ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂຈ ໄບເດັນ ໂອ້ລົມກັບບັນດາປະເທດພັນທະມິດ NATO ກ່ອນການປະຊຸມທາງອອນໄລນ໌ ກັບ ທ່ານວະລາດິເມຍ ປູຕິນ


ປະທານາທິບໍດີ ໄບເດັນ ຮັບຟັງຄໍາຖາມຂອງນັກຂ່າວທີ່ທໍານຽບຂາວ ໃນວັນທີ 3 ທັນວາ 2021.
ປະທານາທິບໍດີ ໄບເດັນ ຮັບຟັງຄໍາຖາມຂອງນັກຂ່າວທີ່ທໍານຽບຂາວ ໃນວັນທີ 3 ທັນວາ 2021.

ປະທານາທິບໍດີ ໂຈ ໄບເດັນ ກຽມຫາລືທາງໂທລະສັບກັບບັນດາປະເທດພັນທະມິດຢູໂຣບໃນວັນຈັນວານນີ້ ກ່ຽວກັບການເພີ້ມກໍາລັງທະຫານຂອງ ຣັດເຊຍ ຢູ່ທີ່ຊາຍແດນຂອງປະເທດ ຢູເຄຣນ, ນຶ່ງມື້ກ່ອນການປະຊຸມທາງວີດີໂອອອນໄລນ໌ ກັບປະທານາທິບໍດີຣັດເຊຍ ທ່ານວະລາດິເມຍ ປູຕິນ.

ບັນດາເຈົ້າໜ້າທີ່ຈາກປະເທດຜູ້ນໍາອື່ນໆຂອງອົງການ NATO ເຊັ່ນ ສະຫະລາດຊະອານາຈັກອັງກິດ, ຝຣັ່ງ, ເຢຍຣະມັນ ແລະອີຕາລີ ຄາດວ່າຈະມີການຕິດຕໍ່ທາງໂທລະສັບກັບທ່ານໄບເດັນໃນມື້ວັນຈັນ, ເຊິ່ງກໍາລັງຕ້ອງການປະສານງານດ້ານຂໍ້ຄວາມ ແລະມາດຕະການຂວໍ້າບາດທາງເສດຖະກິດທີ່ອາດເກີດຂຶ້ນ ເພື່ອຮັບຜິດຊອບຕໍ່ສະຖານະການຂອງຢູເຄຣນ.

ຢູເຄຣນມີແນວໂນ້ມທີ່ຈະເປັນສູນກາງຂອງການສົນທະນາລະຫວ່າງ ທ່ານ ໄບເດັນ ແລະທ່ານ ປູຕິນ, ແຕ່ທັງສອງທ່ານກໍຄາດຫວັງໃນການຈັດການກັບຄວາມປອດໄພທາງໄຊເບີ້, ໂຄງການນິວເຄຣຍຂອງອີຣ່ານ ແລະປະເດັນອື່ນໆທີ່ມີຄວາມກັງວົນຮ່ວມກັນ.

ເຈົ້າໜ້າທີ່ສືບລັບຂອງສະຫະລັດລະບຸວ່າ ຣັດເຊຍໄດ້ຮວບຮວມກອງກໍາລັງປະມານ 70,000 ຄົນໃກ້ຊາຍແດນຢູເຄຣນ ແລະມີຄວາມເປັນໄປໄດ້ໃນການເລີ້ມວາງແຜນໂຈມຕີໄວທີ່ສຸດໃນຕົ້ນປີໜ້ານີ້, ອີງຕາມລາຍງານຂອງເຈົ້າໜ້າທີ່ລັດຖະບານຂອງທ່ານໄບເດັນ ຜູ້ທີ່ບໍ່ໄດ້ຮັບອະນຸຍາດໃຫ້ອະທິບາຍກ່ຽວກັບການຄົ້ນພົບດັ່ງກ່າວໃນທີ່ສາທາລະນະ ແລະເວົ້າກ່ຽວກັບຂໍ້ມູນໂດຍບໍ່ເປີດເຜີຍຊື່.

ເຈົ້າໜ້າທີ່ບໍລິຫານຄົນທີສອງເນັ້ນຢໍ້າວ່າ ສະຫະລັດບໍ່ໄດ້ກໍາໜົດວ່າ ທ່ານ ປູຕິນ ໄດ້ຕັດສິນໃຈຂັ້ນສຸດທ້າຍກ່ຽວກັບການບຸກລຸກທີ່ເປັນໄປໄດ້ຫຼືບໍ່. ຢ່າງໃດກໍຕາມ, ໃນການຮຽກຮ້ອງຂອງທ່ານ ໄບເດັນ ໃນມື້ວັນອັງຄານນີ້ ແມ່ນຕັ້ງໃຈທີ່ຈະຊີ້ແຈງຕໍ່ຜູ້ນໍາຣັດເຊຍວ່າ “ມີຄ່າສູງແທ້ໆ” ຫາກຣັດເຊຍເລືອກທີ່ຈະດໍາເນີນການທາງທະຫານຕໍ່ໄປ. ເຈົ້າໜ້າທີ່ກ່າວ.

ມາດຕະການຕອບໂຕ້ທີ່ອາດເປັນໄປໄດ້ຂອງ ສະຫະລັດ ລວມມີການລົງໂທດທາງເສດຖະກິດທີ່ຮຸນແຮງ, ຂະຫຍາຍການສະໜັບສະໜູນສຳລັບກອງທັບ ຢູເຄຣນ ແລະ ຂະຫຍາຍຄວາມສາມາດທາງທະຫານຂອງບັນດາພັນທະມິດອົງການ NATO ໃນພາກພື້ນ, ອີງຕາມການກ່າວຂອງເຈົ້າໜ້າທີ່ດັ່ງກ່າວ.

ທ່ານ ໄບເດັນ ຍັງມີກຳນົດທີ່ຈະລົມກັບປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ໃນບໍ່ເທົ່າໃດວັນຈະມາເຖິງນີ້ ຫຼັງຈາກການລົມໂທລະສັບກັບທ່ານ ປູຕິນ, ອີງຕາມການກ່າວຂອງເຈົ້າໜ້າທີ່ລັດຖະບານ.

ວັງ ເຄຣັມລິນ ໄດ້ກ່າວໃນອາທິດທີ່ຜ່່ານມາວ່າ ທ່ານ ປູຕິນ ຈະພະຍາຍາມບັງຄັບການຮັບປະກັນຈາກ ທ່ານ ໄບເດັນ ໃນການກະກຽມການຂະຫຍາຍອົງການ NATO ໄປ ຢູເຄຣນ. ທ່ານ ໄບເດັນ ແລະ ບັນດາຜູ້ຊ່ວຍໄດ້ລະບຸວ່າ ການຮັບປະກັນທີ່ວ່ານັ້ນແມ່ນເບິ່ງຄືວ່າຈະບໍ່ເກີດຂຶ້ນ.

ຄວາມສ່ຽງສຳລັບທ່ານ ປູຕິນ ສຳລັບການດຳເນີນການແຊກແຊງອາດໃຫຍ່ຫຼວງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG