ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໔ ມິຖຸນາ ໒໐໒໔

ທ່ານໄບເດັນ ແລະ ທ່ານທຣຳ ປະທະກັນ ກ່ຽວກັບ ສິດໃນການຄອບຄອງປືນ


ທ່ານໄບເດັນ ແລະ ທ່ານທຣຳ ປະທະກັນ ກ່ຽວກັບ ສິດໃນການຄອບຄອງປືນ

ປືນ ໄດ້ສ້າງຄວາມແບ່ງແຍກໃນກຸ່ມພວກຜູ້ລົງຄະແນນສຽງ ຢູ່ໃນ ສະຫະລັດ ອາເມຣິກາ ເປັນສອງຝ່າຍເກືອບເທົ່າກັນ ໃນການຖົກຖຽງກັນກ່ຽວກັບມາດຕະການຮັກສາຄວາມປອດໄພຂອງອາວຸດປືນ, ຕາມການສຳຫຼວດຂອງ Pew Research. ຜູ້ສະໝັກຊິງຕຳແໜ່ງ ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ແລະ ທ່ານ ດໍໂນລ ທຣຳ ຕ່າງກໍມີຄວາມເຫັນທີ່ແຕກຕ່າງກັນ ກ່ຽວກັບປືນ ແລະ ການຄວບຄຸມປືນ ນັ້ນ.

ເກືອບໜຶ່ງໃນສາມຄົນໃດ ຂອງພົນລະເມືອງ ຊາວອາເມຣິກາ ກ່າວວ່າ ພວກເຂົາມີອາວຸດປືນໄວ້ໃນຄອບຄອງ, ຕາມການສຳຫຼວດຂອງ Pew Research. ມັນແມ່ນສິດຕາມລັດຖະທຳມະນູນ ທີ່ມັກຈະກາຍມາເປັນປະເດັ່ນຖົກຖຽງທາງການເມືອງສຳລັບ ປະທານາທິບໍດີ …… ເມື່ອເກີດເຫດການຍິງນັກຮຽນຢູ່ໂຮງຮຽນ, ເຊັ່ນເຫດການໜຶ່ງທີ່ເກີດຂຶ້ນທີ່ໂຮງຮຽນມັດທະຍົມ ໃນລັດຟລໍຣິດາ ເມື່ອປີ 2018, ເຊິ່ງເຫດການສິ້ນສຸດລົງ ໂດຍຕຳຫຼວດໄດ້ອົບພະຍົບນັກຮຽນທີ່ລີ້ໃນຫ້ອງຮຽນຂອງພວກເຂົາ.

ຕໍ່ຈາກນັ້ນ ປະທານາທິບໍດີ ດໍໂນລ ທຣຳ ໄດ້ພົບກັບຄອບຄົວຂອງພວກຜູ້ເຄາະຮ້າຍ ເພື່ອໂອ້ລົມກ່ຽວກັບບັນຫາເລື່ອງຄວາມຮຸນແຮງທີ່ເກີດຂຶ້ນຈາກປືນ.

ທ່ານດໍໂນລ ທຣຳ ອະດີດປະທານາທິບໍດີ ເວົ້າວ່າ “ມັນເກີດຂຶ້ນມາດົນເກີນໄປແລ້ວ. ມີເຫດການຫຼາຍເກີນໄປ. ແລະ ພວກເຮົາກຳລັງຈະເຮັດໃຫ້ມັນສິ້ນສຸດລົງ.”

ໃນຖານະ ປະທານາທິບໍດີ, ນະໂຍບາຍກ່ຽວກັບປືນຂອງ ທ່ານ ທຣຳ ແມ່ນມຸ່ງເນັ້ນໄປທີ່ການເສີມສ້າງຄວາມປອດໄພພາຍໃນໂຮງຮຽນ ເປັນສ່ວນໃຫຍ່, ລວມເຖິງການແນະນຳໃຫ້ຄູພົກພາອາວຸດອີກດ້ວຍ.

ໃນຖານະຜູ້ສະໝັກຊິງຕຳແໜ່ງ ປະທານາທິບໍດີ ສະຫະລັດ, ທ່ານ ທຣຳ ໄດ້ກ່າວຕໍ່ກຸ່ມວິ້ງເຕັ້ນໃຫ້ແກ່ປືນຊັ້ນນຳຂອງປະເທດ ໃນວັນເສົາທີ່ຜ່ານມາວ່າ ປືນນັ້ນ ແມ່ນສຳຄັນຍິ່ງຕໍ່ຄວາມປອດໄພຂອງສ່ວນບຸກຄົນ.

ທ່ານດໍໂນລ ທຣຳ ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຈາກພັກຣີພັບບລີກັນ ເວົ້າວ່າ “ປະເທດຂອງພວກເຮົາກຳລັງຕົກລົງສູ່ນະຮົກ. ພວກແກັ່ງໂລບມາກແລະ ພວກອາຊະຍາກອນທີ່ໂຫດຮ້າຍ ກຳລັງຄຸກຄາມຢູ່ຕາມຖະໜົນຫົນທາງຂອງພວກເຮົາ, ແລະ ຄວາມອ່ອນແອຂອງ ໂຈ ໄບເດັນ ນັ້ນ ເຮັດໃຫ້ພວກເຮົາໃກ້ທີ່ຈະເຂົ້າສູ່ສົງຄາມໂລກຄັ້ງທີ 3.”

ໂດຍຮັບເອົາ ການຮັບຮອງຈາກສະມາຄົມປືນຍາວແຫ່ງຊາດ ຫຼື NRA, ທ່ານ ທຣຳ ໄດ້ກ່າວວ່າ, ໄບເດັນ ພະຍາຍາມອ້າງເຖິງຄຳເວົ້າ ທີ່ວ່າ “ດຶງເອົາປືນອອກຈາກມືຂອງພົນລະເມືອງ ທີ່ປະຕິບັດຕາມກົດໝາຍ” ແລະ ທຳລາຍສິດໃນການຄອບຄອງປືນ ທີ່ໄດ້ຖືກຮັບປະກັນໂດຍ ມາດຕາ 2 ຂອງລັດຖະທຳມະນູນ.

ທ່ານທຣຳ ເວົ້າວ່າ “ພວກເຮົາຕ້ອງໃຫ້ມີມາດຕາ 2 ນີ້ ທີ່ ມີຄວາມໝາຍ. ຖ້າຫາກວ່າ ພວກເຮົາບໍ່ມີ, ປະເທດຂອງພວກເຮົາຈະປະເຊີນກັບລະດັບຄວາມຕາຍ ແລະ ຄວາມເສຍຫາຍ ທີ່ປະເທດນີ້ບໍ່ເຄີຍມີມາກ່ອນ.”

ເມື່ອມືປືນໄວລຸ້ນສັງຫານເດັກນ້ອຍ 19 ຄົນ ແລະ ຄູສອງຄົນ ຢູ່ທີ່ໂຮງຮຽນ ປະຖົມ ແຫ່ງໜຶ່ງ ໃນລັດເທັກຊັສ ໃນປີ 2022, ປະທານາທິບໍດີ ໄບເດັນ ໄດ້ກ່າວວ່າ, ຄຳເວົ້າຂອງທ່ານ “ພວກເຮົາຕ້ອງໄດ້ລົງມືເຮັດບາງຢ່າງກັບເລື່ອງນີ້.”

ທ່ານປະທານາທິບໍດີ ໄບເດັນ ເວົ້າວ່າ “ໃນຖານະ ປະເທດຊາດ, ພວກເຮົາຕ້ອງຖາມວ່າ ໃນນາມຂອງພະເຈົ້າ ເມື່ອໃດເຮົາຈຶ່ງຈະລຸກຂື້ນມາຢືນຢັດຕໍ່ສູ້ກັບສະມາຄົມປືນຍາວ? ເມື່ອໃດເຮົາຈະເຮັດໃນສິ່ງທີ່ເຮົາຮູ້ດີແກ່ໃຈວ່າ ເຮົາຕ້ອງເຮັດ?

ທຳນຽບຂາວ ແລະ ລັດຖະສະພາ ຕົກລົງກັນໃນແຜນການຂອງສອງຝ່າຍການເມືອງ ທີ່ຈະຂະຫຍາຍການກວດສອບປະຫວັດ ສຳລັບພວກຜູ້ຊື້ປືນທີ່ອາຍຸຍັງໜຸ່ມນ້ອຍ ແລະ ຊ່ວຍເຫຼືອບັນດາລັດຕ່າງໆ ໃນການນຳປືນອອກຈາກບຸກຄົນທີ່ອາດເປັນໄພອັນຕະລາຍຕໍ່ຕົນເອງ ແລະ ຜູ້ອື່ນ.

ທ່ານ ໄບເດັນ ກຳລັງໂຄສະນາຫາສຽງກ່ຽວກັບກົດໝາຍສະບັບນີ້ ໃຫ້ເຂັ້ມງວດຂຶ້ນກວ່າເກົ່າ, ໂດຍສະເພາະຢ່າງຍິ່ງໃນຊຸມຊົນທີ່ມີຄວາມຮຸນແຮງຈາກປືນ.

ທ່ານປະທານາທິບໍດີ ໂຈ ໄບເດັນ ເວົ້າວ່າ “ຂ້ອຍໄດ້ລົງນາມໃນກົດໝາຍວ່າດ້ວຍຄວາມປອດໄພຂອງອາວຸດປືນທີ່ສຳຄັນທີ່ສຸດ ໃນຮອບເກືອບ 30 ປີ, ເຊິ່ງຂ້ອຍຮູ້ວ່າ ມັນມີຄວາມສຳຄັນຕໍ່ຊຸມຊົນທີ່ຂ້ອຍໄດ້ຮ່ວມໄວ້ທຸກນຳຫຼາຍປານໃດ, ແລະ ຂ້ອຍຍັງຈື່ໄດ້ເປັນຢ່າງດີ, ໃນແອັດແລນຕາ, ແຮຟມູນເບ ແລະ ມອນເທີເຣພາກ.”

ບໍ່ມີການອອກກົດໝາຍຄວບຄຸມອາວຸດປືນອີກເພີ່ມຕື່ມ ນັບຕັ້ງແຕ່ພັກຣີພັບບລີກັນ ເຂົ້າຄວບຄຸມສະພາໃນປີ 2022. ທ່ານ ຮາຄີມ ເແຈັຟຟຣີ ຜູ້ນຳສຽງສ່ວນນ້ອຍໃນສະພາຕ່ຳກ່າວໂທດຜູ້ທີ່ສະໜັບສະໜູນ ທ່ານ ທຣຳ.

ທ່ານຮາຄີມ ແຈັຟຟຣີ ເວົ້າວ່າ “ມື້ນີ້, ກຸ່ມຫົວຮຸນແຮງ MAGA ແລະ ພັກຣີພັບບລີກັນຂອງລັດຖະສະພາ ທີ່ບໍ່ໄດ້ເຮັດຫຍັງເລີຍ ແລະ ກຳລັງຈະອອກໄປຈາກເມືອງ ໂດຍບໍ່ໄດ້ຈັດການກັບການລະບາດຂອງຄວາມຮຸນແຮງຈາກປືນ ໃນອາເມຣິການີ້ ຢ່າງຈິງຈັງ.”

ທັດສະນະຂອງພວກຜູ້ມີສິດເລືອກຕັ້ງໃນສະຫະລັດ ກ່ຽວກັບເລື່ອງປືນ ສ່ວນໃຫຍ່ແມ່ນແບ່ງກັນໄປຕາມແນວທາງການເມືອງ, ໂດຍຂໍ້ມູນຈາກ Pew Research ສະແດງໃຫ້ເຫັນວ່າ ພວກສະມາຊິກພັກຣີພັບບລີກັນ ແລະຜູ້ທີ່ເປັນພັກຣີພັບບລີກັນ ທີ່ອ່ຽງໄປເປັນຝ່າຍອິດສະຫຼະ ແມ່ນມີແນວໂນ້ມຈະເປັນເຈົ້າຂອງປືນ ຫຼາຍກວ່າສອງເທົ່າ ເມື່ອທຽບກັບພວກສະມາຊິກພັກເດໂມແຄຣັດ ແລະຜູ້ທີ່ເປັນພັກເດໂມແຄຣັດ ທີ່ອ່ຽງໄປເປັນຝ່າຍອິດສະຫຼະ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG