເທັດຈ໌ Heritage Foundation ກ່າວວ່າ “ທ່ານປູຕິນ ກໍ່ບໍ່ຄ່ອຍຢາກຈະຫັນປ່ຽນທິດທາງດ້ານນະໂຍບາຍໃດໆຂອງທ່ານ. ຖ້າຂາດອັນນັ້ນແລ້ວ ຂ້າພະເຈົ້າບໍ່ຄິດວ່າ ຈະມີພື້ນທີ່ຫຼາຍ. ຂ້າພະ ເຈົ້າບໍ່ຄິດວ່າ ຈະມີຜູ້ໃດໝັ້ນໃຈ ໃນການເລີ້ມຕົ້ນໃໝ່ ອີກເທື່ອນຶ່ງກັບຣັດເຊຍ.”

ເລຂາທິການໃຫຍ່ອົງການເນໂຕ້ ທ່ານເຈັນ ສໂຕລເຕັນເບີກ ກ່າວວ່າ ຣັດເຊຍ ສືບຕໍ່ລະເມີດຜືນແຜ່ນດິນອັນຄົບຖ້ວນຂອງປະເທດຈໍເຈຍ ແລະຢູເຄຣນ ແລະສືບຕໍ່ເສີມຂະຫຍາຍກອງກຳລັງທະຫານຂອງຕົນ ຢູ່ໃນເຂດຄຣາຍເມຍ ຊຶ່ງທັງ
ໝົດແມ່ນເປັນການທ້າທາຍຕໍ່ອົງການເນໂຕ້ ແລະລັດຖະບານທ່ານໄບເດັນ ຈະປະເຊີນໜ້າໃນປີ 2021 ນີ້.

XS
SM
MD
LG