ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ໄບເດັນ ສະແດງຄວາມເປັນຫ່ວງ ກ່ຽວກັບ ການຕໍ່ສູ້ກັນໃນ ເອທິໂອເປຍ ໃນການໂທລະສັບກັບນາຍົກລັດຖະມົນຕີ


ໃນພາບທີ່ຖືກຖ່າຍຈາກປ່ອງຢ້ຽມນີ້, ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ລົມໂທລະສັບຢູ່ຫ້ອງການຂອງປະທານາທິບໍດີໃນທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ, 9 ທັນ​ວາ, 2021.
ໃນພາບທີ່ຖືກຖ່າຍຈາກປ່ອງຢ້ຽມນີ້, ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ລົມໂທລະສັບຢູ່ຫ້ອງການຂອງປະທານາທິບໍດີໃນທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ, 9 ທັນ​ວາ, 2021.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ສົນທະນາກັບນາຍົກລັດຖະມົນຕີຂອງເອທິໂອ ເປຍ ທ່ານ ອາບີ ອາເມັດ ໃນມື້ວັນຈັນວານນີ້, ໂດຍໄດ້ສະແດງຄວາມກັງວົນ ກ່ຽວກັບສົງຄາມທີ່ຕໍ່ ເນື່ອງພາຍໃນປະເທດ ແລະການໂຈມຕີທາງອາກາດຄັ້ງຫຼ້າສຸດ ອັນໄດ້ສັງຫານພົນລະເຮືອນໄປ ຫຼາຍສິບຄົນຢູ່ໃນບໍລິເວນຂົງເຂດ ທິເກຣ.

ທໍານຽບຂາວກ່າວວ່າ ຜູ້ນໍາຂອງທັງສອງປະເທດ “ໄດ້ຫາລືເຖິງວິທີການເຈລະຈາໃຫ້ໄວຂຶ້ນກ່ຽວ ກັບການເຈລະຈາການຢຸດຍິງ” ຫຼັງຊ່ວງເວລານຶ່ງປີແຫ່ງສົງຄາມກາງເມືອງພາຍໃນປະເທດ ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິກຫຼາຍພັນຄົນ ແລະ ເຮັດໃຫ້ປະຊາຊົນຫຼາຍກວ່າ 2 ລ້ານຄົນຈໍາເປັນຕ້ອງໄດ້ຫລົບໜີຈາກເຮືອນຊານຂອງພວກເຂົາເຈົ້າ.

ທໍານຽບຂາວ ກ່າວວ່າ ທ່ານ ໄບເດັນ ໄດ້ເນັ້ນຢໍ້າ​ເຖິງ “ຄວາມຮີບ​ດ່ວນໃນການປັບປຸງການເຂົ້າເຖິງດ້ານມະນຸດສະທໍາໄປທົ່ວປະເທດ ເອທິໂອເປຍ, ແລະຄວາມຈໍາເປັນໃນການແກ້ໄຂຄວາມກັງວົນທາງດ້ານສິດທິມະນຸດຂອງຊາວ ເອທິໂອເປຍ ທັງໝົດທີ່ໄດ້ຮັບຜົນກະທົບ, ລວມເຖິງຄວາມກັງວົນ ກ່ຽວກັບ ການ​ຈັບ​ກຸມ​ຄຸມຂັງປະຊາຊົນຊາວ ເອທິໂອເປຍ ພາຍໃຕ້ພາວະສຸກເສີນຂອງລັດຖະ ບານ.”

ລັດຖະບານຂອງທ່ານ ໄບເດັນ ບໍ່ໄດ້ໃຫ້ລາຍລະອຽດໃດໆ ກ່ຽວກັບ ປະຕິກິລິຍາຂອງທ່ານ ອາບີ ຕໍ່ຄວາມເປັນຫ່ວງຂອງຜູ້ນໍາ ສະຫະລັດ.

ຢູ່ໃນຖະແຫຼງການກ່ຽວ​ກັບ​ການໂທ​ລະ​ສັບຂອງທໍານຽບຂາວ ທ່ານ ​ໄບ​ເດັນ “ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງວ່າຄວາມ​ເປັນ​ປໍ​ລະ​ປັກ​ທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາຮວມ​ທັງການ​ໂຈມ​ຕີ​ທາງ​ອາ​ກາດ​ເມື່ອ​ໄວໆ​ມານີ້ ຍັງ​ສືບ​ຕໍ່​ເຮັດ​ໃຫ້​ພົນ​ລະ​ເຮືອນ​ບາດ​ເຈັບ​ລົ້ມ​ຕາຍ ແລະ​ໄດ້​ຮັບ​ຄວາມ​ທຸກ​ທໍ​ລະ​ມານ ແລະ​ທ່ານ​ໄດ້​ກ່າວ​ຢ້ຳ​ເຖິງ​ຄວາມ​ໝັ້ນໝາຍ​ຂອງ ​ສະ​ຫະ​ລັດ ທີ່​ຈະ​ເຮັດ​ວຽກ​ຮວມ​ກັບ​ສະ​ຫະ​ພາບ​ ອາ​ຟ​ຣິ​ກາ ແລະ​ ຄູ່​ຮ່ວມງານ​ຢູ່​ໃນ​ຂົ​ງ​ເຂດເພື່ອ​ຊ່ວຍ​ຊາວ​ ເອ​ທິ​ໂອ​ເປຍ ແກ້​ໄຂ​ບັນ​ຫາ​ຂັດ​ແຍ້ງ​ດ້ວຍ​ສັນ​ຕິວິ​ທີ.”

ທຳ​ນຽບ​ຂາວ​ກ່າວ​ວ່າ “ພວກ​ຜູ້​ນຳ​ທັງ​ສອງ​ຍັງ​ໄດ້​ກ່າວ​ຢ້ຳ ເຖິງ​ຄວາມ​ສຳ​ຄັນໃນ​ຄວາມ​ສຳ​ພັນ​ລະ​ຫວ່າງ ​ສະ​ຫະ​ລັດ ກັບ​ ເອ​ທິ​ໂອ​ເປຍ ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ທີ່ຈະ​ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມື​ກ່ຽວ​ກັບ​ບັນ​ຫາ​ຕ່າງໆ ແລະ​ ຄວາມ​ຈຳ​ເປັນ​ໃນ​ການສ້າງ​ຄວາມ​ກ້າວ​ໜ້າ​ຢ່າງ​ໜັກ​ແໜ້ນ​ເພື່ອ​ແກ້​ໄຂ​ບັນ​ຫາ​ຂັດ​ແຍ້ງ.”

ທ່ານ​ ໄບ​ເດັນ​ ໄດ້​ໂທ​ລະ​ສັບດັ່ງ​ກ່າວ​ມີ​ຂຶ້ນ ໃນ​ຂະ​ນະ​ທີ່​ບັນ​ດາ​ອົງ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ໄດ້​ຢຸດ​ການ​ປະ​ຕິ​ບັດ​ງານ​ໃນ​ເຂດ ທິ​ເກ​ຣ ທາງພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ເອ​ທິ​ໂອ​ເປຍໃກ້​ຊາຍ​ແດນ​ຂອງ ​ເອ​ຣິ​ເທ​ຣຍ ຫຼັງ​ຈາກ​ໄດ້​ມີ​ການ​ໂຈມ​ຕີ​ທາງ​ອາ​ກາດ​ໃນ​ແລງ​ວັນ​ສຸກ​ແລ້ວ ທີ່​ເຮັດ​ໃຫ້​ອົບ​ພະ​ຍົບ​ພົນ​ລະ​ເຮືອນທີ່​ຍົກ​ຍ້າຍ​ຖິ່ນ​ຖານ​ຍ້ອນບັນ​ຫາ​ຂັດ​ແຍ້ງ 56 ຄົນ​ເສຍ​ຊີ​ວິດ​ແລະ ອີກ 30 ຄົນ​ບາດ​ເຈັບ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG