ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ມີລາຍງານວ່າ ທຳນຽບຂາວ ແລະ ພັກຣີພັບບລີກັນ ໃກ້ຈະຕົກລົງກັນໄດ້ ເພື່ອຂຶ້ນຂີດຈຳກັດຂອງໜີ້ສິນ


ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ກ່າວຖະແຫລງຢູ່ໃນສວນກຸຣາບຂອງທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 25 ພຶດສະພາ 2023, ກ່ຽວກັບຈຸດປະສົງຂອງທ່ານ ທີ່ຈະສະເໜີຊື່ ຫົວໜ້າເສນາທິການຂອງກອງທັບອາກາດ ສະຫະລັດ ຊີ່ຄິວ ບຣາວ ຈູເນຍ (CQ Brown Jr.) ໃຫ້ເຂົ້າມາຮັບຕຳແໜ່ງ ເປັນປະທານທີ່ປຶກສາຂອງທຳນຽບຂາວ.
ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ກ່າວຖະແຫລງຢູ່ໃນສວນກຸຣາບຂອງທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 25 ພຶດສະພາ 2023, ກ່ຽວກັບຈຸດປະສົງຂອງທ່ານ ທີ່ຈະສະເໜີຊື່ ຫົວໜ້າເສນາທິການຂອງກອງທັບອາກາດ ສະຫະລັດ ຊີ່ຄິວ ບຣາວ ຈູເນຍ (CQ Brown Jr.) ໃຫ້ເຂົ້າມາຮັບຕຳແໜ່ງ ເປັນປະທານທີ່ປຶກສາຂອງທຳນຽບຂາວ.

ບັນດາເຈົ້າໜ້າທີ່ລະດັບສູງຂອງທຳນຽບຂາວ ແລະ ບັນດາສະມາຊິກສະພາສັງກັດພັກຣີພັບບລີກັນ ແມ່ນໃກ້ຈະ​ຕົກລົງກັນ​ໄດ້​ແລ້ວ ໃນແລງວັນພະຫັດວານນີ້ ທີ່ຈະຂຶ້ນຂີດຈຳກັດຂອງໜີ້ສິນ ເປັນເວລາສອງປີ ໃນຂະນະ​ທີ່​ພວມ​ຫາ​ທາງຈຳກັດການໃຊ້ຈ່າຍຂອງລັດຖະບານກາງ ໃນທຸກໆດ້ານ ຍົກເວັ້ນແຕ່​ໃນດ້ານການທະຫານ ແລະ​ພວກນັກລົບເກົ່າ ອີງຕາມລາຍງານຂ່າວ.

ຖ້າຫາກຂໍ້ຕົກລົງນີ້ ສາ​ມາດ​ບັນ​ລຸກັນໄດ້ແລະຖືກ​ເຊັນ​ເປັນ​ກົດ​ໝາຍ ມັນກໍຈະ​ຂຶ້ນຂີດຈຳກັດໃນການກູ້ຢືມຂອງລັດຖະບານ ເປັນເວລາສອງປີ ກາຍການເລືອກຕັ້ງປະທານາທິບໍດີ ປີ 2024.

ການປະນີປະນອມກັນ ຈະອຳນວຍໃຫ້ພັກເດໂມແຄຣັດ ກ່າວວ່າ ພວກເຂົາເຈົ້າ​ຮັກ​ສາໂຄງການພາຍໃນປະເທດສ່ວນຫຼາຍຈາກການຖືກຕັດຢ່າງໃຫຍ່ ແລະພັກຣີພັບບລີກັນ ກ່າວວ່າ ພວກເຂົາເຈົ້າໄດ້ຫລຸດຜ່ອນການໃຊ້ຈ່າຍຂອງລັດຖະບານກາງ ອີງຕາມໜັງສືພີມນິວຢອກໄທມ໌ ຊຶ່ງໄດ້ລາຍງານກ່ຽວກັບເລື້ອງນີ້ເປັນ​ຜູ້ທຳອິດ.

ບັນດານັກເຈລະຈາ ໄດ້ໂອ້ລົມກັນໃນແລງວັນພະຫັດວານນີ້ ແລະເລີ້ມຕົ້ນຂຽນຮ່າງກົດໝາຍຂຶ້ນ ອີງຕາມໜັງສືພິມໄທມ໌.

“ພວກເຮົາໄດ້ລົມກັບທຳນຽບຂາວ ທຸກໆມື້, ພວກເຮົາໄດ້ລົມກັນ ກັບໄປກັບມາ ແລະມັນບໍ່ງ່າຍເລີຍ” ນັ້ນແມ່ນຄຳເວົ້າຂອງ ທ່ານແຄວິນ ເມັກຄາຣທີ ປະທານສະພາຕ່ຳ ສັງກັດພັກຣີພັບບລີກັນ ທີ່ໄດ້ກ່າວຕໍ່ບັນດານັກຂ່າວ ຂະນະທີ່ທ່ານກຳລັງຈະອອກໄປຈາກຫໍລັດຖະສະພາ ຫຼື Capitol ໃນແລງວັນພະຫັດວານນີ້. ທ່ານກ່າວອີກວ່າ “ມັນໃຊ້ເວລາດົນສົມຄວນທີ່ຈະເຮັດໃຫ້ມັນເກີດຂຶ້ນໄດ້ ແລະພວກເຮົາເຮັດວຽກໜັກ ເພື່ອເຮັດໃຫ້ມັນເກີດຂຶ້ນ.”

Top White House officials and Republican lawmakers were nearing a deal Thursday evening that would raise the debt limit for two years while also limiting federal spending on all but the military and veterans, according to news reports.

If the deal can be agreed upon and enacted, it would raise the government’s borrowing limit for two years, past the 2024 presidential election.

The compromise would let Democrats say they spared most domestic programs from major cuts and Republicans say they reduced some federal spending, according to The New York Times, which was the first to report on it.

Negotiators were talking Thursday evening and starting to draft legislative text, according to The Times.

“We’ve been talking to the White House all day, we’ve been going back and forth, and it’s not easy,” Republican House Speaker Kevin McCarthy told reporters as he left the Capitol on Thursday evening. “It takes a while to make it happen, and we are working hard to make it happen.”

XS
SM
MD
LG