ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ໄບເດັນ ປະຕິຍານ ທີ່ຈະສືບຕໍ່ ປະເຊີນໜ້າກັບ ຈີນ ກ່ຽວກັບ ບັນຫາ ຢາແກ້ປວດເສບຕິດ


ພາບນີ້ສະແດງໃຫ້ເຫັນເມັດຢາແກ້ປວດ ເຟນຕານິລ (fentanyl), ຢາແກ້ປວດທີ່ຮຸນແຮງດັ່ງກ່າວ ໄດ້ຖືກລະບຸວ່າ ເປັນຢາທີ່ໄດ້ສັງຫານດາລານັກຮ້ອງ Prince.
ພາບນີ້ສະແດງໃຫ້ເຫັນເມັດຢາແກ້ປວດ ເຟນຕານິລ (fentanyl), ຢາແກ້ປວດທີ່ຮຸນແຮງດັ່ງກ່າວ ໄດ້ຖືກລະບຸວ່າ ເປັນຢາທີ່ໄດ້ສັງຫານດາລານັກຮ້ອງ Prince.

ປະທານາທິບໍດີ ສະຫະລັດ ໄດ້ກ່າວໃນວັນພຸດວານນີ້ວ່າ ທ່ານຈະສືບຕໍ່ “ປະເຊີນໜ້າກັບ ຈີນ ເພື່ອພະຍາຍາມທີ່ຈະສະກັດກັ້ນການຫຼັ່ງໄຫຼຂອງຢາເສບຕິດອັນຕະລາຍທີ່ຖືກລັກລອບນຳເຂົ້າ ສະຫະ ລັດ ຜ່ານ ເມັກຊິໂກ.

ທ່ານ ໄບເດັນ, ໃນລະຫວ່າງການປາກົດຕົວຢູ່ລາຍການທີ່ຖືກຈັດຂຶ້ນແບບ “ກອງປະຊຸມເປີດຕໍ່ສາທາລະນະ” ຂອງໂທລະພາບ CNN ຈາກເມືອງ ຊິນຊິນເນຕິ ລັດ ໂອໄຮໂອ ນັ້ນໄດ້ກ່າວວ່າ ລັດ ຖະບານຂອງທ່ານແມ່ນ “ກຳລັງຮັບມືກັບບັນຫາຢາເສບຕິດທັງໝົດ” ດ້ວຍການເພີ່ມຈຳນວນຄົນຢູ່ກະຊວງຍຸຕິທຳທີ່ເຮັດວຽກກ່ຽວກັບມັນຢ່າງຫຼວງຫຼາຍ.

ຢາ ເຟັນຕານິລ ທີ່ຖືກໃຊ້ສຳລັບການແກ້ປວດທີ່ຮຸນແຮງນັ້ນ ໄດ້ຖືກພິຈາລະນາວ່າແຮງກວ່າ ເຮໂຣອິນ 50 ເຖິງ 100 ເທົ່າ. ວິກິດການດ້ານສາທາລະນະສຸກໃນ ອາເມຣິກາ ແມ່ນມີສາເຫດມາຈາກ ຢາແກ້ປວດສັງເຄາະ ທີ່ຕົ້ນຕໍແລ້ວແມ່ນຢາ ເຟັນຕານິລ, ໄດ້ຖືກຍົກຂຶ້ນມາຢ່າງເປັນປະຈຳໂດຍທ່ານ ດໍໂນລ ທຣຳ ຜູ້ທີ່ດຳລົງຕຳແໜ່ງປະທານາທິບໍດີກ່ອນທ່ານ ໄບເດັນ.

ທ່ານອະດີດປະທານາທິບໍດີໄດ້ຕຳໜິວິຈານ ຈີນ ຢ່າງຊໍ້າແລ້ວຊໍ້າອີກວ່າເປັນຜູ້ສົ່ງອອກຢາ ເຟັນຕານິລ ຫຼື ສານເຄມີຕົ້ນຂອງມັນໄປ ເມັກຊິໂກ, ບ່ອນທີ່ພວກແກັ່ງຄ້າຢາເສບຕິດ ລັກລອບນຳເອົາມັນເຂົ້ມາໃນ ສະຫະລັດ, ຍ້ອນບໍ່ມີການປາບປາມການລັກລອບຂົນສົ່ງຢາເສບຕິດນັ້ນ.

ບັນທຶກປະຫວັດຍາວ 1,500 ຄຳໄດ້ຖືກປະກາດກ່ອນໜ້າທ່ານ ໄບເດັນ ທຳການຢ້ຽມຢາມລັດ ໂອໄຮໂອ ເປັນຄັ້ງທີສາມໃນລະຫວ່າງການເປັນປະທານາທິບໍດີໄດ້ 6 ເດືອນຂອງທ່ານ, ທີ່ຄວບຄຸມບັນຫາທີ່ສຳຄັນໃນລັດດັ່ງກ່າວ ນັບຈາກການສ້ອມແປງຂົວທາງຫຼວງ ຫາການຕໍ່ສູ້ກັບໂຣກອ້ວນໃນໄວເດັກ. ເຂົາເຈົ້າບໍ່ໄດ້ກ່າວເຖິງວິກິດການຢາແກ້ປວດເສບຕິດ, ເຖິງແມ່ນວ່າລັດ ໂອໄຮໂອ ຈະເປັນນຶ່ງໃນລັດທີ່ມີອັດຕາການຕາຍຍ້ອນການໃຊ້ຢາເກີນຂະໜາດສູງທີ່ສຸດຕໍ່ຫົວຄົນກໍຕາມ, ເຊິ່ງມັນໄດ້ເປັນສາເຫດຂອງການບາດເຈັບເຖິງແກ່ຊີວິດໃນລັດນັ້ນດົນກວ່ານຶ່ງທົດສະວັດແລ້ວ.

ເມື່ອຖືກຖາມໂດຍວີໂອເອຢູ່ເທິງເຮືອບິນ Air Force One ໃນວັນພຸດວານນີ້ກ່ຽວກັບວ່າ ເມື່ອພິຈາ ລະນາເຖິງເລື່ອງນີ້, ບັນຫາດັ່ງກ່າວແມ່ນຍັງຄົງເປັນບູລິມະສິດສູງສຸດ ສຳລັບລັດຖະບານທ່ານ ໄບເດັນ ຫຼືບໍ່: ໂຄສົກທຳນຽບຂາວ ທ່ານນາງ ເຈັນ ຊາກີ ໄດ້ຕອບວ່າ: “ແນ່ນອນ, ມັນເປັນບູລິມະສິດສູງສຸດ, ແລະ ມັນກໍບໍ່ມີຂໍ້ສົງໄສຫຍັງ ມັນເປັນບັນຫາທີ່ໄດ້ສົ່ງຜົນກະທົບຕໍ່ປະຊາຊົນທົ່ວລັດ ໂອໄຮໂອ ແລະ ສືບຕໍ່ໄປ. ຜູ້ຊ່ຽວຊານດ້ານສາທາລະນະສຸກທຸກຄົນຈະບອກເຈົ້າວ່າ ສິ່ງທີ່ສຳຄັນທີ່ສຸດທີ່ພວກເຮົາສາມາດເຮັດໄດ້ ກໍແມ່ນຮັບປະກັນວ່າປະຊາຊົນສາມາດເຂົ້າຫາປະກັນສຸຂະພາບ.”

ເປົ້າໝາຍຂອງ ສະຫະລັດ ບາງອັນທີ່ຖືກຕັ້ງເປົ້າໄວ້ໃນລະຫວ່າງລັດຖະບານ ທຣຳ ກ່ຽວກັບ ຈີນ ແມ່ນຍັງບໍ່ໄດ້ບັນລຸເທື່ອ.

ຈີນ ແມ່ນບໍ່ໄດ້ທຳການດຳເນີນການເພື່ອຄວບຄຸມການສົ່ງອອກສານເຄມີຕົ້ນຢາແກ້ປວດ
ເຟັນຕານິລ ເທື່ອ, ລຸນຫຼັງການປາບປາມຂອງ ປັກກິ່ງ ຕໍ່ສານເຄມີດັ່ງກ່າວສອງຢ່າງ ໃນປີ 2018.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG