ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ກ່ອນ​​ຈະໂອ້​ລົ​ມ​​ທາງ​ໂທ​ລະ​ສັບກັບ​ທ່ານ​ ປູ​ຕິນ ທ່ານ​ໄບ​ເດັນ​ສັນ​ຍາ​ວ່າ ຈະ​ໃຊ້​ ວິ​ທີ​ການ​ທູດເພື່ອ​ແກ້​ໄຂຄວາມ​ເຄັ່ງ​ຕຶງ ​ກ່ຽວ​ກັບ​ຢູ​ເຄ​ຣນ​


ປ. ໄບ​ເດັນ ຂອງສ​ຫລ ເຈ​ລະ​ຈາ​ກັນ​ທາງ​ອອນ​ລາຍ​ກັບ ປ.​ ປູ​ຕິນ​ ຂອງຣັດ​ເຊຍຢູ່​ໃນ​ການ​ເຈ​ລະ​ຈາ​ຜ່ານ​ທາງວີ​ດິ​ໂອ​ຈາກ​ຫ້ອງ​ການ Situation ໃນ​ທຳ​ນຽບ​ຂາວໃນວັນ​ທີ 7 ທັນ​ວາ, 2021 ທ່າມ​ກາງ​ຄວາມ​ຢ້ານ​ກົວ​ຂອງ​ຝ່າຍຕາ​ເວັນ​ຕົກວ່າມົ​ສ​ກູ​ມີ​ແຜນຈະ​ໂຈມ​ຕີ​ຢູ​ເຄ​ຣນ
ປ. ໄບ​ເດັນ ຂອງສ​ຫລ ເຈ​ລະ​ຈາ​ກັນ​ທາງ​ອອນ​ລາຍ​ກັບ ປ.​ ປູ​ຕິນ​ ຂອງຣັດ​ເຊຍຢູ່​ໃນ​ການ​ເຈ​ລະ​ຈາ​ຜ່ານ​ທາງວີ​ດິ​ໂອ​ຈາກ​ຫ້ອງ​ການ Situation ໃນ​ທຳ​ນຽບ​ຂາວໃນວັນ​ທີ 7 ທັນ​ວາ, 2021 ທ່າມ​ກາງ​ຄວາມ​ຢ້ານ​ກົວ​ຂອງ​ຝ່າຍຕາ​ເວັນ​ຕົກວ່າມົ​ສ​ກູ​ມີ​ແຜນຈະ​ໂຈມ​ຕີ​ຢູ​ເຄ​ຣນ

ປະທານາທິບໍດີສະຫະລັດ ທ່ານໂຈໄບ​ເດັນຈະໂອ້ລົມທາງໂທລະສັບກັບຄູ່ຕຳ ແໜ່ງຣັດເຊຍຂອງທ່ານໃນວັນພະຫັດມື້ນີ້, ອີງ​ຕາມຄຳ​ເວົ້າ​ຂອງເຈົ້າໜ້າທີ່ ບໍລິຫານຂັ້ນ​ສູງຄົນນຶ່ງໃນວັນພຸດວານນີ້, ໂດຍກ່າວວ່າຜູ້ນຳສະຫະລັດຈະຊອກ ຫາວິທີທາງດ້ານການທູດສຳ​ລັບແກ້​ໄຂຄວາມເຄັ່ງຕຶງທີ່ເພີ້ມຂຶ້ນຢູ່ຕາມຊາຍ ແດນຣັດເຊຍກັບຢູເຄຣນ.

ເຈົ້າໜ້າທີ່ທ່ານນັ້ນກ່າວຕໍ່ບັນດານັກຂ່າວໃນວັນພຸດວານນີ້ວ່າ "ພວກເຮົາກຽມ ພ້ອມສຳລັບວິ​ທີການທູດ ແລະເສັ້ນທາງການທູດຕໍ່ໄປໃນ​ຂ້າງ​ໜ້າ. ແຕ່ພວກ ເຮົາກໍກຽມພ້ອມທີ່ຈະຕອບໂຕ້ເຊັ່ນ​ກັນ ຖ້າຫາກຣັດເຊຍບຸກກ້າວໄປຮຸກຮານຢູ ເຄຣນຕື່ມອີກ."

ການ​ລົມ​ກັນ​ທາງ​ໂທ​ລະ​ສັບທີ່ຮ້ອງຂໍໃຫ້​ມີໂດຍປະທານາທິບໍດີຣັດເຊຍ, ທ່ານ ​ວລາ​ດິ​ເມຍ ປູ​ຕິນ ແມ່ນມີຂຶ້ນກ່ອນການເຈລະຈາລະດັບສູງທີ່ຄາດວ່າຈະ ຈັດ ຂຶ້ນໃນວັນທີ 10 ມັງກອນນີ້ ຢູ່ທີ່ນະ​ຄອນເຈນີວາ. ​ຄາດ​ວ່າ​ປະທາ​ນາ​ທິ​ບໍ​ດີທັງ​ສອງ​ທ່ານຈະ​ບໍ່​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ດັ່ງ​ກ່າວ, ອີງຕາມຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່.

ນີ້​ເປັນ​ການ​ໂອ້​ລົມ​ກັນ​ທາງ​ໂທ​ລະ​ສັບ​ຄັ້ງ​ທີ​ສອງແລ້ວ​ໃນ​ເດືອນ​ນີ້ ລະຫວ່າງ​ຜູ້​ຊາຍ​ສອງ​ຄົນ​ນີ້ ໂດຍທີ່​ໄດ້​ໂອ້​ລົມ​ກັນ​ໃນ​ຕົ້ນ​ເດືອນ​ທັນວາ​ຜ່ານ​ມາ​ກ່ຽວ​ກັບ​ກອງ​ທະຫານ​ປະມານ 70,000 ຄົນ​ທີ່​ໄດ້​ໄປເຕົ້າ​ໂຮມ​ຢູ່ຕາມ​ຊາຍ​ແດນໃນ​ເບື້ອງ​ຂອງ ຣັດ​ເຊຍ, ອີງ​ຕາມ​ການ​ຄາດ​ຄະ​ເນ​ຂອງ​ຝ່າຍ​ສືບ​ລັບ​ໂດຍ​ເບິ່ງຕາມ​ຮູບ​ພາບທີ່ ຖ່າຍ​ຈາກ​ດາວ​ທຽມ. ​ແຕ່​ນັກ​ວິ​ເຄາະ​ຂ່າວ​ລັບ​ຂອງ​ສະຫະລັດ​ຄາດ​ຄະ​ເນ​ວ່າ ທ່ານປູ​ຕິນ​ໄດ້​ວາງ​ແຜນ​ຈະ​ເອົາກຳລັງ​ທະຫານ​ໄປ​ເພີ້ມໃຫ້ຫລາຍ​ເຖິງ 175,000 ຄົນ.

ສະ​ຫະ​ລັດ​ໄດ້​ຮັບ​ປະ​ກັນ​ຕໍ່​ຢູ​ເຄ​ຣນ​ຫຼາຍໆ​ຄັ້ງ​ວ່າຈະ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ ​ແລະ​ໃຫ້​ເງິນ​ຊ່ວຍ​ເຫຼືອ​ດ້ານ​ຄວາມ​ໝັ້​ໜ​ຄົງ​ໃນ​ມູນ​ຄ່າ​ຫຼາຍ​ສິບ​ລ້ານ​ໂດ​ລາ. ​ໃນ​ວັນ​ພຸດ​ວານ​ນີ້, ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ, ທ່ານ​ແອນ​ໂທ​ນີ ບ​ລິງ​ເຄັນ ໄດ້​ໂອ້​ລົມ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ, ທ່ານ​ໂວ​ໂລ​ດິ​ເມຍ ເຊ​ເລນ​ສ​ກີ (Volodymyr Zelenskiy). ຢູ່ໃນ​ຖະ​ແຫຼງການ​ສະບັບ​ນຶ່ງນັ້ນ ທ່ານບ​ລິງ​ເຄັນ ​“ໄດ້​ກ່າວ​ຢ້ຳຄືນ​” ການ​ສະໜັບສະໜູນ​ຢ່າງ​ແນ່ວ​ແນ່​ຂອງ​ສະ​ຫະ​ລັດ​ຕໍ່​ຄວາມ​ເປັນ​ເອກະລາດ, ອະທິປະ​ໄຕ, ​ແລະຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຢູ​ເຄ​ຣນ​ໃນ​ການ​ປະ​ເຊີນ​ໜ້າ​ກັນກັບ​ການ​ເພີ້ມຂຶ້ນ​ຂອງ​ຈຳ​ນວນ​ທະຫານ​ຣັດ​ເຊຍ​ຢູ່​ຕາມຊາຍ​ແດນຢູ​ເຄ​ຣນ.

ທ່ານ Antony Blinken, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ​ຫລ ແລະ​ປະ​ທາ​ນາ​ທິ​ບໍ​ດີ Volodymyr Zelenskiy ຂອງ​ຢູ​ເຄ​ຣນ (ຊ້າຍ) ພົບ​ກັນ​ຢູ່​ທີ່ Kyiv, ນະ​ຄອນ​ຫລວງ​ຂອງ​ຢູ​ເຄ​ຣນ, 6 ພຶດ​ສະ​ພາ, 2021
ທ່ານ Antony Blinken, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ​ຫລ ແລະ​ປະ​ທາ​ນາ​ທິ​ບໍ​ດີ Volodymyr Zelenskiy ຂອງ​ຢູ​ເຄ​ຣນ (ຊ້າຍ) ພົບ​ກັນ​ຢູ່​ທີ່ Kyiv, ນະ​ຄອນ​ຫລວງ​ຂອງ​ຢູ​ເຄ​ຣນ, 6 ພຶດ​ສະ​ພາ, 2021

ທຳນຽບຂາວ​ໄດ້​ກ່າວ​ຊ້ຳ​ແລ້ວ​ຊ້ຳ​ອີກ​ວ່າ ຈະ​ມີ “ຜົນ​ສະ​ທ້ອນ​ອັນ​ໃຫຍ່​ຫລວງ” ຖ້າ​ຫາກ​ຣັດ​ເຊຍ​ທຳ​ການບຸກ​ລຸກ. ສິ່ງ​ເຫຼົ່າ​ນັ້ນ​ລວມທັງການ​ລົງ​ໂທດ​ທາງ​ດ້ານ​ເສດຖະກິດ​ທີ່​ຮ້າຍ​ແຮງ ​ແລະ​ເພີ້ມ​ທະວີ​ການ​ສະໜັບສະໜູນ​ດ້ານ​ຄວາມ​ໝັ້ນຄົງແກ່​ຢູ​ເຄ​ຣນ.

ໃນວັນພຸດ​ວານນີ້ ທ່ານ​ເຊ​ເລນ​ສ​ກີ​ຂຽນ​ລົງ​ໃນ​ທວີດ​ເຕີ​ວ່າ "ຂ້າພະເຈົ້າໄດ້ຮັບການ​ຮັບປະກັນວ່າ​ຈະ​ມີການສະຫນັບສະຫນູນຢ່າງເຕັມສ່ວນ ຈາກ [ສະຫະລັດ] ສໍາລັບ [ຢູເຄຣນ] ໃນການຕ້ານການຮຸກຮານຂອງຣັດ​ເຊຍ." ທ່ານ​ໄດ້ໃຊ້ຮູບທຸງຊາດເພື່ອຊີ້ບອກເຖິງປະເທດຕ່າງໆ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG