ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ໄບ​ເດັນ ແລະ ທ. ສ​ໂຕ​ເທັນ​ເບີກ ພົບ​ກັບຜູ້​ນຳ ​ຂອງ​ກຸ່ມບູຄາ​ແຣ​ສ ໄນ​ນ໌ ທີ່​ກັງ​ວົນ​ຕໍ່​ຄວາມ​ທະ​ເຍີ​ທະ​ຍານ ​ໃນ​ການແຜ່ອຳ​ນາດ ຂອງມົ​ສ​ກູ


ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ, ປະ​ທາ​ນາ​ທິ​ບໍ​ດີ ອານ​ເດ​ຣ​ສ ດູ​ດາ ແລະ​ປະ​ທາ​ນາ​ທິ​ບໍ​ດີ​ປະ​ເທດ​ອື່ນ ຟັງທ່ານ Jens Stoltenberg ກ່າວ​ຄຳ​ປາ​ໄສໃນ​ກອງ​ປະ​ຊຸມ​ຂອງປະ​ເທດ​ກຸ່ມ Bucharest Nine ຊຶ່ງ​ເປັນ​ກ​ຸ່ມ​ປະ​ເທດ​ຢູ່​ເຂດຕາ​ເວັນ​ອອກ​ສຸດ​ຂອງ​ອົງ​ການ​ເນ​ໂຕ້, ວໍ​ຊໍ, 22 ກຸມ​ພາ, 2023
ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ, ປະ​ທາ​ນາ​ທິ​ບໍ​ດີ ອານ​ເດ​ຣ​ສ ດູ​ດາ ແລະ​ປະ​ທາ​ນາ​ທິ​ບໍ​ດີ​ປະ​ເທດ​ອື່ນ ຟັງທ່ານ Jens Stoltenberg ກ່າວ​ຄຳ​ປາ​ໄສໃນ​ກອງ​ປະ​ຊຸມ​ຂອງປະ​ເທດ​ກຸ່ມ Bucharest Nine ຊຶ່ງ​ເປັນ​ກ​ຸ່ມ​ປະ​ເທດ​ຢູ່​ເຂດຕາ​ເວັນ​ອອກ​ສຸດ​ຂອງ​ອົງ​ການ​ເນ​ໂຕ້, ວໍ​ຊໍ, 22 ກຸມ​ພາ, 2023

ປະທານາທິບໍດີສະຫະລັດ, ທ່ານໂຈ ​ໄບ​ເດັນ ແລະເລຂາທິການໃຫຍ່ອົງການເນໂຕ້ ທ່ານເຈນ​ສ໌ ສ​ໂຕ​ເທັນ​ເບີກ (Jens Stoltenberg) ໃນວັນພຸດວານນີ້ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຂອງອັນທີ່ເອີ້ນວ່າ ບູຄາ​ແຣ​ສ ໄນ​ນ໌ (Bucharest Nine) ຫຼື B-9, ຊຶ່ງ​ເປັນປະເທດທີ່ຕັ້ງຢູ່ທາງທິດຕາເວັນອອກສຸດ ຂອງອົງການເນໂຕ້, ​ລວມ​ມີ ບຸລກາເຣຍ, ສາທາລະນະລັດເຊັກ, ແອັສໂທເນຍ, ຮັງກາຣີ, ລີທົວເນຍ, ລັດເວຍ, ໂປແລນ, ໂຣມາເນຍ ແລະສະໂລວາເກຍ.

ການ​ຈັດ​ກຸ່ມ​ທີ່​ຄົນບໍ່​ຄ່ອຍຮູ້ຫລາຍນີ້ ​ແມ່ນ​ການ​ລິ​ເລີ່ມ​ທີ່​ມີ​ຂຶ້ນ​ໃນ​ປີ 2015 ໂດຍ​ປະ​ທາ​ນາ​ທິ​ບໍ​ດີ​ໂຣ​ມາ​ເນຍ, ທ່ານ​ຄ​ລອ​ສ ໂລ​ຮານ​ນິ​ສ (Klaus Iohannis) ແລະ​ປະ​ທາ​ນາ​ທິ​ບໍ​ດີ​ໂປ​ແລນ, ທ່ານ​ອານ​ເດ​ຣ​ສ ດູ​ດາ (Andrzej Duda). ​ມັນ​ແນ​ໃສ່​ເພື່ອເພີ່ມ​ທະວີ​ການ​ຮ່ວມ​ມື​ ລະຫວ່າງ​ບັນດາ​ສະມາຊິກ​ໃໝ່​ສຸດ​ຂອງເນ​ໂຕ້ ​ເພື່ອສະ​ໜັບ​ສະ​ໜຸນຈຸດ​ປະ​ສົງ​ຂອງບັນ​ດາ​ປະ​ເທດ​ພັນທະ​ມິດ ​ໃນ​ການ​ປັບປຸງ​ຄວາມ​ໝັ້ນຄົງ ​ແລະສະຖຽນ​ລະ​ພາບ​ໃນ​ເຂດທີ່​ຕັ້ງຢູ່ລະຫວ່າງກາງ​ທະ​ເລບາ​ລ​ຕິກ ​ແລະທະ​ເລ​ດຳ.

ທ່ານດູ​ດາ (Duda), ເຈົ້າພາບຈັດກອງປະຊຸມສຸດຍອດນີ້ ກ່າວວ່າ ກອງປະຊຸມໃນ ວັນພຸດວານນີ້ ຈະກໍານົດຂັ້ນຕອນຕໍ່ໄປ ກ່ອນຈະກອງປະຊຸມສຸດຍອດ​ຂອງ​ກຸ່ມ B-9 ທີ່ຈະ​ມີ​ຂຶ້ນ​ໃນ​ນະ​ຄອນ​ຫລວງ ບ​ຣາ​ຕິ​ສ​ລາ​ວາ (Bratislava) ຂອງ​ສະ​ໂລ​ວາ​ເກຍ ແລະກອງປະຊຸມສຸດຍອດຂອງເນ​ໂຕ້ ໃນນະ​ຄອນ​ຫລວງວິລ​ນຽ​ສຂອງ​ລີ​ທົວ​ເນຍ ພ້ອມ​ທັງ "ຄວາມເປັນໄປໄດ້ໃນ​ການສະຫນອງການຊ່ວຍ​ເຫລືອເພີ່ມໃຫ້​ແກ່ຢູ​ເຄ​ຣນ."
ທ່ານ​ໄບ​ເດັນ ໄດ້ຢືນຢັນຄືນເຖິງຄຳໝັ້ນສັນຍາຂອງສະຫະລັດ ຕໍ່ຄວາມໝັ້ນຄົງຂອງ ປະ​ເທດໃນກຸ່ມ B-9, ທີ່ມີປະ​ເທດສະມາຊິກໄດ້ເຂົ້າຮ່ວມເປັນພັນທະມິດທາງທະຫານ ຫຼັງຈາກເຄີຍ​ໄດ້ຢູ່ພາຍໃຕ້ອິດທິພົນຂອງມົສກູ ໃນສະໄໝສົງຄາມເຢັນ ແລະດຽວນີ້ ກຳລັງຫລຽວເບິ່ງຄວາມທະ​ເຍີ​ທະ​ຍານ​ໃນ​ການຂະຫຍາຍອຳ​ນາດຂອງມົ​ສ​ກູດ້ວຍຄວາມເປັນຫ່ວງ.

"ມື້ນີ້ ໃນຂະນະທີ່ພວກເຮົາກ້າວເຂົ້າໃກ້ວັນຄົບຮອບ 1 ປີ ແຫ່ງການບຸກລຸກຂອງ ຣັດເຊຍເພີ້ມອີກ, ມັນມີຄວາມສຳຄັນຫຼາຍ ທີ່ພວກເຮົາຈະສືບຕໍ່ຢືນຢູ່ນຳກັນ," ​ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານໄບ​ເດັນ ຊຶ່ງ​ເປັນ​ການ​ກ່າວ​ຢ້ຳອີກ​ເທື່ອ​ນຶ່ງ ຕໍ່ອັນທີ່ທ່ານເອີ້ນວ່າ “ຄວາມມຸ້ງໝັ້ນອັນສັກສິດ” ຂອງວໍຊິງຕັນຕໍ່ມາດຕາ 5 ຂອງເນ​ໂຕ້ທີ່ລະບຸວ່າ ການໂຈມຕີຕໍ່ປະ​ເທດສະມາຊິກນຶ່ງ ແມ່ນການໂຈມຕີຕໍ່ທັງໝົດ​ນັ້ນ.

ທ່ານ​ອານ​ເດ​ຣ​ສ ດູ​ດາປະ​ທາ​ນາ​ທິ​ບໍ​ດີ​ໂປ​ແລນ ຈັບ​ກັບ​ປະ​ທາ​ນາ​ທິ​ບໍ​ດີ Maia Sandu ຂອງ​ໂມ​ລ​ໂດ​ວາ ຫລັງ​ຈາກ​ທ່ານ​ນາງ​ໄປ​ເຖິງ​ພະ​ລາດ​ຊະ​ວັງ Belvedere Palace ໃນ​ນອ​ຄອນ​ຫລວງວໍ​ຊໍ, ວັນ​ທີ 22 ກຸ​ມ​ພາ, 2023.
ທ່ານ​ອານ​ເດ​ຣ​ສ ດູ​ດາປະ​ທາ​ນາ​ທິ​ບໍ​ດີ​ໂປ​ແລນ ຈັບ​ກັບ​ປະ​ທາ​ນາ​ທິ​ບໍ​ດີ Maia Sandu ຂອງ​ໂມ​ລ​ໂດ​ວາ ຫລັງ​ຈາກ​ທ່ານ​ນາງ​ໄປ​ເຖິງ​ພະ​ລາດ​ຊະ​ວັງ Belvedere Palace ໃນ​ນອ​ຄອນ​ຫລວງວໍ​ຊໍ, ວັນ​ທີ 22 ກຸ​ມ​ພາ, 2023.

ທ່ານກ່າວຕໍ່​ໄປວ່າ "ພວກທ່ານເປັນແຖວໜ້າຂອງການປ້ອງກັນລວມທັງ​ໝົດຂອງພວກເຮົາ ແລະພວກທ່ານກໍຮູ້ດີກວ່າໃຜ​ໝົດ ​ວ່າ​ມີ​ຫຍັງຄື​ເດີມ​ພັນຢູ່ໃນຄວາມຂັດ ແຍ້ງນີ້." "ມັນບໍ່ພຽງແຕ່ສໍາລັບຢູເຄຣນເທົ່າ​ນັ້ນ ມັນ​ຍັງສໍາລັບເສລີພາບ ຂອງປະ​ເທດປະຊາທິ ປະໄຕໃນທົ່ວຢູ​ໂຣບ ແລະທົ່ວໂລກອີກ​ດ້ວຍ."

ກຸ່ມດັ່ງກ່າວ ໄດ້ພົບປະ​ກັນທ່າມກາງຄວາມເປັນຫ່ວງ ກ່ຽວກັບການເຄື່ອນໄຫວເຮັດ​ໃຫ້ ຂາດ​ສະ​ຖຽນ​ລະ​ພາບໂດຍມົສກູ ຢູ່ໃນປະເທດໂມລໂດວາ ຊຶ່ງເປັນປະເທດນ້ອຍໆ ທີ່ ບໍ່ໄດ້ຂຶ້ນກັບອົງການເນ​ໂຕ້ ​ຕັ້ງ​ຢູ່ລະຫວ່າງກາງຢູເຄຣນ ແລະໂຣມາເນຍ ບ່ອນທີ່ ທ່ານໂລ​ຮານ​ນິ​ສ, ເຈົ້າພາບຮ່ວມ​ໃນ​ກອງປະຊຸມສຸດຍອດນັ້ນ​ກ່າວ​ວ່າ ປະທານາທິບໍ ດີຣັດເຊຍ, ທ່ານວ​ລາ​ດິ​ເມຍ ປູ​ຕິນກໍາລັງດຳ​ເນີນ "ແບບແຜນການປະພຶດ ແບບຮຸກຮານ" ຂອງທ່ານມາ​ໄດ້ນຶ່ງປີ ຫລັງຈາກການບຸກ​ລຸກຂອງຣັດເຊຍ ເຂົ້າ​ໄປ​ໃນຢູເຄຣນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG