ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໔ ມິຖຸນາ ໒໐໒໔

ທ່ານ ໄບເດັນ ແລະ ທ່ານ ທຣໍາ ຕ່າງກໍກ່າວຫາກັນແລະກັນໃນເລື້ອງເຂດຊາຍແດນ


ທ່ານ ໄບເດັນ ແລະ ທ່ານ ທຣໍາ ຕ່າງກໍກ່າວຫາກັນແລະກັນໃນເລື້ອງເຂດຊາຍແດນ

ຜູ້ສະໝັກຊິງຕຳແໜ່ງ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣໍາ ກັບມາລົງຫາສຽງອີກຄັ້ງ ຫຼັງຈາກຖືກຕັດສິນລົງໂທດໃນຄະດີປອມແປງເອກະສານທາງທຸລະກິດໃນ ລັດນິວຢອກ. ໃນການຊຸມນຸມຫາສຽງຢູ່ພາກຕະເວັນຕົກຂອງ ສະຫະລັດ, ທ່ານ ທຣໍາ ມຸ່ງເນັ້ນໄປທີ່ປະເດັ່ນ ການຍ້າຍຖິ່ນຖານ ແລະ ການຂົ່ມຂູ່ວ່າຈະລົງໂທດປະເທດຕ່າງໆ, ລວມເຖິງຈີນ, ຖ້າຫາກເຂົາເຈົ້າບໍ່ຢຸດຢັ້ງປະຊາຊົນຂອງຕົນເອງບໍ່ໃຫ້ອອກຈາກປະເທດ ມາຍັງສະຫະລັດ.

ທ່ານ ດໍໂນລ ທຣໍາ ໄດ້ກັບມາຫາສຽງອີກຄັ້ງໃນອາທິດແລ້ວນີ້ ໃນລັດອາຣິໂຊນາ, ໂດຍທ່ານໄດ້ກ່າວວ່າ ປະທານາທິບໍດີ ໂຈ ໄບເດັນ ໄດ້ສູນເສຍການຄວບຄຸມສາຍແດນລະຫວ່າງ ສະຫະລັດ-ເມັກຊີໂກ.

ທ່ານທຣຳ ຜູ້ສະໝັກຊິງຕຳແໜ່ງ ປະທານາທິບໍດີ ສະຫະລັດ ເວົ້າວ່າ “ສະຖານະການນີ້ບໍ່ສາມາດປ່ອຍປະລະເລີຍໄດ້. ແຕ່ການໂຈມຕີຈາກ ທ່ານ ໄບເດັນ ບໍ່ແມ່ນອຸປະຕິເຫດ, ມັນແມ່ນການທຳລາຍອະທິປະໄຕ ແລະ ຊາຍແດນຂອງພວກເຮົາໂດຍເຈດຕະນາ. ແນວໃດກໍຕາມ, ພວກເຂົາຕ້ອງໄດ້ອະທິບາຍໃຫ້ພວກເຮົາຟັງວ່າ ເປັນຫຍັງຈຶ່ງຢາກໃຫ້ເລື່ອງແບບນີ້ເກີດຂຶ້ນ. ຂ້ອຍເດົາວ່າ ຄືຈະແມ່ນຍ້ອນສຽງເລືອກຕັ້ງຫັ້ນແຫລະ.”

ບໍ່ມີຫຼັກຖານວ່າ ຜູ້ທີ່ບໍ່ແມ່ນພົນລະເມືອງ ລົງຄະແນນສຽງເປັນຈຳນວນຫຼາຍ ໃນການເລືອກຕັ້ງຂອງສະຫະລັດ.

ທ່ານ ທຣໍາ ຖືກຖາມວ່າ ຈະຢຸດພວກຍົກຍ້າຍຖິ່ນຖານທີ່ຜິດກົດໝາຍແນວໃດ ແລະ ລາວກໍໄດ້ຕອບວ່າ ຈະດຳເນີນການກັບລັດຖະບານຕ່າງປະເທດທີ່ສົ່ງເສີມການກະທຳນັ້ນ.

ທ່ານ ທຣຳ ເວົ້າວ່າ “ຖ້າ ຈີນ ຫຼື ປະເທດອື່ນໆ ປະຕິບັດໂຕບໍ່ດີ, ເຮົາມີສິ່ງທີ່ເອີ້ນວ່າ ພາສີນໍາເຂົ້າທີ່ໜັກໜ່ວງ.”

ໃນເດືອນນີ້ ຄະນະລັດຖະບານຂອງ ທ່ານ ໄບເດັນ ໄດ້ດຳເນີນການປິດກັ້ນຕໍ່ການຢືນໜັງສືຂໍລີ້ໄພທີ່ຊາຍແດນ ເມັກຊີໂກ ເມື່ອມີການຈັບກຸມການຂ້າມຊາຍແດນແບບຜິດກົດໝາຍ ຫຼາຍກວ່າ 2,500 ຄົນຕໍ່ວັນ.

ທ່ານ ໄບເດັນ ກ່າວວ່າ ການປະຕິຮູບກ່ຽວກັບຄົນເຂົ້າເມືອງທີ່ຈຳເປັນນັ້ນ ບໍ່ຈຳເປັນຕ້ອງມາພ້ອມກັບຄຳເວົ້າທີ່ກໍ່ໃຫ້ເກີດຄວາມຂັດແຍ້ງ ເຊິ່ງທ່ານ ທຣໍາ ມັກຈະນຳເອົາມາເວົ້າເຖິງພວກຍົກຍ້າຍຖິ່ນຖານ.

ປະທານາທິບໍດີ ໂຈ ໄບເດັນ ເວົ້າວ່າ “ໃນຂະນະທີ່ພວກເຮົາຕໍ່ສູ້ເພື່ອການປະຕິຮູບກ່ຽວກັບຄົນເຂົ້າເມືອງຢ່າງຮອບດ້ານ, ລາວພັດເອີ້ນພວກອົບພະຍົບວ່າ ເປັນພວກຂົ່ມຂືນ ແລະ ຄາດຕະກອນ. ລາວກ່າວວ່າ ພວກເຂົາບໍ່ແມ່ນຄົນ, ພວກເຂົາບໍ່ແມ່ນຄົນ. ລາວເວົ້າເອງວ່າ ‘ພວກອົບພະຍົບກຳລັງເຮັດໃຫ້ເລືອດຂອງປະເທດເຮົາເປັນພິດ’. ປະຊາຊົນທັງຫຼາຍ, ປະທານາທິບໍດີຄົນກ່ອນໜ້ານີ້ຂອງຂ້ອຍ ຕ້ອງການປະເທດທີ່ມີແຕ່ບາງຄົນເທົ່ານັ້ນ. ແຕ່ພວກເຮົາຕ້ອງການປະເທດສຳລັບທຸກຄົນ.”

ທ່ານ ໄບເດັນ ກ່າວວ່າ ຄຳເວົ້າຕໍ່ຕ້ານຜູ້ອົບພະຍົບຂອງທ່ານ ທຣໍາ ນັ້ນ ບໍ່ສອດຄ່ອງກັບຫຼັກການ ໃນການສ້າງຕັ້ງຂອງປະເທດຂອງອາເມຣິກາ.

ທ່ານໄບເດັນ ເວົ້າວ່າ “ເຈົ້າເປັນຕົວແທນຂອງວິທີທີ່ພວກເຮົາເປັນ ໃນຖານະເປັນຊາດແຫ່ງອົບພະຍົບທັງຫຼາຍ, ຊາດແຫ່ງຄົນຜູ້ມີຄວາມໄຝ່ຝັນ, ຊາດແຫ່ງອິດສະຫຼະພາບ. ແລະ ນັ້ນຄື ອາເມຣິກາ ທີ່ເຮົາຢູ່ຮ່ວມກັນ.”

ການຊຸມນຸມຫາສຽງຂອງທ່ານ ທຣໍາ ໃນອາທິດແລ້ວນີ້ ນັບເປັນເທື່ອທຳອິດຕັ້ງແຕ່ລາວຖືກຕັດສິນວ່າ ມີຄວາມຜິດໃນການປອມແປງເອກະສານທາງດ້ານທຸລະກິດ ໃນການຈ່າຍເງິນເພື່ອ “ຄ່າປິດປາກ” ກ່ອນການເລືອກຕັ້ງປີ 2016.

ທ່ານໄດ້ກ່າວໃນການຊຸມນຸມທີ່ ລັດເນວາດາ ວ່າ ຄະດີຂອງທ່ານເປັນຜົນມາຈາກການທີ່ ທ່ານ ໄບເດັນ ເຮັດໃຫ້ລະບົບຍຸດຕິທຳກາຍ “ເປັນອາວຸດ” ໃນຂະນະທີ່ລົ້ມເຫລວໃນການຈັດການກັບຊາຍແດນ.

ທ່ານທຣຳ ເວົ້າວ່າ “ນີ້ແມ່ນຊາຍແດນທີ່ຮ້າຍແຮງທີ່ສຸດໃນປະຫວັດສາດຂອງໂລກ.​ ບໍ່ມີປະເທດທີສາມໃນໂລກນີ້ ທີ່ມີຊາຍແດນແບບນີ້. ແລະ ບໍ່ມີປະເທດທີສາມໃນໂລກນີ້ ທີ່ມີການໃຊ້ອຳນາດລັດເປັນອາວຸດ ບ່ອນທີ່ພວກເຂົາແນເປົ້າໃສ່ບັນດາຜູ້ສະໝັກຮັບເລືອກຕັ້ງທາງການເມືອງ ຄືກັນກັບທີ່ເຮົາມີນັ້ນ.”

ຈາກການສຳຫຼວດຂອງອົງການຂ່າວ ເອພີ ຫຼື Associated Press ໃນເດືອນມີນາ ທີ່ສະແດງໃຫ້ເຫັນເຖິງທັດສະນະຄະຕິຂອງຜູ້ມີສິດເລືອກຕັ້ງປ່ຽນໄປກ່ຽວກັບຄົນເຂົ້າເມືອງ, ໂດຍເກືອບໜຶ່ງສ່ວນສາມຂອງປະຊາຊົນ ອາເມຣິກາ ໃນປັດຈຸບັນນີ້ກ່າວວ່າ ມັນເປັນຄວາມສ່ຽງສຳຄັນຫຼາຍ ທີ່ພວກອົບພະຍົບຈະກໍ່ອາຊາຍະກຳ. ເຊິ່ງຕົວເລກອັນນັ້ນ ເພີ່ມຂຶ້ນຈາກ 19 ເປີເຊັນຂອງຜູ້ທີ່ຄິດວ່າ ແນວນັ້ນ ໃນປີ 2017.

U.S. presidential candidate Donald Trump is back on the campaign trail following his convictions in New York for falsifying business records. At rallies in the Western United States, Trump focused on immigration and threatened to sanction countries, including China, if they do not stop people from leaving for the United States.

Donald Trump returned to the presidential campaign trail last week in Arizona, where he said President Joe Biden has lost control of the U.S.-Mexican border.

(Donald Trump, Republican Presidential Candidate)

“It's all unsustainable. But the Biden invasion is no accident. It's a deliberate demolition of our sovereignty and of our borders. Somehow, somebody is going to explain to us why they would want this to happen. I guess it's probably votes.”

There is no evidence that non-citizens are voting in significant numbers in U.S. elections.

Trump was asked how he will stop illegal migration and said he will act against foreign governments that feed it.

(Donald Trump, Republican Presidential Candidate)

"If China or some other country is behaving badly, we have things called tariffs that are so severe."

The Biden administration this month moved to block asylum claims at the Mexican border when arrests for illegal crossings exceed 2,500 a day.

Biden says necessary immigration reform need not come with the inflammatory remarks that Trump directs toward migrants.

(President Joe Biden)

"While we fight for comprehensive immigration reform, he calls immigrants rapists and murderers. He says they're not people. They are not people. He says immigrants are, quote, 'poisoning the blood of our country'. Folks, my predecessor wants a country just for some of us. We want a country for all of us."

Biden says Trump’s anti-immigrant rhetoric is out of line with founding American principles.

(President Joe Biden)

"You represent how we are as a nation of immigrants, a nation of dreamers, a nation of freedom. And that's the America we share.”

Trump’s rallies last week were his first since being convicted of falsifying business records to hide so-called “hush money” payments he made ahead of the 2016 election.

He told a rally in Nevada that his trial was the result of Biden “weaponizing” the judicial system while failing at the border.

(Donald Trump, Republican Presidential Candidate)

“This is the worst border in the history of the world. No third world country has a border like that. And no third world country has weaponization where they go after political candidates like we have.”

Associated Press polling in March showed shifting voter attitudes on immigration, with nearly one-third of Americans now saying it is a major risk that immigrants will commit crimes. That’s up from 19 percent who thought that in 2017.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG